ຊຸດອາພອນໂດຍແມ່ຍິງຊາວເຜົ່າມ໋າງຫຍິບປັກຖັກແສ່ວ |
ຊົນເຜົ່າມ໋າງປັດຈຸບັນມີປະມານຫຼາຍກວ່າ 4.600 ຄົນ. ດຳລົງຊີວິດຢູ່ກະແຈກກະຈາຍຢູ່ເຂດອ່າງແມ່ນ້ຳດ່າແລະ ແມ່ນ້ຳ ນ້ຳນາຂຶ້ນກັບບໍລິເວນເມືອງນ້ຳຍູນ ແລະເມືອງເມື່ອງແຕ່ ແຂວງ ລາຍເຈົາ. ຍ້ອນປະເພນີຜະລິດກະສິກຳເປັນຕົ້ນຕໍດັ່ງນັ້ນເມື່ອສິ້ນສຸດລະດູການຜະລິດຫຼືການອອກແຮງານດ້ວຍຄວາມລຳບາກເປັນເວລາໜຶ່ງປີ, ພໍ່ແມ່ພີ່ນ້ອງພັດຈັດຕັ້ງບຸນເຂົ້າໃໝ່ ເພື່ອສົມມະນາຄຸນເທວະດາຟ້າແຖນບັນພະບູລຸດເພື່ອພ້ອມກັນຕ້ອນຮັບປີໃໝ່ ດ້ວຍຄວາມສະຫງົບສຸກ. ພິທີຕ້ອນຮັບເຂົ້າໃໝ່ ຖືກຈັດຂຶ້ນໃນທ້າຍເດືອນ 9 ໄລຕາມຈັນທະປະຕິທິນໃນແຕ່ລະປີແລະ ແມ່ນພິທີກຳທີ່ຂາດບໍ່ໄດ້ໃນຊີວິດວັດທະນະທຳຈິດວິນຍານຂອງຊາວເຜົ່າມ໋າງ. ລຸງປ່ານວັນຢ້າວຢູ່ບ້ານນ້ຳແສ໋ ຕາແສງ ວ່າງຊາງ ເມືອງເມື່ອງແຕ໋ ໃຫ້ຮູ້ວ່າ:
“ຕາມຊາວເຜ່ົາມ໋າງແລ້ວ ແຕ່ປາງກ່ອນ ເມື່ອຈັດຕັ້ງບຸນເຂົ້າໃໝ່ ກໍ່ເຊື້ອເຊີນພວກຜູ້ເຖົ້າຜູ້ແກ່ມາໂອ້ລົມກັບລູກຫຼານກ່ຽວກັບວິທີເຮັດໄຮ່ໄຖນາ ເພື່ອເຮັດແນວໃດໃຫ້ລະດູການຜະລິດເຂົ້າໄດ້ຮັບຜົນດີ. ພ້ອມກັນນັ້ນກໍ່ໃຫ້ຄຳສັ່ງສອນລູກຫຼານຈົ່ງພະຍາຍາມເຮັດໄຮ່ໄຖນາເພື່ອບໍ່ໃຫ້ຕົກເຂົ້າສູ່ໄພອຶດຫິວ ທຸກຍາກຂາດເຂີນ. ມາຮອດປັດຈຸບັນລັດກໍ່ໄດ້ຊ່ວຍເຫຼືອບັນດາຄອບຄົວດຳລົງຊີວິດຢູ່ຮ່ວມກັນແລະເຕົ້າໂຮມເປັນໝູ່ບ້ານແລະການດຳລົງຊີວິດມີຄວາມອີ່ມໜຳສຳລານ ສາມັກຄີ ແລະເບີກບານມ່ວນຊື່ນ”.
ຈຸດວັດທະນະທຳອີກອັນໜຶ່ງທີ່ຂາດບໍ່ໄດ້ໃນຊີວິດທາງດ້ານຈິດໃຈຂອງຊາວເຜົ່າມ໋າງ ແມ່ນບັນດາທຳນອງເພງພື້ນເມືອງແລະ ວາດຟ້ອນຂອງເຜົ່າມ໋າງ. ໃນທ່າມກາງເຂດພູຜາປ່າໄມ້,ສຽງກອງດັງຂຶ້ນໄດ້ເປີດສາກໃຫ້ວາດຟ້ອນຕາເນີມເຊິ່ງໄດ້ເຮັດໃຫ້ທຸກໆຄົນໄດ້ວາດພາບເຖິງໄລຍະທີ່ຊາວເຜົ່າມ໋າງຍັງຕັ້ງຖິ່ນຖານທຳການປູກຝັງແບບເລື່ອນລອຍ. ນາງຫວ່າງທິເທີມ ຢູ່ບ້ານນ້ຳສາວ ຕາແສງ ຈຸງຈ໋າຍ ເມືອງນ້ຳຍູນໃຫ້ຮູ້ວ່າ:
“ບັນດາລາຍການຟ້ອນຂອງເຜົ່າ ມ໋າງ ແມ່ນອຸດົມສົມບູນສະແດງໃຫ້ເຫັນແຈ້ງສີສັນຂອງເຜົ່າຕົນຄືບົດຟ້ອນຕຳເຂົ້າ, ສະແດງໃຫ້ເຫັນຊາວເຜົ່າຜູ້ອອກແຮງງານໄປກ່ຽວເຂົ້າຢູ່ຕາມເນື້ອທີ່ໄຮ່ນາ. ຂ້າພະເຈົ້າສະແດງບົດຟ້ອນນີ້ ແມ່ນເພື່ອວາດພາບເຖິງການດຳລົງຊີວິດຂອງພໍ່ແມ່ພີ່ນ້ອງທຳການອອກແຮງງານ ເພື່ອໃຫ້ມີເຂົ້າມີພືດຜັກ”.
ສິ່ງທີ່ແຕກຕ່າງໃນຊີວິດວັດທະນະທຳຂອງຊາວເຜົ່າມ໋າງເມື່ອທຽບໃສ່ເຜົ່າອື່ນໆ ແມ່ນຢູ່ໃນຊຸດອາພອນປະຈຳເຜົ່າ. ຊຸດອາພອນຜະຈຳເຜົ່າຂອງແມ່ຍິງເຜົ່າມ໋າງກໍ່ມີຈຸດທີ່ຄ້າຍຄືກັນກັບເຜົ່າຜູ້ໄທແຕ່ຈຸດທີ່ເປັນເອກະລັກທີ່ແຕກຕ່າງໃນຊຸດອາພອນຂອງແມ່ຍິ່ງເຜົ່າ ມ໋າງແມ່ນຜ້າແພຄຸມໂຕສີຂາວມີບັນດາລວດລາຍຖືກທັກແຊ່ວດ້ວຍເສັ້ນໄໝສີແດງ. ນາງ ລໍ່ທິເຈື່ອງ ຢູ່ບ້ານນ້ຳສ໋າວ ຕາແສງຈຸງຈ໋າຍເມືອງນ້ຳຍູນແບ່ງປັນວ່າ:
“ແມ່ຍິງເຜົ່າມ໋າງກໍ່ຕ້ອງມີເສື້ອມີສິ້ນແລະ ຜ້າແພຄຸມໂຕ ແລະຕ້ອງມີແພພັນຂາອີກ. ເສື້ອຂອງຊາວເຜົ່າມ໋າງກໍ່ຕ້ອງມີເງິນຫຼຽນປະດັບປະດາ”.
ຕາມທ່ານເຈິ່ນແມັ້ງຮຸ່ງຮອງຫົວໜ້າພະແນກວັດທະນະທຳກິລາແລະທ່ອງທ່ຽວແຂວງລາຍເຈົາ ແລ້ວເມື່ອກ່ອນນີ້ຊີວິດການເປັນຢູ່ຂອງຊາວເຜົ່າມ໋າງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງອັນໄດ້ເຮັດໃຫ້ວັດທະນະທຳຖືກສູນຫາຍໄປ. ມາຮອດປັດຈຸບັນແຂວງກໍ່ໄດ້ມີນະໂຍບາຍຊ່ວຍເຫຼືອການດຳລົງຊີວິດໃຫ້ແກ່ເຂົາເຈົ້າປັດຈຸບັນຊາວເຜົ່າມ໋າງຟື້ນຟູບັນດາງານບຸນປະຈຳປີກໍ່ຄືອາຊີບຫັດຖະກຳ. ທ່ານເຈິ່ນແມັ້ງຮຸ່ງໃຫ້ຮູ້ວ່າ:
“ປັດຈຸບັນບັນດາງານບຸນຂອງບັນດາເຜົາໃນນັ້ນມີເຜົ່າມ໋າງໄດ້ຖືກນຳເຂົ້າບັນຊີລາຍຊື່ ຈັດຕັ້ງໃນແຕ່ລະປີແລະໄດ້ຮັບການໜູນຊ່ວຍເງິນທຶນໃຫ້ແກ່ການຈັດຕັ້ງຟື້ນຟູແລະຮັກສາອະນຸລັກ. ປັດຈຸບັນຊົນເຜົ່າມ໋າງ ຍັງຄົງຮັກສາແລະຈັດຕັ້ງບາງງານບຸນທີ່ເປັນເອກະລັກໃນແຕ່ລະປີ”.
ໝູ່ບ້ານຊາວເຜົ່າມ໋າງໃນວັນນີ້ ຍາມໃດກໍ່ຟົດຟື້ນມ່ວນຊື່ນ, ພໍ່ແມ່ພີ່ນ້ອງເບີກບານໃຈຍ້ອນຄວາມອຶດຫິວທຸກຍາກໄດ້ຖືກຍູ້ໃຫ້ຖອຍໄປຍ້ອນບັນດາຍະໂຍບາຍຂອງພັກແລະລັດແລະຂອງອຳນາດການປົກຄອງທ້ອງຖິ່ນ. ຊາວເຜົ່າມ໋າງພວມພ້ອມກັນຮັກສາສີສັນວັດທະນະທຳຂອງເຜົ່າຕົນພ້ອມກັນສາມັກຄີຮ່ວມແຮງຮ່ວມໃຈກໍ່ສ້າງບ້ານເກີດເມືອງໃຫ້ນັບມື້ນັບພັດທະນາດີກວ່າເກົ່າ