ຂຸດຄົ້ນ ແລະ ອະນຸລັກຮັກສາບັນດາປູຊະນີຍະສະຖານຢູ່ນະຄອນ ໂຮ່ຈີມິນ

Bui Hang
Chia sẻ
(VOVWORLD) -ດ້ວຍການສ້າງຕັ້ງ ແລະ ຂະຫຍາຍຕົວເປັນເວລາກວ່າ 322 ປີ, ດິນແດນ ຢາດິ້ງ - ໄຊງ່ອນ - ນະຄອນ ໂຮ່ຈີມິນ ພວມເກັບຮັກສາບັນດາສິ່ງທີ່ຍອດຍິ່ງ ທາງດ້ານມໍລະດົກວັດທະນະທຳຕົວເມືອງ ທີ່ອຸດົມສົມບູນ. ນີ້ແມ່ນທ່າໄດ້ປຽບຄວາມສາມາດບົ່ມຊ້ອນ ເພື່ອກໍ່ສ້າງ ແລະ ພັດທະນາບັນດາມໍລະດົກ ໃຫ້ກາຍເປັນຜະລິດຕະພັນທ່ອງທ່ຽວ ທີ່ເປັນເອກະລັກ; ປະກອບສ່ວນສຳຄັນເຂົ້າໃນການອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າ, ສີສັນວັດທະນະທຳສະເພາະຂອງນະຄອນ ໂຮ່ຈີມິນ
ຂຸດຄົ້ນ ແລະ ອະນຸລັກຮັກສາບັນດາປູຊະນີຍະສະຖານຢູ່ນະຄອນ ໂຮ່ຈີມິນ - ảnh 1 ທ່າກຳປັ່ນ ຍາຣົ່ງ

ໃນປັດຈຸບັນ, ນະຄອນ ໂຮ່ຈີມິນ ມີປູຊະນີຍະສະຖານກວ່າ 170 ແຫ່ງໄດ້ຮັບການຢັ້ງຢືນ. ນັ້ນແມ່ນບັນດາປູຊະນີຍະສະຖານວັດທະນະທຳປະຫວັດສາດທີ່ເຂັ້ມຂົ້ນໄປດ້ວຍສີສັນສະເພາະ,  ສ່ອງແສງເຖິງໄລຍະຄົ້ນຫາ, ກໍ່ສ້າງ ແລະ ພັດທະນາຂອງຊຸມຊົນ ທີ່ດຳລົງຊີວິດຜ່ານຫຼາຍລຸ້ນຄົນ. ບັນດາປູຊະນີຍະສະຖານໄດ້ຮັບການຢັ້ງຢືນ ໃນບໍລິເວນນະຄອນແມ່ນລວມມີ: ບູຮານຄະດີ, ສະຖາປັດຕະຍາກຳສິລະປະ ແລະ ປະຫວັດສາດ. ສຳລັບປະເພດປູຊະນີຍະສະຖານສະຖາປັດຕະຍາກຳ - ສິລະປະ, ປະຫວັດສາດວັດທະນະທຳ, ຢູ່ນະຄອນມີບັນດາກິດຈະກຳສະຖາປັດຕະຍາກຳ ຮັບໃຊ້ການເຄື່ອນໄຫວວັດທະນະທຳ ຂອງວົງຄະນາຍາດຄື ບັນດາສະຖານທີ່ເຫຼື້ອມໃສ, ສາສະໜາ, ບັນດາກິດຈະກຳຮັບໃຊ້ຊີວິດການ ເປັນຢູ່ຂອງປະຊາຊົນ. ສຳລັບບັນສະຖານທີ່ປະຫວັດສາດປະຕິວັດ, ພົ້ນເດັ່ນຂຶ້ນແມ່ນ: ຫໍປະຊຸມ ຖົງເຍິດ, ລະບົບຂຸມໃຕ້ດິນ ກູ໊ຈີ, ທ່າກຳປັ່ນ ຍາຣົ່ງ… ນອກຈາກນັ້ນທັງນະຄອນຍັງມີວັດວາອາຮາມເກືອບ 1.000 ແຫ່ງ ແລະ ບັນດາວັດເກົ່າທີ່ມີອາຍຸກວ່າ 100 ປີ… ພ້ອມກັນນັ້ນ, ທັງນະຄອນ ກໍ່ຍັງມີບັນດາມໍລະດົກວັດທະນາທຳບໍ່ເປັນວັດຖຸ ທີ່ອຸດົມສົມບູນ ແລະ ຫຼາຍຮູບຫຼາຍສີ. ຕາມພະແນກທ່ອງທ່ຽວນະຄອນ ໂຮ່ຈີມິນ ແລ້ວ ໃນປີ 2019 ຈຳນວນແຂກທອ່ງທ່ຽວເຂົ້າທ່ອງທ່ຽວຢູ່ນະຄອນບັນລຸກວ່າ 8,6 ລ້ານເທື່ອຄົນ, ໃນນັ້ນແຂກທ່ອງທ່ຽວຢູ່ພາຍໃນປະເທດບັນລຸກວ່າ 72,7 ລ້ານເທື່ອຄົນ. ນາງ ຫງວຽນທິຮົ່ງເຟືອງ ແຂກທ່ອງທ່ຽວມາຈາກແຂວງ ກ໋າວງນິງ ໃຫ່ຮູ້ວ່າ:

     “ກ່ອນທີ່ໄປຢ້ຽມຢາມນະຄອນ ໂຮ່ຈີມິນ, ຂ້າພະເຈົ້າໄດ້ຊອກຮູ້ຜ່ານເຄືອຂ່າຍອິນເຕີເນັດ, ຂໍ້ມູນຂ່າວສານກ່ຽວກັບບັນດາສະຖານທີ່ປະຫວັດສາດ ກໍ່ບໍ່ມີຫຼາຍ. ຖ້າຫາກວ່າຢາກໃຫ້ແຂກທ່ອງທ່ຽວ ໄປທ່ອງທ່ຽວຢູ່ນະຄອນ ໂຮ່ຈີມິນ ແມ່ນອາດຈະແວ່ຢາມບັນດາປູຊະນີຍະສະຖານປະຫວັດສາດນັ້ນ, ບັນດາສະຖານທີ່ທ່ອງທ່ຽວເຫຼົ່ານັ້ນແມ່ນຕ້ອງແນະນຳທາງເຄືອຂ່າຍອິນເຕີເນັດ ຫຼື ດ້ວຍວິທີໃດໜຶ່ງ ກໍ່ຕ້ອງແຈ້ງຂ່າວເຖິງແຂກທ່ອງທ່ຽວ”.

       ຕາມທ່ານ ປອ ຫງວຽນດຶກຮຽບ ຜູ້ຊ່ຽວຊານວິທະຍາສາດ ສັງກັດພະແນກສິ່ງແວດລ້ອມ ແລະ ມໍລະດົກ, ລັດນິວຊາວເວັນ ປະເທດ ອົດສະຕາລີ ແລະ ແມ່ນເຈົ້າຂອງຂອງສາມກິດຈະກຳ ຄົ້ນຄວ້າຮຽບຮຽງ ໄຊງ່ອນ - ເຈິເຫຼີນ, ວິທີດີທີ່ສຸດເພື່ອເຊື່ອມຕໍ່ລະຫວ່າງບັນດາປູຊະນີຍະສະຖານ ທີ່ນະຄອນ ໂຮ່ຈີມິນ ແມ່ນຕ້ອງສ້າງໃຫ້ມີບັນດາເລື່ອງລາວ. ບັນດາເລື່ອງລາວຢູ່ທາງຫຼັງຂອງປູຊະນີຍະສະຖານມໍລະດົກແຕ່ລະແຫ່ງ ຈະເຮັດໃຫ້ແຂກທ່ອງທ່ຽວຮູ້ສຶກຄືຕົນເອງພວມໄດ້ເຂົ້າຮ່ວມ ໃນການດຳເນີນຊີວິດ ວົງຄະນາຍາດ. ພ້ອມກັນນັ້ນກໍ່ຄວນສ້າງລະບົບປ້າຍໝາຍເຫດ,  ຢັ້ງຢືນໃຫ້ເຫັນກິດຈະກຳສະຖານທີ່ໃດໜຶ່ງ ແມ່ນປູຊະນີຍະສະຖານວັດທະນະທຳປະຫວັດສາດ ພ້ອມກັບບັນດາຂໍ້ມູນຂ່າວສານ ເພື່ອແນະນຳໃຫ້ແຂກທ່ອງທ່ຽວຮັບຊາບ. ທ່ານ ຫງວຽນດຶກຮຽບ ໃຫ້ຮູ້ວ່າ:

     “ຢູ່ໃນມໍລະດົກບາງແຫ່ງ ເຊິ່ງຜູ້ທີ່ມີຊື່ສຽງໄດ້ມາຮອດແລ້ວ, ຢູ່ຫັ້ນເຮົາອາດຈະຕິດປ້າຍໝາຍເຫດຢູ່ທາງນອກ. ຢູ່ບັນດານະຄອນວັດທະນະທຳອື່ນ ກໍ່ລ້ວນແຕ່ເຮັດສິ່ງນີ້. ຍົກຕົວຢ່າງຄືບັນດາສະຖານທີ່ຢູ່ຝະລັ່ງ ກໍ່ໄດ້ມີແຜ່ນຄຳ
ໝາຍເຫດ “ເມື່ອກ່ອນນີ້ປະທານ ໂຮ່ຈີມິນ ໄດ້ດຳລົງຊີວິດຢູ່ທີ່ນີ້”. ບັນດານະຄອນແຫ່ງອະລິຍະທຳ ກໍ່ບໍ່ຈຳກັດບຸກຄົນຢູ່ນະຄອນນັ້ນ, ບັນດາບູລຸດຜູ້ທີ່ມີຊື່ສຽງໃນໂລກທີ່ໄດ້ມາ ແລະ ດຳລົງຊີວິດຢູ່ນະຄອນນີ້, ເຂົາເຈົ້າກໍ່ລ້ວນແຕ່ມີຄວາມເຄົາລົບນັບຖື”.

           ການອະນຸລັກຮັກສາ ແລະ ເສີມຂະຫຍາຍມໍລະດົກວັດທະນະທຳ ກັບການພັດທະນາເສດຖະກິດ ສັງຄົມ ໂດຍຜ່ານຮູບແບບການທ່ອງທ່ຽວ ຈະນຳປະສິດທິຜົນທີ່ແທດຈິງມາສູ່ນະຄອນ ໂຮ່ຈີມິນ. ການທ່ອງທ່ຽວຢູ່ມໍລະດົກທັງເປັນການສ້າງລາຍຮັບ, ທັງເຮັດທັງສ້າງກຳລັງໜູນ, ແລະ ທັງສ້າງໃຫ້ມີແຫຼ່ງກຳລັງ ເພື່ອອະນຸລັກ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກ. ພ້ອມກັນນັ້ນການໜູນຊ່ວຍຢ່າງຕັ້ງໜ້າ ໃນການຍົກສູງຄຸນນະພາບຂອງການດຳລົງຊີວິດ, ເພີ່ມທະວີຄວາມເຂົ້າອົກເຂົ້າໃຈ, ເຄົາລົບຄວາມຫຼາກຫຼາຍສີສັນ ແລະ ພົວພັນແລກປ່ຽນລະຫວ່າງບັນດາພື້ນຖານວັດທະນະທຳດ້ວຍກັນ, ເປັນພື້ນຖານສ້າງກົດແຫ່ງການປະພຶດທີ່ເໝາະສົມ ລະຫວ່າງປະຊາຊົນກັບແຂກທ່ອງທ່ຽວ  ແລະ ກັບມໍລະດົກ. 

ຕອບກັບ