ການອະນຸລັກ ແລະ ພັດທະນາອາຊີບເຮັດພາບສີຂັດມັນ ເຕືອງບິ່ງຫຽບ

Bui Hang
Chia sẻ
(VOVWORLD) -ເມື່ອບໍ່ດົນມານີ້ ແຜນອະນຸລັກຮັກສາ ແລະ ພັດທະນາໝູ່ບ້ານອາຊີບເຮັດພາບສີຂັດມັນ ເຕືອງບິ່ງຫຽບ ທີ່ນະຄອນ ຖູເຢົ່າໂໝດ ແຂວງ ບິ່ງເຢືອງ ໄດ້ຮັບການອະນຸມັດ. ເຫດການນີ້ໄດ້ເປີດຄວາມຫວັງ ໃນການອະນຸລັກຮັກສາ ແລະ ພັດທະນາອາຊີບ ເຮັດພາບສີຂັດມັນ ເຕືອງບິ່ງຫຽບ  ເຊິ່ງແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸ ລະດັບຊາດ ແລະ ກໍ່ແມ່ນແຫ່ງເກັບຮັກສາຄຸນຄ່າວັດທະນະທຳອັນລ້ຳຄ່າ ເຊິ່ງພວມຢືນຢູ່ຕໍ່ໜ້າຄວາມສ່ຽງ ຖືກສູນຫາຍໄປ ຍ້ອນຂະບວນວິວັດແຫ່ງການຫັນເປັນຕົວເມືອງ.
ການອະນຸລັກ ແລະ ພັດທະນາອາຊີບເຮັດພາບສີຂັດມັນ ເຕືອງບິ່ງຫຽບ - ảnh 1ທ່ານເຈືອງກວາງຕີ້ງ ແນະນຳພາບສີຂັດມັນ 

ຜະລິດຕະພັນພາບສີຂັດມັນ ເຕືອງບິ່ງຫຽບ ຢູ່ແຂວງ ບິ່ງເຢືອງ ເຄີຍໄດ້ມີຊື່ສຽງໃນທົ່ວປະເທດ ຍ້ອນມີຄຸນນະພາບຄວາມລະອຽດອ່ອນ ແລະ ມີລັກສະນະເຂັ້ມຂົ້ນ ໄປດ້ວຍສີສັນອານຊີຕາເວັນອອກ. ຕາມບັນດານັກສິລະປະການແລ້ວ  ໄລຍະຈະເລີນຮຸ່ງເຮືອງທີ່ສຸດໝູ່ບ້ານອາຊີບຫັດຖະກຳນີ້ ແມ່ນໃນຊ່ວງເວລາແຕ່ປີ 1980 ແລະ 1990 ເຊິ່ງແມ່ນໄລຍະທີ່ຜະລິດຕະພັນ ໄດ້ຮັບຫຼາຍລາງວັນຢູ່ພາຍໃນປະເທດ ແລະ ມີຄວາມນິຍົມຊົມຊອບຈາກຫຼາຍປະເທດໃນໂລກຄື ເຢັນລະມັນ, ຝະລັ່ງ, ການາດາ, ຍີ່ປຸ່ນ… ແຕ່ໃນປັດຈຸບັນອາຊີບເຮັດພາບສີຂັດມັນຢູ່ ເຕືອງບິ່ງຫຽບ ພວມຄ່ອຍໆສູນຫາຍໄປຍ້ອນກົນໄກການຕະຫຼາດ. ມີຫຼາຍຄອບຄົວຕ້ອງປະລະອາຊີບ, ບາງຮາກຖານຜະລິດໃຫຍ່ກໍ່ບໍ່ສາມາດ ຮັກສາການເຄື່ອນໄຫວໄດ້ ຍ້ອນບໍ່ມີແຫຼ່ງເງິນລົງທຶນໃນໄລຍະຍາວ ແລະ ພວມຢືນຢູ່ຄວາມສ່ຽງຖືກລົ້ມລະລາຍ. ເພື່ອຟື້ນຟູໝູ່ບ້ານອາຊີບຫັດຖະກຳນີ້ ແຂວງ ບິ່ງເຢືອງ ໄດ້ສ້າງສຳເນົາຂໍຢັ້ນຢືນອາຊີບ ເຮັດພາບສີຂັດມັນ ເຕືອງບິ່ງຫຽບ ແມ່ນມໍລະດົກວັດທະນະທຳ ບໍ່ເປັນວັດຖຸລະດັບຊາດ ແລະ ປີ 2016, ກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ ຫວຽດນາມ  ໄດ້ຢັ້ງຢືນຢ່າງເປັນທາງການ. ແລະ ກໍ່ໃນຈຸດເວລານີ້, ແຂວງ ບິ່ງເຢືອງ ໄດ້ເລີ່ມສ້າງແຜນ ອະນຸລັກຮັກສາ ແລະ ພັດທະນະທະນາໝູ່ບ້ານອາຊີບເຮັດພາບສີຂັດມັນ ເຕືອງບິ່ງຫຽບ ໂດຍບັນດາແມ່ນພະແນກຂະແໜງການຕ່າງໆ ໃນແຂວງປະຕິບັດ. ຮອດເດືອນ ພຶດສະພາ ປີ 2017 ຄະນະກຳມະການປະຊາຊົນແຂວງ ບິ່ງເຢືອງ ສືບຕໍ່ໄດ້ມອບໝາຍ ໃຫ້ນະຄອນ ຖູເຢົ່າໂໝດ ສົມທົບຄົ້ນຄວ້າແຜນອະນຸລັກຮັກສາ ແລະ ພັດທະນາໝູ່ບ້ານອາຊີບເຮັດພາບສີຂັດມັນ ເຕືອງບິ່ງຫຽບ. ພ້ອມກັນນັ້ນກໍ່ສົມທົບກັບສ້າງບັນດາລາຍການທ່ອງທ່ຽວ ໄປຢ້ຽມຊົມທັດສະນະສຶກສາ, ແນະນຳຜະລິດຕະພັນຂອງໝູ່ບ້ານອາຊີບເຮັດພາບສີຂັດມັນ ແຂວງ ບິ່ງເຢືອງ ກັບເພື່ອນມິດທັງຢູ່ພາຍໃນ ແລະ ຕ່າງປະເທດ. ທ່ານ ເຈິ່ນສີນາມ ຮອງປະທານຄະນະກຳມະການປະຊາຊົນ ນະຄອນ ຖູເຢົ່າໂໝດ ໄດ້ຢືນຢັນວ່າ:

 “ການກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ ແມ່ນຈະສົມທົບກັບສະຫະສະມາຄົມ ພາບສີຂັດມັນ ບິ່ງເຢືອງ, ໂຮງຮຽນວິຈິດສິນ ວັດທະນະທຳຊັ້ນການ ບິ່ງເຢືອງ ເພື່ອດຳເນີນເຂົ້າຮ່ວມການບຳລຸງສ້າງ ນາຍຊ່າງໃນຂົງເຂດນີ້ ເພື່ອອະນຸລັກຮັກສາ. ເຊື້ອເຊີນບັນດານັກສິລະປະການ  ສ້າງຊີວະປະຫວັດຫຍໍ້ ຂອງຜູ້ເຮັດພາບສີຂັດມັນ ເຕືອງບິ່ງຫຽບ ກ່ຽວກັບການສ້າງເປັນຮູບປະທຳ ແລະ ພັດທະນາໝູ່ບ້ານສີຂັດມັນ ເພື່ອໃຫ້ໄວໜຸ່ມເຫັນໄດ້ເຖິງຄວາມໝາຍ ແລະ ຄວາມສຳຄັນເຮັດອາຊີບເຮັດສີຂັດມັນຂອງຕົນ”.

    ເພື່ອເຮັດແນວໃດ ບໍ່ໃຫ້ໝູ່ບ້ານຖືກສູນຫາຍໄປ ແລະ ປະຊາຊົນສາມາດຫາເງິນລ້ຽງຊີບດ້ວຍອາຊີບນີ້, ກໍ່ແມ່ນຄວາມເປັນຫ່ວງເປັນໃຍ ຂອງນັກສິລະປະການລຸ້ນອາຍຸສູງ. ມີຫຼາຍຄຳຄິດເຫັນໄດ້ໃຫ້ຂໍ້ສັງເກດວ່າ, ຂໍກຸນແຈເພື່ອຊ່ວຍໃຫ້ອາຊີບເຮັດພາຍສີຂັດມັນ ເຕືອງບິ່ງຫຽບ ສືບຕໍ່ຄົງຕົວ ແລະ ຂະຫຍາຍຕົວ ກໍ່ແມ່ນການແກ້ໄຂແຜນການກ່ຽວກັບເສດຖະກິດໄດ້. ທ່ານ ເຈືອງກວາງຕິ້ງ ເຈົ້າຂອງຮາກຖານຜະລິດພາບສີຂັດມັນ ດິ້ງຮວ່າ ໃຫ້ຮູ້ວ່າ:

  “ຍົກສູງຄຸນຄ່າຂອງອາຊີບ ເຮັດພາບສີຂັດມັນກໍ່ຄືຜະລິດຕະພັນສິຂັດມັນ ເພື່ອໃຫ້ຜູ້ຄົນທັງຫຼາຍຮູ້ຈັກເຖິງ ນີ້ແມ່ນສີສັນພິເສດຂອງແຂວງ ບິ່ງເຢືອງ, ຈາກນັ້ນ ຈຶ່ງມີບັນດາຕະຫຼາດຈຳໜ່າຍຜະລິດຕະພັນຫຼາຍຂຶ້ນ. ພ້ອມກັນນັ້ນ ກໍ່ຕ້ອງສຶກສາອົບຮົມໃຫ້ແກ່ນ້ອງນັກຮຽນ ເປັນຕົ້ນແມ່ນຊັ້ນມັດທະຍົມ, ຈາກນັ້ນເພື່ອໃຫ້ພວກນ້ອງມີຄວາມເມົາມົວ, ເຊີດຊູບັນດາຊຸດຮຽນເຮັດພາບສີຂັດມັນ, ຫຼື ໂຮງຮຽນວິຈິດສິນວັດທະນະທຳຊັ້ນກາງ ບິ່ງເຢືອງ”.

 ເລື່ອງແຜນອະນຸລັກຮັກສາ ແລະ ພັດທະນາໝູ່ບ້ານອາຊີບເຮັດພາບສີຂັດມັນ ເຕືອງບິ່ງຫຽບ ໄດ້ຮັບການອະນຸມັດຜ່ານນັ້ນ ໄດ້ເປີດຄວາມຫວັງ ໃນການອະນຸລັກຮັກສາ ແລະ ພັດທະນາໃຫ້ແກ່ເຮັດພາບສີຂັດມັນ ເຕືອງບິ່ງຫຽບ. ຫວັງວ່າດ້ວຍຄວາມມານະພາຍາຍາມ ຂອງອຳນາດການປົກຄອງ ແລະ ຄວາມສຸດຈິດສຸດໃຈ ຂອງບັນດານັກສິລະປະການນັ້ນ, ອາຊີບເຮັດພາບສີຂັດມັນ ເຕືອງບິ່ງຫຽບ ຈະໄດ້ຮັບການຟື້ນຟູຊື່ສຽງໂດຍໄວ ເພື່ອປືນຕົວຂຶ້ນ ແລະ ສາມາດຢັ້ງຢືນທີ່ຕັ້ງບົດບາດຂອງຕົນ ໃນທ້ອງຕະຫຼາດ ທັງຢູ່ພາຍໃນ ແລະ ສາກົນ.  

ຕອບກັບ