ຢູ່ເມືອງອຽນເຈົາ, ແຂວງເຊີນລາ, ໃນທ່າມກາງເຂດພູຜາປ່າໄມ່ທາງທິດຕາເວັນຕົກສ່ຽງເໜືອຂອງຫວຽດນາມນັ້ນ, ມີກ້ວຍຊະນິດໜຶ່ງທີ່ຊາວເຜົ່າຜູ້ໄທມັກທີ່ສຸດ, ນັ້ນແມ່ນກ້ວຍຍວນ. ບໍ່ພຽງແຕ່ຕິດພັນກັບການດຳລົງຊີວິດຂອງພໍ່ແມ່ປະຊາຊົນເທົ່ານັ້ນ, ກ້ວຍຍວນຍັງແມ່ນອາຫານທີ່ຂາດບໍ່ໄດ້ໃນໂອກາດວັນບຸນປິໃໝ່ຫຼືວັນຕ່າງໆຂອງ ຊາວເຜົ່າຜູ້ໄທຢູ່ແຫ່ງນີ້ອີກດ້ວຍ.
ຕົ້ນກ້ວຍຍວນຖືກປູກໃນສວນຂອງລຸງ ລື່ວັນແບ້ງ |
ຕາມບັນດາຜູ້ເຖົ້າຜູ້ແກ່ຢູ່ບັນດາໝູ່ບ້ານຊາວເຜົ່າຜູ້ໄທ ອຽນເຈົາແລ້ວ, ກ້ວຍຍວນ ໄດ້ປະກົດມີຢູ່ເຂດດິນ ອຽນເຈົາ ມາແຕ່ດົນນານແລ້ວ. ພໍ່ແມ່ພີນ້ອງຢູ່ແຫ່ງນີ້ຍັງເອີ້ນ ກ້ວຍຍວນ ແມ່ນກ້ວຍປ່ຽວເພາະຕົ້ນກ້ວຍຊະນິດນີ້ ບໍ່ເຊັ່ນດຽວກັນກັບຕົ້ນກ້ວຍອື່ນ, ມັນຖືກປູກດ້ວຍແກ່ນຂອງມັນ ແລະ ເມື່ອເຕີບໂຕ ກໍບໍ່ສາມາດໃຫ້ກຳເນີດຕົ້ນກ້ວຍນ້ອຍໄດ້. ດອກກ້ວຍມີສີຂຽວຄືເຂົ້າເໝົາ, ເມື່ອໝາກສຸກແລ້ວ, ລຳຕົ້ນຈະຄ່ອຍຫ່ຽວ ແລະ ຕາຍໄປ. ເວລານັ້ນ, ແກ່ນຂອງມັນຫຼົ່ນລົງໜ້າດິນ ແລະ ພັດສືບຕໍ່ອອກໜໍ່ ກາຍເປັນຕົ້ນກ້ວຍອ່ອນໃໝ່. ລຸງ ລື່ວັນແບ້ງ ຊາວເຜົ່າຜູ້ໄທຢູ່ບ້ານນ່າວ່າ, ຕາແສງ ວຽງລ້ານ, ເມືອງອຽນເຈົາໃຫ້ຮູ້ວ່າ :
“ກ້ວຍຍວນມີຕົ້ນກຳເນີດແມ່ນຢູ່ໃນປ່າ. ໄລຍະຕໍ່ມາ, ມີບາງຄອບຄົວນຳເອົາມາປູກໃນສວນຂອງຕົນ. ມາຮອດປະຈຸບັນ, ທຸກໆຄອບຄົວຢູ່ແຫ່ງນີ້ ລ້ວນແຕ່ປູກ ກ້ວຍຍວນ ເພື່ອຮັບໃຊ້ຊີວິດປະຈຳວັນ, ງານດອງ, ພິທີເຂົ້າເຮືອນໃໝ່…ແຕ່ລະຄອບຄົວກໍມີຕົ້ນກ້ວຍຢ່າງໜ້ອຍສຸດແຕ່ 5 ຫາ 10 ຕົ້ນ ແລະ ຫຼາຍສຸດແມ່ນແຕ່ 40 ຫາ 50 ຕົ້ນ ”
ແຕ່ປາງກ່ອນ, ພໍ່ແມ່ປະຊາຊົນເຜົ່າຜູ້ໄທຢູ່ ອຽນເຈົາ ໄດ້ຮູ້ຈັກເຂົ້າໄປປ່າເອົາໜໍ່ໄມ້, ຜັກປ່າ, ກ້ວຍປ່າມາກິນ. ນັບຕັ້ງແຕ່ນັ້ນເປັນຕົ້ນມາ, ມັນໄດ້ກາຍເປັນອາຫານທີ່ຂາດບໍ່ໄດ້ຂອງຊາວບ້ານແຫ່ງນີ້ໃນງານບຸນ, ງານສົບ ແລະ ວັນບຸນຕ່າງໆ. ລຸງ ລື່ວັນແບ້ງ ຊາວເຜົ່າຜູ້ໄທຢູ່ບ້ານນ່າວ່າ, ຕາແສງ ວຽງລ້ານ, ເມືອງອຽນເຈົາໃຫ້ຮູ້ວ່າອີກວ່າ :
“ ເມື່ອມີງານດອງ, ງານສົບ, ພິທີເຂົ້າເຮືອນໃໝ່, ອາຫານທຸກໆເຍື່ອງ ເຖິງວ່າມີຊີ້ນ, ຜັກຊະນິດຕ່າງໆກໍຕາມ, ແຕ່ບໍ່ອາດຂາດເຍື່ອງແກງກ້ວຍຍວນໄດ້. ຖ້າມີໂອກາດເຂົ້າຮ້ານອາຫານຢູ່ແຫ່ງນີ້, ແກງກ້ວຍຍວນ ກໍແມ່ນເຍື່ອງອາຫານພິເສດຂອງຊາວເຜົ່າຜູ້ໄທ ”
ຍ້ອນວ່າແມ່ນເຍື່ອງອາຫານທີ່ໄດ້ຮັບຄວາມນິຍົມບໍລິໂພກຈາກ ຊາວເຜົ່າຜູ້ໄທ, ດັ່ງນັ້ນຊາວບ້ານໄດ້ເຂົ້າໄປປ່າ ຊອກຫາ, ຂຸດເອົາຕົ້ນກ້ວຍອ່ອນມາປູກໃນສວນຂອງຕົນ. ເພື່ອປຸງແຕ່ງແກງກ້ວຍທີ່ແຊບນັ້ນ, ແມ່ນຕ້ອງຮູ້ຈັກວິທີປຸງແຕ່ງກັບວັດຖຸດິບ, ເຄື່ອງຫອມຕ່າງໆ. ລຸງ ລື່ວັນແບ້ງ ໃຫ້ຮູ້ວ່າ :
“ ເມືອ່ຕົ້ມແກງຍວນ, ກ່ອນອື່ນໝົດ, ຕ້ອງຕັດຊອຍກ້ວຍເປັນຕອນພໍດີ, ບໍ່ນ້ອຍ ກໍບໍ່ໃຫຍ່. ເມື່ອຈັດງານດອງ, ງານສົບ, ເວລານັ້ນເຮົາມີຊີ້ນຄວາຍ, ຊີ້ນງົວ, ຊີ້ີນໝູ, ເຮົາກໍເອົາກ້ວຍຕົ້ມກັບຊີ້ນງົວ, ຊີ້ນຄວາຍຈຶ່ງແຊບ. ເພື່ອປຸງແຕ່ງແກງກ້ວຍຍວນ ໃຫ້ແຊບນັ້ນ, ທີ 1 ແມ່ນຕ້ອງຕົ້ມເປັນເວລານານ. ທີ 2 ຕ້ອງໃສ່ໃບໝາກຂາມຫຼືໝາກຂາມສົ້ມອີກດ້ວຍ. ”
ບໍ່ພຽງແຕ່ພໍ່ແມ່ພີນ້ອງຊາວເຜົ່າຜູ້ໄທຢູ່ບັນດາໝູ່ບ້ານ ອຽນເຈົາ ມັກກິນ ກ້ວຍຍວນເທົ່ານັ້ນ, ຫາກຍັງມີບັນດາຜູ້ເຖົ້າ, ຜູ້ແກ່ຕະຫຼອດຮອດເດັກນ້ອຍຢູ່ແຫ່ງນີ້ມັກກິນອີກດ້ວຍ. ໃນຄວາມຫຼາກຫຼາຍ, ອຸດົມສົມບຸນທາງດ້ານອາຫານການກິນໃນປະຈຸບັນ, ແກງກ້ວຍຍວນຍັງຄົງແມ່ນໜຶ່ງໃນບັນດາເຍື່ອງອາຫານທີ່ຂາດບໍ່ໄດ້ໃນພາເຂົ້າຂອງ ຊາວເຜົ່າຜູ້ໄທ. ບໍ່ພຽງແຕ່ເຊັ່ນນັ້ນ, ແກງກ້ວຍຍວນໃນປະຈຸບັນ ຍັງມີໃນລາຍການອາຫານຢູ່ພັດຕະຄານຕ່າງໆ ແນໃສ່ແນະນຳໃຫ້ແຂກທ່ອງທ່ຽວກ່ຽວກັບລົດຊາດອາຫານຂອງຊາວເຜົ່າຜູ້ໄທ. ປ້າ ລໍ່ທິມົນ ຢູ່ບ້ານ ຕຸມ, ຕາແສງ ຈຽງຄອຍ, ເມືອງອຽນເຈົາ ໃຫ້ຮູ້ວ່າ :
“ ສຳລັບຊາວເຜົ່າຜູ້ໄທຢູ່ອຽນເຈົາແລ້ວ, ເມື່ອເວົ້າກ່ຽວກັບຕົ້ນກ້ວຍຍວນ, ໃນ ເມື່ອມີງານດອງ, ງານສົບ, ພິທີເຂົ້າເຮືອນໃໝ່, ຖ້າຫາກບໍ່ມີກ້ວຍຍວນ ກໍຖືວ່າບໍ່ມີຄວາມມ່ວນຊື່ນ. ເຖິງວ່າມີຄວາມຂ້ອງຄາໃນງານດອງ, ງານສົບກໍຕາມ, ແຕ່ກໍຕ້ອງປຸງແຕ່ງເຍື່ອງອາຫານແກງກ້ວຍຍວນ ຍ້ອນວ່າທຸກໆຄົນຕ່າງກໍມັກກິນ, ບໍ່ວ່າແມ່ນຊາວເຜົ່າກິງຫຼືເຜົ່າຜູ້ໄທ ”
ຖ້າຫາກນັກທ່ອງທ່ຽວມີໂອກາດມາຢ້ຽມຢາມອຽນເຈົາ, ຢາລືມຊິມລົດຊາດພິເສດຂອງ ແກງກ້ວຍຍວນອຽນເຈົາ ຊຶ່ງແມ່ນເຍື່ອງອາຫານຕິດພັນກັບຊີວິດຂອງປະຊາຊົນເຂດພູສູງແຫ່ງນີ້.