4 ທົດສະວັດ ແຫ່ງການບູລະນະປະຕິສັງຂອນ ເຈດີສະຖານ ໝີເຊີນ

Thu Hoa
Chia sẻ
(VOVWORLD) -ກ່ອນນີ້ 20 ປີ, ເຂດເຈດີສະຖານ ໝີເຊີນ ໃນແຂວງ ກວ໋າງນາມ ໄດ້ຮັບການຮັບ ຮອງຈາກອົງການ Unesco ວ່າແມ່ນມໍລະດົກວັດທະນະທຳໂລກ. ກ່ອນໜ້ານັ້ນ, ກຸ່ມປູຊະນີຍະສະຖານນີ້ ກໍ່ຍັງໄດ້ຮັບການຊ່ວຍໜູນຈາກບັນດາອົງການສາກົນ ແລະ ໄດ້ມີຜູ້ຊ່ຽວຊານທັງຢູ່ພາຍໃນ ແລະ ຕ່າງປະເທດນັບຮ້ອຍຄົນໄດ້ມາຄົ້ນຄວ້າ ຊ່ວຍໜູນແກ່ການບູລະນະປະຕິສັງຂອນ. ມາຮອດປັດຈຸບັນມີທາດເຈດີຫຼາຍກຸ່ມ ໄດ້ຮັບການບູລະນະປະຕິສັງຂອນເກືອບເໝືອນເດີມ
4 ທົດສະວັດ ແຫ່ງການບູລະນະປະຕິສັງຂອນ ເຈດີສະຖານ ໝີເຊີນ  - ảnh 1ເຂດເຈດີສະຖານ ໝີເຊີນ 

ເຂດເຈດີສະຖານ ໝີເຊີນ ຂຶ້ນກັບເມືອງ ຢຸຍຊວຽນ ແຂວງ ກວ໋າງນາມ ໄດ້ເລີ່ມບູລະນະປະຕິສັງຂອນ ນັບແຕ່ຊຸມປີຕົ້ນທົດສະວັດ 80 ຂອງສະຕະວັດກ່ອນ. ໂຄງການຮ່ວມມືລະຫວ່າງ ຫວຽດນາມ - ໂປໂລຍ ກ່ຽວກັບການບູລະນະປະຕິສັງຂອນປູຊະນີຍະສະຖານ ເຊິ່ງມີການເຂົ້ົ້ົົົ້າຮ່ວມຂອງສູນອະນຸລັກ, ບູລະນະປະຕິສັງຂອນປູຊະນີຍະສະຖານຂັ້ນສູນກາງ (ປັດຈຸບັນແມ່ນສະຖາບັນອະນຸລັກປູຊະນີຍະສະຖານ) ໄດ້ມີບັນດາການປະກອບສ່ວນທີ່ສຳຄັນເຂົ້າໃນການຮັກສາມໍລະດົກສະຖາປັດຕະຍາກຳນີ້. ມີທາດເຈດີຫຼາຍແຫ່ງຢູ່ ໝີເຊີນ ໄດ້ຮັບການບູລະນະປະຕິສັງຂອນ. ບັນດາຫຼັກການ ແລະ ວິທີແກ້ໄຂທາງດ້ານເຕັກນິກໃນເບື້ອງຕົ້ນນີ້ ໄດ້ປະກອບສ່ວນສຳຄັນເຂົ້າໃນກິດຈະການຮັກສາມໍລະດົກ ສະຖາປັດຕະຍາກຳເຜົ່າຈຳ, ປະກອບສ່ວນເພື່ອໃຫ້ ໝີເຊີນ ກາຍເປັນມໍລະດົກວັດທະນະທຳຂອງໂລກ.

        ໄລຍະແຕ່ປີ 1997 ຫາ ປີ 2000, ບັນດານັກຊ່ຽວຊານ ອີຕາລີ ໄດ້ສຳຫຼວດຕົວຈິງ ພິເສດແມ່ນມີການຄົ້ນຄວ້າ ຄົ້ນຫາກ່ຽວກັບດິນຈີ່, ທາດຕິດຈອດ ແລະ ເຕັກນິກການກໍ່ສ້າງທາດຈຳ. ບົນພື້ນຖານໝາກຜົນແຫ່ງການຄົ້ນຄວ້ານີ້, ລັດຖະບານ ອີຕາລີ ໄດ້ຊ່ວຍເຫຼືອຄ່າໃຊ້ຈ່າຍ ດ້ວຍການປົກປ້ອງຂອງອົງການ Unesco, ຜັນຂະຫຍາຍໂຄງການ “ປົກປັກຮັກສາມໍລະດົກໂລກ ໝີເຊີນ - ບັນລະຍາຍ ແລະ ຝຶກອົບຮົມນຳໃຊ້ບັນດາມາດຖານສາກົນໃນການບູລະນະປະຕິສັງຂອນຢູ່ກຸ່ມທາດ G - ເຂດເຈດີສະຖານ ໝີເຊີນ”. ພ້ອມກັບການຄົ້ນຄວ້າ ແລະ ການຄົ້ນພົບບູຮານຄະດີ ໃນເນື້ອທີ່ກວ່າ 1.800 ຕາແມັດ, ມີວັດຖຸບູຮານກວ່າ 3.000 ຢ່າງໄດ້ຖືກສະຖີຕິ, ຈັດປະເພດ, ບັນດາສະຖາປັດຕະຍາກຳທີ່ຊຸດໂຊມລົງໃນກຸ່ມທາດ G ທີ່ເຂດເຈດີສະຖານ ໝີເຊີນ ໄດ້ຮັບການປະຕິສັງຂອນໃຫ້ໝັ້ນຄົງ.   ແຕ່ປີ 2011 ຫາ 2015 ສະຖານບັນອະນຸລັກປູຊະນີຍະສະຖານ ໄດ້ຜັນຂະຫບາຍໂຄງການບູລະນະປະຕິສັງຂອນທາດ E7 ເຊິ່ງແມ່ນໜຶ່ງໃນບັນດາສະຖາປັດຕະຍາກຳ Kosagrha ທີ່ມີຫຼັງຄາຮູບໂຄ້ງເໝືອນເດີມ ກ່ຽວກັບຮູບຮ່າງສະຖາປັດຕະຍາກຳທີ່ຂຶ້ນກັບເຂດເຈດີສະຖານ ໝີເຊີນ. ທ່ານ ເລວັນມິງ ນັກຄົ້ນຄວ້າບູຮານຄະດີ ໃຫ້ຮູ້ວ່າ:

     “ໝາກຜົນທີ່ໄດ້ໃນ 40 ປີທີ່ຜ່ານມາຢູ່ ໝີເຊິນ ແມ່ນຕ້ອງເວົ້າເຖິງໄລຍະ 10 ປີທຳອິດຢ່າງຕໍ່ເນື່ອງຄືແຕ່ປີ 1980 ຫາ 1990, ນີ້ແມ່ນໄລຍະທີ່ໄດ້ສາມາດກອບກູ້ເອົາປູຊະນີຍະສະຖານຫຼາຍທີ່ສຸດ. ໄລຍະຕໍ່ມາ, ຍ້ອນມີຄວາມສາມາດທາງດ້ານການເງິນ ແລະ ເຕັກນິກດີກວ່າ, ດັ່ງນັ້ນ ວຽກງານບູລະນະປະຕິສັງຂອນຢູ່ເຂດເຈດີສະຖານໝີເຊີນ ແມ່ນໄດ້ຮັບການປະຕິບັດຢ່າງມີແບບແຜນດີກວ່າ”.

      ທ່ານ ຟານໂຫະ ຫົວໜ້າຄະນະຄຸ້ມຄອງມໍລະດົກວັດທະນະທຳໝີເຊີນ ໃຫ້ຮູ້ວ່າ, ໂດຍພື້ນຖານແລ້ວ ບັນດາທັດສະນະ ແລະ ການກຳນົດທິດອະນຸລັກບູລະນະປະຕິສັງຂອນ ບັນດາປູຊະນີຍະສະຖານຢູ່ ໝີເຊີນ ໄດ້ຖືກນຳໃຊ້ນັບແຕ່ໄລຍະກ່ອນນີ້, ແລະ ຍັງຄົງເປັນເອກະພາບກັນ ແລະ ສືບຕໍ່ປະຕິບັດໃນໄລຍະປັດຈຸບັນ. ທ່ານ ຟານໂຫະ ເວົ້າວ່າ:

     “ພາຍຫຼັງທີ່ໄດ້ຮັບຮອງແມ່ນມໍລະດົກວັດທະນະທຳໂລກ, ໝີເຊີນ ໄດ້ປ່ຽນແປງຢ່າງ ຫຼວງຫຼາຍ. ກ່ອນອື່ນໝົດແມ່ນໄດ້ປົກປັກຮັກສາ ຕາມເນື້ອໃຈຈິດໃຈຂອງສົນທິສັນຍາສາກົນ ແລະ ກົດໝາຍວ່າດ້ວຍມໍລະດົກ ຫວຽດນາມ. ທີສອງແມ່ນສາມາດດຶງດູດຄວາມສົນໃຈ ຂອງບັນດານັກຄົ້ນຄວ້າ, ນັກວິທະຍາສາດ, ບັນດາອົງຈັດຕັ້ງສາກົນ ແລະ ອົງການຢູ່ພາຍໃນປະເທດ ໃນການຄົ້ນຄວ້າ, ຮັກສາ, ບູລະນະປະຕິສັງຂອນ, ຟື້ນຟູປູຊະນີຍະສະຖານ, ອັນໄດ້ດຶງດູດຄວາມສົນໃຈຂອງແຂກທ່ອງທ່ຽວທັງຫຼາຍ”.

      ໃນຈຳນວນບັນດາໂຄງການ ໂດຍລັດຖະບານປະເທດຕ່າງໆ,  ບັນດາອົງການຈັດຕັ້ງສາກົນຊ່ວຍໜູນນັ້ນ, ມີບາງໂຄງການໃຫຍ່ຄື: ໂຄງການກໍ່ສ້າງຫໍວາງສະແດງ, ການຄົ້ນຄວ້າແນະນຳ ໝີເຊີນ ໂດຍອົງການ JICA ຂອງ ຍີ່ປຸ່ນ ອຸປະຖຳ; ໂຄງການບູລະນະປະຕິສັງຂອນກຸ່ມທາດ G ຂຶ້ນກັບໂຄງການຮ່ວມມືສາມຝ່າຍໂດຍລັດຖະບານ ອີຕາລີ, ອົງການ Unesco  ແລະ ຫວຽດນາມ ລົງທຶນ ແລະ ໂຄງການອະນຸລັກບູລະນະປະຕິສັງຂອນ ມໍລະດົກວັດທະນະທຳໂລກ-ເຂດປູຊະນີຍະສະຖານ ໝີເຊີນ ໂດຍລັດຖະບານ ອິນເດຍ ຊ່ວຍໜູນ. ທ່ານ ຫວຽນແທັງຮົ່ງ ຫົວໜ້າພະແນກວັດທະນະທຳ ກິລາ ແລະ ທ່ອງທ່ຽວ ແຂວງ ກວ໋າງນາມ ໃຫ້ຮູ້ວ່າ:

     “ການບູລະນະປະຕິສັງຂອນ, ພ້ອມທັງຂຸດຄົ້ນບັນດາຄຸນຄ່າແບບຍືນຍົງ ເພື່ອພັດທະນາການທ່ອງທ່ຽວ, ການສ້າງບັນດາແຜນການເພື່ອພັດທະນາການທ່ອງທ່ຽວ ຮຽກຮ້ອງການລົງທຶນ. ບາງເທື່ອພວກຂ້າພະເຈົ້າພວມມຸ່ງໄປສູ່ ຮຽກຮ້ອງການລົງທຶນຂອງບັນດາວິສາຫະກິດ, ບັນດາບໍລິສັດທ່ອງທ່ຽວ, ບັນດານັກລົງທຶນເອກະຊົນ ເຂົ້າໃນການຮ່ວມມື ເພື່ອລົງທຶນຂຸດຄົ້ນການທ່ອງທ່ຽວແບບຍືນຍົງ ຢູ່ບັນດາເຂດເຊື່ອມຕໍ່ກັບມໍລະດົກ”

      ມີກວ່າ 70 ກິດຈະກຳ ສະຖາປັດຕະຍາກຳທີ່ໄດ້ຊຸດໂຊມ, ດັ່ງນັ້ນການບູລະນະປະຕິສັງຂອນປູຊະນີຍະສະຖານ ໝີເຊີນ ໃນແຂວງ ກວ໋າງນາມ ແມ່ນພຽງແຕ່ຢູ່ໃນໄລຍະເລີ່ມຕົ້ນເທົ່ານັ້ນ. ໃນອະນາຄົດກໍ່ຍັງມີວຽກງານຫຼາຍຢ່າງ ທີ່ຈະຕ້ອງເຮັດສຳລັບມໍລະດົກວັດທະນະທຳໂລກ ໝີເຊີນ, ໃນນັ້ນການບູລະນະປະຕິສັງຂອນປູຊະນີຍະສະຖານ ແລະ ການຄົ້ນຄວ້າບູຮານຄະດີ ກໍ່ແມ່ນບາດກ້າວເດີນທີ່ບໍ່ອາດຂາດໄດ້ ແລະ ໄປຄຽງຄູ່ກັບການບູລະນະປະຕິສັງຂອນ ບັນດາກິດຈະກຳສະຖາປັດຕະຍາກຳໃນເຂດເຈດີສະຖານ ໝີເຊີນນີ້.

ຕອບກັບ