ທະ​ຫານ​ອາ​ສາ​ສະ​ໝັກ ແລະ ນັກ​ຊ່ຽວ​ຊານ ຫວຽດ​ນາມ​ ຊ່ວຍ​ ລາວ: ສັນ​ຍາ​ລັກ​ແຫ່ງ​ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ຫວຽດ​ນາມ - ລາວ

Chia sẻ
(VOVWORLD) -    ວັນທີ 30 ຕຸລາ, ແມ່ນວັນສະເຫຼີມສະຫຼອງ 74 ປີ ແຫ່ງວັນມູນເຊື້ອທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ຊ່ວຍ ລາວ (30/10/1949 – 30/10/2023).

ທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ໄດ້ປະກອບສ່ວນຢ່າງໃຫຍ່ຫຼວງ ແລະ ປະຕິບັດສຳເລັດໜ້າທີ່ ພ້ອມກັບກອງທັບ ແລະ ປະຊາຊົນ ລາວ ຍາດເອົາໄຊຊະນະໃນບັ້ນຕໍ່ຕ້ານຕ້ານລ່າເມືອງຂຶ້ນຝລັ່ງ ແລະ ຈັກກະພັດ ອາເມລິກາ (1945 – 1975). ຜ່ານສົງຄາມ 2 ຄັ້ງດັ່ງກ່າວ, ມີພະນັກງານ, ນັກຮົບ ເຊິ່ງເປັນທະຫານອາສາສະໝັກ  ແລະ ນັກຊ່ຽວຊານ ຫວຽດນາມ ນັບໝື່ນຄົນໄດ້ເສຍສະຫຼະຊີວິດຢູ່ສະໜາມຮົບລາວ. ໂດຍຮັບຮູ້ການອຸທິດສ່ວນ, ການເສຍສະຫຼະ ແລະ ການຊ່ວຍເຫຼືອອັນຍິ່ງໃຫຍ່ຂອງທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ຢູ່ ລາວ, ທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ, ຢັ້ງຢືນວ່າ: 

        “ພັກ, ລັດ, ກອງທັບ ແລະ ປະຊາຊົນ ລາວ ຂໍຈົດຈຳ ແລະ ຈາລຶກຢູ່ສະເໝີ ແລະ ຮັບຮູ້ຢ່າງເລິກເຊິ່ງວ່າ ທຸກໄຊຊະນະໃນແນວຄິດປະຕິວັດເພື່ອປົດປ່ອຍຊາດ ລາວ ໃນເມື່ອກ່ອນ ກໍຄືແນວຄິດປົກປັກຮັກສາ ແລະ ສ້າງສາ ແລະ ພັດທະນາປະເທດຊາດ ໃນປັດຈຸບັນ ລ້ວນແຕ່ໄດ້ຕິດພັນກັບການຊ່ວຍເຫຼືອອັນລ້ຳຄ່າ, ໃຫຍ່ຫຼວງ ແລະ ມີປະສິດທິຜົນຈາກສະຫາຍ ຫວຽດນາມ”.

ການເສຍສະຫຼະອັນໃຫຍ່ຫຼວງ ແລະ ບັນດາວິລະກຳຂອງທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ໄດ້ສ້າງອາລົມຈິດຄວາມຮັກແພງອັນດີງາມຫຼາຍຢ່າງ ແລະ ການນຳ, ປະຊາຊົນ ລາວ ຍາມໃດກໍຈົດຈຳ, ຈາລຶກ ແລະ ຖືນັ້ນເປັນສັນຍາລັກອຳມະຕະຂອງການພົວພັນອັນບໍລິສຸດຜຸດຜ່ອງ, ມີໜຶ່ງດຽວໃນໂລກ ລະຫວ່າງສອງປະເທດ ລາວ - ຫວຽດນາມ”.

ເຈິ່ນຕວັນ, ໂຮ່ຫາຍ - ນັກຂ່າວ VOV ປະຈຳ ລາວ

ຕອບກັບ