ຕອນຄຳ່ວັນທີ 8/4, ຢູ່ຮ່າໂນ້ຍ, ສະຖານທູດ ສປປ. ລາວ ປະຈຳ ຫວຽດນາມ ໄດ້ຈັດຕັ້ງພິທີຕ້ອນຮັບບຸນປີໃໝ່ (ພສ 2559). ເຂົ້າຮ່ວມພິທີມີທ່ານ ດິງເທ໋ຮີງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາສູນກາງພັກ, ທ່ານນາງ ຕ່ອງທິຟ໋ອງ, ກຳມະການກົມການເມືອງ, ຮອງປະທານສະພາແຫ່ງຊາດ, ທ່ານ ຟ້າມບີ່ງມິງ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ, ທ່ານນາງ ດັ້ງທິງອກທິ້ງ, ກຳມະການສູນກາງພັກ, ຮອງປະທານປະເທດ, ບັນດາພະນັກງານອາສຸໂສ, ທະຫານອາສາສະໝັກ ແລະ ນັກຊ່ຽວຊານການທະຫານ ຫວຽດນາມ ໄດ້ຊ່ວຍເຫຼືອການປະຕິວັດລາວ, ຜູ້ຕາງໜ້າບັນດາກະຊວງ, ຄະນະ, ຂະແໜງການ, ບັນດາອົງການຈັດຕັ້ງມະຫາຊົນຂັ້ນ ສູນກາງ ແລະ ທ້ອງຖິ່ນຂອງ ຫວຽດນາມ ເປັນຈຳນວນຫລວງຫລາຍ.
![ສະຖານທູດລາວປະຈຳຫວຽດນາມຈັດຕັ້ງພິທີຕ້ອນຮັບປີໃໝ່ພສ2559 - ảnh 1](https://photo-cms-vovworld.zadn.vn/w500/uploaded/vovworld/bcgmbuiq/2016_04_09/1.jpg) |
![ສະຖານທູດລາວປະຈຳຫວຽດນາມຈັດຕັ້ງພິທີຕ້ອນຮັບປີໃໝ່ພສ2559 - ảnh 2](https://photo-cms-vovworld.zadn.vn/w500/uploaded/vovworld/bcgmbuiq/2016_04_09/2.jpg)
ທ່ານ ທອງສະຫວັນ ພົມວິຫານ, ເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ກ່າວຄຳເຫັນໄຂພິທີ ແລະ ອວຍພອນປີໃໝ່ເຖິງບັນດາພະນັກງານ, ນັກສຶກສາ ລາວ ທີ່ພວມຮ່ຳຮຽນຢູ່ ສສ ຫວຽດາມ
![ສະຖານທູດລາວປະຈຳຫວຽດນາມຈັດຕັ້ງພິທີຕ້ອນຮັບປີໃໝ່ພສ2559 - ảnh 3](https://photo-cms-vovworld.zadn.vn/w500/uploaded/vovworld/bcgmbuiq/2016_04_09/3_copy.jpg)
ຕາງໜ້າພັກ, ລັດ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ, ທ່ານນາງ ຕ່ອງທິຟ໋ອງ, ກຳມະການກົມການເມືອງ, ຮອງປະທານສະພາແຫ່ງຊາດ ຫວຽດນາມ ໄດ້ສົ່ງຄຳອວຍພອນປີໃໝ່ອັນດີງາມເຖິງການນຳພັກ, ລັດ, ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ
|
![ສະຖານທູດລາວປະຈຳຫວຽດນາມຈັດຕັ້ງພິທີຕ້ອນຮັບປີໃໝ່ພສ2559 - ảnh 5](https://photo-cms-vovworld.zadn.vn/w500/uploaded/vovworld/bcgmbuiq/2016_04_09/5.jpg)
ບັນດາແຂກຜູ້ມີກຽດເຂົ້າຮ່ວມພິທີບາສີສູ່ຂວັນ
|
![ສະຖານທູດລາວປະຈຳຫວຽດນາມຈັດຕັ້ງພິທີຕ້ອນຮັບປີໃໝ່ພສ2559 - ảnh 9](https://photo-cms-vovworld.zadn.vn/w500/uploaded/vovworld/bcgmbuiq/2016_04_09/9.jpg)
ລາຍການຟ້ອນລຳທຳເພງຂອງນັກສຶກສາລາວ ເພື່ອອວຍພອນປີໃໝ່
|
![ສະຖານທູດລາວປະຈຳຫວຽດນາມຈັດຕັ້ງພິທີຕ້ອນຮັບປີໃໝ່ພສ2559 - ảnh 10](https://photo-cms-vovworld.zadn.vn/w500/uploaded/vovworld/bcgmbuiq/2016_04_09/10.jpg)
ບັນດາພະນັກງານຜູ້ອາວຸໂສ ຫວຽດນາມ ຂັບຮ້ອງບັນດາບົດເພງແຫ່ງຄວາມສາມັກຄີມິດຕະພາບ ຫວຽດນາມ - ລາວ
|
![ສະຖານທູດລາວປະຈຳຫວຽດນາມຈັດຕັ້ງພິທີຕ້ອນຮັບປີໃໝ່ພສ2559 - ảnh 11](https://photo-cms-vovworld.zadn.vn/w500/uploaded/vovworld/bcgmbuiq/2016_04_09/12.jpg)
ຮອບລຳວົງແຫ່ງຄວາມສາມັກຄີ ຫວຽດນາມ - ລາວ
|
|