ບ້ານຜະລິດເຄື່ອງປັ້ນດິນເຜົາ ບ໋າດຈ່າງ ຂຶ້ນກັບເມືອງ ຢາເລີມ ເຊິ່ງຫ່າງໄກຈາກໃຈກາງນະຄອນຫລວງ ຮ່າໂນ້ຍ ໄປທາງທິດຕາເວັນອອກສ່ຽງໃຕ້ ປະມານ 10 ກ່ວາ ກມ. ປະຈຸບັນບ້ານຜະລິດເຄື່ອງປັ້ນດິນເຜົາ ບ໋າດຈ່າງ ຍັງຍືນຍົງຄົງຕົວ ແລະ ກາຍເປັນ ຈຸດວັດທະນະທຳທີ່ ເປັນເອກະລັກສະເພາະທີ່ເຕັມໄປດ້ວຍສີສັນວັດທະນະທຳຂອງຊາດ. ອາຊີບຜະລິດເຄື່ອງປັ້ນດິນເຜົາ ບໍ່ພຽງແຕ່ນຳມາໃຫ້ ແຫຼ່ງລາຍຮັບປານກາງເທົ່ານັ້ນ ຫາກຍັງເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນທີ່ນີ້ເປັນປົກກະຕິອີກດ້ວຍ. ປະກອບສ່ວນສຳຄັນໃນການໂຄສະນາເຜີຍແຜ່ຄວາມງາມວັດທະນະທຳທີ່ເປັນມູນເຊື້ອຂອງປະເທດເວົ້າລວມ ແລະ ຊາວ ຮ່າໂນ້ຍ ເວົ້າສະເພາະກັບເພື່ອນມິດສາກົນ. ປະຈຸບັນໄວໜຸ່ມມາຢ້ຽມຊົມ ບ໋າດຈ່າງ ສາມາດເຂົ້າຮ່ວມເຮັດການເຄື່ອງປັ້ນດິນເຜົາ ນອກນັ້ນ ພວກຂ້າພະເຈົ້າ ກໍ່ສາມາດຢ້ຽມຊົມຕະຫລາດ ບ້ານເຄື່ອງປັ້ນດິນເຜົາ ບ໋າດຈ່າງ Từ khóa: vov vovworld. ເຄື່ອງປັ້ນດິນເຜົາ