ໂດຍຫ່າງຈາກໃຈກາງນະຄອນ ຮ່າໂນ້ຍ ໄປທາງທິດຕາເວັນຕົກປະມານ 50 ກມ, ແມ່ນຈະໄປຮອດບ້ານເກົ່າ ເດື່ອງເລີມ ທີ່ຂຶ້ນກັບເທດສະບານ ເຊີນໄຕ ຮ່າໂນ້ຍ. ບ້ານເກົ່າ ເດື່ອງເລີມ ແມ່ນສະຖານທີ່ທ່ອງທ່ຽວ ທີ່ຕິດກັບພູ ບາວີ ແລະ ໃກ້ກັບແມ່ນ້ຳຕ່າງໆຄື: ແມ່ນ້ຳແດງ, ແມ່ນ້ຳດ່າ, ແມ່ນ້ຳໄດ໋. ບ້ານເກົ່າ ເດື່ອງເລີມ ມີທິວທັດທຳມະຊາດທີ່ສວຍສົດງົດງາມຂອງເຂດພູພຽງ. ນີ້ແມ່ນບ້ານທີ່ຍັງຮັກສາໂຄງປະກອບ ແລະ ແບບແຜນດຳເນີນຊີວິດຂອງບ້ານເກົ່າຫວຽດນາມໄວ້ໄດ້. ບ້ານເກົ່າ ເດື່ອງເລິມຍັງຖືວ່າ ແມ່ນຫໍພິພິທະພັນທີ່ຮັກສາບັນດາປູຊະນີຍະຖານປະຫວັດສາດວັດທະນະທຳທີ່ມີຄູນຄ່າ ແລະ ມີມານັບພັນປີ. ຄຽງຂ້າງນັ້ນ ບັນດາເຮືອນເກົ່າຢູ່ ເດື່ອງເລີມ ດ້ວຍລີງລາຍສະຖາປັດຕະຍະກ່ຳທີ່ເກົ່າແກ່ຈາກສະຕະວັດ 17 – 18 ພ້ອມກັບຮີດຄອງປະເພນີເຊື່ອຖື ໄດ້ຮັບການຮັກສາໂດຍຜ່ານຫລາຍລຸ້ນ. ປະຕູບ້ານເດື່ອງເລີມ ຝາດິນ ສາລາໝູ່ບ້ານ ດິງຟຸ ໄດ້ຮັບການກໍ່ສ້າງປີ 1684 ວັດເມື໋ຍ Từ khóa: vov vovworld ເດື່ອງເລີມ