ບັນດາສະຖານທີ່ທ່ອງທ່ຽວໂດ່ງດັງຂອງບາງປະເທດອາຊຽນ
ທ່ອງທ່ຽວແມ່ນໜຶ່ງໃນບັນດາຂະແໜງເສດຖະກິດປາຍແຫຼມ, ປະກອບສ່ວນພໍສົມຄວນເຂົ້າໃນ GDP ຂອງກຸ່ມ ອາຊຽນ ແລະ ສ້າງວຽກເຮັດງານທຳໃຫ້ປະຊາຊົນນັບລ້ານຄົນຂອງ 10 ປະເທດສະມາຊິກ.
ໃນຊຸມປີມໍ່ໆມານີ້, ທ່ອງທ່ຽວແມ່ນໜຶ່ງໃນບັນດາຂະແໜງເສດຖະກິດປາຍແຫຼມ, ປະກອບສ່ວນພໍສົມຄວນເຂົ້າໃນ GDP ຂອງກຸ່ມ ອາຊຽນ ແລະ ສ້າງວຽກເຮັດງານທຳໃຫ້ປະຊາຊົນນັບລ້ານຄົນຂອງ 10 ປະເທດສະມາຊິກ. ອາຊຽນມີທັດສະນີຍະພາບ 36 ແຫ່ງທີ່ໄດ້ຮັບການຮັບຮອງຈາກ UNESCO ວ່າແມ່ນມໍລະດົກວັດທະນະທຳໂລກ, ໃນປີ 2014, ໄດ້ແຂກທ່ອງທ່ຽວສາກົນ 97,2 ລ້ານເທື່ອຄົນເລືອກເຟັ້ນ ອາຊຽນ ເປັນສະຖານທີ່ທ່ອງທ່ຽວຂອງຕົນ. ໃນນັ້ນແຂກທ່ອງທ່ຽວພາຍໃນກຸ່ມ ອາຊຽນ ກວມກ່ວາເຄິ່ງໜຶ່ງ. ຈົ່ງພ້ອມກັບພວກຂ້າພະເຈົ້າລວບລວມບັນດາສະຖານທີ່ທ່ອງທ່ຽວທີ່ດຶງດູດຢູ່ບາງປະເທດສະມາຊິກ ອາຊຽນຄື: ໄທ, ລາວ, ກຳປູເຈຍ ແລະ ອິນໂດເນເຊຍ.
ທັດສະນີຍະພາບຢູ່ໄທ
![ບັນດາສະຖານທີ່ທ່ອງທ່ຽວໂດ່ງດັງຂອງບາງປະເທດອາຊຽນ - ảnh 1](https://photo-cms-vovworld.zadn.vn/w500/uploaded/vovworld/bcgmbuiq/2015_02_13/thai lan 1_copy_copy.jpg) |
ວັດ Phra Kaew ແມ່ນວັດແຫ່ງໃຫຍ່ທີ່ສຸດຢູ່ ບາງກອກ ແລະ ແມ່ນວັດແຫ່ງໂດ່ງດັ່ງທີ່ສຸດຢູ່ ໄທ, ຕັ້ງຢູ່ເມືອງ ພຣາ ນະຄອນ, ບາງກອກ, ໃນບໍລິເວນພາລາດຊະວັງລາຊະອານາຈັກ ໄທ. ວັດແຫ່ງນີ້ມີສະຖາປັດຕະຍາກຳງາມທີ່ສຸດ, ດ້ວຍພະພຸດທະຮູບດ້ວຍເພັດ, ໜຶ່ງໃນບັນດາສັນຍາລັກສັກກະລະບູຊາທີ່ສຸດຂອງໄທ. |
![ບັນດາສະຖານທີ່ທ່ອງທ່ຽວໂດ່ງດັງຂອງບາງປະເທດອາຊຽນ - ảnh 2](https://photo-cms-vovworld.zadn.vn/w500/uploaded/vovworld/bcgmbuiq/2015_02_13/thai lan 2_copy.jpg) |
ເກາະ ຟູເກດ - ເພັດມະນີຂອງໄທ: ຟູເກດແມ່ນໜຶ່ງໃນບັນດາເກາະທີ່ໂດ່ງດັງຫຼາຍ ອາຊີ. ທຳມະຊາດໄດ້ດົນບັນດານໃຫ້ ຟູເກດ ບັນດາທັດສະນີຍະພາບທີ່ສວຍງາມ, ດ້ວຍອ່າວ ແລະ ເກາະທີ່ໃຫຍ່ໂຕໂອໂຖງຫຼາຍແຫ່ງ, ບັນດາຫາດຊາຍທະເລຂາວສະອາດ. ຟູເກດຍັງດຶງດູດແຂກທ່ອງທ່ຽວດ້ວຍສະຖາປັດຕະຍາກຳທີ່ເປັນເອກະລັກສະເພາະທີ່ສວຍງາມ. |
![ບັນດາສະຖານທີ່ທ່ອງທ່ຽວໂດ່ງດັງຂອງບາງປະເທດອາຊຽນ - ảnh 3](https://photo-cms-vovworld.zadn.vn/w500/uploaded/vovworld/bcgmbuiq/2015_02_13/thai lan 3_copy.jpg) |
ຫາດຊາຍທະເລ ປັດຕາຢາ: ປັດຕາຢາ ຂຶ້ນກັບແຂວງ ຈັນບູຣີ, ຫ່າງຈາກນະຄອນຫຼວງ ບາງກອກ ໄປທາງທິດຕາເວັນອອກສ່ຽງໃຕ້ປະມານ 165 ກມ, ແມ່ນໜຶ່ງໃນບັນດາຫາດຊາຍທະເລໂດ່ງດັ່ງທີ່ສຸດຂອງໂທ. ນີ້ແມ່ນບ່ອນທີ່ຂາດບໍ່ໄດ້ໃນລາຍການທ່ອງທ່ຽວໄທ. ຫາດຊາຍທະເລ ປັດຕາຢາ ມີຊາຍທະເລຂາວສະອາດ ແລະ ນ້ຳທະເລຂຽວສົດໃສ. |
ທັດສະນີຍະພາບຢູ່ກຳປູເຈຍ
![ບັນດາສະຖານທີ່ທ່ອງທ່ຽວໂດ່ງດັງຂອງບາງປະເທດອາຊຽນ - ảnh 4](https://photo-cms-vovworld.zadn.vn/w500/uploaded/vovworld/bcgmbuiq/2015_02_13/campuchia 1.jpg) |
ອັງກໍວັດ - ສຽມລຽບ - ກຳປູເຈຍ (Nguon:www.lonelyplanet.com) ອັງກໍວັດ - ສຽມລຽບຕັ້ງຢູ່ຫ່າງຈາກນະຄອນຫຼວງພະນົມໄປທາງທິດເໜືອ 320 km, ຖືກສ້າງຂຶ້ນໃນສະໄໝເຈົ້າຊີວັດ Suriya-warman II (1113-1150), ໃນເບື້ອງຕົ້ນ, ອັງກໍວັດ ແມ່ນແຫ່ງບູຊາເທວະດາ Visanu ຂອງສາດສະໜາອິນເດຍ. ຕໍ່ມາ, ພາຍຫຼັງທີ່ລາຊະວົງ ຂະແມເຊື່ອຖືສາດສະໜາພຸດ, ອັງກໍວັດໄດ້ກາຍເປັນແຫ່ງບູຊາພະພຸດທະເຈົ້າ. ນີ້ແມ່ນໜຶ່ງໃນບັນດາປູສະນິຍະສະຖານສຳຄັນອັນດັບໜຶ່ງຢູ່ ກຳປູເຈຍ ດ້ວຍສິລະປະ ແລະ ສະຖາປັດຕະຍາກຳຍອດຢ້ຽມຂອງ ຂະແມ. |
![ບັນດາສະຖານທີ່ທ່ອງທ່ຽວໂດ່ງດັງຂອງບາງປະເທດອາຊຽນ - ảnh 5](https://photo-cms-vovworld.zadn.vn/w500/uploaded/vovworld/bcgmbuiq/2015_02_13/campuchia 2.jpg) |
ອະນຸສາວາລີເອກະລາດ, ພະນົມເປັນ (snopview.com) ກິດຈະກຳນີ້ເລີ່ມລົງມືກໍ່ສ້າງເມື່ອປີ 1958 ແລະ ເປີດສະຫຼອງໃນວັນທີ 9/11/1962. ອະນຸສາວາລີເອກະລາດໄດ້ຮັບຖືວ່າແມ່ນສະຖານທີ່ ດຶງດູດແຂກທ່ອງທ່ຽວເປັນຈຳນວນຫຼວງຫຼາຍເມື່ອເຂົາເຈົ້າມາຢ້ຽມຢາມ ພະນົມເປັນ. |
![ບັນດາສະຖານທີ່ທ່ອງທ່ຽວໂດ່ງດັງຂອງບາງປະເທດອາຊຽນ - ảnh 6](https://photo-cms-vovworld.zadn.vn/w500/uploaded/vovworld/bcgmbuiq/2015_02_13/campuchia 3.jpg) |
ພະລາດຊະວັງລາຊະອານາຈັກ,ພະນົມເປັນ (visit-mekong.com) ພະລາດຊະວັງລາຊະອານາຈັກ ຢູ່ນະຄອນຫຼວງ ພະນົມເປັນ ໄດ້ຮັບການກໍ່ສ້າງເມື່ອປີ 1866, ແມ່ນເຂດເຕົ້າໂຮມບັນດາຕຶກອາຄານທີ່ຮັບໃຊ້ການກິນຢູ່, ດຳລົງຊີວິດຂອງພະບາດສົມເດັດພະເຈົ້າມະຫາຊີວິດ ພ້ອມກັບຄອບຄົວ ແລະ ບັນດາແຂກຕ່າງປະເທດ. ນີ້ຍັງແມ່ນແຫ່ງດຳເນີນບັນດາພິທີການທູດ ແລະ ພິທີການຂອງລາຊະອານາຈັກ. |
ທັດສະນີຍະພາບຢູ່ລາວ
![ບັນດາສະຖານທີ່ທ່ອງທ່ຽວໂດ່ງດັງຂອງບາງປະເທດອາຊຽນ - ảnh 7](https://photo-cms-vovworld.zadn.vn/w500/uploaded/vovworld/bcgmbuiq/2015_02_13/anh 1 lao_copy.jpg) |
ທາດຫຼວງ ຫລື ພຣະທາດຫລວງ ປະຫວັດ ພຣະທາດຫຼວງ ພຣະທາດຫຼວງວຽງຈັນຕັ້ງຢູ່ສົ້ນສຸດທາງທິດຕາເວັນອອກຂອງ ຖະໜົນທາດຫຼວງ ບ້ານ ທາດຫຼວງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ. ເປັນປູຊະນິຍະ ສະຖານບູຮານອັນເປັນສັນ ຍະລັກຂອງປະເທດລາວ ແລະ ເປັນມິ່ງຂວັນຂອງປະຊາຊົນ ລາວກໍຄືຊາວພຸດທັງສອງຟາກຝັ່ງ ແມ່ນ້ຳຂອງ. ຕາມຕຳນານອຸລັງຄະທາດ ພຣະທາດຫຼວງ ຖືກສ້າງຂຶ້ນເທື່ອທີໜຶ່ງໃນປີພສ 236 (ກ່ອນ ຄສ 307 ປີ). ປີຄສ 1566 ພາຍຫຼັງການຍ້າຍນະຄອນຫຼວງຈາກຫຼວງພຣະບາງລົງມາຕັ້ງຢູ່ວຽງຈັນ (ຄສ 1560) ພຣະເຈົ້າໄຊຍະເສດຖາທິລາດ ໄດ້ກໍ່ສ້າງພຣະທາດຫຼວງເປັນເທື່ອທີສອງ ແລະ ໄດ້ສ້າງ ເປັນທາດໃຫຍ່ກວມອຸມຸງຫິນອັນເກົ່າ ເຊິ່ງມີພຣະທາດນ້ອຍສາມສິບອົງອ້ອມພຣະທາດ ໃຫຍ່ ເປັນບໍລິວານ ພ້ອມດ້ວຍກົມມະລຽນ ແລະ ຫໍໄຫວ້ທັງສີ່ທິດ. |
![ບັນດາສະຖານທີ່ທ່ອງທ່ຽວໂດ່ງດັງຂອງບາງປະເທດອາຊຽນ - ảnh 8](https://photo-cms-vovworld.zadn.vn/w500/uploaded/vovworld/bcgmbuiq/2015_02_13/anh 2 lao_copy.jpg) |
ທົ່ວໄຫຫີນ ຕັ້ງຢູ່ທາງທິດຕາເວັນຕົກສ່ຽງເໜືອຂອງຕົວເມືອງ ໂພນສະຫວັນ ປະມານ 8 ກິໂລແມັດ, ໃນນັ້ນ ປະກອບດ້ວຍໄຫຫີນທັງໝົດ 334 ໜ່ວຍ, ຈາກການປະເມີນທາງດ້ານ ນ້ຳໜັກ ແລະ ວັດຮອບຕົວຈິງ ຂອງອົງການ UNESCO ແລ້ວເຫັນວ່າໄຫຫີນໜ່ວຍທີ່ໃຫຍ່ ກ່ວາໝູ່ມີນ້ຳໜັກຫຼາຍກ່ວາ 10.000 ກິໂລກຣາມ ແລະ ມີວັດຮອບໄດ້ 8.14 ແມັດ, ບັນຫາດັ່ງກ່າວ ຈຶ່ງເປັນທີ່ໜ້າສົນໃຈວ່າ: ໃນຍຸກ 2500-3000 ປີ ທີ່ຜ່ານມາ (ປີທີ່ໄຫຫີນຖືກສ້າງຂຶ້ນ) ກ່ອນບໍ່ທັນມີກົນຈັກທີ່ທັນສະໄໝ ຈຶ່ງໜ້າຕັ້ງຂໍ້ສັງເກດວ່າ: ຄົນສະໄໝກ່ອນຂົນຍ້າຍໄຫຫີນດ້ວຍວິທີໃດຈາກບ່ອນຜະລິດ ໄຫຫີນ (ພູເກັງ) ທີ່ມີໄລຍະທາງເກືອບ 10 ກິໂລແມັດ. ພາຍໃນທົ່ງໄຫ ຍັງມີຖ້ຳ ທີ່ມີຄວາມລຶກລັບທາງດ້ານປະຫວັດສາດອີກຫຼາຍຢ່າງທີ່ໜ້າສຶກສາ. ສະຖານທີ່ທ່ອງທ່ຽວທົ່ງໄຫຫີນ 1 ນີ້ ຍັງມີບາງສິ່ງທີ່ຈະຕ້ອງໄດ້ປັບປຸງແກ້ໄຂ. |
![ບັນດາສະຖານທີ່ທ່ອງທ່ຽວໂດ່ງດັງຂອງບາງປະເທດອາຊຽນ - ảnh 9](https://photo-cms-vovworld.zadn.vn/w500/uploaded/vovworld/bcgmbuiq/2015_02_13/anh 3 lao_copy.jpg) |
ຕາດກວາງຊີ ຫ່າງຈາກຕົວເມືອງ ຫຼວງພະບາງ ໄປທາງທິດໃຕ້ປະມານ 29 ກມ. ນີ້ແມ່ນທັດສະນີຍະພາບທຳມະຊາກ ອັນຂຽວສົດງົດງາມປຽບດັ່ງສະຫວັນຊັ້ນດາວະດິງ ບວກກັບຄວາມງາມອັນໃສເຢັນຂອງນ້ຳ. ຕາດກວາງຊີ ເປັນແຫຼ່ງທ່ອງທ່ຽວທາງທຳມະຊາດອັນດັບຕົ້ນໆຂອງເມືອງຫຼວງພະບາງ. ນອກຈາກໄດ້ທ່ຽວຊົມນ້ຳແລ້ວ ຍັງຈຳໄດ້ຮັບຊົມສິນຄ້າອັນປານີ ແລະ ງົດງາມ, ຂອງທີ່ລະນຶກຫຼາກຫຼາຍຂອງປະຊາຊົນ ຊາວບ້ານເມືອງ ແລະ ໄດ້ມີການອະນຸລັກສັດນ້ຳສັດປ່າໄວ້ໃຫ້ເຮົາໄດ້ຮັບຊົມອີກ. |
ທັດສະນີຍະພາບຢູ່ ອິນໂດເນເຊຍ
![ບັນດາສະຖານທີ່ທ່ອງທ່ຽວໂດ່ງດັງຂອງບາງປະເທດອາຊຽນ - ảnh 10](https://photo-cms-vovworld.zadn.vn/w500/uploaded/vovworld/bcgmbuiq/2015_02_13/indonesia 1.jpg) |
ເກາະ ໂກໂມໂດ ເກາະ ໂກໂມໂດ ແມ່ນໜຶ່ງໃນບັນດາສະຖານທີ່ດູດດື່ມສຳລັບຜູ້ທີ່ນິຍົມບັນດາທິວທັດທຳມະຊາດ ແລະ ບັນດາປະເພດກິລາຢູ່ໃຕ້ນ້ຳຄື: ດຳນ້ຳເພື່ອຄົ້ນຫາປາກາລັງ ຫຼື ຊອກຮູ້ກ່ຽວກັບຊິວະນາໆພັນທະເລຢູ່ທີ່ນີ້. ນອກຈາກນັ້ນ, ນີ້ຍັງແມ່ນສະຖານທີ່ທ່ອງທ່ຽວແຫ່ງໜຶ່ງດຽວຍັງມີ ມັງກອນ ໂກໂມໂດ. |
![ບັນດາສະຖານທີ່ທ່ອງທ່ຽວໂດ່ງດັງຂອງບາງປະເທດອາຊຽນ - ảnh 11](https://photo-cms-vovworld.zadn.vn/w500/uploaded/vovworld/bcgmbuiq/2015_02_13/indonesia 2.jpg) |
ເກາະບາລີ ເກາະ ບາລີ ແມ່ນເກາະແຫ່ງໂດ່ງດັ່ງຂອງ ອິນໂດເນເຊຍ. ຢູ່ທີ່ນີ້, ບັນດາແຂກທ່ອງທ່ຽວອາດສາມາດເຂົ້າຮ່ວມບັນດາລາຍການລະຫຼິ້ນ, ບັນເທິງຢູ່ຫາດຊາຍທະເລ. ຫຼືພ້ອມກັນຄົ້ນຫາວັດທະນະທຳຫຼາຍຮູບຫຼາຍແບບຢູ່ປະເທດນີ້ຄືໄປຢ້ຽມຢາມວິຫານ Hindu, ຊົມວາດຟ້ອນຂອງປະຊາຊົນ Sunda. |
![ບັນດາສະຖານທີ່ທ່ອງທ່ຽວໂດ່ງດັງຂອງບາງປະເທດອາຊຽນ - ảnh 12](https://photo-cms-vovworld.zadn.vn/w500/uploaded/vovworld/bcgmbuiq/2015_02_13/indonesia 3.jpg) |
ວິຫານ Borobudur ວິຫານ Borobudur ແມ່ນສະຖານທີ່ວັດທະນະທຳເຫຼື້ອມໃສສາສະໜາຂອງປະທານພັນເກາະ ອິນໂດເນເຊຍ ດ້ວຍສະຖາປັດຕະຍາກຳເດີມຫຼາຍແຫ່ງ, ບັນດາພະພູດທະຮູບ, ມີອາຍຸກ່ວາ 1.000 ປີ. ເມື່ອມາແຫ່ງນີ້, ພວກເພື່ອນສາມາດຊອກຮູ້ກ່ຽວກັບປະຫວັດຄວາມເປັນມາຂອງພຸດທະສາສະໜາ ແລະ ບັນດາຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງ ອິນໂດເນເຊຍ. |