(vovworld) – ອາຊຽນ ພວມກ້າວເຂົ້າສູ່ຄາດໝາຍກາຍເປັນປະຊາຄົມອາຊຽນ ໃນປີ 2015 (31/12/2015), ປະຊາຄົມອາຊຽນ ໄດ້ຮັບການສ້າງຕັ້ງດ້ວຍຄາດໝາຍ “ເຊື່ອມຕໍ່ດ້ານການເມືອງ, ຮ່ວມສຳພັນດ້ານເສດຖະກິດ ແລະ ພ້ອມກັນແບ່ງປັນບັນດາໜ້າທີ່ຮັບຜິດຊອບດ້ານສັງຄົມ” ໃນປີ 2015, ໂດຍອີງໃສ່ 3 ເສົ້າຄ້ຳຕົ້ນຕໍ່ນັ້ນແມ່ນ: ການເມືອງ - ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທຳ - ສັງຄົມ. ໃນ 3 ເສົ້າຄ້ຳຕົ້ນຕໍ່ຂອງປະຊາຄົມອາຊຽນນັ້ນ, ແນວຄວາມຄິດສ້າງຕັ້ງປະຊາຄົມວັດທະນະທຳ - ສັງຄົມແມ່ນຂໍ້ລິເລີ່ມຂອງຫວຽດນາມ. ດ້ວຍແຜນນະໂຍບາຍ “ເປັນເຈົ້າການ, ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບພ້ອມກັບບັນດາປະເທດສ້າງປະຊາຄົມອາຊຽນ ໃຫ້ໝັ້ນຄົງເຂັ້ມແຂງ”. ປີ 2014 ຜ່ານມາ, ຫວຽດນາມ ໄດ້ຕັ້ງໜ້າຜັນຂະຫຍາຍໂຄງການເຄື່ອນໄຫວຂອງລັດຖະບານປະຕິບັດແຜນຮ່າງ “ທິດທາງ ແລະ ມາດຕະການຫວຽດນາມ ເຂົ້າຮ່ວມການຮ່ວມມືກັບອາຊຽນ ຮອດປີ 2015”.
ເຊີນທ່ານພ້ອມກັບນັກຂ່າວ VOV5 ທົບທວນຄືນບາງຂີດໝາຍສຳຄັນໃນປະຊາຄົນອາຊຽນ ຄື: ຫວຽດນາມ - ອີນໂດເນເຊຍ, ຫວຽດນາມ - ລາວ, ຫວຽດນາມ - ໄທ ແລະ ຫວຽດນາມ - ກຳປູເຈຍ ໃນປີ 2014.
ຫວຽດນາມ - ອີນໂດເນເຊຍ
![ບັນດາຂີດໝາຍສຳຄັນໃນການພົວພັນລະຫວ່າງຫວຽດນາມ ແລະ ບັນດາປະເທດອາຊຽນ - ảnh 1](https://photo-cms-vovworld.zadn.vn/w500/uploaded/vovworld/bcgmbuiq/2015_02_04/indo1.jpg) |
ໂດຍໄດ້ຮັບຄຳເຊີນຂອງພົນໂທ ໂດ້ບ໋າຕີ້, ເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມ, ພົນເອກ Moeldoko, ຜູ້ບັນຊາການໃຫຍ່ກອງທັບແຫ່ງຊາດອີນໂດເນເຊຍ ນຳໜ້າຄະນະຜູ້ແທນ ທະຫານຂັ້ນສູງມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 12 – 15/02. |
![ບັນດາຂີດໝາຍສຳຄັນໃນການພົວພັນລະຫວ່າງຫວຽດນາມ ແລະ ບັນດາປະເທດອາຊຽນ - ảnh 2](https://photo-cms-vovworld.zadn.vn/w500/uploaded/vovworld/bcgmbuiq/2015_02_04/indo2.jpg) |
ໂດຍໄດ້ຮັບຄຳເຊີນຂອງທ່ານປະທານສະພາແຫ່ງຊາດຫງວຽນຊິງຮຸ່ງ, ຄະນະຜູ້ແທນຂັ້ນສູງສະພາເຈລະຈາປະຊາຊົນ ສ.ອີນໂດເນເຊຍ ໂດຍທ່ານ Sidarto Danusubroto, ປະທານສະພານຳໜ້າ ໄດ້ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 01 – 05/03. |
![ບັນດາຂີດໝາຍສຳຄັນໃນການພົວພັນລະຫວ່າງຫວຽດນາມ ແລະ ບັນດາປະເທດອາຊຽນ - ảnh 3](https://photo-cms-vovworld.zadn.vn/w500/uploaded/vovworld/bcgmbuiq/2015_02_04/indo3.jpg) |
ວັນທີ 13/01/2014, ວິທະຍຸກະຈາຍສຽງຫວຽດນາມ (VOV) ແລະ ວິທະຍຸກະຈາຍສຽງແຫ່ງຊາດອີນໂດເນເຊຍ (RRI) ໄດ້ລົງນາມໃນຂໍ້ຕົກລົງຮ່ວມມື, ເພື່ອແນໃສ່ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ ແລະ ວັດທະນະທຳລະຫວ່າງ 2 ວິທະຍຸກະຈາຍສຽງເວົ້າສະເພາະ ແລະ 2 ປະເທດເວົ້າລວມ. |
ຫວຽດນາມ - ໄທ
![ບັນດາຂີດໝາຍສຳຄັນໃນການພົວພັນລະຫວ່າງຫວຽດນາມ ແລະ ບັນດາປະເທດອາຊຽນ - ảnh 4](https://photo-cms-vovworld.zadn.vn/w500/uploaded/vovworld/bcgmbuiq/2015_02_04/thailand1.jpg) |
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງປ້ອງກັນປະເທດໄທ ຟຣະວິດ ວົງສຸວັນ ພົບປະກັບທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢຸງ ເນື່ອງໃນໂອກາດທີ່ທ່ານມາຢ້ຽມຢາມຫວຽດນາມ ເມື່ອກາງເດືອນ 01/2015. ໃນໂອກາດນີ້ 2 ຝ່າຍໄດ້ເຫັນດີຊຸກຍູ້ການພົວພັນຮ່ວມມືລະຫວ່າງ 2 ປະເທດໃນບັນດາຂົງເຂດຄື: ປ້ອງກັນຊາດ, ການຄ້າ, ການລົງທຶນ, ທ່ອງທ່ຽວ… |
![ບັນດາຂີດໝາຍສຳຄັນໃນການພົວພັນລະຫວ່າງຫວຽດນາມ ແລະ ບັນດາປະເທດອາຊຽນ - ảnh 5](https://photo-cms-vovworld.zadn.vn/w500/uploaded/vovworld/bcgmbuiq/2015_02_04/thailand2.png) |
ທ່ານເອກອັກຄະລັດຖະທູດຫວຍດນາມ ຫງວຽນເຕີດແທ່ງ ພົບປະກັນທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດໄທ ຟຣະວິດ ວົງສຸວັນ ຢູ່ບາງກອກ ໃນວັນທີ 08/01. |
![ບັນດາຂີດໝາຍສຳຄັນໃນການພົວພັນລະຫວ່າງຫວຽດນາມ ແລະ ບັນດາປະເທດອາຊຽນ - ảnh 6](https://photo-cms-vovworld.zadn.vn/w500/uploaded/vovworld/bcgmbuiq/2015_02_04/thailand3.jpg) |
ສະຖານທູດໄທ ປະຈຳຮ່າໂນ້ຍ ໄດ້ມອບຈຳນວນເງິນ 200 ລ້ານດົງ, ທີ່ເກັບມາໄດ້ຈາກການຈັດຕັ້ງການເຄື່ອນໄຫວ Thailand day ໃຫ້ກອງທຶນປົກປ້ອງເດັກຫວຽດນາມ ເພື່ອແນໃສ່ຊ່ວຍເຫຼືອເດັກທຸກຍາກ, ເດັກຢູ່ເຂດປະສົບກັບຄວາມຫຍຸ້ງຍາກ, ເດັກປະສົບກັບຄວາມຫຍຸ້ງຍາກເປັນພິເສດ ເພື່ອໃຫ້ພວກນ້ອງມີເງື່ອນໄຂເຊື່ອມຕົວໃຫ້ດີກວ່າ. |
ຫວຽດນາມ - ກຳປູເຈຍ
![ບັນດາຂີດໝາຍສຳຄັນໃນການພົວພັນລະຫວ່າງຫວຽດນາມ ແລະ ບັນດາປະເທດອາຊຽນ - ảnh 7](https://photo-cms-vovworld.zadn.vn/w500/uploaded/vovworld/bcgmbuiq/2015_02_04/campuchia 1.jpg) |
(ພາບ: TTXVN)
ພະບາດສົມເດັດພະມະຫາກະສັດກຳປູເຈຍ Norodom Sihamoni
ພົບປະເຈລະຈາກັບທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ (12/2014). |
![ບັນດາຂີດໝາຍສຳຄັນໃນການພົວພັນລະຫວ່າງຫວຽດນາມ ແລະ ບັນດາປະເທດອາຊຽນ - ảnh 8](https://photo-cms-vovworld.zadn.vn/w500/uploaded/vovworld/bcgmbuiq/2015_02_04/campuchia 2.jpg) |
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢຸງ ພ້ອມກັບທ່ານນາຍົກລັດຖະມົນຕີກຳປູເຈຍ Hun Sen ຕັດແຖບຜ້າເປີດສະຫຼອງໂຮມໝໍ ເຈ້ໄຣ້ - ພະນົມເປັນ, ກິດຈະກຳຮ່ວມມືທຳອິດລະຫວ່າງຫວຽດນາມ - ກຳປູເຈຍ ໃນຂົງເຂດພັດທະນາຮາກຖານກວດ, ປິ່ນປົວພະຍາດທີ່ທັນສະໄໝໃຫ້ປະຊາຊົນກຳປູເຈຍ (01/2014). |
![ບັນດາຂີດໝາຍສຳຄັນໃນການພົວພັນລະຫວ່າງຫວຽດນາມ ແລະ ບັນດາປະເທດອາຊຽນ - ảnh 9](https://photo-cms-vovworld.zadn.vn/w500/uploaded/vovworld/bcgmbuiq/2015_02_04/campuchia 3.jpg) |
ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ແລະ ທ່ານປະທານສະພາແຫ່ງຊາດກຳປູເຈຍ Heng Samrin (08/2014). |
ຫວຽດນາມ - ລາວ
![ບັນດາຂີດໝາຍສຳຄັນໃນການພົວພັນລະຫວ່າງຫວຽດນາມ ແລະ ບັນດາປະເທດອາຊຽນ - ảnh 10](https://photo-cms-vovworld.zadn.vn/w500/uploaded/vovworld/bcgmbuiq/2015_02_04/lao1.jpg) |
ການເຈລະຈາຂັ້ນສູງລະຫວ່າງຫວຽດນາມ - ລາວ ກ່ຽວກັບການເພີ່ມທະວີການຮ່ວມມືມິດຕະພາບລະຫວ່າງ 2 ປະເທດ (21/08/2014). |
![ບັນດາຂີດໝາຍສຳຄັນໃນການພົວພັນລະຫວ່າງຫວຽດນາມ ແລະ ບັນດາປະເທດອາຊຽນ - ảnh 11](https://photo-cms-vovworld.zadn.vn/w500/uploaded/vovworld/bcgmbuiq/2015_02_04/lao2.jpg) |
ກອງປະຊຸມຄັ້ງທີ 37 ຄະນະກຳມະການລະຫວ່າງລັດຖະບານກ່ຽວກັບການຮ່ວມມື 2 ຝ່າຍຫວຽດນາມ - ລາວ. |
![ບັນດາຂີດໝາຍສຳຄັນໃນການພົວພັນລະຫວ່າງຫວຽດນາມ ແລະ ບັນດາປະເທດອາຊຽນ - ảnh 12](https://photo-cms-vovworld.zadn.vn/w500/uploaded/vovworld/bcgmbuiq/2015_02_04/lao3.jpg) |
ທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ ຕ້ອນຮັບຄະນະຜູ້ແທນສະມາຊິກສະພາແຫ່ງຊາດຫວຽດນາມ ໂດຍທ່ານນາງ ຮອງປະທານສະພາແຫ່ງຊາດຫວຽດນາມ ຕ່ອງທິຟ໋ອງ ນຳໜ້າເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຄັ້ງທີ 35. |
ເພື່ອໃຫ້ປະຊາຄົມອາຊຽນ ປະຕິບັດສຳເລັດຄາດໝາຍທີ່ໄດ້ວາງອອກ, ຮຽກຮ້ອງໃຫ້ມີການຮ່ວມແຮງຮ່ວມໃຈຂອງທັງສະຫະສະມາຄົມໃນໄລຍະຍາວ. ດ້ວຍບົດບາດຂອງຕົນ, ຫວຽດນາມ ພວມມານະພະຍາຍາມປະກອບສ່ວນຢ່າງແທດຈິງ ແລະ ມີປະສິດທິຜົນເພື່ອແນໃສ່ສ້າງກຳລັງຊຸກຍູ້ການເຄື່ອນໄຫວຂອງອາຊຽນ ເພື່ອປະຕິບັດສຳເລັດຄາດໝາຍສ້າງຕັ້ງປະຊາຄົມອາຊຽນນໃນປີ 2015 ນີ້.