ຊາວແມ່ວຫວາກຮັບມືກັບອາກາດໜາວຈັດ

Lan Anh
Chia sẻ
ຍ້ອນ​ຜົນ​ສະທ້ອນ​ຈາກ​ລົມ​ມໍ​ລະ​ສຸມ​ເພີ່ມ​ຂຶ້ນ, ກາງຄືນ​ວັນ​ທີ 24 ​ແລະ ​ເຊົ້າ​ວັນ​ທີ 25/1, ຢູ່​ບັນດາ​ຕາ​ແສງ, ​ເທດສະບານ​ເກືອບ​ທັງ​ໝົດ​ຂອງ​ເມືອງ ​ແມ່ວຫວາ​ກ ປະກົດ​ມີ​ຫິມະ​ຕົກ​​ໜາໃນ​ເນື້ອ​ທີ່​ກວ້າງຂວາງ

ຍ້ອນ​ຜົນ​ສະທ້ອນ​ຈາກ​ລົມ​ມໍ​ລະ​ສຸມ​ເພີ່ມ​ຂຶ້ນ, ກາງຄືນ​ວັນ​ທີ 24 ​ແລະ ​ເຊົ້າ​ວັນ​ທີ 25/1, ຢູ່​ບັນດາ​ຕາ​ແສງ, ​ເທດສະບານ​ເກືອບ​ທັງ​ໝົດ​ຂອງ​ເມືອງ ​ແມ່ວຫວາ​ກ ປະກົດ​ມີ​ຫິມະ​ຕົກ​​ໜາໃນ​ເນື້ອ​ທີ່​ກວ້າງຂວາງ, ທ່ານ ​ເຮີ່ມີ໋ວື່, ປະທານ​ສະມາຄົມ​ຊາວ​ກະສິກອນ​ຕາ​ແສງ ກ໋ານຈູ​ຟີ່ນ, ​ເມືອງ ​ແມ່​ວຫວາ​ກ, ​ແຂວງ ຮ່າ​ຢາງ ​ໃຫ້​ຮູ້​ວ່າ, ອາກາດໜາວ​ຈັດ ​ແລະ ຫິມະ​ຕົກ​ໜາ​​ໃນຄັ້ງ​ນີ້​ແມ່ນບໍ່​ເຄີຍ​ມີ​ມາໃນ 5 ປີ​ມາ​ນີ້. ສ່ວນ​ທ່ານ ຫງວຽນ​ແຢງ​ຕວານ, ຄູ​ສອນ​ໃນ​ໂຮງຮຽນ​ສາມັນ​ຊົນ​ເຜົ່າ​ເຄິ່ງກິນນອນ ມັດທະຍົມ​ຕອນ​ຕົ້ນ ກ໋ານຈູ​ຟີ່ນ ​ເວົ້າ​ວ່າ, ນັບ​ແຕ່​ມາ​ປະຕິບັດ​ງານຢູ່​ທີ່​ນີ້​ເມື່ອ​ປີ 2000, ນີ້​ແມ່ນ​ປີ​ທຳ​ອິດ​ທີ່ ​ແມ່ວຫວາ​ກ ມີ​ອາກາດ​ໜາວ​ຈັດ ​ແລະ ຫິມະ​ຕົກ. ອຸນຫະພູມສະ​ເລ່ຍຢູ່​ຕາ​ແສງ​ຕ່າງ​ແມ່ນ​ແຕ່ 0 2 ອົງສາ C, ອຸນຫະພູມ​ຕຳ່​ສຸດ​ແມ່ນ - 4 ອົງສາ C.

 

ຫິມະ​ຕົກ​ຂາວ​ກະຈະ​ເທິງ​ຫຼັງຄາ​ເຮືອນ ​ແລະ ​ເນີນ​ພູ

ຊາວແມ່ວຫວາກຮັບມືກັບອາກາດໜາວຈັດ - ảnh 1

ຊາວແມ່ວຫວາກຮັບມືກັບອາກາດໜາວຈັດ - ảnh 2

ຢູ່​ຕາ​ແສງ ກ໋ານຈູ​ຟີ່ນ, ​ໄຮ່ນາ, ຫຼັງຄາ​ເຮືອນ, ພູ​ຫີນ​ລ້ວນ​ແຕ່​ຖືກ​ປົກ​ຄຸມ​ດ້ວຍ​ຫິມະ​ທີ່​ຂາວ​ກະຈະ. ຫິມະ​ຕົກ​ໃນ​ຄັ້ງ​ນີ້​​ໄດ້​ກໍ່​ຄວາມ​ເສຍ​ຫາຍ​ຢ່າງ​ໜັກໜ່ວງ​ໃຫ້​ຕົ້ນ​ໄມ້, ພືດ​​ຂອງ​ຊາວ​ເຜົ່າ. ຊີວິດ​ຂອງ​ປະຊາຊົນ​ຢູ່​ຕາ​ແສງ ກ໋ານຈູ​ຟີ່ນ ສ່ວນ​ຫຼາຍ​ແມ່ນ​ອີງ​ໃສ່​ການ​ປູກຝັງ, ລ້ຽງສັດ, ດັ່ງ​ນັ້ນ​​ຫິມະຕົກ​ຄື​ແນວ​ນີ້​ ​ໄດ້​ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຫຍຸ້ງຍາກ​ຕື່ມ​ອີກ. ຫິມະ​ຕົກ​ໜາ​ກໍ່​ສົ່ງ​ຜົນ​ສະທ້ອນ​ເຖິງ​ການ​ເຄື່ອນ​ໄຫວ​ຕ່າງໆ​ຂອງ​ປະຊາຊົນ​ຢູ່​ທີ່​ນີ້​ອີກ.

 ຫິມະ​ເຮັດ​ໃຫ້​ຜັກ ​ແລະ ພືດ​ຂອງ​ປະຊາຊົນ​ເສຍ​ຫາຍ​ຢ່າງ​ໜັກໜ່ວງ.

ຊາວແມ່ວຫວາກຮັບມືກັບອາກາດໜາວຈັດ - ảnh 3

ຊາວແມ່ວຫວາກຮັບມືກັບອາກາດໜາວຈັດ - ảnh 4

ຊາວແມ່ວຫວາກຮັບມືກັບອາກາດໜາວຈັດ - ảnh 5

​ວິທີໃຫ້​ລົດ​​ເຄື່ອນ​ໄຫວ​ດ້ວຍ​ການ​ຕົ້ມ​ນ້ຳຮ້ອນ​ຂອງ​ຊາວ ແມ່ວຫວາ​ກ
ຊາວແມ່ວຫວາກຮັບມືກັບອາກາດໜາວຈັດ - ảnh 6

​ເພື່ອ​ຮັບປະກັນ​ສຸ​ຂະພາບ​ໃຫ້​ປະຊາຊົນ ກໍ່​ຄືປ້ອງ​ກັນ, ຕ້ານ​ຄວາມ​ອຶດ​ຫີ​ວ ​ແລະ ໜາວ​ຈັດ​ໃຫ້​ຝູງ​ສັດລ້ຽງ, ​ເມືອງ ​ແມ່ວຫວາ​ກ ​ໄດ້​ຊີ້​ນຳ​​ໃຫ້ບັນດາ​ຕາ​ແສງ, ​ເທດສະບານ​ໂຄສະນາ, ​ແນ​ະນຳ​ໃຫ້​ປະຊາຊົນບໍ່​ໄດ້​ອອກ​ຈາກ​ເຮືອນ​ໃນ​ເວລາ​ອຸນຫະພູມ​ຕຳ່​ສຸດ. ພ້ອມ​ທັງ​ສະ​ສົມ​ແຫຼ່ງອາຫານ, ປົກ​ປິດ​ຄອກ, ລົກ​ເພື່ອ​ຮັກສາ​ຄວາມ​ອຸ່ນ​ໃຫ້​ຝູງ​ສັດ.

ປະຊາຊົນ​ຍາດ​ເວລາ​ໄປ​ຫາ​ຫຍ້າ​ມາ​ລ້ຽງ​ງົວ
ຊາວແມ່ວຫວາກຮັບມືກັບອາກາດໜາວຈັດ - ảnh 7
​ເດັກນ້ອຍ​ຝີງ​ໄຟ​ຢູ່​ໃນ​ເຮືອນ, ຫຼື​ຫຼິ້ນ​ຢູ່​ອ້ອມ​ເຮືອນ ​ແລະ​ເຕົ້າ​ໂຮມ​ກັນເປັນ​ໝູ່
ຊາວແມ່ວຫວາກຮັບມືກັບອາກາດໜາວຈັດ - ảnh 8

ຕອບກັບ