ງານບຸນວິຫານຮຸ່ງປີ 2016 ດຳເນີນໃນເວລາ 5 ວັນ ນັບແຕ່ວັນທີ 12 – 16/04/2016 (ແມ່ນວັນທີ 6 ເຖິງ ວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ) ຢູ່ເຂດປູຊະນີຍະຖານວິຫານຮຸ່ງ. ງານບຸນວິຫານຮຸ່ງ ໂດຍແຂວງ ຟູ໋ທໍ້ ເປັນປະທານຈັດຕັ້ງ ດ້ວຍການເຂົ້າຮ່ວມຂອງບັນດາແຂວງ ຮືງອຽນ, ບີງທ້ວນ ແລະ ກາເມົາ. ໃນວັນທີ 14/04 (ໝາຍເຖິງວັນທີ 8 ເດືອນ 3 ໄລ່ຕາມຈັນທະປະຕິທິນ) ບັນດາຕາແສງ, ເທດສະບານຢູ່ອ້ອມຂ້າງເຂດປູຊະນີຍະຖານວິຫານຮຸ່ງດຳເນີນພິທີແຫ່ວໍ, ຖະຫວາຍທູບທຽນ, ເຄື່ອງຂອງບູຊາ ຂຶ້ນຕໍ່ບັນດາເຈົ້າຊີວິດຮຸ່ງ.
![ງານບຸນວິຫານຮຸ່ງປີ 2016 - ảnh 2](https://photo-cms-vovworld.zadn.vn/w500/uploaded/vovworld/bcgmbuiq/2016_04_14/02_copy.jpg)
ສະໜາມຫຼວງໃນບໍລິເວນວິຫານຮຸ່ງ
|
![ງານບຸນວິຫານຮຸ່ງປີ 2016 - ảnh 4](https://photo-cms-vovworld.zadn.vn/w500/uploaded/vovworld/bcgmbuiq/2016_04_14/04_copy.jpg)
ຂະບວນແຫ່ວໍຂອງປະຊາຊົນບັນດາຕາແສງຢູ່ອ້ອມເຂດປູຊະນີຍະສະຖານວິຫານຮຸ່ງທີ່ສະໜາມຫຼວງ
|
![ງານບຸນວິຫານຮຸ່ງປີ 2016 - ảnh 8](https://photo-cms-vovworld.zadn.vn/w500/uploaded/vovworld/bcgmbuiq/2016_04_14/08.jpg)
ພາຍຫຼັງການເຄື່ອນໄຫວແຫ່ວໍ, ປະຊາຊົນເປັນຈຳນວນຫຼວງຫຼາຍໄດ້ພາກັນເຂົ້າຢ້ຽມບູຊາບັນດາເຈົ້າຊີວິດຮຸ່ງ
|