ແນະນຳບັນ​ດາລາຍ​ການ​ທ່ອງ​ທ່ຽວຍາມ​ຄ່ຳ​ຄືນຢູ​່ ຮ່າ​ໂນ້ຍ

Nguyen Xuyen
Chia sẻ
(VOVWORLD) - ໃນອາທິດຜ່ານມາ, VOV5 ໄດ້ຮັບຈົດໝາຍທັງໝົດ 392 ສະບັບ, ສະເພາະລາຍການພາກພາສາລາວ ມີ 19 ສະບັບ.

  ຈາກໂກລົມເບຍ, ທ່ານ Diego Echeverri ໄດ້ສົ່ງຈົດໝາຍມາຍັງ VOV5 ໂດຍແບ່ງປັນວ່າ: ຂໍຂອບໃຈ VOV5 ຫຼາຍໆ ຍ້ອນລາຍການ ໂອ້ລົມກັບທ່ານຜູ້ຟັງ ຄັກຫຼາຍ. ນີ້ແມ່ນບ່ອນທີ່ພວກຂ້າພະເຈົ້າສາມາດສະແດງຄວາມຄິດເຫັນຂອງຕົນ, ເຊິ່ງຢູ່ວິທະຍຸແຫ່ງອື່ນໆບໍ່ຄ່ອຍມີ. ຂ້າພະເຈົ້າໄດ້ຮັບຟັງບັນດາລາຍການໃນເວັບໄຊ vovworld.vn ເປັນປະຈຳ”.

ຂອບໃຈເພື່ອນ Diego Echeverri ທີ່ໄດ້ຕິດຕາມລາຍການເປັນປະຈຳ.  VOV5 ມີລາຍການກະຈາຍສຽງພາກພາສາຕ່າງປະເທດ ທັງໝົດ 13 ລາຍການ, ແລະ ທຸກລາຍການລ້ວນແຕ່ມີຄໍລຳ “ໂອ້ລົມກັບຜູ້ຟັງ”. ໃນຄໍລຳນີ້ ຜູ້ຟັງ ແລະ ບັນດາບັນນາທິການສາມາດໂອ້ລົມ, ແບ່ງປັນ ແລະ ນຳຜູ້ຟັງໃຫ້ມີຄວາມສະໜິດສະໜົມກັບບັນນາທິການກວ່າ ແລະ ຜ່ານການຕອບຄຳຖາມ ກໍຊ່ວຍໃຫ້ຜູ້ຟັງມີຄວາມເຂົ້າໃຈກ່ຽວກັບ ຫວຽດນາມ ຫຼາຍຂຶ້ນຕື່ມ.

ຕໍ່ໄປນີ້, ພວກຂ້າພະເຈົ້າຂໍຕອບຄຳຖາມຂອງທ່ານ ດາວສັງຄົມ ຢູ່ແຂວງ ບໍລິຄຳໄຊ, ລາວ. ທ່ານ ດາວສັງຄົມ ຖາມວ່າ: ຂະແໜງອຸດສາຫະກຳ Halal ແມ່ນຫຍັງ ແລະ ຢູ່ ຫວຽດນາມ ຂະແໜງນີ້ພັດທະນາຄືແນວໃດ?

ຂະແໜງອຸດສາຫະກຳ Halal ແມ່ນຂະແໜງອຸດສາຫະກຳຜະລິດ, ປຸງແຕ່ງ ແລະ ສະໜອງບັນດາການບໍລິການ, ຜະລິດຕະພັນ Halal ໃຫ້ແກ່ຕະຫຼາດບັນດາປະເທດເຊື່ອຖືສາສະໜາ ອິດສະລາມ. ທ່ານ ຮສຈ. ປອ ເລເຟືອກມິງ - ຫົວໜ້າສະຖາບັນຄົ້ນຄວ້າ ອາຟະລິກາ ແລະ ຕາເວັນອອກກາງ ໃຫ້ຮູ້ວ່າ: ປັດຈຸບັນ, ຫວຽດນາມ ຫາກໍເລີ່ມສຳຜັດກັບຕະຫຼາດ Halal. ເດືອນ ພຶດສະພາ 2023, ທ່ານນາຍົກລັດຖະມົນຕີ ຫວຽດນາມ ໄດ້ໃຫ້ສັດຕະຍາບັນ ແຜນຮ່າງ “ເພີ່ມທະວີການຮ່ວມມືສາກົນ ເພື່ອສ້າງ ແລະ ພັດທະນາຂະແໜງ Halal ຫວຽດນາມ ຮອດປີ 2030”. ຍ້ອນເຫັນວ່າ, ຕະຫຼາດ Halal ທົ່ວໂລກ ມີຂອບຂະໜາດໃຫຍ່, ເຊິ່ງໄດ້ກວມເອົາເກືອບ ¼ ປະຊາກອນທົ່ວໂລກ (ປີ 2022) ແລະ ຍັງມີທ່າອ່ຽງເພີ່ມຂຶ້ນ. ດ້ວຍທີ່ຕັ້ງພູມີສາດທີ່ສະດວກ, ທ່າແຮງກ່ຽວກັບກະສິກຳ, ສະບຽງອາຫານ, ການທ່ອງທ່ຽວ, ການບໍລິການ; ການເຊື່ອມໂຍງເສດຖະກິດສາກົນຢ່າງເລິກເຊິ່ງກວ້າງຂວາງ, ຮອບດ້ານ, ມີສັນຍາການຄ້າເສລີລຸ້ນໃໝ່ຫຼາຍສະບັບ, ຫວຽດນາມ ກໍໄດ້ມີກຳລັງບົ່ມຊ້ອນຫຼາຍຢ່າງເພື່ອພັດທະນາຂະແໜງອຸດສາຫະກຳ Halal.

ແນະນຳບັນ​ດາລາຍ​ການ​ທ່ອງ​ທ່ຽວຍາມ​ຄ່ຳ​ຄືນຢູ​່ ຮ່າ​ໂນ້ຍ - ảnh 1 ວັນມຽວ ຍາມຄ່ຳຄືນ (ພາບ: danviet.vn)

ພາຍຫຼັງທີ່ຂ່າວ “ການຈັດທົດລອງລາຍການທ່ອງທ່ຽວຍາມຄ່ຳຄືນ ວັນມຽວ - ກວັກຕືຢາມ: ສິ່ງຍອດສິ່ງທາງດ້ານການຮຽນ” ໄດ້ເອົາລົງໃນເວັບໄຊ vovworld.vn ພາກພາສາ ລາວ,  ມີຜູ້ຟັງຫຼາຍທ່ານໄດ້ສະແດງຄວາມສົນໃຈຕໍ່ບັນດາລາຍການທ່ອງທ່ຽວຍາມຄ່ຳຄືນຢູ່່ຮ່າໂນ້ຍ. ໃນນັ້ນ, ເພື່ອນ ພັນສອນ ຢູ່ ຫົວພັນ ໄດ້ມີຄວາມກະຕືລືລົ້ນໃນການລໍຄອຍລາຍການທ່ອງທ່ຽວຍາມຄ່ຳຄືນຢູ່ ວັນມຽວ ໄດ້ເປີດຕ້ອນຮັບແຂກທ່ອງທ່ຽວຢ່າງເປັນທາງການ; ເພື່ອນ ຈຳປາ ຢູ່ນະຄອນຫຼວງ ວຽງຈັນ ກໍຢາກຊອກຮູ້ກ່ຽວກັບບັນດາລາຍການທ່ອງທ່ຽວຍາມຄ່ຳຄືນອື່ນໆຢູ່ຮ່າໂນ້ຍ. ດັ່ງນັ້ນ, ຕໍ່ໄປ ພວກຂ້າພະເຈົ້າຈະແນະນຳບາງລາຍການທ່ອງທ່ຽວຍາມຄ່ຳຄືນຢູ່ ຮ່າໂນ້ຍ.

ແນະນຳບັນ​ດາລາຍ​ການ​ທ່ອງ​ທ່ຽວຍາມ​ຄ່ຳ​ຄືນຢູ​່ ຮ່າ​ໂນ້ຍ - ảnh 2ແຂກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ລ້ວນແຕ່ມັກລາຍການທ່ອງທ່ຽວທີ່ຈັບໃຈຢູ່ ວັນມຽວ (ພາບ: danviet.vn)

-         ລາຍການທ່ອງທ່ຽວຍາມຄ່ຳຄືນ ວັນມຽວ - ກວັກຕືຢາມ: ພາຍຫຼັງຈັດທົດລອງມາເປັນເວລາບໍ່ຮອດ 2 ອາທິດ, ລາຍການທ່ອງທ່ຽວ ຍາມຄ່ຳຄືນ ວັນໝຽວ - ກວັກຕືຢາມ: ສິ່ງຍອດຍິ່ງທາງດ້ານການຮຽນ ກໍເປີດການບໍລິການຕ້ອນຮັບແຂກທ່ອງທ່ຽວຢ່າງເປັນທາງການ ໃນຕອນຄ່ຳວັນທີ 29 ຕຸລາ ຜ່ານມາ. ຄືດັ່ງຊື່ເອີ້ນ, ເມື່ອເຂົ້າຮ່ວມລາຍການທ່ອງທ່ຽວ, ແຂກທ່ອງທ່ຽວ ຈະໄດ້ຊອກຮູ້ກ່ຽວກັບມູນເຊື້ອເຄົາລົບນັບຖືຄູບາອາຈານ, ເຄົາລົບຜູ້ທີ່ມີຄວາມເກັ່ງກ້າສາມາດ, ກ່ຽວກັບປະຫວັດສາດແຫ່ງການສ້າງຕັ້ງ ແລະ ພັດທະນາຂອງມະຫາວິທະຍາໄລແຫ່ງທຳອິດຂອງ ຫວຽດນາມ ໃນສະໄໝລາຊາທິປະໄຕ. ນອກຈາກນັ້ນ, ແຂກທ່ອງທ່ຽວຍັງໄດ້ສຳຜັດກັບຜະລິດຕະພັນເຕັກໂນໂລຢີແວ່ນຕາສະເໝືອນຈິງ, ຮັບຊົມບັນດາລາຍການສະແດງສິລະປະພື້ນເມືອງອີກດ້ວຍ. ລາຍການທ່ອງທ່ຽວດັ່ງກ່າວ ຈະເປີດປະຕູຕ້ອນຮັບແຂກທ່ອງທ່ຽວ ໃນເວລາ 19 ໂມງ ຫາ 22 ໂມງ 30 ນາທີ ຂອງ ວັນພຸດ, ວັນເສົາ ແລະ ວັນອາທິດ.

-         ລາຍການທ່ອງທ່ຽວ “ຄົ້ນຫາສິ່ງລຶກລັບມະຫັດສະຈັນ ພະລາດຊະວັງທັງລອງ”: ອາດຈະມີຜູ້ຟັງຫຼາຍທ່ານໄປຢ້ຽມຢາມພະລາດຊະລັງທັງລອງ  - ມໍລະດົກວັດທະນະທຳໂລກ ຢູ່ໃຈກາງນະຄອນຫຼວງ ຮ່າໂນ້ຍ ທີ່ມີພື້ນຖານອະລິຍາທຳນັບພັນປີ ໃນຕອນກາງເວນແລ້ວ. ແຕ່, ລາຍການທ່ອງທ່ຽວ ພະລາດຊະວັງທັງລອງ ໃນຍາມຄ່ຳຄືນ ພັດດຶງດູດແຂກທ່ອງທ່ຽວ ຍ້ອນມີຫຼາຍກິດຈະກຳພິເສດ. ໂດຍໄດ້ດຳເນີນໃນຕອນຄ່ຳມື້ວັນສຸກ, ວັນເສົາ ຂອງທຸກໆອາທິດ, ດ້ວຍໄລຍະເວລາຢ້ຽມຊົມ ພຽງ 1,5 ຊົ່ວໂມງ, ແຕ່ແຂກທ່ອງທ່ຽວຈະໄດ້ສຳຜັດກັບບັນຍາການຂອງພະລາດຊະວັງເກົ່າ, ຮັບຊົມບັນດາວາດຟ້ອນຂອງລາດຊະວັງ ຢູ່ຮ່ອງຮອຍບູຮານຄະດີທີ່ເປັນເອກະລັກສະເພາະ, ວັດຖຸພັນທີ່ຫາຍາກ ເຊິ່ງໄດ້ຄົ້ນພົບຢູ່ພະລາດຊະວັງທັງລອງ ແລະ ໄດ້ວາງສະແດງຢູ່ ເຂດວາງສະແດງ… ຜ່ານນັ້ນ, ກໍຊ່ວຍໃຫ້ແຂກທ່ອງທ່ຽວສາມາດວາດພາບໄດ້ເຖິງປະຫວັດສາດຂອງພະລາດຊະວັງທັງລອງ ນັບແຕ່ສະຕະວັດທີ VII ຕະຫຼອດຮອດສະວັດທີ XIX ຜ່ານແຕ່ລະສະໄໝລາຊະວົງ. ນອກຈາກນັ້ນແລ້ວ, ແຂກທ່ອງທ່ຽວ ຍັງໄດ້ເຂົ້າຮ່ວມກິດຈະກຳ ຖະຫວາຍທູບທຽນ, ດື່ມນ້ຳຊາເອືອບດອກບົວ ຢູ່ໃຕ້ຮົ່ມຕົ້ນໂພທີ່ເກົ່າແກ່ - ເຊິ່ງເປັນສັນຍາລັກແກ່ຄວາມສະຫງົບສຸກ ແລະ ໂຊກດີ…

-         ນອກຈາກສອງລາຍການທ່ອງທ່ຽວທີ່ເລົ່າມາຂ້າງເທິງແລ້ວ, ກໍຍັງມີຫຼາຍລາຍການທ່ອງທ່ຽວຍາມຄ່ຳຄືນອື່ນໆອີກ, ເຊັ່ນ: ລາຍການ “ຄ່ຳຄືນແຫ່ງຄວາມສັກສິດ: ແປວໄຟຄາວເຍົາໄວ” ຢູ່ຄຸກ ຮວ໋າລໍ່ ຫຼື ລາຍການທ່ອງທ່ຽວວັນນະຄະດີ ຢູ່ຫໍພິພິທະພັນວັດທະນະທຳ ຫວຽດນາມ ອີກດ້ວຍ.

ຕອບກັບ