ແນະ​ນຳ​ກ່ຽວ​ກັບອາຍຸກະສຽນບຳ​ນານ​ຢູ່ ຫວຽດ​ນາມ

Nguyen Xuyen
Chia sẻ
(VOVWORLD) - ໃນຈົດໝາຍບາງສະບັບໃນຈໍນວນຈົດໝາຍທັງໝົດ 490 ສະບັບ ທີ່ໄດ້ສົ່ງມາຍັງ VOV5 ໃນອາທິດຜ່ານມາສະເພາະລາຍການພາສາລາວ ໄດ້ຮັບຈົດໝາຍ 25 ສະບັບຈາກທ່ານຜູ້ຟັງລາວ. 

ກ່ອນຈະເປີດອ່ານຈົດໝາຍສະບັບຕ່າງໆທີ່ໄດ້ຝາກມາຍັງລາຍການໃນອາທິດຜ່ານມາ, ພວກຂ້າພະເຈົ້າຈະອັບເດດຂໍ້ມູນກ່ຽວຂ້ອງເຖິງການເສັງ ເພື່ອນຮູ້ຫຍັງແດ່ກ່ຽວກັບ ຫວຽດນາມ ປີ 2025 ໂດຍວິທະຍຸກະຈາຍສຽງ ຫວຽດນາມ ຈັດຂຶ້ນ.

ໄລ່ຮອດວັນທີ 21 ເມສາ ຄະນະຈັດຕັ້ງໄດ້ຮັບບົດສົ່ງເຂົ້າຮ່ວມການເສັງ 33 ບົດຂອງຜູ້ຟັງມາຈາກ ປະເທດ ອິນໂດເນເຊຍ, ຈີນ, ເຢຍລະມັນ, ອິນເດຍ, ແອັດສະປາຍ. ການເສັງດັ່ງກ່າວຍັງສືບຕໍ່ໄດ້ດຳເນີນຮອດວັນທີ 15 ມິຖຸນາ 2025. ຈົ່ງຕອບບັນດາຄຳຖາມດັ່ງກ່າວ ແລ້ວສົ່ງເຂົ້າອີເມວ laovov5@gmail.com ຫຼື ສົ່ງທາງໄປສະນີມາຍັງລາຍການໂດຍຈ່າໜ້າຊອງວ່າ: ລາຍການພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ ເພື່ອໄດ້ຮັບບັນດາລາງວັນທີ່ຈັບໃຈຄື ລາຍການທ່ອງທ່ຽວ ຫວຽດນາມ 5 ວັນ 4 ຄືນ ຫຼື ຫຼາຍໆລາງວັນອື່ນໆອີກ. ສຳລັບຜູ້ຟັງທ່ານໃດທີ່ຍັງບໍ່ຮູ້ກ່ຽວກັບການເສັງດັ່ງກ່າວ, ກໍ່ສາມາດເຂົ້າເບິ່ງເວບໄຊ vovworld.vn ພາກພາສາລາວ, ຄໍລຳ ໂອ້ລົມກັບເພື່ອນລາວ ເພື່ອຊອກຮູ້ກ່ຽວກັບຄຳຖາມ ແລະ ກະຕິກາການເສັງ. ໃນໄລຍະເວລາເຂົ້າຮ່ວມການເສັງ, ຖ້າມີຂໍ້ຂ້ອງໃຈໃດ ກະລຸນາຕິດຕໍ່ຫາພວກຂ້າພະເຈົ້າ. ພວກຂ້າພະເຈົ້າຍິນດີໃຫ້ການແນະນຳເພື່ອໃຫ້ທ່ານສາມາດຍາດໄດ້ບັນດາລາງວັນສູງທີ່ສຸດ. ຂໍອວຍພອນໃຫ້ທ່ານປະສົບຜົນສຳເລັດໃນການເສັງຄັ້ງນີ້.

ແນະ​ນຳ​ກ່ຽວ​ກັບອາຍຸກະສຽນບຳ​ນານ​ຢູ່ ຫວຽດ​ນາມ - ảnh 1ບັນດາແຂກຖືກເຊີນ ອິນໂດເນເຊຍ ມາຢ້ຽມຢາມສຳນັກງານ VOV5

ໃນອາທິດຜ່ານມາ, ເພື່ອນ Diego Echeverri ໄດ້ສົ່ງຈົດໝາຍເຖິງ VOV5 ດ້ວຍຄຳແບ່ງປັນວ່າ: “ວິທະຍຸກະຈາຍສຽງ ຫວຽດນາມ ແມ່ນໜຶ່ງໃນບັນດາສະຖານີວິທະຍຸສາກົນ ທີ່ຂ້າພະເຈົ້າມັກທີ່ສຸດ. ພິເສດແມ່ນລາຍການ ໂອ້ລົມກັບທ່ານຜູ້ຟັງ. ຫວັງວ່າ ໃນອະນາຄົດ, ຂ້າພະເຈົ້າຈະໄດ້ມາ ຫວຽດນາມ ແລະ ແວ່ຢາມສະຖານີວິທະຍຸກະຈາຍສຽງ ຫວຽດນາມ”.

ເຈົ້າ, ທ່ານຜູ້ຟັງທີ່ເຄົາລົບ, ບັນດາຜູ້ຈັດທຳລາຍການກະຈາຍສຽງພາກພາສາລາວ ເວົ້າ ສະເພາະ ແລະ ບັນນາທິການ VOV ເວົ້າລວມ ມີຄວາມປິຕິຊົມຊື່ນ ແລະ ເຄົາລົບນັບຖືນ້ຳໃຈຂອງທ່ານຜູ້ຟັງທຸກໆທ່ານ. ດ້ວຍມູນເຊື້ອ 80 ປີແຫ່ງການຮ່ວມເດີນທາງ ແລະ ພັດທະນາພ້ອມກັບການພັດທະນາຂອງປະເທດຊາດ, VOV5 ຍາມໃດກໍມານະພະຍາຍາມສະໜອງບັນດາຂໍ້ມູນທີ່ດີ, ເປັນປະໂຫຍດມາໃຫ້ຜູ້ຟັງໃນ 5 ທະວີບ. ພວກຂ້າພະເຈົ້າຫວັງວ່າ ຈະສືບຕໍ່ໄດ້ຮັບນ້ຳໃຈຄວາມຮັກແພງ, ການສະໜັບສະໜູນຈາກຜູ້ຟັງຫຼາຍໆຂຶ້ນ.

ສືບຕໍ່ລາຍການ, ພວກຂ້າພະເຈົ້າຂໍຕອບບັນດາຄຳຖາມທີ່ຜູ້ຟັງໄດ້ສົ່ງມາຍັງລາຍການໃນອາທິດຜ່ານມາ.

ຈົດໝາຍສະບັບທຳອິດຂອງເພື່ອນ ພອນວິໄລ, ຢູ່ແຂວງ ຜົ້ງສາລີ. ເພື່ອນຖາມວ່າ: ຫວຽດນາມ ມີຊາວມຸດສະລິມ ກວມເອົາຈັກສ່ວນຮ້ອຍຂອງປະຊາກອນທັງໝົດ?

  ເອັດຕາສ່ວນປະຊາກອນ ຫວຽດນາມ ທີ່ຖືສາສະໜາ ອິດສະລາມ ແມ່ນມີໜ້ອຍທີ່ສຸດ. ຕາມຕົວເລກສະຖິຕິໄລ່ຮອດປີ 2021, ຢຸ່ ຫວຽດນາມ ມີສາສະນິກກະຊົນ ຖືສາສາໜາ ອິດສະລາມ ທັງໝົດກວ່າ 80.000 ຄົນ ແລະ ມີຮາກຖານດຳເນີນຊີວິດ 90 ແຫ່ງ.  ໃນນັ້ນ ຢູ່ 2 ແຂວງ ນິງທ້ວນ ແລະ ບິ່ງທ້ວນ ໄດ້ເຕົ້າໂຮມ 50.000 ຄົນ, ແຂວງ ອານຢາງ ມີ 15.000 ຄົນ, ສ່ວນທີ່ຍັງເຫຼືອແມ່ນຢູ່ບັນດາທ້ອງຖິ່ນອື່ນ, ສ່ວນຫຼາຍແມ່ນຢູ່ພາກໃຕ້ ຫວຽດນາມ.

ຊາວມຸດສະລິມ ສ່ວນຫຼາຍຢູ່ ຫວຽດນາມ ແມ່ນຊາວເຜົ່າຈຳ, ນອກຈາກນັ້ນຍັງມີຊາວ ຫວຽດນາມ ເຊື້ອຊາດ ຂະແມ, ຊາວ ຫວຽດນາມ ເຊື້ອຊາດ ອິນເດຍ ແລະ ຊາວຈີນ ອີກດ້ວຍ.

ໃນຈົດໝາຍຝາກເຖິງລາຍການ, ເພື່ອນ ບົວວອນ, ຢູ່ນະຄອນຫຼວງ ວຽງຈັນ ໄດ້ຖາມວ່າ: ອາຍຸກະສຽນບຳນານຂອງແຮງງານ ຫວຽດນາມ ໄດ້ຄິດໄລ່ຄືແນວໃດ?

ແນະ​ນຳ​ກ່ຽວ​ກັບອາຍຸກະສຽນບຳ​ນານ​ຢູ່ ຫວຽດ​ນາມ - ảnh 2(ພາບປະກອບ)

ຕາມຂໍ້ກຳນົດໃນລັດຖະດຳລັດສະບັບເລກທີ 135/2020/NĐ-CP ເມື່ອປີ 2020 ຂອງລັດຖະບານ ຫວຽດນາມ ແລ້ວ, ນັບແຕ່ວັນທີ 01 ມັງກອນ 2021, ອາຍຸກະສຽນຮັບບຳນານຂອງແຮງງານເພດຊາຍແມ່ນ 60 ປີ 3 ເດືອນ ແລະ ແຮງງານເພດຍິງແມ່ນ 55 ປີ 4 ເດືອນ. ຫຼັງຈາກນັ້ນ, ແຕ່ລະປີບວກເພີ່ມ 03 ເດືອນສຳລັບແຮງງານເພດຊາຍ ຈົນຮອດເມື່ອຄົບ 62 ປີ ໃນປີ 2028, ສ່ວນສຳລັບແຮງງານເພດຍິງ ບວກເພີ່ມ 04 ເດືອນຕໍ່ປີ ຈົນຮອດເມື່ອຄົບ 60 ປີ ໃນປີ 2035.

ເປັນອັນວ່າ, ປີ 2025 ອາຍຸກະສຽນຮັບບຳນານຂອງແຮງງານເພດຊາຍໃນເງື່ອນໄຂທຳມະດາແມ່ນ 61 ປີ 3 ເດືອນ, ສ່ວນແຮງງານເພດຍິງ ແມ່ນ 56 ປີ 8 ເດືອນ.

  ດັ່ງທີ່ກ່າວມາຂ້າງທິງແມ່ນເນື້ອໃນຄຳເຫັນຂອງທ່ານຜູ້ຟັງທີ່ຝາກມາລາຍການໃນອາທິດຜ່ານມາ, ຫວັງວ່າ ທ່ານຜູ້ຟັງຈະສືບຕໍ່ຝາກຈົດໝາຍ, ອີເມວ ຫຼື ໂທລະສັບມາຫາລາຍການ ເພື່ອປະກອບຄຳເຫັນຊ່ວຍລາຍການຂອງພວກເຮົາໃຫ້ນັບມື້ນັບດີກວ່າເກົ່າ. ພວກເພື່ອນກໍ່ສາມາດຝາກຈົດໝາຍມາຍັງລາຍການໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ ຫຼື ໂທມາໂດຍກົງກໍ່ໄດ້ຕາມເບີໂທ 0084.243.8256631 ຫຼື ອີເມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດເຂົ້າເບິ່ງໃນເວບໄຊ vovworld.vn. ຂໍຂອບໃຈ!

ຕອບກັບ