ແນະ​ນຳ​​ການ​ບໍ​ລິ​ການ​ເຊົ່າ​ລົດ​ຖີບ​ສາ​ທາ​ລະ​ນະ​ຢູ່​ຮ່າ​ໂນ້ຍ

Nguyen Xuyen
Chia sẻ
(VOVWORLD) - ໃນສອງອາທິດຜ່ານມາ, VOV5 ໄດ້ຮັບຈົດໝາຍທັງໝົດ 997 ສະບັບ, ສະເພາະລາຍການພາກພາສາລາວ ມີ 48 ສະບັບ.

ໃນ 2 ອາທິດຜ່ານມາ, ມີທ່ານຜູ້ຟັງ, ຜູ້ອ່ານຫຼາຍທ່ານ ໄດ້ໂທລະສັບ ແລະ ສົ່ງຈົດໝາຍເຖິງລາຍການ ເພື່ອອວຍພອນວັນສ້າງຕັ້ງວິທະຍຸກະຈາຍສຽງ ຫວຽດນາມ ຄົບຮອບ 78 ປີ (07/09/1945 – 07/09/2023).

ໃນນັ້ນ ເພື່ອນ ທິບພະພອນ ຢູ່ນະຄອນຫຼວງ ວຽງຈັນ ໄດ້ສົ່ງຄຳອວຍພອນວ່າ: “ຂໍຊົມເຊີຍບັນດາຜົນງານ ເຊິ່ງວິທະຍຸກະຈາຍສຽງ ຫວຽດນາມ (VOV ) ບັນລຸໄດ້ໃນຕະຫຼອດ 78 ປີຜ່ານມາ. ຂ້າພະເຈົ້າຈະສືບຕໍ່ຕິດຕາມບັນດາລາຍການກະຈາຍສຽງພາກພາສາລາວ ແລະ ເຊື່ອໝັ້ນຢ່າງແນວແນວ່າ ລາຍການພາກພາສາລາວ ເວົ້າສະເພາະ ແລະ VOV ເວົ້າລວມ ຈະບັນລຸໄດ້ຜົນສຳເລັດຫຼາຍກວ່າອີກໃນໄລຍະຈະມາເຖິງ. ຂໍອວຍພອນໃຫ້ຄະນະນຳ ພ້ອມດ້ວຍພະນັກງານຂອງ VOV ທຸກຖ້ວນໜ້າ ຈົ່ງມີພາລະນາໄມສົມບູນ ແລະ ມີຄວາມຜາສຸກ”.

ແນະ​ນຳ​​ການ​ບໍ​ລິ​ການ​ເຊົ່າ​ລົດ​ຖີບ​ສາ​ທາ​ລະ​ນະ​ຢູ່​ຮ່າ​ໂນ້ຍ - ảnh 1 ງານຕະຫຼາດນັດເພື່ອການກຸສົນ ໂດຍ VOV ຈັດຂຶ້ນເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງ VOV ຄົບຮອບ 78 ປີ

ສ່ວນເພື່ອນ ເມກດາລາ ຢູ່ແຂວງ ຫຼວງພະບາງ ໄດ້ແບ່ງປັນວ່າ: “ຂ້າພະເຈົ້າມັກງານຕະຫຼາດນັດເພື່ອການກຸສົນ ເຊິ່ງ VOV ຈັດຂຶ້ນປະຈຳປີ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງ VOV ທີ່ສຸດ. ພິເສດ, ຂ້າພະເຈົ້າມີຄວາມປິຕິຊົມຊື່ນເມື່ອເຫັນວ່າ ມີອາຫານ, ວັດທະນະທຳ ແລະ ເຄື່ອງທີ່ລະນຶກຫຼາຍຢ່າງ ໄດ້ນຳມາແນະນຳ, ວາງຂາຍຢູ່ເຫດການທີ່ມີຄວາມໝາຍນີ້. ຂອບໃຈ VOV ທີ່ໄດ້ແຜ່ຂະຫຍາຍວັດທະນະທຳລາວ ຢູ່ປະເທດ ຫວຽດນາມ ທີ່ສວຍງາມ. ຂໍຊົມເຊີຍວັນສ້າງຕັ້ງ VOV ຄົບຮອບ 78 ປີ”.

ດັ່ງທີ່ກ້າວມາຂ້າງເທິງແມ່ນຄຳອວຍພອນ ແລະ ຈົດໝາຍ 2 ສະບັບໃນຈຳນວນຫຼາຍສະບັບ ທີ່ທ່ານຜູ້ຟັງໄດ້ຝາກມາ VOV5 ໃນ 2 ອາທິດຜ່ານມາ. ພວກຂ້າພະເຈົ້າກໍຂໍສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ເຄົາລົບນ້ຳໃຈຂອງທ່ານຜູ້ຟັງທຸກຄົນທີ່ມີຕໍ່ VOV5. ຂໍອວຍພອນໃຫ້ທ່ານຜູ້ຟັງທຸກໆທ່ານ ຈົ່ງມີແດ່ພາລະນາໄມສົມບູນ ແລະ ມີຄວາມຜາສຸກ. 

ເພື່ອສືບຕໍ່ລາຍການ, ພວກຂ້າພະເຈົ້າຂໍຕອບຄຳຖາມຈຳນວນໜຶ່ງຂອງທ່ານຜູ້ຟັງທີ່ໄດ້ຝາກມາລາຍການພາກພາສາລາວ ໃນອາທິດຜ່ານມາ.

ພາຍຫຼັງການມາເຮັດວຽກເປັນເວລາ 2 ມື້ຢູ່ ຮ່າໂນ້ຍ, ເພື່ອນ ຈຳປາ ຢູ່ແຂວງ ຄຳມ່ວນ ໄດ້ສົ່ງຈົດໝາຍເຖິງລາຍການ ແລະ ແບ່ງປັນວ່າ: “ລະດູບານໃໝ່ຢູ່ ຮ່າໂນ້ຍ ງາມອີຫຼີ! ແດດອ່ອນ, ທ້ອງຟ້າສົດໃສ, ອາກາດປອດໂປ່ງເຢັນສະບາຍ. ໃນຂະນະທີ່ໄປຕາມທາງ, ຂ້າພະເຈົ້າເຫັນວ່າ ຢູ່ສະຖານທີ່ສາທາລະນະ ມີຫຼາຍຈຸດໃຫ້ເຊົ່າລົດຖີບ. ຂ້າພະເຈົ້າກໍເລີຍຄິດເຖິງການຖີບລົບຖີບຢູ່ອ້ອມນະຄອນ ຮ່າໂນ້ຍ ເພື່ອຊົມຄວາມງາມຂອງລະດູໃບໄມ້ຫຼົ່ນຮ່າໂນ້ຍ ຄືຊິຄັກຫຼາຍ. ສະນັ້ນ, ຂ້າພະເຈົ້າຢາກຊອກຮູ້ກ່ຽວກັບການບໍລິການເຊົ່າລົດຖີບສາທາລະນະນີ້ ເພື່ອໄວ້ໂອກາດໜ້າມາ ຮ່າໂນ້ຍ, ຂ້າພະເຈົ້າຈະສຳຜັດໄດ້ເຖິງຄວາມຮູ້ສຶກອັນສຸດຍອດນີ້”.

ແນະ​ນຳ​​ການ​ບໍ​ລິ​ການ​ເຊົ່າ​ລົດ​ຖີບ​ສາ​ທາ​ລະ​ນະ​ຢູ່​ຮ່າ​ໂນ້ຍ - ảnh 2ການບໍລິການເຊົ່າລົດຖີບຢູ່ຮ່າໂນ້ຍ ໄດ້ຜັນຂະຫຍາຍຢ່າງກວ້າງຂວາງ, ເຊິ່ງມີຢູ່ທຸກສະຖານທີ່ສາທາລະນະ (ພາບ: TTXVN)

ເພື່ອນ ຈຳປາ ທີ່ຮັກແພງ! ຂອບໃຈເພື່ອນທີ່ໄດ້ແບ່ງປັນຄວາມຮູ້ສຶກຂອງຕົນກ່ຽວກັບລະດູໃບໄມ້ຫຼົ່ນ ຮ່າໂນ້ຍ. ສຳລັບບໍລິການເຊົ່າລົດຖີບສາທາລະນະ (TNGo), ປັດຈຸບັນ ໄດ້ຜັນຂະຫຍາຍຢູ່ 79 ຈຸດໃນບໍລິເວນນະຄອນ ຮ່າໂນ້ຍ. ດ້ວຍການປະຕິບັດ 2 – 3 ຂັ້ນຕອນງ່າຍໆໃນແອັບຟຣີເຄຊັນຂອງໂທລະສັບມືຖື, ເພື່ອນກໍສາມາດເຊົ່າລົດໄດ້ສຳເລັດ ແລະ ສົ່ງລົດຄືນຢູ່ຈຸດໃຫ້ເຊົ່າລົດຂອງ TNGo ໄດ້ບໍ່ວ່າຢູ່ເຂດໃດຂອງນະຄອນ ຮ່າໂນ້ຍ. ທຳອິດ, ໃຫ້ເພື່ອນໂຫຼດ ແອັບ TNGo, ຫຼັງຈາກນັ້ນ ສ້າງບັນຊີ, ເຕີມເງິນ, ຊອກຫາຈຸດເຊົ່າລົດຖີບທີ່ຢູ່ໃກ້ທີ່ສຸດ ແລ້ວສະແກນລະຫັດລົດຖີບ ເທົ່ານັ້ນ ກໍແມ່ນສຳເລັດລະບຽບການເຊົ່າລົດແລ້ວ. ເພື່ອສາມາດເຊົ່າເປັນປີ້ 30 ນາທີ ດ້ວຍລາຄາພຽງແຕ່ 5000 ດົ່ງຕໍ່ປີ້, ຫຼື ປີ 7,5 ຊົ່ວໂມງຕໍ່ມື້ ດ້ວຍລາຄາ 50.000 ດົ່ງ. TNGo ຈະຊ່ວຍເຊື່ອມຕໍ່ກັບບັນດາສະຖານີລົດເມ ແລະ ລົດໄຟໄຟຟ້າ... ສະນັ້ນ, ການໄປມາກໍສະດວກຫຼາຍ.  ລະດູໃບໄມ້ຫຼົ່ນ ຮ່າໂນ້ຍ ຈະແກ່ຍາວຮອດເດືອນ ຕຸລາ. ຫວັງວ່າ ເພື່ອນ ຈຳປາ ແລະ ທ່ານຜູ້ຟັງຈະຍາດເວລາມາຮັບບັນຍາກາດຂອງລະດູບານໃໝ່ ຮ່າໂນ້ຍ ໃນໄວໆນີ້ ເພື່ອມີຄວາມຮູ້ສຶກທີ່ເລິກເຊິ່ງກວ່າ. 

ກ່ອນທີ່ຈະສິ້ນສຸດລາຍກາຍ, ພວກຂ້າພະເຈົ້າຂໍແນະນຳກ່ຽວກັບ ໂຄງການ “ສ້າງຊີວິດໃໝ່ໃຫ້ແກ່ສິ່ງເສດເຫຼືອຢາງພະລາດສະຕິກ” ຢູ່ຮ່າໂນ້ຍ. ນີ້ແມ່ນໜຶ່ງໃນບັນດາໂຄງການທີ່ເພື່ອນ ວຽງໄຊ ຢູ່ ບໍ່ແກ້ວ - ເຊິ່ງເປັນຄົນທີ່ຮັກມັກການປົກປັກຮັກສາສິ່ງແວດລ້ອມ ມີຄວາມສົນໃຈ ແລະ ຢາກໃຫ້ລາຍການແນະນຳສູ່ຟັງ.

ໂຄງການ “ສ້າງຊີວິດໃໝ່ໃຫ້ແກ່ສິ່ງເສດເຫຼືອຢາງພະລາດສະຕິກ” ໂດຍ ກຸ່ມບໍລິສັດນາໆຊາດ Unilever ຫວຽດນາມ ສົມທົບກັບ VietCycle ແລະ ບໍລິສັດ ຢາງ ຢຸຍເຕິນ ຜັນຂະຫຍາຍ. ໂຄງການດັ່ງກ່າວ ໄດ້ຜັນຂະຫຍາຍດ້ວຍ 3 ເສົາຄ້ຳ: ສ້າງລະບົບເກັບສິ່ງເສດເຫຼືອຢາງພະລາດສະຕິກ, ຝຶກອົບຮົມ, ໂຄສະນາເຜີຍແຜ່ ແລະ ສົ່ງໄປຜະລິດຄືນໃໝ່. ໂຄງການດຳເນີນການຄັດເລືອກ ແລະ ສ້າງສາຂາເກັບສິ່ງເສດເຫຼືອຢາງພະລາດສະຕິກຕາມຖະໜົນ, ສະຖານທີ່ເກັບສິ່ງເສດເຫຼືອຢາງພະລາດສະຕິກ, ສ້າງເຄືອຂ່າຍເຊື່ອມຕໍ່ກັບແຮງງານເກັບຊື້ຢາງ, ເຫຼັກເສດແບບເສລີໃນບໍລິເວນ. ຖັດຈາກນັ້ນ, ກໍຈັດຊຸດຝຶກອົບຮົມໂຄສະນາເຜີຍແຜ່ໃຫ້ບັນດາເປົ້າໝາຍດັ່ງກ່າວ ເພື່ອໃຫ້ເຂົາເຈົ້າມີຄວາມເຂົ້າໃຈ ແລະ ກຳແໜ້ນຂໍ້ມູນ ແນໃສ່ຮັບປະກັນຫຼັກອະນາໄມ ແລະ ຄວາມປອດໄພໃນຂະນະອອກແຮງງານເກັບສິ່ງເສດເຫຼືອຢາງພະລາດສະຕິກ. ພ້ອມດຽວກັນນັ້ນ, ໂຄງການດັ່ງກ່າວ ກໍຍູ້ແຮງການໂຄສະນາເຖິງມະຫາຊົນກ່ຽວກັບຜົນປະໂຫຍດຂອງການຈັດແບ່ງປະເພດສິ່ງເສດເຫຼືອຢູ່ກັບທີ່, ເກັບທ້ອນສິ່ງເສດເຫຼືອຢ່າງພະລາດສະຕິກ... ສຸດທ້າຍ, ໂຄງການນີ້ຈະນຳໃຊ້ແຫຼ່ງສິ່ງເສດເຫຼືອຢາງພະລາດສະຕິກທີ່ໄດ້ຈັດແບ່ງປະເພດ ແລະ ເກັບມາໄດ້ນັ້ນ ໄປຮັບໃຊ້ການຜະລິດເຄື່ອງຫຸ້ມຫໍ່. ດັ່ງທີ່ກ່າວມາຂ້າງເທິງແມ່ນບາງຂໍ້ມູນກ່ຽວກັບໂຄງການ “ສ້າງຊີວິດໃໝ່ໃຫ້ແກ່ສິ່ງເສດເຫຼືອຢາງພະລາດສະຕິກ”, ຫວັງວ່າ ຈະເປັນຂໍ້ມູນທີ່ເປັນປະໂຫຍດສຳລັບທ່ານຜູ້ຟັງທຸກໆທ່ານ.

ລາຍກາຍໂອ້ລົມກັບເພື່ອນລາວ ພາກນີ້ ຂໍສິ້ນສຸດລົງພຽງເທົ່ານີ້. ນີ້.  ຖ້າຫາກທ່ານຜູ້ຟັງ, ຜູ້ອ່ານທ່ານໃດ, ມີຄວາມສົໃຈຕໍ່ບັນຫາໃດໜຶ່ງ, ກໍສາມາດາກຈົດໝາຍມາຍັງລາຍການຂອງພວກເຮົາ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ ວິທະຍຸກະຈາຍສຽງ ຫວຽດນາມ, ເຮືອນເລກທີ 45 ຖະໜົນບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທມາໂດຍກົງກໍໄດ້ ຕາມເບີໂທ 0084.243.825.6631 ຫຼື ອີເມວ laovov5@gmail.com. ທ່ານຜູ້ຟັງກໍສາມາດໃຫ້ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາໄດ້./.

ຕອບກັບ