ແນະ​ນຳ ວັນກະວີ ຫວຽດນາມ

Dieu Hong
Chia sẻ
(VOVWORLD) - ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 410 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 34 ປະເທດ ແລະ ເຂດແຄວ້ນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 20 ສະບັບຈາກທ່ານຜູ້ຟັງ.

ຈາກ Bilbao, ປະເທດ ແອັດສະປາຍ, ທ່ານ José Ignacio Cos Lezama ໄດ້ຝາກຄຳອວຍພອນມາຍັງ ວິທະຍຸກະຈາຍສຽງ ຫວຽດນາມ ທີ່ໄດ້ຮັບ 170 ລາງວັນສື່ມວນຊົນ ໃນປີ 2023, ໃນນັ້ນ ມີ 4 ລາງວັນໂດຍ ສະຫະພັນກະຈາຍສຽງ - ໂທລະພາບ ອາຊີ - ປາຊີຟິກ (ABU) ມອບໃຫ້ ແລະ ໜຶ່ງລາງວັນພິເສດຂອງ ສະຫະສະມາຄົມ ສື່ມວນຊົນ ອາຊີ - ປາຊີຟິກ. ທ່ານ José Ignacio Cos Lezama ໄດ້ຂຽນວ່າ: “ເລື່ອງວຽກງານຂອງເຮົາເຮັດແລ້ວໄດ້ຮັບການຮັບຮູ້, ຢັ້ງຢືນແມ່ນສຳຄັນທີ່ສຸດ, ຍ້ອນມັນອະນຸຍາດໃຫ້ບັນດາຜູ້ເຮັດວຽກມືອາຊີບ ສືບຕໍ່ພັດທະນາ, ໃນກໍລະນີນີ້ແມ່ນບັນດາບັນນາທິການ, ນັກຂ່າວຂອງ VOV. ຂ້າພະເຈົ້າຫວັງວ່າ, ປີ 2024 ຈະແມ່ນປີທີ່ຜູ້ຟັງສືບຕໍ່ເຫັນປະຈັກຕາບັນດາຜົນງານໃໝ່ຂອງ VOV”.

ສ່ວນເພື່ອນ Najimuddin, ຢູ່ ອິນເດຍ ໄດ້ຕີລາຄາສູງລາຍການຂ່າວຂອງ VOV, ເພື່ອນໄດ້ຂຽນວ່າ: “ຄໍລຳສະຖານະການການເມືອງ, ເຫດການຂອງໂລກ ແລະ ຂ່າວກ່ຽວກັບ ຫວຽດນາມ, ໄດ້ປະກອບສ່ວນນຳມາເຊິ່ງຄວາມຮູ້ສຳຄັນໃຫ້ຂ້າພະເຈົ້າ. ຍາມໃດຂ້າພະເຈົ້າກໍ່ເຄົາລົບບັນດາແຫຼ່ງຂ່າວທີ່ເປັນໜ້າເຊື່ອຖືນີ້”.

          ໃນອາທິດ, ທ່ານ Zhāng hànwén, ຢູ່ ຊື່ຈວານ, ປະເທດ ຈີນ ໄດ້ຝາກຈົດໝາຍດ້ວຍເນື້ອໃນວ່າ: “ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ປີມະໂລງ 2024 ໃກ້ຈະມາເຖິງ, ກ່ອນອື່ນໝົດ, ຂ້າພະເຈົ້າຂໍອວຍພອນໃຫ້ບັນນາທິການ ແລະ ໂຄສົກຂອງ VOV ທຸກໆຄົນ, ບັນດາທ່ານຜູ້ຟັງ, ເພື່ອນມິດ ແລະ ພໍ່ແມ່ປະຊາຊົນຊົນເຜົ່າຕ່າງໆໃນທຸກແຖບຖິ່ນຂອງປະເທດ ຫວຽດນາມ ຈົ່ງມີແດ່ບຸນປີໃໝ່ປະຈຳຊາດເຕັມໄປດ້ວຍຄວາມເບິກບານມ່ວນຊື່ນ. ຂ້າພະເຈົ້າເຊື່ອວ່າ ພວກທ່ານຈະໄດ້ຮັບຈົດໝາຍ ແລະ ຄຳອວຍພອນຈາກຂ້າພະເຈົ້າແລ້ວ”.

ແນະ​ນຳ ວັນກະວີ ຫວຽດນາມ - ảnh 1ວັນກະວີ ຫວຽດນາມ ຈັດຂຶ້ນປະຈຳທຸກວັນເພັງເດືອນຈຽງ

ໃນອາທິດ, ເພື່ອນ ລັດດາພອນ, ຢູ່ແຂວງ ຊຽງຂວາງ ມີຄວາມສົນໃຈເຖິງ ວັນກະວີ ຫວຽດນາມ, ເພື່ອນໄດ້ຂຽນວ່າ: ຂ້າພະເຈົ້າໄດ້ອ່ານຂ່າວ ກ່ຽວກັບ “ວັນກະວີ ຫວຽດນາມ”, ຜ່ານນັ້ນຈຶ່ງຮູ້ວ່າ ຊາວ ຫວຽດນາມ ມີຄວາມເອົາໃຈໃສ່, ຢາກພັດທະນາກະວີທີ່ສຸດ. ຂໍໃຫ້ທາງລາຍການໃຫ້ຮູ້ແຈ້ງກ່ຽວກັບຕົ້ນກຳເນີດຂອງວັນກະວີ ຫວຽດນາມ ແດ່.

ເພື່ອນ ລັດດາພອນ ທີ່ຮັກແພງ, ວັນກະວີ ຫວຽດນາມ ໄດ້ເລີ່ມຈັດຄັ້ງທຳອິດແມ່ນໃນປີ 2003 (ປີມະແມ) ຢູ່ ວັນມ໋ຽວ - ກວັກຕື້ຢາມ, ຮ່າໂນ້ຍ. ວັນກະວີ ຫວຽດນາມ ແມ່ນວັນບຸນເຊີດຊູຜົນງານຂອງກະວີ ຫວຽດນາມ, ໄດ້ຮັບການຈັດຂຶ້ນໃນທຸກໆວັນເພັງ ເດືອນຈຽງ ຕາມຈັນທະປະຕິຖິນ ຂອງແຕ່ລະປີ ຕາມຂໍ້ຕົກລົງຂອງ ສະມາຄົມນັກປະພັນວັນນະຄະດີ ຫວຽດນາມ, ພາຍໃຕ້ການເຫັນດີເຫັນພ້ອມ ແລະ ການຊີ້ນຳຂອງຄະນະແນວຄິດ - ວັດທະນະທຳ ສູນກາງ ແລະ ກະຊວງ ວັດທະນະທຳ - ສື່ສານ ຫວຽດນາມ. ປີ 2024 ນີ້, ວັນກະວີ ຫວຽດນາມ ຄັ້ງທີ 22 ໄດ້ຈັດຂຶ້ນໃນວັນເພັງ ເດືອນຈຽງ ປີມະໂລງ (ກົງກັບ 24 ກຸມພາ 2024) ດ້ວຍຫົວຂໍ້ວ່າ “ບົດປະສານສຽງຂອງປະເທດຊາດ”.

ແນະ​ນຳ ວັນກະວີ ຫວຽດນາມ - ảnh 2ພາບປະກອບ

ອາທິດຜ່ານມາ, ເພື່ອນ ສຸພາລັດ, ແຂວງ ບໍ່ແກ້ວ ໄດ້ສົ່ງອີມວ ເຖິງລາຍການດ້ວຍເນື້ອໃນ: ຂ້າພະເຈົ້າ ມີຄວາມສົນໃຈເຖິງນະໂຍບາຍປົກປ້ອງແມ່ຍິງ ແລະ ເດັກນ້ອຍຂອງ ຫວຽດນາມ. ຂ້າພະເຈົ້າຢາກຮູ້ວ່າ ຢູ່ ປະເທດ ຫວຽດນາມ ມີກົດໝາຍໃດແດ່ກ່ຽວກັບການປົກປ້ອງແມ່ຍິງ ແລະ ເດັກນ້ອຍ  ແລະ ປະເທດ ຫວຽດນາມ ມີໂທລະສັບສາຍດ່ວນເພື່ອແກ້ໄຂກໍລະນີໃຊ້ຄວາມຮຸນແຮງໃນຄອບຄົວບໍ່?

          ເພື່ອນ ສຸພາລັດ  ທີ່ຮັກແພງ, ເມື່ອເວົ້າເຖິງບັນດາຂໍ້ກຳນົດກົດໝາຍເພື່ອປົກປ້ອງເດັກນ້ອຍ ນັ້ນ ມີກົດໝາຍວ່າດ້ວຍການປົກປ້ອງ, ເບິ່ງແຍງດູແລ ແລະ ສຶກສາເດັກ. ສ່ວນ ສຳລັບແມ່ຍິງ, ເຖິງວ່າບໍ່ມີກົດໝາຍສະເພາະກ່ຽວກັບແມ່ຍິງ, ແຕ່ໃນລັດຖະທຳມະນູນປີ 2013 ໄດ້ມີການປັບປຸງ, ເພີ່ມເຕີມ ແລະ ພັດທະນາທີ່ສະແດງໃຫ້ເຫັນຄວາມສຳຄັນກ່ຽວກັບສິດທິມະນຸດ, ສິດ ແລະ ພັນທະພື້ນຖານຂອງພົນລະເມືອງ, ໃນນັ້ນມີທັງສິດຂອງແມ່ຍິງ. ນອກຈາກນັ້ນ, ໃນກົດໝາຍວ່າດ້ວຍຄວາມສະເໝີພາບລະຫວ່າງ ຍິງ - ຊາຍ ປີ 2006, ກົດໝາຍວ່າດ້ວຍແຮງງານ ປີ 2019 ແລະ ກົດໝາຍວ່າດ້ວຍການປະກັນສັງຄົມ ປີ 2014 ກໍ່ລ້ວນແຕ່ມີມາດຕາ, ພາກ ເວົ້າເຖິງການປົກປ້ອງສິດຜົນປະໂຫຍດ, ພາລະໜ້າທີ່ຂອງແມ່ຍິງ.

          ນອກຈາກນັ້ນ, ທ້າຍປີ 2021, ໂທລະສັບສາຍດ່ວນ 18001768 ໂດຍບໍ່ເສຍຄ່າ ເພື່ອໜູນຊ່ວຍແມ່ຍິງ ແລະ ເດັກຍິງ ທີ່ຖືກໃຊ້ຄວາມຮຸນແຮງ ໂດຍສູນກາງສະມາຄົມຊາວກະສິກອນ ຫວຽດນາມ ໄດ້ສ້າງຕັ້ງຂຶ້ນດ້ວຍການໜູນຊ່ວຍດ້ານເຕັກນິກ ແລະ ການເງິນຈາກກອງທຶນປະຊາກອນ ສປຊ UNFPA. ຫວັງວ່າ, ຂໍ້ມູນຕ່າງໆທີ່ກ້າວມາຂ້າງເທິງ ຈະຊ່ວຍໃຫ້ເພື່ອນ ສຸພາລັດ ແລະ ທ່ານຜູ້ຟັງ, ຜູ້ອ່ານ ເຂົ້າໃຈແຈ້ງກ່ວາກ່ຽວກັບບັນດານະໂຍບາຍປົກປ້ອງແມ່ຍິງ ແລະ ເດັກນ້ອຍຂອງ ຫວຽດນາມ.

ທ່ານຜູ້ຟັງທີ່ເຄົາລົບ, ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນຂອງທ່ານຜູ້ຟັງທີ່ຝາກມາລາຍການໃນອາທິດຜ່ານມາ, ຫວັງວ່າ ທ່ານຜູ້ຟັງຈະສືບຕໍ່ຝາກຈົດໝາຍ, ອີເມວ ຫຼື ໂທລະສັບມາຫາລາຍການ ເພື່ອປະກອບຄຳເຫັນຊ່ວຍລາຍການຂອງພວກເຮົາໃຫ້ນັບມື້ນັບດີກວ່າເກົ່າ. ພວກເພື່ອນກໍ່ສາມາດຝາກຈົດໝາຍມາຍັງລາຍການໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ ຫຼືໂທມາໂດຍກົງກໍ່ໄດ້ຕາມເບີໂທ 0084.243.8256631 ຫຼື ອີເມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດເຂົ້າເບິ່ງໃນເວບໄຊ vovworld.vn ເພື່ອແລກປ່ຽນຄຳເຫັນ ແລະ ຕິຊົມບັນດາລາຍການທີ່ໄດ້ເອົາລົງໃນເວບໄຊດັ່ງກ່າວ. ຂໍຂອບໃຈ.

ຕອບກັບ