ເປີດສາຍການບິນເຊື່ອມຕໍ່ນະຄອນຫຼວງວຽງຈັນ - ນະຄອນ ໂຮ່ຈີມິນ

Minh Duc
Chia sẻ
(VOVWORLD) - ສາຍການບິນເຊື່ອມຕໍ່ລະຫວ່າງ ນະຄອນ ໂຮ່ຈີມິນ ກັບນະຄອນຫຼວງ ວຽງຈັນ ຈະເລີ່ມເຂົ້າເຄື່ອນໄຫວນັບແຕ່ເດືອນ ກຸມພາ 2024, ຄາດວ່າຈະມີ 4 ຖ້ຽວບິນໄປ - ກັບ/ອາທິດ, ໃຊ້ເວລາບິນ 1 ຊົ່ວໂມງ 45 ນາທີ.
ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 631 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 34 ປະເທດ ແລະ ເຂດແຄວ້ນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 34 ສະບັບຈາກທ່ານຜູ້ຟັງລາວ.
ເປີດສາຍການບິນເຊື່ອມຕໍ່ນະຄອນຫຼວງວຽງຈັນ - ນະຄອນ ໂຮ່ຈີມິນ - ảnh 1(ທ່ານຜູ້ອຳນວຍການໃຫຍ່ VOV ໂອ້ຕຽນຊີ)

   ໃນອາທິດຜ່ານມາ, ເພື່ອນ ວຽງຄຳ ທຳມະວົງ; ເພື່ອນ ເພັດສະຫວັນ ຢູ່ແຂວງ ອັດຕະປື; ເພື່ອນ ຟານໂຮ່ງອັກ, ຊາວ ຫວຽດນາມ ອາໄສຢູ່ ອາເມລິກາ, ພ້ອມກັບທ່ານຜູ້ຟັງຊາວ ຫວຽດນາມ ອາໄສຢູ່ ລາວ ໄດ້ສົ່ງຈົດໝາຍ, ໂທລະສັບ, ສົ່ງຂໍ້ຄວາມມາຫາລາຍການ ໂດຍສະແດງຄຳອວຍພອນປີໃໝ່ສາກົນ 2024 ແລະ ບຸນເຕັດ ຫວຽດນາມ ທີ່ຈະມາເຖິງ. ໃນນັ້ນ, ເພື່ອນ ວຽນຄຳ ທຳມະວົງ ໄດ້ສົ່ງຂໍ້ຄວາມຜ່ານສື່ສັງຄົມອອນລາຍ ດ້ວຍເນື້ອໃນທີ່ວ່າ: ເນື່ອງໃນໂອກາດປີໃໝ່ 2024, ຂ້າພະເຈົ້າຂໍສົ່ຄຳອວຍພອນອັນດີງາມທີ່ສຸດເຖິງລາຍການ ພາກພາສາ ລາວ ແລະ ປະຊາຊົນ ຫວຽດນາມ. ອວຍພອນໃຫ້ທຸກໆຄົນຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ຫວັງວ່າ, ໃນປີ 2024 ຈະແມ່ນປີທີ່ 2 ປະເທດ ຫວຽດນາມ - ລາວ ມີການຮ່ວມມືໃໝ່ຫຼາຍຢ່າງກວ່າ, ເພື່ອຮັດແໜ້ນ້ຳໃຈສາມັກຄີລະຫວ່າງ 2 ປະເທດຫຼາຍກວ່າເກົ່າ. ແລະຂ້າພະເຈົ້າຫວັງວ່າ ນີ້ຈະແມ່ນປີ ທີ່ທ່ານຜູ້ຟັຈະໄດ້ຮັບຟັງລາຍການທີ່ຫຼາກຫຼາຍ, ບົດເພງມ່ວນໆ ແລະ ຂ່າວຕ່າງໆກ່ຽວກັບການທ່ອງທ່ຽວຢູ່ ຫວຽດນາມ ຜ່ານຄື້ນ ແລະ ຜ່ານເວັບໄຊຂອງ VOV5 ຫຼາຍກວ່າເກົ່າ.

 ເພື່ອນ ຄຳຫຼ້າ ທອງສຸກ, ດຳລົງຊີວິດຢູ່ນະຄອນຫຼວງ ວຽງຈັນ, ໄດ້ສົ່ງຂໍຄວາມມາຫາລາຍການດ້ວຍເນື້ອໃນທີ່ວ່າ: ໃນລາຍການທີ່ໄດ້ອອກອາກາດມື້ທຳອິດຂອງປີ 2024, ຂ້າພະເຈົ້າໄດ້ຮັບຟັງບົດກ່າວຕົ້ນປີຂອງ ທ່ານຜູ້ອຳນວຍການໃຫຍ່ VOV ຜ່ານຄື້ນວິທະຍຸ, ໃນເວັບໄຊ VOV5 ແລະ ຂ້າພະເຈົ້າມີຄວາມປະທັບໃຈກ່ຽວກັບ ບັນດາຜົນງານຂອງ ຫວຽດນາມ ທີ່ບັນລຸໄດ້ໃນປີ 2023. ຂ້າພະເຈົ້າເຊື່ໝັ້ນວ່າ, ພາຍໃຕການຊີ້ນຳ ນຳພາຢ່າງຖືກຕ້ອງຂອງພັກກອມມູນິດ ຫວຽດນາມ, ບັນດາບາດກ້າວທີ່ ຫວຽດນາມ ຈະບັນລຸໄດ້ໃນປີໃໝ່ ສ້າງຄວາມປະທັບໃຈຫຼາຍກວ່າເກົ່າ! ເນື່ອງໃນໂອກາດນີ້, ຂ້າພະເຈົ້າຂໍສົ່ງຄຳອວຍພອນອັນດີງາມໄປໃຫ້ ປະຊາຊົນ. ຂໍອວຍພອນໃຫ້ພວກເພື່ອນ ສົມຫວັງທຸກປະການ ແລະ ທຸກວຽກງານຈະພົບແຕ່ຄວາມສະດວກ ໃນປີໃໝ່. ຂ້າພະເຈົ້າຈະສືບຕໍ່ຮັບຟັງ ແລະ ຈະຕິດຕໍ່ກັບລາຍການເປັນປະຈຳ ”.

ເປີດສາຍການບິນເຊື່ອມຕໍ່ນະຄອນຫຼວງວຽງຈັນ - ນະຄອນ ໂຮ່ຈີມິນ - ảnh 2ທີ່ພິທີລົງນາມໃນຂໍ້ຕົກລົງ
(ພາບ: quochoi.vn)

   ເພື່ອນ ບຸນທະວີ ອິນທະວົງ, ຢູ່ນະຄອນຫຼວງ ວຽງຈັນ, ໄດ້ສົ່ງອີເມວມາຫາລາຍການ ຢາກຊອກຮູ້ຂໍ້ມູນກ່ຽວກັບສາຍການບິນເຊິ່ງບໍລິສັດການບິນ Vietjet ໄດ້ລົງາມຕົກລົງການຮ່ວມມືຮອບດ້ານ ກັບບໍລິສັດການບິນແຫ່ງຊາດ ລາວ (Lao Airlines), ເປີດສາຍການບິນລະຫວ່າງນະຄອນຫຼວງ ວຽງຈັນ - ນະຄອ ໂຮ່ຈີມິນ ໃນທ້າຍປີ 2023 ຜ່ານມາ ແລະ ຈະເປີດຖ້ຽວທຳອິດໃນຈຸດເວລາໃດ?

        ເພື່ອນ ບຸນທະວີ ອິນທະວົງ ທີ່ຮັກແພງ! ວັນທີ 04 ທັນວາ ປີ 2023 ຜ່ານມາ, ບໍລິສັດການບິນ Vietjet ໄດ້ລົງນາມໃນຂໍ້ຕົກລົງຮ່ວມມືຮອບດ້ານກັບບໍລິສັດການບິນແຫ່ງຊາດ ລາວ (Lao Airlines), ປະກາດເປີດສາຍການບິນເຊື່ອມຕໍ່ນະຄອນຫຼວງວຽງຈັນ - ນະຄອນ ໂຮ່ຈີມິນ. ຕາມນັ້ນແລ້ວ, Vietjet ແລະ Lao Airlines ໄດ້້ກາຍເປັນຄູ່ຮ່ວມມືຮອບດ້ານກ່ຽວກັບການຂົນສົ່ງຜູ້ໂດຍສານ ແລະ ສິນຄ້າ, ພ້ອມກັນນັ້ນ, ກໍ່ເປີດກວ້າງການຮ່ວມມືໃນບັນດາການເຄື່ອນໄຫວດ້ານເຕັກນິກ, ສ້ອມແປງ, ບຳລຸງຮັກສາເຮືອບິນ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດດ້ານການບິນ… ລະອຽດແມ່ນ, ສາຍການບິນເຊື່ອມຕໍ່ລະຫວ່າງ ນະຄອນ ໂຮ່ຈີມິນ ກັບນະຄອນຫຼວງ ວຽງຈັນ ຈະເລີ່ມເຂົ້າເຄື່ອນໄຫວນັບແຕ່ເດືອນ ກຸມພາ 2024, ຄາດວ່າຈະມີ 4 ຖ້ຽວບິນໄປ - ກັບ/ອາທິດ, ໃຊ້ເວລາບິນ 1 ຊົ່ວໂມງ 45 ນາທີ. ເສັ້ນທາງບິນໃໝ່ຂອງ Vietjet ໄດ້ຮັບຄວາມຫວັງວ່າ ຈະປະກອບສ່ວນຊຸກຍູ້ດ້ານການຄ້າ, ການທ່ອງທ່ຽວ, ການພົວພັນແລກປ່ຽນວັດທະນະທຳ, ສ້າງບັນດາຜົນງານໃໝ່ໃນການພົວພັນຮ່ວມມືທີ່ເປັນມູນເຊື້ອ, ສະໜິດຕິດພັນລະຫວ່າງ 2 ຊາດຫຼາຍກວ່າອີກ.

ເປີດສາຍການບິນເຊື່ອມຕໍ່ນະຄອນຫຼວງວຽງຈັນ - ນະຄອນ ໂຮ່ຈີມິນ - ảnh 3 ບັນດາການເຄື່ອນໄຫວນັ້ນໂດຍມີການເຂົ້າຮ່ວມຂອງພໍ່ແມ່ປະຊາຊົນປະມານ 100 ຄົນ
(ພາບ: dantocmiennui.vn)

  ເພື່ອນ ວົງຄຳ, ນັກສຶກສາມະຫາວິທະຍາໄລແພດສາດ, ຮ່າໂນ້ຍ, ໄດ້ໂທລະສັບມາຫາລາຍການດ້ວຍເນື້ອໃນ ທີ່ວ່າ: ຂ້າພະເຈົ້າຢາກຊອກຮູ້ກ່ຽວກັບຮີດຄອງປະເພນີບັນດາເຜົ່າຢູ່ ຫວຽດນາມ. ໃນເດືອນ ມັງກອນ ນີ້ແມ່ນໂອກາດໃກ້ຈະຮອດບຸນເຕັດ ຫວຽດນາມ, ຢູ່ ຮ່າໂນ້ຍ ຈະຈັດການເຄື່ອນໄຫວແນະນຳກ່ຽວກັບ ງານບຸນຕ່າງໆຕ້ອນຮັບບຸນເຕັດບັນດາເຜົ່າ ຫວຽດນາມ ບໍ່? ຂໍຂອບໃຈນຳລາຍການ.

        ເພື່ອນ ວົງຄຳ ທີ່ຮັກແພງ! ແຕ່ວັນທີ 01 – 31 ມັງກອນ 2024, ຢູ່ບ້ານ ວັດທະນະທຳ - ທ່ອງທ່ຽວບັນດາເຜົ່າ ຫວຽດນາມ (ດົ່ງໂມ, ເຊີນໄຕ, ຮ່າໂນ້ຍ) ໄດ້ດຳເນີນບັນດາການເຄື່ອນໄຫວໃນເດືອນ ມັງກອນ ດ້ວຍຫົວຂໍ້ “ສີສັນລະດູບານໃໝ່ເຂດ ໄຕບັກ” ເພື່ອແນະນຳບັນຍາກາດຕ້ອນຮັບລະດູບານໃໝ່ເນື່ອງໃນໂອກາດຕົ້ນປີໃໝ່, ພ້ອມກັບບັນດາພິທີກຳ, ງານບຸນ, ຮີດຄອງປະເພນີຂອງພໍ່ແມ່ປະຊາຊົນບັນດາເຜົ່າໃນປີໃໝ່ 2024.

        ບັນດາການເຄື່ອນໄຫວນັ້ນໂດຍມີການເຂົ້າຮ່ວມຂອງພໍ່ແມ່ປະຊາຊົນປະມານ 100 ຄົນ ທີ່ມາຈາກ 16 ຊົນເຜົ່າ (ນຸ່ງ, ໄຕ, ຢ້າວ, ມົ້ງ, ເມື່ອງ, ລາວ, ຜູ້ໄທ, ເຄີມູ…) ທີ່ມາຈາກບັນດາແຖບຖິ່ນໃນທົ່ວປະເທດ ຫວຽດນາມ. ຈຸດພົ້ນເດັ່ນແມ່ນ, ແຂກທ່ອງທ່ຽວຈະມີຄວາມຮູ້ສຶກໄດ້ເຊື່ອມເຂົ້າກັບບັນຍາກາດຕ້ອນຮັບລະດູບານໃໝ່ ທີ່ເປັນເອກະລັກສະເພາະໃນລາຍການ “ຕະຫຼາດນັດ - ຕ້ອນຮັບປີໃໝ່ 2024” ແລະ ລາຍການ “ລະດູບານໃໝ່ວຽນມາບ້ານນ້ອງ” ດ້ວຍບັນດາລາຍການຮ້ອງລຳທຳເພງພື້ນເມືອງຂອງບັນດາຊົນເຜົ່າທາງພາກ ເໜືອ ເມື່ອລະດູບານໃໝ່ວຽນມາ. ພ້ອມກັນນັ້ນ, ກໍ່ຍັງມີບັນດາການລະຫຼີ້ນພື້ນເມືອງ, ສິນຄ້າທີ່ເປັນມູນເຊື້ອ, ບັນດາເຍື່ອງອາຫານທີ່ເປັນເອກະລັກໃນລະດູບານໃໝ່. ມີຈຸດພົ້ນເດັ່ນໜຶ່ງອີກນັ້ນແມ່ນ ເມື່ອແຂກທ່ອງທ່ຽວມາຍັງ ຊາຍຄາລວມໃນໂອກາດນີ້, ກໍ່ຈະໄດ້ຊອກຮູ້ກ່ຽວກັບບຸນເຕັດ ມະເຣີ້ - ຂໍພອນ, ຂໍຄວາມໂຊກດີ ຂອງພໍ່ແມ່ປະຊາຊົນຊາວເຜົ່າ ເຄີມູ ຢູ່ເມືອງ ຊົງມ້າ, ແຂວງ ເຊີນລາ.

ຕອບກັບ