ສະຖານທີ່ທ່ອງທ່ຽວເໝາະສົມທີ່ສຸດໃນຊຸມເດືອນລະດູໃບໄມ້ຫຼົ່ນ

Minh Duc
Chia sẻ
(VOVWORLD) - ເພື່ອຊົມລະດູເຂົ້າສຸກເຫຼືອງທີ່ສວຍງາມຂອງ ຊາປາ ເພື່ອນຄວນໄປບັນດາເຂດບ້ານ ຍ້ອນມີຈຸດຊົມວິວທີ່ສວຍງາມທີ່ສຸດເໝາະກັບການ ຖ່າຍຮູບ.
ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 390 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 36 ປະເທດ ແລະ ເຂດແຄວ້ນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 26 ສະບັບ ຈາກທ່ານຜູ້ຟັງລາວ.
ສະຖານທີ່ທ່ອງທ່ຽວເໝາະສົມທີ່ສຸດໃນຊຸມເດືອນລະດູໃບໄມ້ຫຼົ່ນ - ảnh 1(ເວັບໄຊພາກພາສາລາວ)

ມີທ່ານຜູ້ຟັງຫຼາຍທ່ານໄດ້ໂທລະສັບ, ສົ່ງຂໍ້ຄວາມອວຍພອນມາຫາລາຍການພາກພາສາ ລາວ, ເນື່ອງໃນໂອກາດສະເຫຼີມສະຫຼອງ 69 ປີແຫ່ງວັນສ້າງຕັ້ງລາຍການພາກພາສາ ລາວ (12 ຕຸລາ 1954 – 12 ຕຸລາ 2023). ໃນນັ້ນ, ເພື່ອນ ສຸລິຈັນ, ຢູ່ແຂວງ ຈຳປາສັກ, ໄດ້ສົ່ງຄຳອວຍພອນດ້ວຍເນື້ອໃນທີ່ວ່າ: “ຂ້າພະເຈົ້າຂໍອວຍພອນໃຫ້ບັນດາບັນນາທິການລາຍການພາກພາສາ ລາວ ຈົ່ງມີສຸຂະພາບເຂັ້ມແຂງ, ອວຍພອນໃຫ້ລາຍການນັບມື້ນັບພັດທະນາ, ມີຫຼາຍເນື້ອໃນທີ່ເປັນປະໂຫຍດ ແລະ ອຸດົມສົມບູນຕື່ມອີກ”. ສ່ວນເພື່ອນ ຄຳຕັນ, ຢູ່ນະຄອນຫຼວງ ວຽງຈັນ, ໄດ້ຂຽນວ່າ: ຊົມເຊີຍວັນສ້າງຕັ້ງລາຍການພາກພາສາ ລາວ, VOV ຄົບຮອບ 69 ປີ - ເຊິ່ງແມ່ນລາຍການທີ່ຂ້າພະເຈົ້າໄດ້ຮັບຟັງທຸກວັນ. ຂ້າພະເຈົ້າຈະສືບຕໍ່ເປັນຜູ້ຟັງ ຕິດຕາມລາຍການຕະຫຼອດໄປ”.

ເພື່ອນ ຄຳຫຼ້າ ທອງສຸກ, ດຳລົງຊີວິດຢູ່ນະຄອນຫຼວງ ວຽງຈັນ, ໄດ້ສົ່ງຂໍ້ຄວາມມາຫາລາຍການດ້ວຍເນື້ອໃນທີ່ວ່າ: “ບັນດາລາຍການຂອງ VOV ລ້ວນແຕ່ເປັນປະໂຫຍດ, ດ້ວຍແຫຼ່ງຂ່າວທີ່ອຸດົມສົມບູນ, ຫຼາຍຮູບຫຼາຍແບບ ໄດ້ຊ່ວຍໃຫ້ຊາວ ລາວ ຄືຂ້າພະເຈົ້າສາມາດມີຄວາມເຂົ້າໃຈກ່ຽວກັບປະເທດຊາດ ແລະ ຊາວ ຫວຽດນາມ ຫຼາຍຂຶ້ນ”.

ເພື່ອນ ຄຳປະສົງ ໄດ້ແບ່ງປັນທາງ Facebook ດ້ວຍເນື້ອໃນທີ່ວ່າ: “ຫວ່າງແລ້ວນີ້, ຢູ່ນະຄອນຫຼວງ ວຽງຈັນ ໄດ້ຈັດພິທີເປີດວາລະສານອະລຸນໃໝ່ເອເລັກໂຕນິກ, ຄະນະໂຄສະນາອົບຮົບສູນກາງພັກປະຊາຊົນປະຕິວັດ ລາວ. ນີ້ແມ່ນໂຄງການໂດຍ ອົງການບັນນາທິການວາລະສານພັກກອມມູນິດ ຫວຽດນາມ ແລະ ກຸ່ມບໍລິສັດອຸດສາຫະກຳໂທລະສົມ ມະນາຄົມກອງທັບ Viettel ໜູນຊ່ວຍ, ເຊິ່ງສະແດງໃຫ້ເຫັນ ນ້ຳໃຈມິດຕະພາບ, ອຸ້ມຊູຊ່ວຍເຫຼືອຊຶ່ງກັນແລະກັນລະຫວ່າງ 2 ອົງການທິດສະດີການເມືອງຂອງ 2 ພັກເວົ້າສະເພາະ ແລະ 2 ປະເທດເວົ້າລວມ. ວາລະສານອະລຸນໃໝ່ເອເລັກໂຕນິກ ໄດ້ເປີດຕົວ ເຂົ້າສູ່ການເຄື່ອນໄຫວຢ່າງເປັນທາງການ ບໍ່ພຽງແຕ່ແມ່ນທ່າອ່ຽງທີ່ຈຳເປັນເໝາະສົມກັບສື່ມວນຊົນທັນສະໄໝ, ຫາກຍັງຊ່ວຍໃຫ້ວາລະສານມີພາຫະນະສື່ຂ່າວກ່ຽວກັບບັນດາແນວທາງ, ແຜນນະໂຍບາຍຂອງພັກ, ລັດ ລາວ ເຖິງປະຊາຊົນ ລາວ ອີກດ້ວຍ”.

ສະຖານທີ່ທ່ອງທ່ຽວເໝາະສົມທີ່ສຸດໃນຊຸມເດືອນລະດູໃບໄມ້ຫຼົ່ນ - ảnh 2ນະຄອນຫຼວງ ຮ່າໂນ້ຍ
(ພາບປະກອບອິນເຕີເນັດ)

ທ່ານ ວັນໄຊ ຕະວິນຍານ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ລາວ ໄດ້ສົ່ງຂໍ້ຄວາມມາຫາລາຍການ ດ້ວຍເນື້ອໃນທີ່ວ່າ: “ຂ້າພະເຈົ້າຢາກຊອກຮູ້ກ່ຽວກັບເສດຖະກິດຂອງນະຄອນຫຼວງ ຮ່າໂນ້ຍ, ປະຊາກອນຮ່າໂນ້ຍ ຫຼາຍປານໃດ, ຈຳນວນຊາວຕ່າງປະເທດດຳລົງຊີວິດຢູ່ທີ່ນີ້ ແລະ ຄວາມໜາແໜ້ນ ຂອງປະຊາຊົນຢູ່ ຮ່າໂນ້ຍ ມີຈັກຄົນຕໍ່ກິໂລຕາແມັດ. ຂໍຂອບໃຈນຳທາງລາຍການ".

ທ່ານ ວັນໄຊ ຕະວິນຍານ ທີ່ຮັກແພງ! ເພື່ອຕອບຄຳຖາມຂອງທ່ານກ່ຽວຂ້ອງເຖິງບາງຂໍ້ມູນຂອງ ຮ່າໂນ້ຍ, ລາຍການພາກພາສາ ລາວ ແຈ້ງມາຍັງທ່ານຄືດັ່ງນີ້:

+ ກ່ຽວກັບສະພາບເສດຖະກິດຂອງ ຮ່າໂນ້ຍ:

ຕາມຕົວເລກຂອງກົມສະຖິຕິ ນະຄອນຮ່າໂນ້ຍ ແລ້ວ, ໃນ 8 ເດືອນຂອງປີ 2023, ວົງເງິນສົ່ງອອກສິນຄ້າຂອງ ຮ່າໂນ້ຍ ບັນລຸ 10,8 ຕື້ USD, ຫຼຸດລົງ 4,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022. ໃນນັ້ນ, ຂົງເຂດເສດຖະກິດພາຍໃນປະເທດບັນລຸ 6,1 ຕື້ USD ກ່ຽວກັບມູນຄ່າສົ່ງອອກ; ຂົງເຂດມີການລົງທຶນໂດຍກົງ ຈາກຕ່າງປະເທດບັນລຸ 4,7 ຕື້ USD. ລວມຍອດລາຍຮັບງົບປະມານແຫ່ງລັດຢູ່ ຮ່າໂນ້ຍ ໃນໄລຍະ 8 ເດືອນຕົ້ນປີ 2023 ຄາດວ່າແມ່ນ 282.000 ຕື້ດົ່ງ (ກວ່າ 11 ລ້ານ USD).

+ ກ່ຽວກັບຄວາມໜາແຫນ້ນຂອງປະຊາກອນຮ່າໂນ້ຍ:

ຕາມຕົວເລກສະຖິຕິ, ປະຊາກອນນະຄອນ ຮ່າໂນ້ຍ ໃນປີ 2020 ມີປະມານ 8,3 ລ້ານຄົນ, ປີ 2021 ມີປະມານ 8,34 ລ້ານຄົນ ແລະ ປີ 2022 ມີປະມານ 8,4 ລ້ານຄົນ. ຮອດທ້າຍໄຕມາດທີ 1 ຂອງປີ 2023, ຄາດວ່າ, ປະຊາກອນນະຄອນຫຼວງຈະມີປະມານ 8,5 ລ້ານຄົນ ແລະ ກວມເອົາປະມານ 8,4 – 8,5% ຂອງປະຊາກອນທົ່ວປະເທດ. ປະຈຸບັນ, ນະຄອນ ຮ່າໂນ້ຍ ພຽງແຕ່ຢູ່ອັນດັບຖັດຈາກນະຄອນ ໂຮ່ຈີມິນ ເທົ່ານັ້ນ ແລະ ແມ່ນນະຄອນທີ່ມີປະຊາກອນຫຼາຍອັນດັບ 2 ຂອງ ຫວຽດນາມ. ເຖິງຢ່າງໃດກໍຕາມ, ຕົວເລກປະຊາກອນຂອງ ຮ່າໂນ້ຍ ອາດຈະຫຼາຍກວ່າຍ້ອນສະພາບການເຄື່ອນຍ້າຍຖິ່ນຖານມາຈາກຫຼາຍແຂວງ, ນະຄອນໃນທົ່ວປະເທດ. ຄວາມໜາແໜ້ນໂດຍສະເລ່ຍຂອງປະຊາກອນ ຮ່າໂນ້ຍ ຮອດປີ 2022 ແມ່ນປະມານ 2.398 ຄົນ/ກິໂລຕາແມັດ (ຂໍ້ມູນອ້າງອີງ).

ສະຖານທີ່ທ່ອງທ່ຽວເໝາະສົມທີ່ສຸດໃນຊຸມເດືອນລະດູໃບໄມ້ຫຼົ່ນ - ảnh 3ລະດູໃບໄມ້ຫຼົ່ນຢູ່ ຊາປາ
(ພາບ: onetour)

ເພື່ອນ ບຸນທະວີ ອິນທະວົງ, ຢູ່ນະຄອນຫຼວງ ວຽງຈັນ ໄດ້ສົ່ງອີເມວມາຫາລາຍການ, ໂດຍຢາກໄດ້ຮັບການແນະນຳ ກ່ຽວກັບສະຖານທີ່ທ່ອງທ່ຽວເໝາະສົມທີ່ສຸດໃນຊຸມເດືອນລະດູໃບໄມ້ຫຼົ່ນ, ທາງພາກເໜືອ ຫວຽດນາມ.

ເພື່ອນ ບຸນທະວີ ອິນທະວົງ ທີ່ຮັກແພງ, ລາຍການພາກພາສາ ລາວ ຈະແນະນຳກ່ຽວກັບສະຖານທີ່ທ່ອງທ່ຽວ ຈຳນວນໜຶ່ງທີ່ເໝາະສົມກັບການໄປທ່ອງທ່ຽວໃນລະດູໃບໄມ້ຫຼົ່ນ ຄືດັ່ງນີ້:

+ ໄປທ່ອງທ່ຽວໃນລະດູໃບໄມ້ຫຼົ່ນຢູ່ ຊາປາ: ຊາປາ ໄດ້ນຳມາເຊິ່ງຄວາມສວຍງາມ, ພິເສດແມ່ນຮູບພາບທົ່ງເຂົ້າ ສຸກເຫຼືອງ. ເພື່ອຊົມລະດູເຂົ້າສຸກເຫຼືອງທີ່ສວຍງາມຂອງ ຊາປາ ເພື່ອນຄວນໄປບັນດາເຂດບ້ານ ຍ້ອນມີຈຸດຊົມວິວ ທີ່ສວຍງາມທີ່ສຸດເໝາະກັບການຖ່າຍຮູບ.

+ ໄປທ່ອງທ່ຽວລະດູໃບໄມ້ຫຼົ່ນຢູ່ ຮ່າຢາງ: ຮ່າຢາງ ໄດ້ນຳມາເຊິ່ງຄວາມຮູ້ສຶກສະບາຍໃຈ, ເຢັນສະບາຍ ດ້ວຍສີສັນທີ່ຫຼາກຫຼາຍ. ນັ້ນແມ່ນສີເຫຼືອງຂອງນາຂັ້ນໄດ ຫຼື ສີອິດຂອງດອກບັກວິດທີ່ເບັ່ງບານປົກຄຸມທົ່ວໂນນພູ.

+ໄປທ່ອງທ່ຽວລະດູໃບໄມ້ຫຼົ່ນຢູ່ ຮ່າໂນ້ຍ: ເມື່ອມາທ່ອງທ່ຽວໃນລະດູໃບໄມ້ຫຼົ່ນ, ເພື່ອນຈະເຫັນໄດ້ ລົດຖີບຕ່າງດອກໄມ້ຫຼາກຫຼາຍສີສັນ, ສ້າງເປັນຈຸດທີ່ເປັນເອກະລັກສະເພາະຢູ່ແຫ່ງນີ້. ລະດູໃບໄມ້ຫຼົ່ນຢູ່ ຮ່າໂນ້ຍ ຍັງຕິດພັນກັບເຂົ້າເໝົ້າອ່ອນ ແລະ ໝາກແຂ້ສຸກ (ໝາກເສົ໋າສຸກ), ເຊິ່ງແມ່ນສິ່ງທີ່ນັກທ່ອງທ່ຽວ ເມື່ອມາຢ້ຽມຢາມແລ້ວ ກໍ່ລ້ວນແຕ່ຊື້ໄປເປັນຂອງຕ້ອນຂອງຝາກໃຫ້ຄອບຄົວ ແລະ ເພື່ອນຂອງຕົນ.

ຕອບກັບ