ວິທະຍຸກະຈາຍສຽງຫວຽດນາມ ຂໍຕອບບາງຄຳຖາມເຊິ່ງທ່ານຜູ້ຟັງມີຄວາມສົນໃຈ ໃນອາທິດຜ່ານມາ

Minh Duc
Chia sẻ

ພວກ​ຂ້າພະ​ເຈົ້າ​ຈະ​ຕອບ​ບາງ​ຄຳ​ຖາມ​ເຊິ່ງທ່ານ​ຜູ້​ຟັງ​ມີ​ຄວາມ​ສົນ​ໃຈທີ່​ກ່ຽວ​ຂ້ອງ​ເຖິງ​ບັນຫາ​ອຸບັດ​ຕິ​ເຫດ, ​ເສັ້ນທາງ​ລົດ​ໄຟ ​ແລະ ກາ​ເຟຂອງ​ຫວຽດນາມ.

ໃນ​ອາທິດ​ຜ່ານ​ມາລາຍການ​ພາສາ​ລາວ ວິທະຍຸ​ກະຈາຍ​ສຽງ​ຫວຽດນາມ ສືບ​ຕໍ່​ໄດ້​ຮັບ​ໂທລະສັບ ​ແລະ ອີ​ແມວ ຈາກ​ທ່ານ​ຜູ້​ຟັງ​ທີ່​ຟາກ​ມາລາ​ຍການ​. ​ໃນ​ຈົດໝາຍ, ທ່ານ​ຜູ້​ຟັງ​​ໄດ້​ປະກອບ​ບັນດາ​ຄຳ​ເຫັນ​ທີ່​ມີ​ປະ​ໂຫຍ​ດ​ໃຫ້​ແກ່​ລາຍການ​, ນອກ​ນັ້ນ, ກໍ​ຢາກ​ຊອກ​ຮູ້​ກ່ຽວ​ກັບ​ວັດທະນະທຳ​ ​ແລະ ປະ​ຫວັດສາດ​ຂອງ​ຫວຽດນາມ. ອາທິດ​ນີ້, ພວກ​ຂ້າພະ​ເຈົ້າ​ຈະ​ຕອບ​ບາງ​ຄຳ​ຖາມ​ເຊິ່ງທ່ານ​ຜູ້​ຟັງ​ມີ​ຄວາມ​ສົນ​ໃຈທີ່​ກ່ຽວ​ຂ້ອງ​ເຖິງ​ບັນຫາ​ອຸບັດ​ຕິ​ເຫດ, ​ເສັ້ນທາງ​ລົດ​ໄຟ ​ແລະ ກາ​ເຟຂອງ​ຫວຽດນາມ.

ລຸງ ຫງວຽນ​ວັນ​ແຕ້​ວ, ​ແມ່ນ​ຊາວ​ຫວຽດນາມ ອາ​ໄສຢູ່​ໄທ, ​ໄດ້​ສົ່ງ​ອີ​ແມວ​ມາ​ຍັງ​ລາຍການ​​ແບ່ງປັນ​ວ່າ: ​ເມື່ອ​ໄດ້​ຮັບ​ຂ່າວ​ວ່າ ໃນ​ອຸບັດ​ຕິ​ເຫດ​ຢູ່​ແຂວງ ​ແຂງ​ຮ່ວາ, ​ໄດ້ເຮັດ​ໃຫ້ 11 ຄົນ​ເສຍ​ຊີວິດ ​ແລະ ຫຼາຍ​ຄົນ​ຖື​ບາດ​​ເຈັບ. ​​ໂດຍ​ແມ່ນ​ຊາດ​ຫວຽດນາມ​ຜູ້​ໜຶ່ງ ຂ້າ​ພະ​ເຈົ້າຂໍ້​ແບ່ງປັນ​ຄວາມ​​ເສົ້າ​ສະ​ຫຼົດ​ໃຈ​ມາ​ຍັງບັນດາ​ຄອບຄົວ​ທີ່​ມີ​ຜູ້ເສຍ​ຊີວິດ ​ແລະ ຝາກ​ຄຳ​ຢື້​ຢາມ​ຖາມ​ຂ່າວ​ ​ແລະ ອ່ວຍ​ພອນ​ໃຫ້​ຜູ້​ຖືກ​ບາດ​ເຈັບ​​ຟື້ນ​ຟູ​ສຸຂະພາບ​ຄືນ​ໃໝ່​ໂດຍ​ໄວ. ຂ້າພະ​ເຈົ້າ​ບໍ່​ທັນ​ຮູ້​ກ່ຽວ​ກັບ, ກົດໝາຍ​ວ່າ​ດ້ວຍ​ປະກັນ​​ໄພ​ອຸບັດ​ຕິ​ເຫດຢູ່​ຫວຽດນາມ ຄື​ແນວ​ໃດ? ສ່ວນ​ຢູ່​ໄທ ​ແມ່ນ​ບັງຄັບ​ໃຫ້ບັນດາ​ພາຫະນະ​ຄົມມະນາຄົມ​ຕ້ອງ​ມີປະກັນ​ໄພອຸບັດ​ຕິ​ເຫດ ​ແລະ ​ເມື່ອ​ເກີດ​ອຸບັດ​ຕິ​ເຫດ, ຕ້ອງ​ເສຍ​ຄ່າ​ຊົດ​ເຊີຍຜູ້​ເສຍ​ຊີວິດ​ 80,000 ບາດ/ຄົນ, ສ່ວນ​ຜູ້​ຖືກບາດເຈັບ​​ເຂົ້າ​ໂຮງ​ໝໍຄ່າ​ປິນປົວ​ທັງ​ໝົດໂດຍ​ປະກັນ​ໄພ​ອຸ​ບັນ​ຕິ​ເຫດຈ່າຍ​ໃຫ້.

ວິທະຍຸກະຈາຍສຽງຫວຽດນາມ ຂໍຕອບບາງຄຳຖາມເຊິ່ງທ່ານຜູ້ຟັງມີຄວາມສົນໃຈ ໃນອາທິດຜ່ານມາ - ảnh 1
(ອຸບັດ​ຕິ​ເຫດ​ຢູ່​ແຂວງ ​ແຂງ​ຮ່ວາ)

ລາຍການ​ພາສາ​ລາວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ຂໍ້​ຕາງໜ້າ​ບັນດາ​ຄອບ​ຄົວ​ທີ່​ມີ​ຜູ້​ເສຍ​ຊີວິດ ​ແລະ ຖືກ​ບາດ​ເຈັບ​ໃນ​ກໍລະນີ​ດັ່ງກ່າວ ຂໍ້​ຂອບ​ໃຈ​ລຸງທີ່​ໄດ້​ເອົາ​ໃຈ​ໃສ່​ ​ແລະ ​ແບ່ງປັນ​ຄວາມ​​ໂສກ​ເສົ້າ. ປະຈຸ​ບັນ, ຢູ່​ຫວຽດນາມ ​ໃນ​ກໍລະນີ​ເຫດ​ອຸບັດ​ຕິ​ເຫດທັງ​ໝົດລ້ວຍ​ແຕ່​ໄດ້​ຮັບ​ເງິນ​ໜູນ​ຊ່ວຍ​​ເພື່ອ​ປິ່ນ​ປົ່ວພະຍາດ. ເຖິງ​ວ່າ​ບໍ່​ຫຼາຍຄື​ຢູ່​​ໄທ ກໍ​ຕາມ ແຕ່​ມັນ​ກໍ​ປະກອບສ່ວນ​ຊ່ວຍ​ຫຼຸດຜ່ອນ​ຄວາມ​ຫຍຸ້ງຍາກ​ສ່ວນ​ໃດ​ສ່ວນ​ໜຶ່ງ​ໃຫ​້​ແກ່​ຄອບ​ຄົວປະສົບ​ເຄາະ​ຮ້າຍ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ຫວັງ​ວ່າ ລາຍການ​ພາສາ​ລາວ ຈະ​ໄດ້​ຮັບ​ບັນດາຄຳ​ເຫັນປະກອບກໍ​ຄື​​ຄວາມເອົາ​ໃຈ​ໃສ່​ການ​ແບ່ງປັນ​ຄວາມທຸກ​ຄວາມສຸກ​ຈາກ​ຜູ້​ຟັງ​ທັງຫຼາຍ ກໍ​ຄື​ລຸງ​ທີ່​ມີ​ຕໍ່ເຖິງປະຊາຊົນຊາວ​ຫວຽດນາມ​.

ໃນ​ອາທິດ​ຜ່ານ​ມາ, ພວກ​ຂ້າພະ​ເຈົ້າ​ໄດ້​ຮັບ​ອີ​ແມວຈາກ​​ເພ່ືອນ ​ຄຳ​ໄສ ວິ​ໄລ​ສຸກ, ຢູ່​ແຂວງ ວັງ​ວຽງ ທີ່​ຖາມ​ວ່າ: ​ເສັ້ນທາງ​ລດ​ໄຟ​ຫວຽດນາມ ​ໄດ້​ຮັບ​ການກໍ່ສ້າງ​ແຕ່​ປີ​ໃດ ​ແລະ ຄວາມ​ໝາຍ​ຂອງ​ເສັ້ນທາງ​ລົດ​ໄຟ​ໃນ​ການ​ຂົນ​ສົ່ງ​ສິນ​ຄ້າ​ຢູ່​ຫວຽດນາມ ​ໃນ​ປະຈຸ​ບັນ? ​ໃນ​ໄລຍະ​ຈະ​ມາ​ເຖິງ, ຫວຽດນາມ ຈະ​ເປີດ​ເສັ້ນທາງ​ລົດ​ໄຟ​ໄປ​ຍັງບັນດາ​ປະ​ເທດ​ບ້ານ​ໄກ້​ເຮື​ນຄຽງ​ຄື; ລາວ, ກຳ​ປູ້​ເຈຍ ​ແລະ ຈີນ ຫຼື​ບໍ່?

ວິທະຍຸກະຈາຍສຽງຫວຽດນາມ ຂໍຕອບບາງຄຳຖາມເຊິ່ງທ່ານຜູ້ຟັງມີຄວາມສົນໃຈ ໃນອາທິດຜ່ານມາ - ảnh 2
(ສະຖານນີລົດໄຟໄຊ​ງ່ອນ - ມີທໍ)

ເພື່ອນ ​ຄຳ​ໄສ ວິ​ໄລ​ສຸກ ທີ່​ຮັກ​ພງ, ຂະ​ແໜງ​ລົດ​ໄຟ​ຫວຽດນາມ ​ແມ່ນ​ໜຶ່ງ​ໃນ​ບັນດາ​ຂະ​ແໜງ​ອຸດສາຫະກຳ​​ທີ່​ມີ​ມາ​ແຕ່​ດົນ​ນານ​ຂອງປະ​ເທດ. ຂະ​ແໜງລົດ​ໄຟ ຫວຽດນາມ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນເມື່ອ​ປີ 1881 ດ້ວຍ​ການ​ລົງມື​ກໍ່ສ້າງ​ເສັ້ນທາງ​ລົດ​ໄຟທຳ​ອິດ​ຈາກເມືອງ ທຸ​ທຽມ ​ໄປ​ຍັງ ​ເຈ​ລີ໋ນ (ຢູ່​ໄຊ​ງ່ອນ, ປະ​ຈຸ​ບັນ​ແມ່ນ​ນະຄອນ​ໂຮ່ຈິ​ມິນ) ດ້ວຍ​ຄວາມ​ຍາວ 13 ກ​.ມ. ລົດ​ໄຟຖ້ຽວທຳ​ອິດ​​ໃນ​ວັນ​ທີ 20/07/1885. ບັນດາ​ຊຸມ​ປີ​ຕໍ່ໆ​ໄປ, ​ເຄືອຂ່າຍລົດ​ໄຟ​ສືບ​ຕໍ່​ໄດ້​ຮັບ​ການ​ກໍ່ສ້າງ​ໃນ​ທົ່ວ​ປະ​ເທດ​ຫວຽດນາມ ຕາມ​ເຕັກ​ໂນ​ໂລ​ຊີ​ລົດ​ໄຟ​ຂອງ​ຝລັ່ງ. ພາຍຫຼັງ​ຂະ​ແໜງ​ລົດ​​ໄຟ​ຫວຽດນາມ ປ່ຽນ​ໃໝ່​​ໂຄງປະກອບ ​​ແລະ ຫັນ​ເປັນ​ກົນ​ໄກ​ການ​ຕະຫຼາດ, ຂະ​ແໜງ​ລົດ​ໄຟ​ຫວຽດນາມ ​ເລີ່​ມປະຕິບັດ​ໂຄງການຟື້ນ​ຟູ ​ແລະ ​ຫັນ​ເປັນ​ທັນ​ສະ​ໄໝ​ເສັ້ນທາງ​ລົກ​​ໄຟ ​ເພື່ອ​ໃຫ້​ຂະ​ແໜງ​ລົດ​ໄຟ​ກາຍ​ເປັນ​ຂະ​ແໜງ​ຂົນ​ສົ່ງ​ຕົ້ນ​ຕໍ່ຂອງ​ຫວຽດນາມ, ​ປະກອບ​ສ່ວນຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ເຕີມ​ໂຕ​ດ້ານ​ເສດຖະກິດ​ຂອງ​ປະ​ເທດ​ຊາດ ​ແລະ ​ເຊື່ອມ​ຕໍ່​ກັບ​ບັນດາ​ເສັ້ັນທາງ​ລົດ​ໄຟ​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ​ໃນ​ໄລຍະ​ຈະ​ມາ​ເຖິງ, ຄາດ​ວ່າຂະ​ແໜງ​ລົດ​ໄຟ​ຫວຽ​ດນາມ ຈະ​ເຊື່ອມ​ຕໍ່​​​ເຂົ້າເຄືອ​ຂ່າຍ​ເສັ້ນທາງ​ລົດ​ໄຟ​ຂອງ​ລາວ, ກຳປູ​ເຈຍ ​ແລະ ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ອື່ນໆ.

ແລະ​ໃນ​ອາທິດ​ຜ່ານ​ມາ, ພວກ​ເຮົາ​ກໍ່​ໄດ້​ຮັບ​ອີ​​ແມວ​ຈາກ​ເພື່ອນ ​ໄສ​ພອນ ​ແພງ​ມີ​ໄສ, ຢູ່​ນະຄອນຫຼວງ​ວຽງ​ຈັນ ​​ໂດຍ​ແບ່ງປັນ​ຄວາມ​ຮູ້ສຶກ​ຂອງ​ຕົນ ​ເມື່ອ​​ໄດ້​ດື່ມ​ກາ​ເຟຢູ່​ຮ່າ​ໂນ້ຍ ​ແລະ ນະຄອນ​ໂຮ່ຈິ​ມິນ, ​ເພື່ອ​ໃຫ້​ຮູ້​ວ່າ: ຂ້າພະ​ເຈົ້າ​ເຫນ​ວ່າ ຢູ່​ພາກ​ເໜືອ ​ແລະ ພາກ​​ໃຕ້ຂອງ​ຫວຽດນາມ ມີ​ວິທີດີ່ມກາ​ເຟທີ່​ແຕກ​ຕາງ​ກັນ ​ແລະ ກາ​ເຟຢູ່​ຮ່າ​ໂນ້ຍ ມີ​ລົດ​ຊາດສະ​ເພາະ​ຂອງ​ກາ​ເຟ​ໃ ປະຈຸ​ບັນ ຫວຽດນາມ ມີ​ບັນດາ​ເຄື່ອງໝາຍ​ກາ​ເຟ​ໃດໆ​ທີ່​ແຊບ ​ແລະ ມີ​ຊື່​ສຽງ ​ເຊິ່ງຢູ່​ລາວ​ ຂ້າພະ​ເຈົ້າສາມາດ​ຊື້​ໄດ້.

ວິທະຍຸກະຈາຍສຽງຫວຽດນາມ ຂໍຕອບບາງຄຳຖາມເຊິ່ງທ່ານຜູ້ຟັງມີຄວາມສົນໃຈ ໃນອາທິດຜ່ານມາ - ảnh 3
(ກາເຟຈຸ​ງຫງວຽນ ຂອງຫວຽດນາມ)

ເພື່ອນ​ໄສ​ພອນ ​ແພງ​ມີ​ໄສ ທີ່​ຮັກ​ແພງ, ວິ​ທີດື່ມ​ກາ​ເຟຂອງ​ພາກ​ເໜືອ ​ແລະ ພາກ​​ໃຕ້ ມີ​ຄວາມ​ແຕກ​ຕາງ​ກັນ​ແທ້ໆ, ຊາວ​ພາກ​ເໜືອ ​ເຄີຍ​ດື່ມ​ກາ​ເຟ​​ເທື່ອ​ລະ​ໜ້ອຍເພ່ືອ​ສາມາດ​ຮູ້​ລົດ​ຊາດ​ສະ​ເພາະ​ຂອງ​ກາ​ເຟ​ແຕ່​ລະຊະ​ນິດ. ສ່ວນຊາວ​ພາກ​ໃຕ້ ພັດຖື​ກາ​ເຟ​ແມ່ນ​ເຄື່ອງ​ດື່ມທົ່ວ​ໄປ​. ປະ​ຈຸ​ບັນ, ບັນດາ​ຜະລິດ​ຕະພັນ​ກາ​ເຟຂອງຫວຽດນາມ ​ມີ​ກາ​ເຟຫຼາຍ​ຊະນິດ, ​ໃນ​ນັ້ນ​ກາ​ເຟຖື​ກສົ່ງ​ໄປ​ຂາຍ​ຢູ່​ຕ່າງປະ​ເທດ​​ຫຼາຍ​ກວ່າ​ໝູ່​ແມ່ນ; ຈຸ​ງຫງວຽນ, ​ເມ​ຈາງ, ບວນ​ເມ​ທວດ... ຢູ່​ລາວ​ກໍ​ມີ​ບາງ​ຮ້ານຄ້າ​ຂາຍ​ກາ​​​ເຟຂອງ​ຫວຽດນາມ ຢູ່​ນະຄອນຫຼວງວຽງ​ຈັນ, ຫຼວງ​ພະ​ບາງ ​ແລະ ບັນດາ​ແຂວງ​ທີ່​ມີ​ເສັ້ນ​ຊາຍ​ແດນ​ຕິດ​ກັບ​ຫວຽດນາມ​ເພື່ອນ​ກໍ​ສາມາດ​ຊື້​ກາ​ເຟຂອງ​ຫວຽດນາມ ​ໄດ້.​

ນີ້​ແມ່ນ​ບາງ​ຄຳ​ເຫັນ​ທີ່​ທ່ານ​ຜູ້​ຟັງ​ໄດ້​ຝາກມາ​ຍັງ​ລາຍການ​ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ ໃນ​ອາທິດ​ຜ່ານ​ມາ. ຫວັງ​ວ່າ​ລຸງ ຫງວຽນ​ວັນ​ແຕ້​ວ, ​ເພື່ອນ ຄຳ​ໄສ ວິ​ໄລ​ສຸກ ​ແລະ ​ເພື່ອນ ​ໄສ​ພອນ ​ແພງ​ມີ​ໄສ ຈະພໍ​ໃຈ​ຕໍ່​ຄຳ​ຕອບ​ຂອງ​ພວກ​ຂ້າພະ​ເຈົ້າ. ຖ້າ​ຫາກ​ທ່ານ​ຜູ້​ຟັງ​ມີ​ຄວາມ​ສົນ​ໃຈບັນຫາ​ໃດ ກະລຸນາ​ສົ່ງ​ຈົດໝາຍ​ມາ​ຍັງ​ລາຍການຂອງ​ພວກ​ເຮົາ ​ໂດຍ​ຈ່າໜ້າ​ຊອງ​ວ່າ: ວິທະຍຸ​ກະຈາຍສຽງ​ຫວຽດນາມ-ພາກ​ພາສາ​ລາວ-​ເຮືອນ​ເລກທີ 45 ຖະໜົມ​ບາ​ຈ້ຽວ-ຮ່າ​ໂນ້ຍ ຫຼື​ໂທ​ມາ​ໂດຍ​ກົງ​ກໍ​ໄດ້ຕາມ​ເບີ​ໂທ: 0084 4 38256631, ຫຼື​ຜ່ານອີ​ແມວ: Laovov@.yahoo.com.

ຕອບກັບ