ມີຜູ້ຟັງ, ຜູ້ອ່ານ 8 ຄົນໄດ້​ຮັບຂອງຂວັນ​ຈາກລາຍ​ການ​ພາກ​ພາ​ສາ​ລາວ

Minh Duc
Chia sẻ
(VOVWORLD) - ສິ້ນສຸດການແຂ່ງຂັນຕອບຄຳຖາມ, ມີຜູ້ຟັງ, ຜູ້ອ່ານ 8 ຄົນຕອບຖືກຕາມຄຳຕອບເຊິ່ງລາຍການຕັ້ງໄວ້. ລາຍການພາກພາສາລາວ ໄດ້ກະກຽມບັນດາຂອງຂວັນເພື່ອຝາກໃຫ້ທ່ານຜູ້ຟັງ, ຜູ້ອ່ານໃນໄວໆນີ້.

ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາ ຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ 421 ສະບັບ ແລະ ໂທລະສັບຫຼາຍສາຍຈາກທ່ານຜູ້ຟັງຈາກ 40 ປະເທດ ແລະ ເຂດແຄ້ວນ ຝາກມາລາຍການ.

ມີຜູ້ຟັງ, ຜູ້ອ່ານ 8 ຄົນໄດ້​ຮັບຂອງຂວັນ​ຈາກລາຍ​ການ​ພາກ​ພາ​ສາ​ລາວ - ảnh 1 (ປື້ມເລື່ອງບັນທຶກວຽກງານ ແລະ ຊີວິດຂອງທ່ານ ທໍ່ຕູ້ ຢາໄຊຈູ)

ທ່ານຜູ້ຟັງ ແລະ ຜູ້ອ່ານທີ່ຮັກແພງ. ໃນເດືອນ ສິງຫາ ຜ່ານມາ, ລາຍການພາກພາສາລາວ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ - ວິທະຍຸກະຈາຍສຽງຫວຽດນາມ (VOV5) ໄດ້ປຸກລະດົມການຕອບຄຳຖາມຊອກຮູ້ກ່ຽວກັບການພົວພັນທາງການທູດລະຫວ່າງ 2 ປະເທດຫວຽດນາມ - ລາວ. ກຳນົດເວລາສຸດທ້າຍຕອບຄຳຖາມຈາກທ່ານຜູ້ຟັງ, ຜູ້ອ່ານແມ່ນວັນທີ 15 ສິງຫາ 2019. ລາງວັນຂອງຜູ້ຕອບຖືກແມ່ນໄດ້ຮັບປື້ມເລື່ອງບັນທຶກວຽກງານ ແລະ ຊີວິດຂອງທ່ານ ທໍ່ຕູ້ ຢາໄຊຈູ ແລະ ບັນດາຂອງຂວັນເປັນທີ່ລະນຶກຈາກລາຍການ.

        ສິ້ນສຸດການແຂ່ງຂັນຕອບຄຳຖາມ, ມີຜູ້ຟັງ, ຜູ້ອ່ານ 8 ຄົນຕອບຖືກຕາມຄຳຕອບເຊິ່ງລາຍການຕັ້ງໄວ້. ລາຍການພາກພາສາລາວ ໄດ້ກະກຽມບັນດາຂອງຂວັນເພື່ອຝາກໃຫ້ທ່ານຜູ້ຟັງ, ຜູ້ອ່ານໃນໄວໆນີ້. ຫວັງວ່າ, ໃນການແຂ່ງຂັນຕອບຄຳຖາມຄັ້ງຕໍ່ໆໄປ, ພວກເພື່ອນຈະສືບຕໍ່ຮ່ວມເດີນທາງພ້ອມກັບລາຍການ.

        ໃນອາທິດຜ່ານມາ, ເພື່ອນ ຄຳພັນ ວິໄລຈິດ, ຢູ່ແຂວງ ຈຳປາສັກ ໄດ້ສົ່ງຂໍ້ຄວາມມາລາຍການ. ເພື່ອນໃຫ້ຮູ້ວ່າ, ທີ່ການພົບປະລະຫວ່າງທ່ານເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງສປປລາວ ປະຈຳຫວຽດນາມ ທອງສະຫວັນ ພົນວິຫານ ແລະ ທ່ານລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ ຟຸ່ງຊວັນຍະ. ທ່ານລັດຖະມົນຕີໄດ້ແຈ້ງໃຫ້ຊາບກ່ຽວກັບຈຳນວນນັກສຶກສາລາວ ມາຮ່ຳຮຽນຢູ່ຫວຽດນາມ ໃນແຜນ, ທຶນສ່ວນຕົວ… ໄລ່ຮອດປີ 2019 ຈຳນວນນັກສຶກສານັ້ນແມ່ນມີເທົ່າໃດຄົນ?

        ເພື່ອນ ຄຳພັນ ວິໄລຈິດ ທີ່ຮັກແພງ, ຈຳນວນນັກສຶກສາລາວ ທີ່ພວມຮ່ຳຮຽນຢູ່ຫວຽດນາມ ລວມມີ 16.644 ຄົນ. ໃນນັ້ນນັກສຶກສາມາຮຽນຕາມສັນຍາລັດຖະບານຫວຽດນາມ ທີ່ສະໜອງໃຫ້ແກ່ລາວແມ່ນກວ່າ 4.200 ຄົນ; ນັກສຶກມາຮຽນຕາມທຶນການຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນແມ່ນກວ່າ 5.600 ຄົນ; ນັກສຶກສາມາຮຽນທຶນສ່ວນຕົວແມ່ນກວ່າ 6.700 ຄົນ. ໄລ່ສະເພາະປີ 2019, ຫວຽດນາມ ໄດ້ສະໜອງທຶນການສຶກສາໃຫ້ແກ່ຝ່າຍລາວ ແມ່ນ 1.271 ຄົນ. ນີ້ແມ່ນບັນດາຕົວເລກເຊິ່ງ ທ່ານລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ ຟຸ່ງຊວັນຍະ ຍົກອອກມາ ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງສປປລາວ ປະຈຳຫວຽດນາມ ທອງສະຫວັນ ພົມວິຫານ, ໃນວັນທີ 16 ກັນຍາ ຜ່ານມາ. ນະທີ່ນີ້, ທ່ານລັດຖະມົນຕີ ຟຸ່ງຊວັນຍະ ຍັງໃຫ້ຮູ້ວ່າ, ກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ ໄດ້ມອບຊຸດປື້ມຕຳລາຮຽນນັບແຕ່ຫ້ອງປໍ 1 ຫາຫ້ອງ ມໍ 7 ໃຫ້ແກ່ສະຖານທູດລາວ ເຊິ່ງນອນໃນແຜນຮ່າງ “ຮຽບຮຽງຫຼັກສຸດການສອນພາສາຫວຽດ ແລະ ຊຸດປື້ມຕຳລາພາສາຫວຽດ (ທົດລອງ) ຈາກຫ້ອງປໍ 1 ຫາຫ້ອງມໍ 7 ໃຫ້ແກ່ນັກຮຽນລາວ ຢູ່ລາວ”.

ມີຜູ້ຟັງ, ຜູ້ອ່ານ 8 ຄົນໄດ້​ຮັບຂອງຂວັນ​ຈາກລາຍ​ການ​ພາກ​ພາ​ສາ​ລາວ - ảnh 2 (ນາງ ມຸກດາ ອຸດທິກອນ)

ເພື່ອນ ສົນພອນ, ຢູ່ແຂວງຫົວພັນ, ໄດ້ສົ່ງຂໍ້ຄວາມທາງ Facebook ໃຫ້ຮູ້ວ່າ: ເພື່ອນຫາກໍ່ເບິ່ງຄືນພາບບັນດານັກຮ້ອງລາວເຂົ້າຮ່ວມງານປະກວດສຽງເພງອາຊຽນ + 3 ປີ 2019 ໃນເວັບໄຊພາກພາສາລາວ. ຜ່ານນີ້, ເພື່ອນຢາກຊອກຮູ້ວ່າ ເມື່ອບັນດານັກຮ້ອງມາເຂົ້າຮ່ວມງານປະກວດນີ້ຈາກຫຼາຍປະເທດນັ້ນ ເຂົາເຈົ້າກໍ່ປະສົບກັບຄວາມຫຍຸ້ງຍາກດ້ານພາສາຫຼືບໍ່? ໂດຍສະເພາະແມ່ນບັນດານັກຮ້ອງບໍ່ເກັ່ງພາສາອັງກິດ? ຄະນະຈັດຕັ້ງໄດ້ມີການຊ່ວຍເຫຼືອຄືແນວໃດເພື່ອໃຫ້ບັນດານັກຮ້ອງເຂົ້າໃຈເນື້ອໃນຂອງງານປະກວດ?

        ເພື່ອນ ສົນພອນ ທີ່ຮັກແພງ, ງານປະກວດສຽງເພງອາຊຽນ + 3 ປີ 2019 ໂດຍ VOV ເປັນເຈົ້າພາບຈັດຕັ້ງ, ດຳເນີນຢູ່ແຂວງກວ໋າງນິງ, ໃນເດືອນສິງຫາ ຜ່ານມາ. ນີ້ແມ່ນງານປະກວດເພງ Pop ທີ່ສະຫງວນໃຫ້ນັກຮອງໜຸ່ມ (ອາຍຸແຕ່ 18 ຫາ 35) ທີ່ມາຈາກ 10 ປະເທດອາຊຽນ, ດ້ວຍຈຸດປະສົງເພີ່ມທະວີຄວາມເຂົ້າອົກເຂົ້າໃຈ, ພົບປະແລກປ່ຽນວັດທະນະທຳລະຫວ່າງຫວຽດນາມ ກັບບັນດາປະເທດຢູ່ພາກພື້ນ. ປີ 2019, ມີນັກຮ້ອງ 22 ຄົນເຂົ້າຮ່ວມງານປະກວດຄັ້ງນີ້. ແລະ ເພື່ອຊ່ວຍໃຫ້ບັນດານັກຮ້ອງສາມາດເຂົ້າໃຈໄດ້ການເຄື່ອນໄຫວຂອງງານປະກວດ ກໍຄືບັນດາການເຄື່ອນໄຫວຢູ່ນອກງານ, ຄະນະຈັດຕັ້ງໄດ້ຈັດສົ່ງບັນດານັກສຶກສາອາສາສະໝັກຊາວຫວຽດນາມ ມາຈາກມະຫາວິທະຍາໄລຮ່າໂນ້ຍ ທີ່ສາມາດເວົ້າພາສາອັງກິດ ມາຊ່ວຍ, ສະເພາະອາສາສະໝັກໃຫ້ແກ່ນັກຮ້ອງລາວ 2 ຄົນແມ່ນນັກສຶກສາລາວ ທີ່ພວມຮ່ຳຮຽນຢູ່ຫວຽດນາມ, ຜ່ານນີ້ຊ່ວຍໃຫ້ບັນດານັກຮ້ອງກຳແໜ້ນໄດ້ການເຄື່ອນໄຫວຕ່າງໆຂອງງານປະກວດ ກໍຄືການເຄື່ອນໄຫວອື່ນໆ. ສະນັ້ນ, ບັນດານັກຮ້ອງເມື່ອເຂົ້າຮ່ວມງານປະກວດຈະບໍ່ປະສົບກັບຄວາມຫຍຸ້ງຍາກໃນການຊອກຮູ້ ແລະ ແລກປ່ຽນກັບບັນດານັກຮ້ອງຄົນອື່ນໆທີ່ເຂົ້າຮ່ວມງານປະກວດ. ນອກນັ້ນ, ງານປະກວດກໍ່ແມ່ນໂອກາດເພື່ອໃຫ້ບັນດານັກອາສາສະໝັກຫວຽດນາມ ແລະ ລາວ ທີ່ແປພາສາໃຫ້ບັນດານັກຮ້ອງມີໂອກາດໄດ້ແລກປ່ຽນ ແລະ ຊອກຮູ້ກ່ຽວກັບວັດທະນະທຳລະຫວ່າງຫວຽດນາມ ແລະ ບັນດາປະເທດເພື່ອນມິດຕື່ມອີກ. ນາງ ມຸກດາ ອຸດທິກອນ, ນັກອາສາສະໝັກລາວ, ນັກສຶກສາປີທີ 4, ມະຫາວິທະຍາໄລອຸດສາຫະກຳຮ່າໂນ້ຍ, ໃຫ້ຮູ້ວ່າ.  

(ນາງ ມຸກດາ ອຸດທິກອນ)

ຕອບກັບ