ບຸນປີໃໝ່ປະຈຳຊາດ ຫວຽດນາມ ປີ 2021

Chia sẻ

(VOVWORLD) - ຫົວເລຶື່ອງກ່ຽວກັບບຸນປີໃໝ່ປະຈຳຊາດຫວຽດນາມຈະແມ່ນເນື້ອໃນຕົ້ນຕໍເຊິ່ງທ່ານຜູ້ຟັງຫຼາຍຄົນໄດ້ສົ່ງມາຍັງລາຍການໃນອາທິດຜ່ານມາ.



ບຸນປີໃໝ່ປະຈຳຊາດ ຫວຽດນາມ ປີ 2021 - ảnh 1ບຸນປີໃໝ່ປະຈຳຊາດ ຫວຽດນາມ ຍັງໄດ້ເອີ້ນວ່າ ບຸນເຕັດ (ພາບ: Internet)

ເພື່ອນ Shivendu Paul ມາຈາກປະເທດອິນເດຍ ໄດ້ສົ່ງຂໍ້ຄວາມມາຍັງລາຍການດ້ວຍເນື້ອໃນທີ່ວ່າ “ສະບາຍດີປີໃໝ່ 2021, ຂໍ້ອວຍພອນໃຫ້ພະນັກງານ, ທ່ານຜູ້ຟັງຂອງວິທະຍາກະຈາຍສຽງຫວຽດນາມ, ປະຊາຊົນ ຫວຽດນາມ ແລະ ໂລກໝົດທຸກຄົນ ປີໃໝ່ມີໂຊກມີໄຊມີຄວາມຜາສຸກ. ຂ້າພະເຈົ້າດີໃຈຫຼາຍເມື່ອໄດ້ຮູ້ຈັກເຖິງ ໂປແກຼມ VOV Bacsi 24 ຂອງ VOV ແມ່ນໂປແກຼມໃຫ້ຄຳປຶກສາທາງອອນລາຍ 24 ຊົ່ວໂມງ/ວັນ ໃນໄລຍະເກີດໂລກລະບາດໂຄວິດ - 19 ແລະ ໄດ້ຮູ້ຂ່າວ ຫວຽດນາມ ເລີ່ມທົດລອງການສັກວັກວິນ ກັນພະຍາດ ໂຄວິດ - 19 “Nanocovax” ໄລຍະ1 ແລ້ວ, ຫວັງວ່ານີ້ແມ່ນຂ່າວທີ່ມີປະໂຫຍດໃນການສະກັດກັ້ນ ແລະ ຄວບຄຸມການແຜ່ລາມຂອງໂລກລະບາດໂຄວິດ - 19. ຄຽງຄູ່ກັນນັ້ນ, ຂ້າພະເຈົ້າກໍ່ຮູ້ສຶກດີໃຈເມື່ອໄດ້ຮູ້ວ່າ VOV5 ຈະສົ່ງບັນດາຂອງຂວັນທີ່ລະນຶກໃຫ້ທ່ານຜູ້ຟັງ ແລະ ຜູ້ເຂົ້າຮ່ວມການເສັງ ແລະ ສຳຫຼວດ ຄວາມພໍໃຈຂອງທ່ານ ຜູ້ຟັງ VOV”

ນອກຈາກເພື່ອນ Shivendu Paulແລ້ວ, ຍັງມີທ່ານຜູ້ຟັງທີ່ມາຈາກຫຼາຍປະເທດກໍ່ໄດ້ສົ່ງຄຳອວຍພອນປີໃໝ່ໄປຍັງລາຍການ, ນີ້ແມ່ນກຳລັງໜູນອັນຍິ່ງໃຫຍ່ໃຫ້ແກ່ຜູ້ຈັດທຳລາຍການ. ເນື່ອງໃນໂອກາດນີ້, ຂ້າພະເຈົ້າຂໍສະແດງຄວາມຂອບອົກຂອບໃຈໄປຍັງເພື່ອນ Shivendu Paul ເວົ້າສະເພາະ ແລະ ທ່ານຜູ້ຟັງຂອງ VOV 5 ໃນທົ່ວໂລກ. ພວກຂ້າພະເຈົ້າຂໍອວຍພອນໃຫ້ທ່ານຜູ້ຟັງຈົ່ງມີສຸຂະພາບທີ່ເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃຫ້ຫຼາຍກ່ວາອີກໃນໜ້າທີ່ວຽກງານ ແລະ ຊີວິດຂອງຕົນ.

ຕໍ່ໄປແມ່ນເນື້ອໃນຈົດໝາຍຂອງ ເພື່ອນ ວຽງໄຊຢູ່ ວຽງຈັນ, ປັດຈຸບັນ ກຳລັງກຽມພາສາ ຫວຽດ ຢູ່ ໂຮງຮຽນມິດຕະພາບ T78 ເຊີນໄຕ, ຮ່າໂນ້ຍ ໄດ້ສົ່ງຂໍ້ຄວາມມາຍັງລາຍການຜ່ານທາງ Facebook ດ້ວຍເນື້ອໃນວ່າ: ຂ້າພະເຈົ້າຫາກໍ່ມາຮຽນຢູ່ຫວຽດນາມ ເປັນເວລາ 9 ເດືອນ, ໃນ ໄລຍະຜ່ານມາ, ຂ້າພະເຈົ້າໄດ້ຮູ້ຈັກ ເວັບໄຊ vovworld.vn ໃນນັ້ນມີລາຍການພາກພາສາລາວ. ຜ່ານບັນດາຂ່າວຄາວປະຈຳວັນທີ່ທາງລາຍການເອົາລົງໃນເວັບໄຊນັ້ນໄດ້ເປັນປະໂຫຍດຫຼາຍຢ່າງໃນການຮຽນພາສາຫວຽດຂອງຂ້າພະເຈົ້າ. ຂ້າພະເຈົ້າຂໍຂອບໃຈ ແລະ ຂໍອວຍພອນໃຫ້ວິທະຍຸກະຈາຍສຽງ ຫວຽດນາມ ເວົ້າລວມ ແລະ ລາຍການພາກພາສາລາວ ເວົ້າສະເພາະນັບມື້ນັບພັດທະນາ ແລະ ນັບມື້ນັບມີຫຼາຍລາຍການທີ່ມ່ວນ ແລະ ຈັບອົກຈັບໃຈເພື່ອຮັບໃຊ້ທ່ານຜູ້ຟັງ.

ເພື່ອນ ວຽງໄຊ ທີ່ຮັກແພງ! ກ່ອນອື່ນ, ລາຍການຂໍຂອບໃຈເພື່ອນທີ່ໄດ້ຕິດຕາມ ແລະ ສະໜັບສະໜູນພວກຂ້າພະເຈົ້າໃນໄລຍະທີ່ຜ່ານມາ. ພວກຂ້າພະເຈົ້າຮູ້ສຶກດີໃຈຫຼາຍທາງລາຍການຂອງພວກເຮົາສ່ວນໃດສ່ວນໜຶ່ງເປັນປະໂຫຍດໃຫ້ແກ່ການຮ່ຳຮຽນຂອງເພື່ອນ. ຂໍອວຍພອນໃຫ້ເພື່ອນຈົ່ງມີສຸຂະພາບທີ່ເຂັ້ມແຂງ, ບັນລຸໄດ້ຜົນງານທີ່ດີເດັ່ນໃນການຮ່ຳຮຽນ ແລະ ຫວັງວ່າເພື່ອນຈະສືບຕໍ່ຕິດຕາມຮັບຟັງກໍ່ຄືປະກອບຄຳຄິດເຫັນເພື່ອໃຫ້ລາຍການຂອງພວກຂ້າພະເຈົ້ານັບມື້ນັບມີສີສັນຫຼາກຫຼາຍ ແລະ ອຸດົມສົມບູນກ່ວາເກົ່າ. ຂໍຂອບໃຈ.

ເພື່ອນພອນໄຊ ຢູ່ແຂວງ ວຽງຈັນ ໄດ້ສົ່ງອີແມວມາຍັງລາຍການດ້ວຍເນື້ອໃນວ່າ:ຂ້າພະເຈົ້າໄດ້ຮູ້ວ່າບຸນປີໃໝ່ປະຈຳຊາດຂອງ ຫວຽດນາມ ໃກ້ຈະມາຮອດແລ້ວ ແຕ່ ຂ້າພະເຈົ້າຢາກຮູ້ລະອຽດວ່າປີນີ້ບຸນປີໃໝ່ປະຈຳຊາດ ຫວຽດນາມ ຈະເລີ່ມ ຕົ້ນແຕ່ມື້ໃດຮອດມື້ໃດ ແລະ ຈະມີບັນດາການເຄື່ອນໄຫວພົ້ນເດັ່ນໃດໃນໂອກາດນີ້?

ເພື່ອນ ພອນໄຊ ທີ່ຮັກແພງ!ບຸນປີໃໝ່ປະຈຳຊາດຂອງຊາວ ຫວຽດນາມ ແມ່ນງານບຸນສຳຄັນທີ່ສຸດໃນປີ. ບຸນປີໃໝ່ປະຈຳຊາດຂອງຊາວ ຫວຽດນາມເລີ່ມຕົ້ນແຕ່ວັນທີ 30 ເດືອນ 12 ຫາວັນທີ 3 ເດືອນຈຽງ ໄລ່ຕາມຈັນທະປະຕິທິນ.ປີນີ້ ພະນັກງານ, ພາລະກອນພັກບຸນປີໃໝ່ 7ວັນຢ່າງລຽນຕິດ, ເລີ່ມແຕ່ວັນທີ 29 ເດືອນ 12 ຂອງປີຊວດ ຫາວັນທີ 5 ເດືອນຈຽງປີສະລຸ (ເຊິ່ງກົງກັບວັນທີ 10 ກຸມພາ ຫາວັນທີ 16 ກຸມພາປີ 2021).ໃນຊຸມວັນບຸນເຕັດ, ບັນດາສະມາຊິກໃນຄອບຄົວຈະເຕົ້າໂຮມກັນຢ່າງຄົບໜ້າພໍຕາ, ພ້ອມກັນຢື້ຢາມຖາມຂ່າວເພື່ອນມິດຍາດຕິພີ່ນ້ອງ, ອວຍພອນເຊິ່ງກັນ ແລະ ກັນ ແລະບູຊາບັນພະບຸລຸດ… ເພື່ອຢາກມີຄວາມເຂົ້າໃຈແຈ້ງກ່ວາກ່ຽວກັບບຸນເຕັດຂອງຊາວ ຫວຽດນາມ, ເຊີນທ່ານຕິດຕາມບັນດາບົດຂຽນກ່ຽວກັບຮີດຄອງປະເພນີຕ້ອນຮັບບຸນເຕັດຫວຽດນາມເຊິ່ງພວກຂ້າພະເຈົ້າຈະເອົາລົງໃນເວັບໄຊ vovworld.vn.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການ ໃນອາທິດຜ່ານມາ. ຖ້າຫາກຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com

ຕອບກັບ