ງານວາງສະແດງ “ບັນດາມໍລະດົກໂລກຂອງ ຫວຽດນາມ ແລະ ລາວ”

Minh Duc
Chia sẻ
(VOVWORLD) -ບັນດາຮູບຖ່າຍຈະປະກອບສ່ວນແນະນຳ, ໂຄສະນາພາບພົດປະເທດຊາດ, ປະຊາຊົນຂອງ 2 ປະເທດໃຫ້ມະຫາຊົນ ກໍຄືເພື່ອນມິດສາກົນຢູ່ ລາວ.

ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 353 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 36 ປະເທດ ແລະ ເຂດແຄ້ວນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 20 ສະບັບຈາກທ່ານຜູ້ຟັງລາວ.

ງານວາງສະແດງ “ບັນດາມໍລະດົກໂລກຂອງ ຫວຽດນາມ ແລະ ລາວ” - ảnh 1(ພາບອີນເຕີແນັດ)

        ມີທ່ານຜູ້ຟັງ ລາວ ຈຳນວນໜຶ່ງໄດ້ແບ່ງປັນກ່ຽວກັບການເຄື່ອນໄຫວກະກຽມບຸນປີໃໝ່ລາວ 2023 (ພສ 2566). ໃນນັ້ນ, ເພື່ອນ ກຽງແກ້ວ ວິລະຈິດ ໃຫ້ຮູ້ວ່າ: ເນື່ອງໃນໂອກາດບຸນປີໃໝ່ລາວ ຈະມາເຖິງ ຂ້າພະເຈົ້າຂໍສົ່ງຄຳອວຍພອນອັນປະເສີດເຖິງການພົວພັນພິເສດ ຫວຽດນາມ - ລາວ. ພິເສດແມ່ນ ອວຍພອນໃຫ້ຖັນແຖວບັນນາທິການ, ໂຄສົກ, ພະນັກງານພາກພາສາ ລາວ ເວົ້າສະເພາະ ແລະ VOV ຈົ່ງມີສຸຂະພາບເຂັ້ມແຂງ, ປະຕິບັດສຳເລັດໜ້າທີ່ຂອງຕົນໃຫ້ເປັນຢ່າງດີ.

        ເພື່ອ ຄຳສຸວັນ, ຢູ່ນະຄອນຫຼວງ ວຽງຈັນ ໄດ້ສົ່ງອີເມວມາຍັງລາຍການໂດຍແບ່ງປັນວ່າ ໃນໄລຍະຜ່ານມາຢູ່ນະຄອນຫຼວງ ວຽງຈັນ, ໄດ້ຈັດງານວາງສະແດງເຊື່ອມຕໍ່ການຮ່ວມມືປ່ຽນແປງໃໝ່ເຕັກໂນໂລຊີ ລາວ - ຫວຽດນາມ (Tech – Innovation Laos – ຫວຽດນາມ) 2023. ເພື່ອນໃຫ້ຮູ້ວ່າ ຈຸດປະສົງຕົ້ນຕໍຂອງງານວາງສະແດງແມ່ນເພື່ອຊຸຸຸກຍູ້ການຮ່ວມມືນຳໃຊ້ ແລະ ຖ່າຍຖອດເຕັກໂນໂລຊີທີ່ກ້າວໜ້າ, ຊອກຫາຄູ່ຮ່ວມມືລະຫວ່າງບັນດາຫົວໜ່ວຍຄົ້ນຄວ້າ, ວິສາຫະກິດຂອງ 2 ປະເທດ ເພື່ອເຊື່ອມຕໍ່ບັນດານັກຄົ້ນຄວ້າ, ນັກພັດທະນາເຕັກໂນໂລຊີປ່ຽນແປງໃໝ່ຂອງ ຫວຽດນາມ ກັບບັນດາອົງການຂອງລັດ ແລະ ວິສາຫະກິດດຳເນີນທຸລະກິດຂອງ ລາວ, ເພື່ອຊຸກຍູ້, ສົ່ງເສີມການຄ້າ ແລະ ການລົງທຶນກ່ຽວກັບເຕັກໂນໂລຊີ, ນຳໃຊ້ການປ່ຽນແປງໃໝ່ປະດິດຄິດສ້າງໃນບັນດາຂົງເຂດສຳຄັນຂອງ ລາວ, ສົ່ງເສີມການຖ່າຍຖອດເຕັກໂນໂລຊີ, ໂປຼແກຼມປ່ຽນແປງໃໝ່ປະດິດຄິດສ້າງ ແລະ ກາລະໂອກາດຮ່ວມມື, ລົງທຶນ, ຖ່າຍຖອດເຕັກໂນໂລຊີລະຫວ່າງອົງການຈັດຕັ້ງ, ຫົວໜ່ວຍດຳເນີນທຸລະກິດຂອງ ລາວ ແລະ ຫວຽດນາມ. ງານວາງສະແດງຕັ້ງນີ້ມີຮ້ານວາງສະແດງ 60 ຮ້ານ, ໃນນັ້ນ ມີ 30 ຮ້ານ ວາງສະແດງຂອງ ຫວຽດນາມ ແລະ 30 ຮ້ານຂອງລາວ. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວແທດຈິງໃນຍຸກສະໄໝ 4.0. ຜ່ານນີ້ ກໍໄດ້ປະກອບສ່ວນຮັດແໜ້ນ, ເພີ່ມທະວີບັນດາການເຄື່ອນໄຫວຮ່ວມມືລະຫວ່າງ 2 ປະເທດກວ່າອີກ.

        ລາຍການພາກພາສາລາວ ຂໍຂອບໃຈເພື່ອນ ຄຳສຸວັນ ທີ່ໄດ້ສົ່ງຂໍ້ມູນມາແບ່ງປັນກັບລາຍການ, ຫວັງວ່າ ໃນໄລຍະຈະມາເຖິງ ປະຊາຊົນ 2 ປະເທດຈະໄດ້ຊົມໃຊ້ຜົນປະໂຫຍດຈາກການຮ່ວມມືໃນບັນດາຂົງເຂດຊີວິດສັງຄົມ.

ງານວາງສະແດງ “ບັນດາມໍລະດົກໂລກຂອງ ຫວຽດນາມ ແລະ ລາວ” - ảnh 2(ພາບປະກອບ: dangcongsan.vn)

        ເພື່ອນ ບົວ ຄຳ, ດຳ ລົງ ຊີ ວິດ ຢູ່ນະ ຄອ  ຫຼວງ ວຽງ ຈັນ, ໄດ້ ສົ່ງ ຈົດ ໝາຍ ມາ ຍັງ ລາຍ ການ ຢາກ ຊອກ ຮູ້ ຂໍ້ ມູນ ຂ່າວ ທີ່ ໜ້າ ສົນ ໃຈ ວ່າ: ຂ້າ ພະ ເຈົ້າ ມີ ຄວາມ ເມົາ ມົວ ກັບ ສິ ລະ ປະ ການຖ່າຍ ພາບ, ຢາກ ຊອກ ຮູ້ ແລະ ຮ່ຳ ຮຽນ ເອົ  ບົດ ຮຽນ ໃນ ຂົງ ເຂດນີ້ ຕື່ມ ອີກ. ໂດຍ ໄດ້ ຮັບ ຂ່າວ ວ່າ ໃນ ໄລ ຍະ ຈະ ມາ ເຖິງນີ້ ຢູ່ ນະ ຄອນ ຫຼວງ ວຽງ ຈັນ ຈະ ຈັດ ງານ ວາງ ສະ ແດງ ພາບ ຖ່າຍບັນ ດາ ມໍ ລະ ດົກ ໂລກ ຂອງ ຫວຽດ ນາມ ແລະ ລາວ”. ຜ່ານ ລາຍ ການ, ຂ້າ ພະ ເຈົ້າ ຢາກ ຊອກ ຮູ້ ກ່ຽວ ກັບ ການ ເຄື່ອນ ໄຫວ ດັ່ງ ກ່າວ.

        ເພື່ອນ ບົວຄຳ ທີ່ຮັກແພງ, ຜ່ານມາ, ກົມວິຈິດສິນ, ຖ່າຍພາບ ແລະ ງານວາງສະແດງ (ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ) ໄດ້ເປັນປະທານ, ສົມທົບກັບສູນວັດທະນະທຳ ຫວຽດນາມ ປະຈຳ ລາວ ແລະ ບັນດາອົງການ, ຫົວໜ່ວຍທີ່ກ່ຽວຂ້ອງ ຈັດງານວາງສະແດງ “ບັນດາມໍລະດົກໂລກຂອງ ຫວຽດນາມ ແລະ ລາວ”. ງານວາງສະແດງນີ້ ເພື່ອເຮັດໃຫ້ບັນດາການເຄື່ອນໄຫວພົບປະແລກປ່ຽນ, ຮ່ວມມືດ້ານວັດທະນະທຳສິລະປະລະຫວ່າງກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ແລະ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ລາວ ມີຄວາມອຸດົມສົມບູນຂຶ້ນຕື່ມ. ຄຽງຂ້າງນັ້ນ, ບັນດາຮູບຖ່າຍຈະປະກອບສ່ວນແນະນຳ, ໂຄສະນາພາບພົດປະເທດຊາດ, ປະຊາຊົນຂອງ 2 ປະເທດໃຫ້ມະຫາຊົນ ກໍຄືເພື່ອນມິດສາກົນຢູ່ ລາວ. ຕາມແຜນການແລ້ວ, ງານວາງສະແດງຈະຈັດຂຶ້ນແຕ່ວັນທີ 20-30 ເມສາ ແລະ ຄະນະຈັດຕັ້ງຈະເຊີນນັກຊ່າງພາບ (ຫຼືວ່າ ນັກຖ່າຍຮູບ) ຂອງ ຫວຽດນາມ 3 ທ່່ານໄປພ້ອມກັບຄະນະ ເພື່ອພົບປະແລກປ່ຽນກັບບັນດາ ນັກສິລະປະກອນ ລາວ. ບັນດານັກຊ່າງພາບ ຈະໄປບັນດາແຂວງຂອງລາວຄື: ນະຄອນຫຼວງ ວຽງຈັນ, ເມືອງຫຼວງເກົ່າ ຫຼວງພະບາງ, ແຂວງ ຈຳປາສັກ ແລະ ແຂວງ ຊຽງຂວາງ.

        ເພື່ອນ ບຸ  ທັດ, ຢູ່ ເມືອງ ຄົງ ເຊໂດນ ແຂວງ ສາລະວັນ ໄດ້ ໂທ ລະ ສັບ ມາ ຫາ ລາຍ ການ ໂດຍ ແບ່ງ ປັນ ວ່າ: ໃນ ຫຼາຍ ປີ ຜ່ານ ມາ, ມີ ບັນ ດາ ຄະ ນະ ປະ ຕິ ບັດ ງານ, ສະ ມາ ຄົມ ໄດ້ ຈັດ ການ ໄປ ຊ່ວຍ ເຫຼືອ ປະ ຊາ ຊົນ ລາວ ທີ່ ປະ ສົບ ກັບ ຄວາມ ຫຍຸ້ງ ຍາກ. ນີ້ ແມ່ນ ນ້ຳ ໃຈ ເຊິ່ງ ປະ ຊາ ຊົນ 2 ປະ ເທດ ສະ ຫງວນ ໃຫ້ ແກ່ ກັນ  ໂດຍບໍ່ ມີ ຫຍັງ ສາ ມາດ ປຽບທຽບ ໄດ້. ຫວ່າງມໍ່ໆ ມານີ້, ຄະ ນະ ສະ ມາ ຄົມ ນັກ ຮົບ ເກົ່າ ທະ ຫານ ປ້ອງ ກັນ ຊາຍ ແດນ ແຂວງ ກວາງ ຈິ ໄດ້ໜູນ ຊ່ວຍ ປະ ຊາ ຊົນ ແຂວງ ສາ ລະ ວັນ ແກ້ ໄຂ ຄວາມ ຫຍຸ້ງ ຍາກ, ບືນ ຕົວ ຂຶ້ນຮັບ ປະ ກັນ ຊີ ວິດ ການ ເປັນ ຢູ່ເປັນ ປົກ ກະ ຕິ. ຂ້າ ພະ ເຈົ້າ ຢາກ ຮັບ ຟັງ ຂໍ້ ມູນກ່ຽວ ກັບ ການ ເຄື່ອນ ໄຫວ ດັ່ງ ກ່າວຕື່ມ ອີກ.

        ເພື່ອນ ບຸນທັດ ທີ່ຮັກແພງ, ໃນອາທິດຜ່ານມາ, ຄະນະປະຕິບັດງານສະມາຄົມນັກຮົບເກົ່າທະຫານຊາຍແດນແຂວງ ກວາງຈິ ສົມທົບກັບບໍລິສັດໃຫຍ່ການຄ້າ ກວາງຈິ ໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ປະຊາຊົນຢູ່ບ້ານ ອາໂສກ, ເມືອງ ສະໝ້ວຍ, ແຂວງ ສາລະວັນ. ຄະນະປະຕິບັດງານໄດ້ສົ່ງຄຳຢື້ຢາມຖາມຂ່າວເຖິງພະນັກງານ, ປະຊາຊົນ ບ້ານ ອາໂສກ ແລະ ມອບຂອງຂວັນ 160 ພູດ, ແຕ່ລະພູດລວມມີເຂົ້າ 10 ໂລ ແລະ ເຄື່ອງຂອງທີ່ຈຳເປັນດ້ວຍຍອດມູນຄ່າປະມານ 70 ລ້ານດົ່ງ. ຢູ່ທີ່ນີ້, ທ່ານຮອງປະທານເມືອງ ສະໝ້ວຍ ໃຫ້ຮູ້ວ່າ: ໃນຊຸມປີຜ່ານມາ, ພະນັກງານ, ປະຊາຊົນ ແລະ ກຳລັງປະກອບອາວຸດແຂວງ ກວາງຈິ ໄດ້ແບ່ງປັນຄວາມທຸກຄວາມສຸກກັບປະຊາຊົນເມືອງ ສະໝ້ວຍ ເວົ້າສະເພາະ ແລະ ແຂວງສາລະວັນເວົ້າລວມ. ໃນເວລາເກີດໄພທຳມະຊາດ, ໂລກລະບາດ, ບັນດາອ້າຍນ້ອງ ຫວຽດນາມ ໄດ້ມາຢ້ຽມຢາມຖາມຂ່າວ, ລະດົມກຳລັງໃຈຢ່າງທັນການ ນັບທັງທາງດ້ານວັດຖຸ ແລະ ຈິດໃຈ ເພື່ອຊ່ວຍປະຊາຊົນ ລາວ ບັນດາເຜົ່າ ທີ່ດຳລົງຊີວິດຢູ່ລຽບຕາມເຂດຊາຍແດນ ແກ້ໄຂຄວາມຫຍຸ້ງຍາກ, ບືນຕົວຂຶ້ນຮັບປະກັນຊີວິດສັງຄົມ. ບັນດານ້ຳໃຈອັນບໍລິສຸດ ແລະ ເຕັມໄປດ້ວຍຄວາມໝາຍຂອງແຂວງ ກວາງຈິ ນັ້ນ ແມ່ນພະຍານຫຼັກຖານຢ່າງມີຊີວິດຊີວາໃຫ້ແກ່ນ້ຳໃຈສາມັກຄີແບບພິເສດລະຫວ່າງ ຫວຽດນາມ - ລາວ.

ຕອບກັບ