ຄັດ​ສະ​ເໜີ​ເນື້ອ​ໃນ​ຈົດ​ໝາຍ​ບາງ​ສະ​ບັບ ເຊິ່​ງ​ທ່ານ​ຜູ້​ຟັງ, ຜ​ູ້​ອ່ານ ໄດ້​ຝາກ​ມາ​ລາຍ​ການ​ໃນ​ອາ​ທິດ​ຜ່ານ​ມາ

Nguyen Xuyen
Chia sẻ
(VOVWORLD) -ອາທິດຜ່ານມາລາຍການກະຈາຍສຽງພາກພາສາລາວ ໄດ້ຮັບຈົດໝາຍອີແມວຫຼາຍສະບັບ ແລະ ໂທລະສັບຫຼາຍສາຍທີ່ທ່ານຜູ້ຟັງໄດ້ຝາກມາລາຍການທ່ານຜູ້ຟັງຜູ້ອ່ານຫຼາຍຄົນ ໄດ້ສົ່ງຂໍ້ຄວາມສະແດງຄວາມຊົມເຊີຍຕໍ່ບັນດາຜົນງານ ເຊິ່ງຄະນະນັກກິລາຫວຽດນາມ ບັນລຸໄດ້ໃນງານມະຫາກຳກິລາ Sea Games 30 ແລະ ຖາມກ່ຽວກັບການທ່ອງທ່ຽວຢູ່ຫວຽດນາມ. ໃນລາຍການ ໂອ້ລົມກັບເພື່ອນລາວ” ມື້ນີ້ພວກຂ້າພະເຈົ້າຂໍຄັດສະເໜີເນື້ອໃນຈົດໝາຍບາງສະບັບ ແລະ ຕອບບາງຄຳຖາມ ເຊິ່ງທ່ານຜູ້ຟັງຜູ້ອ່ານ ໄດ້ຝາກມາລາຍການໃນອາທິດຜ່ານມາ

ດ້ວຍຜົນງານທີ່ເປັນໜ້າປະທັບໃຈຫຼາຍຢ່າງເຊິ່ງຄະນະນັກກິລາຫວຽດນາມ ບັນລຸໄດ້ໃນງານມະຫາກຳກິລາ Sea Games 30, ພິເສດແມ່ນໄຊຊະນະຂອງທິມບານເຕະຍິງຫວຽດນາມໃນນັດແຂ່ງຂັນຮອບຊີງຊະນະເລີດ, ພວກຂ້າພະເຈົ້າໄດ້ຮັບຄໍາອວຍພອນ ຫຼາຍທີ່ສຸດຈາກທ່ານຜູ້ຟັງ, ຜູ້ອ່ານ ກໍຄື ເພື່ອນ ຈັນສີດາ, ເພື່ອນສັນລະເສີນ ວິໄລວອນ, ເພື່ອນອຸເທ... ບໍ່ພຽງແຕ່ເທົ່ານັ້ນ, ຈິດໃຈກ້າຫານ, ເດັດດ່ຽວ ພ້ອມດ້ວຍທັກສະການຫຼິ້ນທີ່ດູດດື່ມ ແລະ ຄວາມສວຍງາມຂອງກອງຫຼັງປີກຊ້າຍ ຮວ່າງທິລວານ ໄດ້ເຮັດໃຫ້ຜູ້ຊົມມີຄວາມຢາກຮູ້ ກ່ຽວກັບຊີວະປະຫວັດຂອງນັກກິລາຍິງຄົນນີ້. ໃນນັ້ນ ມີເພື່ອນອຸເທ.

ຕາງໜ້າໃຫ້ລາຍການກະຈາຍສຽງພາກພາສາລາວ ຂ້າພະເຈົ້າຂໍຝາກຄຳຂອບອົກຂອບໃຈມາຍັງທ່ານຜູ້ຟັງທັງຫຼາຍທີ່ໄດ້ນິຍົມຊົມຊອບລາຍການ ແລະ ສົ່ງຂໍ້ຄວາມສະແດງຄວາມຊົມເຊີຍຜົນງານຂອງຄະນະນັກກິລາຫວຽດນາມ.

ຄັດ​ສະ​ເໜີ​ເນື້ອ​ໃນ​ຈົດ​ໝາຍ​ບາງ​ສະ​ບັບ ເຊິ່​ງ​ທ່ານ​ຜູ້​ຟັງ, ຜ​ູ້​ອ່ານ ໄດ້​ຝາກ​ມາ​ລາຍ​ການ​ໃນ​ອາ​ທິດ​ຜ່ານ​ມາ - ảnh 1 ກອງຫຼັງປີກຊ້າຍ ຮວ່າງທິລວານ

        ເພື່ອນ ອຸເທ ແລະ ທ່ານຜູ້ຟັງທີ່ເຄົາລົບ! ຕໍ່ໄປນີ້, ພວກຂ້າພະເຈົ້າຂໍແນະນຳໂດຍຫຍໍ້ກ່ຽວກັບນັກກິລາບານເຕະຍິງ ຮວ່າງທິລວານ ທັງງາມທັງເກັ່ງ, ເຊິ່ງມີລາຍລະອຽດດັ່ງນີ້:

        ຮວ່າງທິລວານ ເກີດປີ 1995 ຢູ່ຮ່າໂນ້ຍ. ນາງມີຄວາມສູງພຽງແຕ່ 1,58 ແມັດ ເທົ່ານັ້ນ ແຕ່ລາວມີຄວາມສາມາດຫຼິ້ນໄດ້ທັງກອງກາງ, ກອງຫຼັງປີກຂວາ, ກອງຫຼັງປີກຊ້າຍ, ກອງໜ້າປີກຊ້າຍ ແລະ ຂາຕ້ານກອງໜ້າ. Sea Games 2019 ກໍແມ່ນຄັ້ງທຳອິດທີ່ ນາງຄວ້າໄດ້ຫຼຽນຄຳ ພ້ອມກັບທິມຂອງຕົນ. ເມື່ອກ່ອນນີ້, ນາງເຄີຍຫຼິ້ນ Futsal ແລະ ກໍສາມາດຍາດໄດ້ຜົນງານໃດໜຶ່ງມາໃຫ້ສະໂມສອນ ທ໊າຍເຊີນບັກ. ປີ 2018, ຮວ່າງທິລວານ ກໍແມ່ນນັກກິລາບານເຕະທີ່ສ້າງຄວາມປະທັບໃຈຕໍ່ຜູ້ຊົມ ເມື່ອ ນາງ ພ້ອມດ້ວຍທິມຊາດບານເຕະ ຫວຽດນາມ ສາມາດເອົາຊະນະທິມ ມຽນມາ ດ້ວຍ 3 ປະຕູຕໍ່ 0 ແລະ ຄວ້າໄດ້ຫຼຽນທອງໃນການແຂ່ງຂັນບານເຕະ ອາຊີຕາເວັນອອກສ່ຽງໃຕ້ ປີ 2018.

ໃນບັນຍາກາດອັນໜາວເຢັນຂອງລະດູໜາວ ຫວຽດນາມ, ຊາປາ ໄດ້ກາຍເປັນສະຖານທີ່ທ່ອງທ່ຽວອັນດູດດື່ມສຳລັບແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ ເມື່ອມາທ່ອງທ່ຽວຢູ່ ຫວຽດນາມ ໃນລະດູໜາວນີ້.

ບັນດາທ່ານຜູ້ຟັງ, ຜູ້ອ່ານ ລາວ ກໍມີຄວາມສົນໃຈຕໍ່ສະຖານທີ່ທ່ອງທ່ຽວດັ່ງກ່າວ. ເພື່ອນ ເລີດ ດາວເຮືອງ, ເຊິ່ງແມ່ນພະນັກງານເຮັດວຽກຢູ່ ພະແນກ ແຮງງານ ແລະ ສະຫວັດດີການສັງຄົມ ແຂວງ ຫົວພັນ ເຊິ່ງປັດຈຸບັນພວມເຂົ້າຮ່ວມຊຸດຝຶກອົບຮົມຢູ່ຮ່າໂນ້ຍ ຫາກໍໄດ້ສຳຜັດກັບການພິຊິດ ຈອມພູ ຟານຊີປັງ ໃນທ້າຍອາທິດຜ່ານມາ ແລະ ລາວໄດ້ສົ່ງຂໍ້ຄວາມມາຫາລາຍການ ໂດຍແບ່ງປັນວ່າ:

ຄັດ​ສະ​ເໜີ​ເນື້ອ​ໃນ​ຈົດ​ໝາຍ​ບາງ​ສະ​ບັບ ເຊິ່​ງ​ທ່ານ​ຜູ້​ຟັງ, ຜ​ູ້​ອ່ານ ໄດ້​ຝາກ​ມາ​ລາຍ​ການ​ໃນ​ອາ​ທິດ​ຜ່ານ​ມາ - ảnh 2 ຫິມະຕົກປົກຫຸ້ມໄປທົ່ວຈອມພູ ແລະ ທັດສະນີຍະພາບຢູ່ທີ່ນັ້ນ ກໍມືດມົວໄປໝົດ.

“ນີ້ແມ່ນຄັ້ງທຳອິດ ທີ່ຂ້າພະເຈົ້າໄດ້ມາ ຫວຽດນາມ ແລະ ໄດ້ໄປທ່ຽວຢູ່ ຊາປາ ເຊິ່ງກົງກັບຈຸດເວລາທີ່ໜາວຈັດຄືແນວນີ້. ມື້ນັ້ນອຸນຫະພູມຢູ່ນີ້ລົງຮອດ - 1 ອົງສາ C. ເມື່ອຂຶ້ນໄປຮອດຈອມພູ ຟານຊີປັງ ຫິມະຕົກປົກຫຸ້ມໄປທົ່ວຈອມພູ ແລະ ທັດສະນີຍະພາບຢູ່ທີ່ນັ້ນ ກໍມືດມົວໄປໝົດ. ຕອນນັ້ນ ຂ້າພະເຈົ້າ ມີຄວາມຮູ້ສຶກແປກໆ ແລະ ຄັກອີ່ຫຼີ.  ຊາປາ ແມ່ນເມືອງໜຶ່ງທີ່ມີຫຼາຍສິ່ງຫຼາຍຢ່າງຈັບອົກຈັບໃຈ ຄື ອາຫານການກິນ, ວັດທະນະທຳ ແລະ ວິຖີຊີວິດຂອງຊາວຊົນເຜົ່າໝູ່ບ້ານແຫ່ງຕ່າງໆ”.

ສິ່ງທີ່ກ່າວມາຂ້າງເທິງນັ້ນ ແມ່ນຄວາມຮູ້ສຶກຂອງເພື່ອນ ເລີດ ດາວເຮືອງ ເມື່ອມາຢ້ຽມຢາມ ຊາປາ. ທ່ານຜູ້ຟັງທີ່ເຄົາລົບ! ເພື່ອນ ບຸນທະວີ ກໍໄດ້ສົ່ງຂໍ້ຄວາມຜ່ານທາງ ເຟັດບຸກ ມາຫາລາຍການ ດ້ວຍເນື້ອໃນທີ່ວ່າ: “ໃນລາຍການ ໂອ້ລົມກັບເພື່ອນລາວ ທີ່ໄດ້ອອກອາກາດໃນອາທິດແລ້ວນີ້, ທາງລາຍການໄດ້ແນະນຳກ່ຽວກັບບັນດາສະຖານທີ່ທ່ອງທ່ຽວຢູ່ ເມືອງ ຊາປາ ແມ່ນຈັບອົກຈັບໃຈຫຼາຍ ແລະ ຢາກໄປຄົ້ນຫາໃນທັນທີ. ສະນັ້ນ, ຫວັງວ່າບັນດາອ້າຍເອື້ອຍບັນນາທິການຂອງລາຍການ ຈະແນະນຳກ່ຽວກັບບັນດາເຍື່ອງອາຫານທີ່ເປັນເອກະລັກຂອງເມືອງແຫ່ງນີ້ຕື່ມອີກແດ່”.

ຄັດ​ສະ​ເໜີ​ເນື້ອ​ໃນ​ຈົດ​ໝາຍ​ບາງ​ສະ​ບັບ ເຊິ່​ງ​ທ່ານ​ຜູ້​ຟັງ, ຜ​ູ້​ອ່ານ ໄດ້​ຝາກ​ມາ​ລາຍ​ການ​ໃນ​ອາ​ທິດ​ຜ່ານ​ມາ - ảnh 3 ທັ໊ງໂກ໊ - ເຍື່ອງອາຫານຂອງຊົນເຜົ່າ ມົ້ງ

 

ເພື່ອນ ບຸນທະວີ ທີ່ຮັກແພງ! ຖ້າຫາກ ມາທ່ຽວ ເມືອງ ຊາປາ, ແຂວງລ່າວກາຍ ທ່ານຄວນຊີມເຍື່ອງອາຫານ ທັ໊ງໂກ໊ - ເຊິ່ງເປັນເຍື່ອງອາຫານຂອງຊົນເຜົ່າ ມົ້ງ. ວັດຖຸດິບ ເພື່ອປຸງແຕ່ງເຍື່ອງອາຫານດັ່ງກ່າວ ແມ່ນຊີ້ນມ້າ. ພໍ່ແມ່ພີ່ນ້ອງຢູ່ເມືອງ ຊາປາ ເລົ່າຂານກັນມາວ່າ: ທັ໊ງໂກ໊ ຊີ້ນມ້າ ເລີ່ມມີມາແຕ່ກ່ອນນີ້ເກືອບ 200 ປີ ເມື່ອ ຊາວເຜົ່າມົ້ງ, ໄຕ່, ນຸ່ງ ຍ້າຍຖິ່ນຖານມາອາໄສຢູ່ ເມືອງບັກຮ່າ ເຊິ່ງເປັນເມືອງໜຶ່ງຂອງແຂວງລ່າວກາຍ.

ໃນທ່າມກາງບັນຍາກາດອັນໜາວເຢັນຂອງເຂດພູສູງ ຄື ຊາປາ, ຖ້າຫາກວ່າ ໃນພາເຂົ້າແລງ ໄດ້ກິນຈຸ່ມປາແຊວມ້ອນ ຫຼື ກິນປາແຊວມ້ອນດິບ ກັບ ຜັກຊະນິດຕ່າງໆຂອງ ຊາປາ ແລະ ຈິບເຫຼົ້າສາລີ ບັກຮ່າ ຈັກສອງສາມຈອກນັ້ນ ກໍຈະແມ່ນຈຸດເວລາທີ່ທ່ານບໍ່ອາດຫຼົງລືມໄດ້.

        ບັນດາເຍື່ອງອາຫານ ທີ່ໄດ້ປຸງແຕ່ງຈາກ ໄກ່ກະດູກດຳ - ເຊິ່ງເປັນໄກ່ຊະນິດພິເສດຂອງຊາວເຜົ່າ ມົ້ງ ຄື ໄກ່ຕຸ໋ນ, ປີ້ງໄກ່ນ້ຳເຜີ້ງ... ກໍແມ່ນບັນດາເຍື່ອງອາຫານທີ່ແຂກທ່ອງທ່ຽວຫຼາຍທ່ານນິຍົມຊົມຊອບທີ່ສຸດ ແລະ ຍ້ອງວ່າແຊບຫຼາຍ.

        ນອກຈາກນັ້ນ ຍັງມີອາຫານຫຼາຍເຍື່ອງທີ່ເປັນອາຫານພື້ນເມືອງຢູ່ເຂດດິນແດນແຫ່ງຕາເວັນຕົກສ່ຽງເໜືອນີ້ີ ຄື ເຂົ້າຫຼາມ, ປີ້ງປາຫ້ວຍ, ເຂົ້າໜຽວ 5 ສີ, ຊີ້ນຄວາຍຢ້າງ ເຊິ່ງເປັນເຍື່ອງອາຫານທີ່ຄຸ້ນຫູສຳລັບຄົນລາວ ແຕ່ມັນກໍມີລົດຊາດພິເສດສະເພາະຂອງເຂດພູສູງນີ້ ໂດຍທຳມະຊາດດົນບັນດານໃຫ້ ແລະ ມີການປຸງແຕ່ງແບບພິເສດຂອງພໍ່ແມ່ປະຊາຊົນຢູ່ແຫ່ງນີ້ອີກດ້ວຍ. ເພາະສະນັ້ນ, ຢ່າພາດໂອກາດເດີ.

ດັ່ງທີ່ກ່າວມາຂ້າງເທິງ ແມ່ນເນື້ອໃນຈົດໝາຍບາງສະບັບ ແລະ ການຕອບຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການໃນອາທິດຜ່ານມາ. ຖ້າຫາກທ່ານຜູ້ຟັງ, ຜູ້ອ່ານທ່ານໃດມີຄວາມສົນໃຈເຖິງບັນຫາໃດໜຶ່ງ ສາມາດຂຽນຈົດໝາຍຝາກເຖິງລາຍການ ໂດຍຈ່າໜ້າຊ່ອງວ່າ: ລາຍການກະຈາຍສຽງພາກພາສາລາວ, ເຮືອນເລກທີ 45, ຖະໜົນບ່າຈ້ຽວຮ່າໂນ້ຍ ຫຼື ໂທມາໂດຍກົງກໍໄດ້ຕາມເບີໂທ: 0084.243.825.6631 ຫຼື ອີແມວ: laovov5@gmail.com. ທ່ານຜູ້ຟັງກໍສາມາດໃຫ້ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາ. 

ຕອບກັບ