ການ​ເຄື່ອນ​ໄຫວ​ຕ່າງໆ​ເພື່ອ​ຂ່ຳ​ນັບ​ຮັບ​ຕອນ​ວັນ​ຊາດ ທີ 2 ກັນ​ຍາ

Chia sẻ
(VOVWORLD) - ວັນທີ 2 ກັນຍາ ປີ 1945, ກ່ອນນີ້ 78 ປີແມ່ນວັນສະຖາປະນາປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ (ປັດຈຸບັນແມ່ນປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ). ເພື່ອຂ່ຳນັບຮັບຕ້ອນເຫດການ ສະເຫຼີມສະຫຼອງ ວັນຊາດ ທີ 2 ກັນຍາ, ໃນໄລຍະນີ້, ທ້ອງຖິ່ນຕ່າງໆໃນທົ່ວປະເທດ ໄດ້ຈັດຫຼາຍການເຄື່ອນໄຫວວັດທະນະທຳທີ່ຟົດຟື້ນ ແລະ ເຕັມໄປດ້ວຍຄວາມໝາຍ.
ການ​ເຄື່ອນ​ໄຫວ​ຕ່າງໆ​ເພື່ອ​ຂ່ຳ​ນັບ​ຮັບ​ຕອນ​ວັນ​ຊາດ ທີ 2 ກັນ​ຍາ - ảnh 1ພາບປະກອບ: kenh14.vn

ໃນອາທິດຜ່ານມາ, ລາຍການພາກພາສາ ລາວ, ພະແນກກະຈາຍສຽງບັນດາພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ສືບຕໍ່ໄດ້ຮັບ ໂທລະສັບ, ອີເມວ, ຈົດໝາຍຫລາຍສະບັບຈາກທ່ານຜູ້ຟັງທີ່ຝາກມາລາຍການ ດ້ວຍເນື້ອໃນທີ່ຈັບອົກຈັບໃຈຫລາຍຢ່າງ, ເຊິ່ງໄດ້ສະແດງຄວາມສົນໃຈເຖິງບັນດາການເຄື່ອນໄຫວວັດທະນະທຳສິລະປະຂອງ ຫວຽດນາມ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກເຮົາຂໍຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງ, ຜູ້ອ່ານຝາກມາລາຍການ.

ໃນອີເມວສົ່ງເຖິງລາຍການ, ເພື່ອນ ບຸນມີ ຢູ່ນະຄອນຫລວງ ວຽງຈັນ ຂຽນວ່າ: “ເນື່ອງໃນໂອກາດສະເຫຼີມສະຫຼອງ 78 ປີແຫ່ງວັນສ້າງຕັ້ງວິທະຍຸກະຈາຍສຽງ ຫວຽດນາມ (7/9/1945 – 7/9/2023)  ແລະ ວັນຊາດ ຫວຽດນາມ (02/09/1945 – 02/09/2023). ຂ້າພະເຈົ້າຂໍສົ່ງຄຳພອນໄຊອັນປະເສີດມາຍັງບັນດາພະນັກງານ, ນັກຂ່າວ, ນັກເຕັກນິກລຸ້ນຕ່າງໆຂອງວິທະຍຸກະຈາຍສຽງ ຫວຽດນາມ ເວົ້າລວມ ແລະ ພະແນກກະຈາຍສຽງບັນດາພາສາຕ່າງປະເທດ ເວົ້າສະເພາະ, ຂໍອວຍພອນໃຫ້ພວກເພື່ອນມີພະລານາໄມສົມບູນ, ມີຄວາມຜາສຸກ, ສຳເລັດໜ້າທີ່ ທີ່ໄດ້ຮັບການມອບໝາຍເປັນຢ່າງດີ, ມີບັນດາລາຍການມ່ວນໆ, ເປັນໜ້າສົນໃຈ ເພື່ອຮັບໃຊ້ໃຫ້ທ່ານຜູ້ຟັງ”.

ເພື່ອນ ບຸນມີ ທີ່ຮັກແພງ! ພວກຂ້າພະເຂົ້າຂໍຂອບໃຈຄຳອວຍພອນອັນດີງາມທີ່ສຸດ ເຊິ່ງເພື່ອນໄດ້ສະຫງວນໃຫ້ພະນັກງານ, ນັກຂ່າວ, ນັກເຕັກນິກຂອງວິທະຍຸກະຈາຍສຽງ ຫວຽດນາມ ເວົ້າລວມ ແລະ ພະແນກກະຈາຍສຽງບັນດາພາສາຕ່າງປະເທດ ເວົ້າສະເພາະ. ພວກຂ້າພະເຈົ້າຈະມານະພະຍາຍາມປະຕິບັດວຽກງານໃຫ້ດີ ເພື່ອມີບັນດາລາຍການທັງມ່ວນທັງສ້າງຄວາມດູດດຶ່ມເພື່ອຮັບໃຊ້ໃຫ້ທ່ານຜູ້ຟັງຜູ້ອ່ານຢູ່ພາຍໃນປະເທດ ແລະ ຕ່າງປະເທດຫຼາຍກ່ວາອີກ. ຫວັງວ່າ ເພື່ອນຈະສືບຕໍ່ຕິດຕາມ ແລະ ປະກອບຄຳເຫັນໃຫ້ແກ່ລາຍການເພື່ອໃຫ້ລາຍການນັບມື້ນັບພັດທະນາ. ຂໍຂອບໃຈ.

ເພື່ອນພອນສະຫວັນ ປັດຈຸບັນພວມດຳລົງຊີວິດ ແລະ ເຮັດວຽກຢູ່ ແຂວງ ຊຽງຂວາງໄດ້ສົ່ງຂໍ້ຄວາມມາຍັງລາຍການດ້ວຍເນື້ອໃນຢາກຊອກຮູ້ກ່ຽວກັບບັນດາການເຄື່ອນໄຫວວັດທະນະທຳຂ່ຳນັບຮັບຕ້ອນວັນຊາດ ຫວຽດນາມ ວັນທີ 2 ກັນຍາ ຢູ່ທ້ອງຖິ່ນຕ່າງໆຂອງ ຫວຽດນາມ.

ເພື່ອນພອນສະຫວັນທີ່ຮັກແພງ! ວັນທີ 2 ກັນຍາ ປີ 1945, ກ່ອນນີ້ 78 ປີແມ່ນວັນສະຖາປະນາປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ (ປັດຈຸບັນແມ່ນປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ). ເພື່ອຂ່ຳນັບຮັບຕ້ອນເຫດການ ສະເຫຼີມສະຫຼອງ ວັນຊາດ ທີ 2 ກັນຍາ, ໃນໄລຍະນີ້, ທ້ອງຖິ່ນຕ່າງໆໃນທົ່ວປະເທດ ໄດ້ຈັດຫຼາຍການເຄື່ອນໄຫວວັດທະນະທຳທີ່ຟົດຟື້ນ ແລະ ເຕັມໄປດ້ວຍຄວາມໝາຍ.

ຢູ່ນະຄອນໂຮ່ຈີມິນ, ຕາມພະແນກວັດທະນະທຳ ແລະ ກິລາ ນະຄອນໂຮ່ຈີມິນແລ້ວ, ເພື່ອສະເຫຼີມສະຫຼອງ ວັນຊາດຫວຽດນາມ ວັນທີ 2 ກັນຍາ, ທາງນະຄອນໄດ້ຈັດ ຫຼາຍການເຄື່ອນໄຫວວັດທະນະທຳສະແດງສິລະປະທີ່ເປັນເອກະລັກພິເສດຄື: ງານວາງສະແດງ, ພູທີຖະຫວາຍທູບທຽນ, ດອກໄມ້ເພື່ອອາໄລຫາປະທານໂຮ່ຈີມິນ, ລາຍການປະດັບປະດາແສງສີຕາມຖະໜົນຫົນທາງ, ຈັດລາຍການປ່ອຍບາລູນ… ແລະເຫດການທີ່ພົ້ນເດັ່ນກ່ວານັ້ນແມ່ນລາຍການຍິງບັ້ງໄຟດອກ ທີ່ໄດ້ຈັດຂຶ້ນຢູ່ສອງສະຖານທີ່ພິເສດແມ່ນ: ຖະໜົນປາກອຸມົງ ແມ່ນ້ຳໄຊງ່ອນ ແລະ ສວນສາທາລະນະ ວັດທະນະທຳ ເດິມແຊນ, ຢູ່ເມືອງ 11.

ກໍ່ຄ້າຍຄືກັນກັບນະຄອນໂຮ່ຈີມິນ, ຢູ່ນະຄອນບັກນິງ ເພື່ອແນໃສ່ຈັດບັນດາການເຄື່ອນໄຫວວັດທະນະທຳ ຂໍ່ານັບຮັບຕ້ອນການສະເຫຼີມສະຫຼອງ 78 ປີແຫ່ງວັນຊາດ ຫວຽດນາມ, ພະແນກວັດທະນະທຳ, ກິລາ ແລະ ການທ່ອງທ່ຽວແຂວງ ບັກນິງ ໄດ້ເປັນປະທານ, ສົມທົບກັບອົງການ, ຫົວໜ່ວຍທີ່ກ່ຽວຂ້ອງຈັດລາຍການສະແດງການຂັບ ກວານເຫາະ ບົນເຮືອ ແລະ ບັນດາການເຄື່ອນໄຫວວັດທະນະທຳ, ຊຸກຍູ້ການທ່ອງທ່ຽວ, ເລີ່ມແຕ່ວັນທີ 31 ສິງຫາ ປີ 2023 ຫາວັນທີ 1 ກັນຍາ ປີ 2023 ຢູ່ ເຂດບໍລິເວນໂຮງລະຄອນ ຂັບ ກວານເຫາະ ບັກນິງ.

ໃນໂອກາດນີ້, ນະຄອນດ່ານັ້ງ ກໍ່ຈະຈັດຫຼາຍການເຄື່ອນໄຫວວັດທະນະທຳ, ກິລາທີ່ພົ້ນເດັ່ນຄື: ງານວາງສະແດງພາບຖ່າຍຂ່າວສານ - ສິລະປະ ຢູ່ເຂດບໍລິເວນຝັ່ງຕາເວັນຕົກຂອງຂົວຣົ່ງ (ຂົວມັງກອນ), ລາຍການສະແດງສິລະປະສະເຫຼີມສະຫຼອງ ວັນຊາດທີ 2 ກັນຍາ, ງານເຕັ້ນລຳຕາມທ້ອງຖະໜົນສົມທົບກັບການເປົ່າແກ, ຂັບ ບ່າຍຈ່ອຍ, ສະແດງດົນຕີພື້ນເມືອງ, ສະແດງສິລະປະຕ່ວງ ແລະ ດົນຕີປະສານທີ່ເປັນມູນເຊື້ອ… ພິເສດແມ່ນການແຂ່ງເຮືອທີ່ເປັນມູນເຊື້ອ ນະຄອນດ່ານັ້ງ ເປີດກວ້າງ - ຊິງຂັນ VTV8, ປີ 2023 ເຊິ່ງຈະໄດ້ຈັດຂຶ້ນຢູ່ແມ່ນ້ຳຮ່ານ ໃນວັນທີ 2 ກັນຍາ.

ໃນຈົດໝາຍຝາກມາລາຍການ, ເພື່ອນ ແກ້ວດວງໃຈ ຢູ່ແຂວງ ສາລາວັນ ໄດ້ຂຽນວ່າ: ໄລຍະຜ່ານມາ, ເມື່ອຕິດຕາມຂ່າວຢູ່ໃນເວບໄຊ, ຂ້າພະເຈົ້າໄດ້ຮູ້ວ່າ ຢູ່ໝູ່ບ້ານ ເດືອງເລິມ ໄດ້ຈັດການເຮັດພາບພິມ ແກະສະຫຼັກໄມ້. ໂດຍແມ່ນຜູ້ທີ່ມີຄວາມນິຍົມຊົມຊອບ ຢາກຊອກຮູ້ກ່ຽວກັບບັນດາຈຸດວັດທະນະທຳສິລະປະ, ຂ້າພະເຈົ້າຢາກຊອກຮູ້ກ່ຽວກັບການເຄື່ອນໄຫວນີ້. ຫວັງວ່າ, ບັນດາອ້າຍເອື້ອຍນ້ອງບັນນາທິການ ຈະສະໜອງຂໍ້ມູນກ່ຽວກັບໝູ່ບ້ານ ເດືອງເລິມ ແລະ ການເຄື່ອນໄຫວດັ່ງກ່າວຕື່ມອີກ, ຂໍຂອບໃຈ.

ເພື່ອນແກ້ວດວງໃຈ ທີ່ຮັກແພງ! ເດືອງເລິມ ແມ່ນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງ ຕິດພັນກັບຂີດໝາຍປະຫວັດສາດຫຼາຍຢ່າງຂອງ ຫວຽດນາມ, ສະຖານທີ່ແຫ່ງນີ້ຍັງແມ່ນໜຶ່ງໃນບັນດາໝູ່ບ້ານເກົ່າແກ່ທີ່ຍັງໄດ້ຮັບການອະນຸລັກຮັກສາມາຮອດປັດຈຸບັນ ດ້ວຍເຮືອນເກົ່າ, ເດີ່ນສາລາ, ນ້ຳສ້າງ… ນອກຈາກນັ້ນຢູ່ນີ້ຍັງມີຫຼາຍອາຊີບຫັດຖະກຳທີ່ເປັນມູນເຊື້ອ, ໃນນັ້ນ ພົ້ນເດັ່ນກ່ວາແມ່ນອາຊີບ ພາບພິມ ແກະສະຫຼັກໄມ້. ນັກສິລະປິນ ຫງວຽນເຕິນຟາດ, ໂດຍແມ່ນຜູ້ຄົນທີ່ມີຜົນງານຫຼາຍຢ່າງໃນຂົງເຂດແກະສະຫຼັກ ແລະ ແຕ້ມພາບໄດ້ຈັດຂຶ້ນເຫດການນີ້.

ເມື່ອມາແຫ່ງນີ້, ແຂກທ່ອງທ່ຽວຈະຮູ້ຈັກເຖິງວິວັດທະນາການພັດທະນາ ແລະ ປະຫວັດສາດຂອງອາຊີບພາບພິມແກະສະຫຼັກໄມ້ຢູ່ ຫວຽດນາມ, ຈະໄດ້ຮັບການແນະນຳ ແລະ ລົງພຶດຕິກຳຕົວຈິງບັນດາເຕັກນິກ ແລະ ທັກສະທີ່ຈຳເປັນເພື່ອປະຕິບັດຜົນງານຂອງຕົນສຳເລັດ, ພ້ອມກັນນັ້ນ ການເຄື່ອນໄຫວນີ້ຍັງຊ່ວຍພັດທະນາຈິນຕະນາການປະດິດຄິດສ້າງຂອງແຂກທ່ອງທ່ຽວ, ພົບປະແລກປ່ຽນກັບປະຊາຊົນທ້ອງຖິ່ນ.

ເພື່ອນ ແກ້ວດວງໃຈ ທີ່ຮັກແພງ! ດັ່ງທີ່ກ່າວມາຂ້າງເທິງແມ່ນຂໍ້ມູນພື້ນຖານກ່ຽວກັບຄຳຖາມຂອງເພື່ອນ ຫວັງວ່າ, ຈະເຮັດໃຫ້ເພື່ອນພໍໃຈ ແລະ ເພື່ອນຈະສະຫງວນເວລາໄປຢ້ຽມຢາມໝູ່ບ້ານ ເດືອງເລິມ ເພື່ອເຂົ້າຮ່ວມການເຄື່ອນໄຫວທີ່ຈັບອົກຈັບໃຈນີ້.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການໃນອາທິດທີ່ຜ່ານມາ. ຖ້າຫາກທ່ານຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີເມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດໃຫ້ຄຳຕິຊົມບັນດາລາຍການໃນເວັບໄຊ vovworld.vn ຫຼື vov5.vn ຂອງພວກເຮົາ.

ຕອບກັບ