ການທ່ອງທ່ຽວດຳນ້ຳຮັບຊົມປະກາລັງຢູ່ກາະ ຝູກວກ

Minh Duc
Chia sẻ
(VOVWORLD) - ຝູກວກ ບໍ່ພຽງແຕ່ດຶງດູກແຂກທ່ອງທ່ຽວຍ້ອນທິວທັດທຳມະຊາດທີ່ສວຍງາມເທົ່ານັ້ນ, ຫາກຍັງດຶງດູດໃຈແຂກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດຍ້ອນມີການເຄື່ອນໄຫວ, ອາຫານການກິນທີ່ດູດດື່ມ

ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 327 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 37 ປະເທດ ແລະ ເຂດແຄ້ວນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 19 ສະບັບຈາກທ່ານຜູ້ຟັງລາວ.

        ໃນອາທິດຜ່ານມາ, ລາຍການພາກພາສາລາວ ໄດ້ຮັບອີເມວ ແລະ ຄຳເຫັນປະກອບຂອງທ່ານຜູ້ຟັງສົ່ງມາລາຍການ ອວຍພອນບັນດານັກຂ່າວ, ບັນນາທິການ, ໂຄສົກຍິງຂອງວິທະຍຸກະຈາຍສຽງ ຫວຽດນາມ ເນື່ອງໃນໂອກາດວັນແມ່ຍິງສາກົນ 08 ມີນາ.

ການທ່ອງທ່ຽວດຳນ້ຳຮັບຊົມປະກາລັງຢູ່ກາະ ຝູກວກ - ảnh 1ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດປະຕິບັດເປົ້າໝາຍສະຫັດສະວັດ ກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ ສຳເລັດໄວທີ່ສຸດ.
(ພາບປະກອບ: lyluanchinhtri.vn)

        ເພື່ອນ ອາເລັກ ແສງສຸວັນ, ດຳລົງຊີວິດຢູ່ນະຄອນຫຼວງ ວຽງຈັນ, ໄດ້ໂທລະສັບມາຫາລາຍການແບ່ງປັນວ່າ: ເນື່ອງໃນໂອກາດວັນແມ່ຍິງສາກົນ 08 ມີນາ, ຂ້າພະເຈົ້າຂໍສົ່ງຄຳຂອບໃຈມາຍັງບັນດາແມ່ຍິງທີ່ໄດ້ປະກອບສ່ວນສ້າງໂລກໃຫ້ມີສີສັນຫຼາກຫຼາຍ. ຂ້າພະເຈົ້າໄດ້ຮູ້ວ່າ ປະຈຸບັນ ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດປະຕິບັດເປົ້າໝາຍສະຫັດສະວັດກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ຍົກສູງທີ່ຕັ້ງສຳລັບແມ່ຍິງ ສຳເລັດໄວທີ່ສຸດ. ຫວຽດນາມ ກໍ່ພວມມານະພະຍາຍາມປະຕິບັດໂຄງການດຳເນີນງານກ່ຽວກັບການພັດທະນາແບບຍືນຍົງ 2030, ໃນນັ້ນມີບັນດາເປົ້າໝາຍກ່ຽວກັບການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ມອບສິດໃຫ້ແກ່ແມ່ຍິງ ແລະ ເດັກຍິງ. ສະແດງຄວາມຊົມເຊີຍຕໍ່ບັນດາຜົນງານເຊິ່ງ ຫວຽດນາມ ບັນລຸໄດ້”.

ສ່ວນເພື່ອນ ບຸນຄຳ, ດຳລົງຊີວິດຢູ່ນະຄອນຫຼວງ ວຽງຈັນ, ໄດ້ແບ່ງປັນກັບລາຍການວ່າ: ໃນອາທິດຜ່ານມາ, ໂຮງຮຽນ 2 ພາສາ ລາວ - ຫວຽດນາມ ຫງວຽນຢູ ໄດ້ຈັດພິທີສະເຫຼີມສະຫຼອງ 15 ປີແຫ່ງວັນສ້າງຕັ້ງໂຮງຮຽນ. ມີອະດີດນັກຮຽນເຊິ່ງແມ່ນລູກຫຼານຊາວຫວຽດນາມ ດຳລົງຊີວິດຢູ່ລາວ, ໍ່ຄືລູກຫຼານຊາວລາວ ໄດ້ກັບຄືນໄປຢາມໂຮງຮຽນ. ຢູ່ທີ່ນີ້, ນັກຮຽນຂອງໂຮງຮຽນ ທັງໄດ້ຮຽນຫຼັດສູດການສິດສອນສາມັນຂອງລາວ, ທັງຮຽນພາສາຫວຽ ເພື່ອຍາມໃດກໍ່ຄິດຮອດຄິດເຖິງກົກເຄົ້າເຫງົ້າກໍ່ເປັນລູກຫຼານຊາວ ຫວຽດນາມ.

        ຂໍຂອບໃຈເພື່ອນ ບຸນຄຳ, ທີ່ໄດ້ແຈ້ງຂໍ້ມູນຂ່າວຢ່າງຈະແຈ້ງກ່ຽວກັບການເຄື່ອນໄຫວຂອງໂຮງຮຽນ 2 ພາສາ ລາວ - ຫວຽດນາມ. ຫວັງວ່າ, ຍາມໃດເພື່ອນກໍ່ຈະໃຫ້ຄວາມເອົາໃຈໃສ່ເຖິງການພົວພັນລະຫວ່າງ ຫວຽດນາມ - ລາວ, ກໍຄືຕິດຕາມ ແລະ ແບ່ງປັນຂໍ້ມູນມາຍັງລາຍການພາກພາສາລາວ ໃນໄລຍະຕໍ່ໄປດ້ວຍ.

ການທ່ອງທ່ຽວດຳນ້ຳຮັບຊົມປະກາລັງຢູ່ກາະ ຝູກວກ - ảnh 2ດ່ານຊາຍແດນສາກົນ ລາວບ໋າວ
(ພາບ: thuonghieucongluan.com.vn)

ເພື່ອນ ຄຳຫຼ້າ ທອງສຸກ, ຢູ່ແຂວງ ສາລາວັນ ໄດ້ສົ່ງຈົດໝາຍມາຍັງລາຍການ ຢາກຊອກຮູ້ວ່າ ຫວຽດນາມ ແລະ ລາວ ມີດ່ານຊາຍແດນສາກົນ, ດ່ານຊາຍແດນຫຼັກຈັກແຫ່ງ, ດ່ານຊາຍແດນໃດມີການເຄື່ອນໄຫວແລກປ່ຽນການຄ້າຄຶກຄັກທີ່ສຸດ?

ເພື່ອນ ຄຳຫຼ້າ ທອງສຸກ ທີ່ຮັກແພງ, ຫວຽດນາມ ແລະ ລາວ ມີທ່າແຮງຄວາມສະດວກດ້ານຄົມມະນາຄົມ. 2 ປະເທດມີເສັ້ນຊາຍແດນຮ່ວມຍາວກວ່າ 2.300 ກມ, ໄປຜ່ານ 10 ແຂວງ, ນະຄອນຂອງແຕ່ລະຝ່າຍ, ແມ່ນເຂດມີຄວາມສາມາດບົ່ມຊ້ອນພັດທະນາ, ມີທີ່ຕັ້ງຍຸດທະສາດໃນແລວເສດຖະກິດຕາເວັນອອກ - ຕາເວັນຕົກ. ຕາມສັນຍາຄຸ້ມຄອງຊາຍແດນ ຫວຽດນາມ - ລາວ ແລ້ວ, ທົ່ວເສັ້ນຊາຍແດນລະຫວ່າງ 2 ປະເທດມີດ່ານຊາຍແດນສາກົນ 9 ແຫ່ງ, ດ່ານຊາຍແດນທ້ອງຖິ່ນ 6 ແຫ່ງ, ດ່ານຊາຍແດນປະເພນີ 18 ແຫ່ງ,  ເສັ້ນທາງຂ້າມຊາຍແດນ 27 ສາຍ ແລະ ສ້າງຕັ້ງເຂດເສດຖະກິດດ່ານຊາຍແດນ 9 ແຫ່ງ… ນີ້ແມ່ນບັນດາເງື່ອນໄຂສະດວກເພື່ອພັດທະນາການຄ້າ 2 ຝ່າຍ ຫວຽດນາມ - ລາວ. ຕາມແຫຼ່ງຂ່າວຈາກປ້ອມປ້ອງກັນຊາຍແດນດ່ານຊາຍແດນສາກົນ ລາວບ໋າວ, ແຂວງ ກວາງຈີ້ ແລ້ວ, ໃນຈຳນວນດ່ານຊາຍແດນສາກົນ 9 ແຫ່ງຢູ່ເສັ້ນຊາຍແດນລະຫວ່າງ 2 ປະເທດ, ດ່ານຊາຍແດນສາກົນ ລາວບ໋າວ ໄດ້ຮັບການຕີລາຄາວ່າແມ່ນຟົດຟື້ນ ແລະ ຄັບຄາໜາແໜ້ນທີ່ສຸດ. ສິນຄ້າຂອງ ຫວຽດນາມ ສົ່ງຜ່ານດ່ານຊາຍແດນນີ້ ເປັນຕົ້ນແມ່ນບັນດາວັດສະດຸກໍ່ສ້າງ, ເຄື່ອງຕ່ຳແຜ່ນຕັດຫຍິບ… ສ່ວນສິນຄ້ານຳເຂົ້າແມ່ນ ມັນຕົ້ນແຫ້ງ, ຊີ້ນງົວ, ຢາງພາລາ…

ການທ່ອງທ່ຽວດຳນ້ຳຮັບຊົມປະກາລັງຢູ່ກາະ ຝູກວກ - ảnh 3ລາຍການທ່ອງທ່ຽວນ້ຳຮັບຊົມປະກາລັງ
(ພາບປະກອບ: travel.com.vn)

ເພື່ອນ ອິນແກ້ວ ລັດຕະວົງ, ໄດ້ສົ່ງອີເມວ ມາລາຍການໃຫ້ຮູ້ວ່າ ເພື່ອນໄດ້ຮັບຟັງສະຖານທີ່ທ່ອງທ່ຽວຫຼາຍແຫ່ງຂອງ ຫວຽດນາມ, ໃນນັ້ນມີເກາະ ຝູກວກ, ແຂວງ ກຽນຢາງ. ກ່ອນທີ່ຈະມາທ່ອງທ່ຽວຢູ່ ຝູກວກ, ເພື່ອນຢາກໃຫ້ລາຍການພາກພາສາ ລາວ ແນະນຳບາງຈຸດກ່ຽວກັບລາຍການທ່ອງທ່ຽວດຳນ້ຳທະເລຢູ່ທີ່ນີ້.

ເພື່ອນ ອິນແກ້ວ ລັດຕະວົງ ທີ່ຮັກແພງ, ຝູກວກ, ນອນໃນເຂດອ່າວ ໄທ, ແມ່ນເກາະໃຫຍ່ທີ່ສຸດຂອງ ຫວຽດນາມ, ນອນຢູ່ທາງທິດຕາເວັນຕົກພາກໃຕ້ ຫວຽດນາມ ແລະ ກໍ່ແມ່ນເກາະໃຫຍ່ທີ່ສຸດໃນ 22 ເກາະໃຫຍ່, ນ້ອຍຢູ່ທີ່ນີ້. ຝູກວກ ພ້ອມກັບເກາະຕ່າງໆອື່ນໄດ້ສ້າງເປັນເມືອງເກາະ ຝູກວກ ຂຶ້ນກັບແຂວງ ກຽນຢາງ. ຕາມການແບ່ງປັນຂອງແຂກທ່ອງທ່ຽວຫຼາຍຄົນ ກ່ຽວກັບບັນດາລາຍການທ່ອງທ່ຽວດຳນ້ຳທະເລແລ້ວ, ເພື່ອນສາມາດເລືອກເອົາແບບປະສົມປະສານໃນການເດີນທາງໄປທ່ອງທ່ຽວຂອງຕົນ.

+ ລາຍການທ່ອງທ່ຽວຕຶກປາດຳນ້ຳຮັບຊົມປະກາລັງຢູ່ທິດໃຕ້ຂອງເກາະ ຝູກວກ: ສຳລັບລາຍການທ່ອງທ່ຽວນີ້, ຈະພາເພື່ອນໄປຕຶກປາ, ດຳນ້ຳຮັບຊົມປະກາລັງ, ແວ່ຫາດຊາຍທະເລ ບ້າຍຊາວ ເພື່ອຮັບຊົມໂຕດາວທະເລ, ຖັດຈາກນັ້ນແມ່ນຢ້ຽມຢາມວັດ ໂຫ້ກວກ.

+ ລາຍການທ່ອງທ່ຽວດຳນ້ຳຮັບຊົມປະກາລັງຢູ່ ຮ່ອນມອງໄຕ: ລາຍການທ່ອງທ່ຽວນີ້ມີແຜນການທີ່ຄ້າຍຄືກັນກັບລາຍການໄປຕຶກປາ ດຳນ້ຳຮັບຊົມປະກາລັງຢູ່ທິດໃຕ້ຂອງເກາະ, ເມື່ອເພື່ອນຂີ່ເຮືອມາ ຮ່ອນມອງໄຕ ແມ່ນຈະໄກກວ່າ.

+ ລາຍການທ່ອງທ່ຽວທິດຕາເວັນອອກຕອນໃຕ້: ແຜນທ່ອງທ່ຽວນີ້ແມ່ນໄປຢ້ຽມຢາມຮາກຖານລ້ຽງໄຂ່ມຸກ, ເຮືອນຜະລິດນ້ຳປາ, ເຂດປູຊະນີຍະສະຖານຄຸກ ຝູກວກ…

        ຝູກວກ ບໍ່ພຽງແຕ່ດຶງດູກແຂກທ່ອງທ່ຽວຍ້ອນທິວທັດທຳມະຊາດທີ່ສວຍງາມເທົ່ານັ້ນ, ຫາກຍັງດຶງດູດໃຈແຂກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດຍ້ອນມີການເຄື່ອນໄຫວ, ອາຫານການກິນທີ່ດູດດື່ມຢູ່ບັນດາສະຖານທີ່ທ່ອງທ່ຽວແຫ່ງນີ້ອີກດ້ວຍ. ພວກຂ້າພະເຈົ້າຂໍອວຍພອນການທ່ອງທ່ຽວຂອງເພື່ອນຈົ່ງເຕັມໄປດ້ວຍຄວາມໝາຍທີ່ດີ.

ຕອບກັບ