ເຈົ້າເຫຼົ່າ ອາເບີລອງ-ບ່ອນອີງແຫ່ງຄວາມເຊື່ອໝັ້ນ ຂອງຊາວເຜົ່າເຣີມຳຢູ່ຕາແສງຊາຍແດນໂມຣາຍໃນແຂວງ ກອນຕຸມ

Thu Hang
Chia sẻ
(VOVWORLD) -ຊົນເຜົ່າ ເຣມຳ ແມ່ນໜຶ່ງໃນບັນດາເຜົ່າສ່ວນໜ້ອຍຢູ່ຫວຽດນາມ. ຊາວເຜົ່າເຣມຳໃນປະຈຸບັນ ມີປະຊາກອນເກືອບ 500 ຄົນ ດຳລົງຊີວິດຢູ່ຮ່ວມກັນໃນບ້ານ ແລ ຕາແສງຊາຍແດນໂມຣາຍ, ເມືອງຊາໄທ່, ແຂວງ ກອນຕຸມ. ພ້ອມກັບບັນດານະໂຍບາຍຊ່ວຍໜູນຂອງລັດ, ວົງຄະນະຍາດຊາວເຜົ່າ ເຣມຳ ພວມມານະພະຍາຍາມ ບືນຕົວຂຶ້ນສ້າງຊີວິດໃໝ່. ໃນນັ້ນ ເຈົ້າເຫຼົ່າ ອາເບີລອງ ແມ່ນແບບຢ່າງທີ່ດີເດັ່ນໃນຂະບວນການພັດທະນາເສດຖະກິດ ແລະ ຂົນຂວາຍປະຊາຊົນລົບລ້າງຮີດເກົ່າຄອງເດີມ, ຮັກສາວັດທະນະທຳພື້ນເມືອງ ປະກອບສ່ວນສ້າງເຂດຊາຍແດນໃຫ້ໝັ້ນຄົງໜັກແໜ້ນ
ເຈົ້າເຫຼົ່າ ອາເບີລອງ-ບ່ອນອີງແຫ່ງຄວາມເຊື່ອໝັ້ນ ຂອງຊາວເຜົ່າເຣີມຳຢູ່ຕາແສງຊາຍແດນໂມຣາຍໃນແຂວງ ກອນຕຸມ - ảnh 1ເຈົ້າເຫຼົ່າ ອາເບີລອງ ຕອບສຳພາດນັກຂ່າວ VOV 

ເຈົ້າເຫຼົ່າ ອາເບີລອງ ເກີດປີ 1955 ແມ່ນລູກຮັກຫຼານແພງຂອງ ຊົນເຜົ່າເຣີມຳ, ລາວໄດ້ເຂົ້າຮ່ວມການຕໍ່ສູ້ຕ້ານອາເມລິກາ ນັບແຕ່ຄາວຍັງນ້ອຍ. ເມື່ອປະເທດຊາດມີສັນຕິພາບ, ເຈົ້າເຫຼົ່າ ອາເບີລອງ ໄດ້ກາຍເປັນອ້າຍຄູ ຢູ່ເຂດຊາຍແດນ ໂມຣາຍ, ເມືອງຊາໄທ່, ແຂວງ ກອນຕຸມ. ໃນຕະຫຼອດຊີວິດຂອງຕົນ, ເຈົ້າເຫຼົ່າ ອາເບີລອງ ຍາມໃດກໍມີຄວາມຫວັງຢ່າງແຮງກ້າ ໃຫ້ຊົນເຜົ່າເຣີມຳ ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ. ລາວ ຍາມໃດກໍແມ່ນແບບຢ່າງນຳໜ໊າ ແລະ ໄດ້ຊີ້ນຳ ຊ່ວຍເຫຼືອພໍ່ແມ່ພີນ້ອງຫຼຸດພົ້ນອອກຈາກຄວາມທຸກຍາກ. ທ່ານອາເຢີ ຮອງປະທານຄະນະກຳມະການປະຊາຊົນຕາແສງ ໂມຣາຍ ໃຫ້ຮູ້ວ່າ :

   “ເຈົ້າເຫຼົ່າ ອາເບີລອງ ແມ່ນແບບຢ່າງທີ່ດີເດັ່ນໃນການປະຕິບັດບັນດາແຜນນະໂຍບາຍ, ນະໂຍບາຍຂອງພັກ ແລະ ລັດ. ລາວໄດ້ໂຄສະນາຂົນຂວາຍພໍ່ແມ່ພີນ້ອງຊາວບ້ານເວົ້າເພາະ ແລະ ໃນບໍລິເວນຕາແສງເວົ້າລວມ ຈົ່ງປະຕິບັດ ບັນດາແຜນນະໂຍບາຍ, ນະໂຍບາຍຂອງພັກ ແລະ ລັດ. ໃນການພັດທະນາເສດຖະກິດ, ເຈົ້າເຫຼົ່າ ອາເບີລອງ ກໍແມ່ນຜູ້ນຳໜ້າໃນຂະບວນສ້າງເສດຖະກິດຄື ລ້ຽງງົວ,ຄວາຍ,ໝູ ແລະ ປູກຕົ້ນໄມ້ອຸດສາຫະກຳບາງຊະນິດຄື ຕົ້ນຢ່າງພາລາ, ຕົ້ນໝາກມວງຫິມະພານ… ”

  ຈາກອິດທິພົນຊື່ສຽງ ພ້ອມກັບຄວາມມະນະອົດທົນ ຂົນຂວາຍ ໄຈ້ແຍກ ອັນຖືກຕ້ອງ, ສິ່ງທີ່ຜິດພາດຂອງ ເຈົ້າເຫຼົ່າ ອາເບີລອງ, ຊາວເຜົ່າເຣີມຳ ຢູ່ ຕາແສງຊາຍແດນ ໂມຣາຍ ໃນປະຈຸບັນ ໄດ້ຈຳກັດການສົມລົດໄວກວ່າກະສຽນອາຍຸ ແລະ ໄດ້ຂະຈັດປັດເປົ່າການສົມລົດໃນວົງຕະກູນດຽວກັນ; ຟື້ນຟູອາຊີບຕຳແຜ່ນແພພື້ນເມືອງ; ຮັກສາບັນດາງານບຸນທີ່ເປັນເອກະລັກ. ສິ່ງທີ່ປະເສີດເລີດລ້ຳທີ່ສຸດ ນັ້ນແມ່ນເຖິງວ່າມີພຽງ 149 ຄອບຄົວດ້ວຍປະຊາກອນ 487 ຄົນໃນບ້ານ ແລ, ຕາແສງ ຊາຍແດນໂມຣາຍ ກໍຕາມ, ແຕ່ ຊົນເຜົ່າເຣີມຳ ຍັງສາມາດເກັບຮັກສາເຄື່ອງດົນຕີຄ້ອງທີ່ມີຄ່າ 34 ຊຸດເພື່ອນຳໃຊ້ໃນບັນດາໂອກາດງານບຸນ. ອ້າຍ ອາທ໋າຍຊາວບ້ານ ແລ ໃຫ້ຮູ້ວ່າ :

  “ຂ້າພະເຈົ້າເອງ ຮູ້ສຶກວ່າ ເຈົ້າເຫຼົ່າ ອາເບີລອງ ແມ່ນຕົວແບບທີ່ດີເດັ່ນ, ເພິ່ນເຮັດວຽກດີທີ່ສຸດ ແລະ ເປັນແບບຢ່າງນັບທັງໃນຄອບຄົວ ແລະ ໃນບ້ານ. ເພິ່ນຍາມໃດກໍເບີກບານໃຈກັບພໍ່ແມ່ພີນ້ອງຊາວບ້ານ. ວຽກງານທຸກຢ່າງ, ເພິ່ນກໍແກ້ໄຂຢ່າງສຸດຈິດສຸດໃຈ. ຂ້າພະເຈົ້າເອງກໍຕ້ອງຮຽນຮູ້ນຳເພິ່ນຫຼາຍຢ່າງ ”

ດ້ວຍອິດທິພົນຊື່ສຽງຂອງຕົນ, ເຈົ້າເຫຼົ່າ ອາເບີລອງ ແມ່ນບ່ອນອີງແຫ່ງຄວາມເຊື່ອໝັ້ນຂອງອຳນາດການປົກຄອງ, ອົງການຈັດຕັ້ງສັງຄົມມນຕາແສງໂມຣາຍ ແລະ ກຳລັງປ້ອງກັນຊາຍແດນທີ່ພວມຕັ້ງທັບໃນບໍລິເວນ. ເຈົ້າເຫຼົ່າ ອາເບີລອງ ກໍແມ່ນຜູ້ຂົນຂວາຍພໍ່ແມ່ປະຊາຊົນ ປູກເຂົ້ານາທາມ, ປູກຕົ້ນຢ່າງພາລາດ ລ້ຽງງົວ, ຄວາຍຢູ່ເຂດ ຊາຍແດນໂມຣາຍ, ອັນໄດ້ນຳຊີວິດທີ່ອີ່ມໜຳສຳລານມາສູ່ຊາວບ້ານ ແລ ເວົ້າສະເພາະ ແລະ 7 ບ້ານຊົນເຜົ່າສ່ວນໜ້ອຍເວົ້າລວມ. ເຈົ້າເຫຼົ່າ ອາເບີລອງ ແບ່ງປັນວ່າ :

  “   ຄວາມຫວັງຢ່ສງຍິ່ງຂອງຂ້າພະເຈົ້າ ແມ່ນຢາກໃຫ້ພໍ່ແມ່ພີນ້ອງ ໄດ້ລົບລ້າງຄວາມອຶດຫິວ ຫຼຸດຜ່ອນຄວາມທຸກຍາກ. ທີ 2 ແມ່ນປະຕິບັດແນວທາງ, ແຜນນະໂຍບາຍຂອງພັກ ແລະ ນະໂຍບາຍ ກົດໝາຍຂອງລັດ. ບໍ່ຄວນປະໃຫ້ພໍ່ແມ່ພີນ້ອງ ຖືກຕົກຢູ່ໃນສະພາບອຶດຫິວທຸກຍາກ ຊຶ່ງຈະໄປຝືນກັບເປົ້າໝາຍຂອງພັກ ແລະ ລັດ”

  ໃນຊຸມມື້ທ້າຍປີ 2020, ເຈົ້າເຫຼົ່າ ອາເບີລອງ ມີຄວາມເປັນກຽດ ກາຍເປັນໜຶ່ງໃນຈຳນວນຜູ້ແທນ 25 ຄົນຂອງແຂວງກອນຕຸມ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ບັນດາເຜົ່າສ່ວນໜ້ອຍຫວຽດນາມຄັ້ງທີ 2 ປີ 2020ທີ່ຈັດຂຶ້ນຢູ່ຮ່າໂນ້ຍ. ນີ້ແມ່ນກຳລັງໜູນເພື່ອໃຫ້ ເຈົ້າເຫຼົ່າ ອາເບີລອງ ຍິ່ງພະຍາຍາມເສີມຂະຫຍາຍ ຈິດໃຈເປັນແບບຢ່າງ ຊ່ວຍເຫຼືອພໍ່ແມ່ພີນ້ອງຊາວບ້ານໃຫ້ມີການດຳລົງຊີວິດທີ່ນັບມື້ນັບອີ່ມໜຳສຳລານ ແລະ ຜາສຸກ.

ຕອບກັບ