ສິລະປິນດີເລີດ ດັງເຢືອງ - ດາວດວງເດັ່ນ ໃນພື້ນຖານດົນຕີແຊມເບີ ແລະ ດົນຕີປະຕິວັດ ຫວຽດນາມ

Ngoc Anh
Chia sẻ
(VOVWORLD) -ດ້ວຍສຽງສຳນຽງຊາຍສູງທີ່ເຂັ້ມແຂງ ແລະ ໄດ້ມາດຕະຖານ, ສິລະປິນດີເລີດ ດັງເຢືອງ ແມ່ນໜຶ່ງໃນບັນດານັກຮ້ອງແຖວໜ້າຂອງພື້ນຖານດົນ ແຊມເບີ, ດົນຕີປະຕິວັດ,  20 ປີ ປະກອບອາຊີບເປັນນັກຮ້ອງ ກໍ່ເປັນໄລຍະເວລາທີ່ ດັງເຢືອງ ມີຄວາມສະໜິດຕິດພັນກັບວິທະຍຸກະຈາຍສຽງຫວຽດນາມ VOV, ລາວໄດ້ນຳສຽງເພງຂອງຕົນຮັບໃຊ້ຜູ້ຟັງໃນທົ່ວປະເທດ
ສິລະປິນດີເລີດ  ດັງເຢືອງ - ດາວດວງເດັ່ນ ໃນພື້ນຖານດົນຕີແຊມເບີ ແລະ ດົນຕີປະຕິວັດ ຫວຽດນາມ - ảnh 1ນັກຮ້ອງ ດັງເຢືອງ (ຜູ້ຢືນຢູ່ກາງ) 

ນັກຮ້ອງ ດັງເຢືອງ ມີຊື້ຄົບຖ້ວນວ່າ ຟ້າມດັງເຢືອງ ເກີດປີ 1974 ບ້ານເກີດຢູ່ແຂວງ ຫ໋າຍເຢືອງ. ລາວໄດ້ຮັບການບຳລຸງສ້າງຢູ່ສະຖາບັນດົນຕີ ຮ່າໂນ້ຍ ແລະ ໄດ້ຮັບນາມມະຍົດສິລະປິນດີເລີດຈາກລັດ ເມື່ອປີ 2016. ປັດຈຸບັນສິລະປິນດີເລີດ ດັງເຢືອງ ພວມແບກຫາບໜ້າທີ່ເປັນຫົວໜ້າ ກອງສິລະປະກອນຂອງວິທະຍຸກະຈາຍສຽງຫວຽດນາມ. ດັງເຢືອງ ໄດ້ຫຼິ້ນດົນຕີນັບແຕ່ຄາວຍັງນ້ອຍ, ໃນຄາວນັ້ນ ດັງເຢືອງ ຊົມຊອບຮັບຟັງດົນຕີ ແລະ ມີພອນສະຫວັນໃນການຮ້ອງເພງ. ດັງເຢືອງ ເລົ່າຄືນສູ້ຟັງງວ່າ:

    “ຄາວຍັງນ້ອຍ, ຂ້າພະເຈົ້າມັກຟັງດົນຕີ ຜ່ານຄື້ນຂອງວິທະຍຸກະຈາຍສຽງຫວຽດນາມ ຢ່າງເປັນປະຈຳ. ຂ້າພະເຈົ້າມັກຟັງບັນດາບົດເພງຂອງເດັກ, ບັນດາບົດເພງຂອງຜູ້ໃຫຍ່ ເປັນຕົ້ນແມ່ນເພງປະຕິວັດ. ອະນຸສອນທີ່ເປັນໜ້າຈົດຈຳໃນຊີວິດຂອງຂ້າພະເຈົ້າ ແມ່ນການເດີນທາງທຳການສະແດງຢູ່ ເກາະເຈື່ອງຊາ. ຄ່ຳຄືນສະແດງໃນມື້ນັ້ນ, ຝົນຕົກໜັກ ແຕ່ພວກນັກຮົບໃນເກາະຍັງຄົງນັ່ງຟັງບັນດາສິລະປິນສະແດງ ແລະ ແລກປ່ຽນໂອ້ລົມຢູ່ເວທີສະແດງ”.

      ຄາວຍັງເປັນໜັກສຶກສາ ສັງກັດສະຖາບັນດົນຕີ ຮ່າໂນ້ຍ ດັງເຢືອງ ໄດ້ເປັນເພື່ອນຮ່ວມງານກັບກອງສິລະປະກອນ ວິທະຍຸກະຈາຍສຽງຫວຽດນາມ, ທຳການສະແດງ, ອັດສຽງບັນດາບົດເພງ ເພື່ອອອກອາກາດທາງຄື້ນຂອງ ວິທະຍຸກະຈາຍສຽງຫວຽດນາມ. ປີ 2000 ລາວໄດ້ຮຽນຈົບສະຖາບັນດົນຕີ ຮ່າໂນ້ຍ ແລະ ກາຍເປັນອາຈານສອນວິຊາດົນຕີ. ພາຍຫຼັງມາ, ລາວໄດ້ຮັບໜ້າທີ່ເຮັດວຽກຢູ່ກອງສິລະປະກອນ ວິທະຍຸກະຈາຍສຽງຫວຽດນາມ ນັບແຕ່ປີ 2003 ແລະ ມາຮອດປັດຈຸບັນໄດ້ 17 ປີແລ້ວ. ລຸງ ຮົ່ງດັງ ຢູ່ນະຄອນ ຮະລອງ ເປີດເຜີຍວ່າ:

    “ຂ້າພະເຈົ້າໄດ້ຮູ້ຈັກຊື່ສຽງຂອງນັກຮ້ອງ ດັງເຢືອງ ມາແຕ່ໃຕ່ດົນນານ. ເມື່ອຮັບຟັງ ດັງເຢືອງ ຂັບຮ້ອງບັນດາບົດເພງປະຕິວັດ, ຂ້າພະເຈົ້າຊົມຊອບທີ່ສຸດ. ຂ້າພະເຈົ້າແມ່ນນັກຮົບເກົ່າ ດຳລົງຊີວິດຢູ່ນະຄອນ ຮະລອງ, ດັ່ງນັ້ນ ບັນດາບົດເພງມູນເຊຶື້ອປະຕິວັດ ຂ້າພະເຈົ້າຊົມຊອບທີ່ສຸດ. ຂ້າພະເຈົ້າມັກຟັງທີ່ສຸດ ແມ່ນບົດເພງແຫ່ງຄວາມຮັກ ຂອງນັກດົນຕີ ຮວ່າງຫວຽດ ໂດຍ ດັງເຢືອງຂັບຮ້ອງ. ບົດເພງນັ້ນມ່ວນຫຼາຍ”.

     ມີເພື່ອນຮ່ວມອາຊີບ ແລະ ໝູ່ເພື່ອນຂອງ ດັງເຟືອງ ຫຼາຍຄົນໄດ້ເລີ່ມປະຕິບັດລາຍການປະສານສົມທົບກັບບັນດານັກຮ້ອງ ປະເພດດົນຕີທັນສະໄໝ, ແຕ່ ດັງເຢືອງ ຍັງສືບຕໍ່ຈົງຮັກພັກດີກັບປະເພດດົນຕີ ກຣາດຊິກ ແລະ ດົນຕີປະຕິວັດ. ບັນດາບົດເພງປະຕິວັດໄດ້ຮ່ວມເດີນທາງໄປຕາມການເວລາ ແຫ່ງປະຫວັດສາດຂອງຊາດ ແລະ ໄດ້ສ້າງຊື່ສຽງຮຽງນາມ ໃຫ້ແກ່ນັກຮ້ອງ ດັງເຢືອງ, ນັ້ນແມ່ນຕ້ອງເວົ້າເຖິງບົດເພງຕ່າງໆຄື “ລຸງ ໂຮ່ ຄວາມຮັກທີ່ກວ້າງໃຫຍ່ໄພສານ”, “ໂຮ່ຈີມິນ ຊື່ຂອງເພິ່ນງາມທີ່ສຸດ”, “ພະລັງຊີວິດ ເຈື່ອງຊາ”…     ນັກຮ້ອງ ດັງເຢືອງ ໄດ້ໃຫ້ຮູ້ຕື່ມອີກວ່າ:

       “ດົນຕີມູນເຊື້ອໄດ້ສະໜິດຕິດພັນກັບຂ້າພະເຈົ້າ ນັບແຕ່ຊຸມປີທຳອິດທີ່ຂ້າພະເຈົ້າໄດ້ກ້າວເຂົ້າສູ່ດົນຕີອາຊີບ. ຂ້າພະເຈົ້າຕ້ອງໄດ້ຮຽນຮູ້, ຝຶກຝົນຫຼໍ່ຫຼອມ, ອ່ານປຶ້ມ, ຊົມຮູບເງົາເອກະສານ ຊອກຮູ້ກ່ຽວກັບສັງຄົມ ການເມືອງ ເພື່ອເພີ່ມຄວາມເຂົ້າໃຈກ່ຽວກັບຈຸດເວລາປະຫວັດສາດນັ້ນ ແມ່ນດຸເດືອດຄືແນວໃດ. ພິເສດແມ່ນປະເພດດົນຕີປະຕິວັດ ເຮົາຕ້ອງຝຶກຝົນຫຼໍ່ຫຼອມຢ່າງເປັນປະຈຳ. ຖ້າຫາກເຮົາບໍ່ເຂົ້າໃຈລະອຽດ, ບໍ່ຄົ້ນຄວ້າລະອຽດ ກໍ່ບໍ່ສາມາດຂັບຮ້ອງບັນດາບົດເພງມູນເຊື້ອນັ້ນໄດ້. ເມື່ອພວກເຮົາພະຍາຍາມຢ່າງສຸດໃຈ ແລະ ອຸທິດສ່ວນໃຫ້ພື້ນຖານສິລະປະຈົນສຸດຄວາມສາມາດຂອງຕົນ, ເວລານັ້ນຜູ້ນິຍົມດົນຕ້ອງມາຫາພວກເຮົາ”.

      ນັກຮ້ອງ ດັງເຢືອງ ເຄີຍໄດ້ຮັບກຽດຖືກເຊື້ອເຊີນເຂົ້າຮ່ວມລາຍການສະແດງ ຢູ່ງານ festival ດົນຕີອາຊີ ປີ 2005 ຢູ່ນະຄອນຫຼວງ ເຊອູນ ຂອງ ສ. ເກົ່າຫຼີ. ປີ 2018 ສິລະປິນດີເລີດ ດັງເຢືອງ ໄດ້ຮັບລາງວັນດົນຕີອຸທິດສ່ວນ ເຊິ່ງແມ່ນລາງວັນດົນຕີທີ່ມີອິດທິພົນຊື່ສຽງ. ໂດຍແມ່ນໜຶ່ງໃນບັນດານັກສິລະປິນທີ່ປະສົບຜົນສຳເລັດ ໃນປະເພດດົນຕີ ແຊມເບີ, ດົນຕີປະຕິວັດ, ດັງເຢືອງ ໄດ້ຮັບການເຊື້ອເຊີນສະແດງຢູ່ບັນດາເຫດການປະຫວັດສາດຂອງຊາດ ແລະ ບັນດາວັນບຸນໃຫຍ່ຂອງປະເທດຊາດຢ່າງເປັນປະຈຳ.

ຕອບກັບ