ນັກວິລະຊົນແຮງງານຫງວຽນຈ້ອງຖາຍແລະການແຜ່ກະຈາຍ ຄວາມມຸ່ງຫວັງບືນຕົວຂຶ້ນດ້ວຍຕົນເອງ.

Ngoc Anh
Chia sẻ
(VOVWORLD) -ດ້ວຍເງື່ອນໄຂອອກແຮງງານເຮັດວຽກໃນສະພາບແວດລ້ອມທີ່ມືດມົວແລະຮ້າຍແຮງໃນການຂຸດຄົ້ນບໍ່ແຮ່ ແຕ່ກໍ່ມີບັນດາແບບຢ່າງອອກແຮງງານທີ່ກ້າວໜ້າແລະໄດ້ແຜ່ກະຈາຍຄວາມກະຕືລືລົ້ນອຸທິດສ່ວນຈິດໃຈອອກແຮງງານສູ່ບັນດາກຳມະກອນບໍ່ແຮ່. ອ້າຍຫງວຽນຈ້ອງຖາຍຫົວໜ້າໜ່ວຍຜະລິດສະຖານທີ່ກໍ່ສ້າງພື້ນຖານເລກ 1 - ບໍລິສັດຖ່ານຫີນຮ່າເລິ່ມແຂວງກວ໋າງນິງກໍ່ແມ່ນແບບຢ່າງເຊັ່ນນັ້ນ, ຍາມໃດລາວກໍ່ໄດ້ເຮັດຫຼ້ອນໜ້າທີ່ ທີ່ໄດ້ຮັບການມອບໝາຍຢ່າງດີເດັ່ນ ດ້ວຍການປະດິດຄິດສ້າງປະກອບສ່ວນຍົກສູງປະສິດທິຜົນການອອກແຮງງານທຳການຜະລິດ ໄດ້ຖືກນຳໃຊ້. ກຳມະກອນບໍ່ແຮ່ ຫງວຽນຈ້ອງຖາຍໄດ້ຮັບໃບຍ້ອງຍໍຫຼາຍໃບແລະນາມມະຍົດວິລະຊົນແຮງງານໃນໄລຍະການປ່ຽນແປງໃໝ່.
ນັກວິລະຊົນແຮງງານຫງວຽນຈ້ອງຖາຍແລະການແຜ່ກະຈາຍ ຄວາມມຸ່ງຫວັງບືນຕົວຂຶ້ນດ້ວຍຕົນເອງ. - ảnh 1ອ້າຍຫງວຽນຈ້ອງຖາຍ

ອ້າຍຫງວຽນຈ້ອງຖາຍໄດ້ກຳເນີດແລະເຕີບໃຫຍ່ໃນຄອບຄົວທີ່ມີອ້າຍນ້ອງຊາຍສີ່ຄົນການດຳລົງຊີວິດຂອງອ້າຍບ່າວຢູ່ເຂດບ້ານນາຫ໋າຍເຢືອງແມ່ນຫຍຸ້ງຍາກທີ່ສຸດ.  ອີຕົນພໍ່ແມ່ ອ້າຍຖາຍໄດ້ຕົກລົງໄປຂໍເຮັດວຽກເປັນກຳມະກອນຢູ່ ກວ໋າງນິງ. ໄລຍະທຳອິດອ້າຍກໍ່ໄດ້ເຮັດຂົນຖ່ານຫີນຮັບຈ້າງແຕ່ວຽກນີ້ກໍ່ບໍ່ເປັນປົກກະຕິດັ່ງນັ້ນຫງວຽນຈ້ອງຖາຍໄດ້ຂໍຮຽນວິຊາຊີບຢູ່ໂຮງຮຽນກຳມະກອນບໍ່ແຮ່ມິດຕະພາບຫວຽດນາມໂຊວຽດ. ປີ 1994 ພາຍຫຼັງທີ່ໄດ້ຮຽນຈົບອ້າຍຂໍເຮັດວຽກຢູ່ບໍ່ຖ່ານຫີນຮ່າເລິ່ມ ປັດຈຸບັນແມ່ນບໍລິສັດຫຸ້ນສ່ວນຖ່ານຫີນຮ່າເລິ່ມແຂວງກວ໋າງນິງ. ອ້າຍຖາຍແບ່ງປັນວ່າ:

    “ໃນຄາວນັ້ນບັນດາອ້າຍນ້ອງຢູ່ບ້ານດຽວກັນກໍ່ໄດ້ເຮັດນຳກັນພຽງແຕ່ສູ້ຊົນວ່າເດືອນນີ້ເຮົາກໍ່ຕ້ອງເຮັດເພື່ອຮັບເງິນເດືອນສູງກວ່າເກືອນກ່ອນ, ທັງໝົດກໍ່ພ້ອມກັນແຂ່ງຂັນເຮັດດ້ວຍເງິນເດືອນເທົ່ານັ້ນ, ເດືອນນີ້ເຂົາເຮັດໄດ້ເງິນເດືອນສູງກວ່າເຮົາ ແຕ່ຮອດເດືອນໜ້າເຮົາກໍ່ຕ້ອງສູ້ຊົນເຮັດໃຫ້ໄດ້ຮັບເງິນເດືອນສູງກວ່າເຂົາ. ນີ້ກໍ່ປຽບເໝືອນກຳລັງໜູນເພື່ອກະຕຸກຊຸກຍູ້ ໃຫ້ພວກເຮົາພະຍາຍາມໃນວຽກງານ. ເຖິງວ່າວຽກງານກໍ່ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມແຕ່ສິ່ງສຳຄັນແມ່ນມັນປົກກະຕິ”.

   ພາຍຫຼັງສູ້ຊົນດ້ວຍຄວາມດຸໝັ່ນຂະຫຍັນພຽນເປັນເວລາ 5 ປີ, ຫງວຽນຈ້ອງຖາຍໄດ້ຮັບຄວາມໄວ້ວາງໃຈ ຖືກແຕ່ງຕັ້ງເປັນຫົວໜ້າໜ່ວຍຜະລິດສະຖານທີ່ກໍ່ສ້າງພື້ນຖານເລກ 1. ຫງວຽນຈ້ອງຖາຍຍາມໃດກໍ່ມີສະຕິຄວາມຮັບຮູ້ເຖິງຄວາມເປັນກຽດແຕ່ກໍ່ເຕັມໄປດ້ວຍສິ່ງທ້າທາຍຫຼາຍຢ່າງ. ລາວໄດ້ໝູນໃຊ້ລະດັບຄວາມຮູ້ທີ່ໄດ້ຮຽນມາແລະຖອນຖອດໄດ້ຈາກຄົນລຸ້ນກ່ອນເພື່ອໝູນໃຊ້ໃນວຽກງານແນໃສ່ປັບປຸງບັນດາຂັ້ນຕອນຍົກສູງປະສິດທິຜົນໃນການຂຸດຄົ້ນຖ່ານຫີນ. ໜ່ວຍງານຜະລິດຂອງຫງວຽນຈ້ອງຖາຍຍາມໃດກໍ່ຢືນອັນດັບໜຶ່ງດ້ວຍສະຖີຕິບັນລຸສາມັດທະພາບທີ່ສູງສຸດບໍ່ສູ້ມີເຫດຕິດຄັດແລະສາມາດເຮັດຫຼອນໜ້າທີ່ ຕາມລະດັບຄວາມຄືບໜ້າ. ອ້າຍຟານຮົ່ງເຊີນ ເພື່ອຮ່ວມອາຊີບຂອງອ້າຍຖາຍແບ່ງປັນວ່າ:

    “ໃນວຽກງານ, ອ້າຍຖາຍກໍ່ແມ່ນຄົນລຸ້ນກ່ອນເພື່ອເຮົາຮຽນຮູ້ທຸກດ້ານ. ກະໂຕເຮົາເອງກໍ່ຖືກອ້າຍຊີ້ບອກຫຼາຍຢ່າງໃນການອອກແຮງງານທຳການຜະລິດ. ເຖິງວ່າເຮັດວຽກໃນຂົງເຂດກົນຈັກໄຟຟ້າກໍ່ຕາມແຕ່ອ້າຍຖາຍຍັງປະກອບຄຳເຫັນຫຼາຍຢ່າງຄືໃນໄລຍະທຳການຜະລິດເຮົາຕ້ອງສູບນ້ຳ,ຕ້ອງຕິດຕັ້ງເຄື່ອງຈັກຄືແນວໃດສ້ອງແປງເຄື່ອງຈັກຄືແນວໃດເພື່ອບັນລຸປະສິດທິພາບສູງສຸດ. ນີ້ກໍ່ແມ່ນກຳລັງໝູນເພື່ອໃຫ້ອ້າຍນ້ອງພະຍາຍາມຮຽນຮູ້ ແລະເຮັດຕາມ”.

    ແລະກໍ່ຍ້ອນການແຜ່ກະຈາຍຂອງ ກຳມະກອນບໍ່ແຮ່ ຫງວຽນຈ້ອງຖາຍບໍ່ພຽງແຕ່ຢູ່ພາຍໃນບໍລິສັດຖ່ານຫີນຮ່າເລິ່ມຫຼືກຸ່ມບໍລິສັດຖ່ານຫີນແຮ່ທາດຫວຽດນາມເທົ່ານັ້ນ, ຫາກຍັງແຜ່ກະຈາຍສູ່ຫຼາຍຂະແໜງອາຊີບຂົງເຂດອື່ນໆອີກດ້ວຍ. ທ່ານຈິ້ງງອກຕວ່ານປະທານກຳມະບານບໍລິສັຖ່ານຫີນຮ່າເລິ່ມໃຫ້ຮູ້ວ່າ:

    “ແບບຢ່າງຂອງວິລະຊົນແຮງງານຫງວຽນຈ້ອງຖາຍແມ່ນກຳລັງໝູນແມ່ນຈິດໃຈແຜ່ກະຈາຍສູ່ບັນດາກຳມະກອນອື່ນໆເພື່ອຮ່ຳຮຽນແລະເຮັດຕາມ. ຈິດໃຈເຮັດວຽກ ທ່າທີ່ເຮັດວຽກດັ່ງກ່າວໄດ້ແຜ່ກະຈາຍສູ່ໝູ່ກຳມະກອນຜູ້ອອກແຮງງານ”.

    ຄວາມມານະພະຍາຍາມສູ້ຊົນໄດ້ຮັບການຮັບຮູ້ຢ່າງສົມກຽດຂະນະທີ່ກຳມະກອນບໍ່ແຮ່ ຫງວຽນຈ້ອງຖາຍ ໄດ້ຮັບການເຊີດຊູຢູ່ກອງປະຊຸມຍ້ອງຍໍຊົມເຊີຍຕົວແບບທີ່ກ້າວໜ້າ ຂອງບໍລິສັດແລະ ກຸ່ມບໍລິສັດຖ່ານຫີນແຮ່ທາດຫວຽດນາມ. ພິເສດທີ່ກອງປະຊຸມໃຫຍ່ແຂ່ງຂັນຮັກຊາດທົ່ວປະເທດຄັ້ງທີ 10 ອ້າຍຫງວຽນຈ້ອງຖາຍ ມີຄວາມເປັນກຽດໄດ້ຮັບນາມມະຍົດວິລະຊົນແຮງງານໄລຍະປ່ຽນແປງໃໝ່. ຜົນສຳເລັດທີ່ມາຈາກເຈດຈຳນົງບືນຕົວຂຶ້ນ, ວິລະຊົນແຮງງານຫງວຽນຈ້ອງຖາຍໄດ້ກາຍເປັນແບບຢ່າງທີ່ດີເດັ່ນເພື່ອໃຫ້ຜູ້ອອກແຮງງານແຕ່ລະຄົນຮ່ຳຮຽນແລະເຮັດຕາມ.

ຕອບກັບ