ໂຮງງານຜະລິດອົງຄະທຽມຂອງທ່ານໝໍ ເລແທັ່ງໂດ |
ອ້າຍ ຈິ້ງກົງເທິ້ມ ຢູ່ແຂວງ ຕວຽນກວາງ ເຄີຍແມ່ນເສົາຄ້ຳຂອງຄອບຄົວ. ໃນເວລາອອກແຮງງານ ລາວໄດ້ຖືກອຸປະຕິເຫດຖືກສູນເສຍຂາເບື້ອງໜຶ່ງ ເຮັດໃຫ້ການດຳລົງຊີວິດປະສົບກັບຄວາມຫຍຸ້ງຍາກ. ລາວໄດ້ຊອກຄວາມເຂົ້າໃຈ ແລະ ຢາກໃຊ້ຂາທຽມ ແຕ່ຄ່າໃຊ້ຈ່າຍກໍ່ສູງເກີນໄປ ເມື່ອທຽບໃສ່ຄວາມສາມາດຂອງຄອບຄົວ. ໂຊກດີລາວໄດ້ເຊື່ອມຕໍ່ພົວພັນກັບທ່ານໝໍ ເລແທັ່ງໂດ ແລະ ໄດ້ນຳໃຊ້ຂາທຽມ ໂດຍບໍ່ເສຍຄ່າ. ອ້າຍ ຈິ້ງກົງເທິ້ມ ໃຫ້ຮູ້ວ່າ:
“ຂ້າພະເຈົ້າເຄີຍຮັບໃຊ້ໃນຖັນແຖວກອງທັບ, ເມື່ອກັບຄືນຈາກຖັນແຖວກອງທັບເຮັດເສດຖະກິດຄອບຄົວ ຂ້າພະເຈົ້າຖືກອຸປະຕິເຫດຕ້ອງຕັດເອົາຂາເບື້ອງໜຶ່ງອອກ. ຂ້າພະເຈົ້າມີຄວາມຫວັງຢາກໄດ້ໃຊ້ຂາທຽມ ແຕ່ບໍ່ມີເງິນ ແຕ່ປັດຈຸບັນໄດ້ຮັບການໜູນຊ່ວຍຕິດຕັ້ງຂາທຽມ, ຂ້າພະເຈົ້າດີໃຈຫຼາຍ. ປັດຈຸບັນຂ້າພະເຈົ້າໄປມາຢ່າງສະດວກສະບາຍ ແລະ ເຮັດວຽກງານໄດ້ຫຼາຍກວ່າ ເພື່ອຮັບໃຊ້ຄອບຄົວ”.
ກໍ່ເຊັ່ນດຽວກັນກັບອ້າຍ ເທິ້ມ ຖ້າບໍ່ໄດ້ຮັບການໜູນຊ່ວຍຄ່າໃຊ້ຈ່າຍ, ທ່ານ ດັ້ງຕຽນກວາງ ຢູ່ ຕວຽນກວາງ ກໍ່ບໍ່ສາມາດຕັດຕັ້ງແຂນທຽມໄດ້. ທ່ານ ດັ້ງຕຽນກວາງ ເປີດເຜີຍວ່າ:
“ຂ້າພະເຈົ້າຖືກອຸປະຕິເຫດໃນການໄປມາ, ຂໍ້ຕໍ່ແຂນຖືກແຕກຕ້ອງຕັດອອກ. ອຸປະຕິເຫດໄດ້ເກີດຂຶ້ນ ແຕ່ປີ 1983 ມາຮອກປັດຈຸບັນໄດ້ 40 ກວ່າປີແລ້ວ. ຫຼາຍຄັ້ງກໍ່ຢາກໃຊ້ແຂນທຽມ ແຕ່ຂ້າພະເຈົ້າຢູ່ເຂດຫ່າງໄກສອກຫຼີກ ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ດັ່ງນັ້ນບໍ່ມີເງື່ອນໄຂໃຊ້ແຂນທຽມ ແຕ່ປັດຈຸບັນໄດ້ຕິດຕັ້ງແຂນທຽມແລ້ວ ຂ້າພະເຈົ້າສາມາດເຮັດວຽກດ້ວຍສອງຝາມືຢ່າງສະດວກສະບາຍ”.
ທ່ານໝໍ ເລແທັ່ງໂດ ໄດ້ແບ່ງປັນວ່າຕົນເອງແມ່ນທະຫານເສຍອົງຄະ ດັ່ງນັ້ນກໍ່ມີຄວາມເຂົ້າໃຈຢ່າງເລິກເຊິ່ງ ແລະ ເຫັນອົກເຫັນໃຈກັບຄົນພິການ. ທ່ານໝໍ ໂດ ໃຫ້ຮູ້ວ່າ:
“ຂ້າພະເຈົ້າໄດ້ຖືກສູນເສຍເຄິ່ງໜຶ່ງຂອງຮ່າງກາຍ ດັ່ງນັ້ນກໍ່ເຂົ້າໃຈແຈ້ງຄວາມຫຍຸ້ງຍາກທີ່ຄົນພິການຕ້ອງປະເຊີນໜ້າ. ໃນຈຳນວນນັ້ນ ກໍ່ມີຫຼາຍຄົນມີຄວາມປ່ົມດ້ອຍ. ຕົນເອງກໍ່ເຫັນວ່າເຮົາມີຄວາມໂຊກດີກວ່າເພື່ອນຮ່ວມກົມກອງໄດ້ກັບຄືນຈາກສະໜາມຮົບ ແລະ ດຳລົງຊີວິດໃນສັນຕິພາບ ດັ່ງນັ້ນຍາມໃດກໍ່ຄຳນຶງເຖິງເລື່ອງເຮັດຫຍັງແດ່ ເພື່ອຊ່ວຍເພື່ອນຮ່ວມກົມກອງ, ຜູ້ປະສົບເຄາະຮ້າຍຈາກສານພິດສີສົ້ມ ຄືດັ່ງວິທີໜຶ່ງເພື່ອຊ່ວຍເຫຼືອເພື່ອນຮ່ວມກົມກອງ ແລະ ບັນດາຜູ້ໂຊກບໍ່ດີໃນສັງຄົມ”.
ແຂນຂາທຽມແຕ່ລະອັນກໍ່ລ້ວນແຕ່ມີລາຄາສູງ. ເຖິງວ່າເສດຖະກິດຄອບຄົວຂອງທ່ານໝໍ ເລແທັ່ງໂດ ບໍ່ຮັ່ງມີກໍ່ຕາມ ແຕ່ໃນໄລຍະ 20 ປີມານີ້ ທ່ານໄດ້ມອບຜະລິດຕະພັນນັບພັນຢ່າງໃຫ້ຄົນພິການທີ່ທຸກຍາກ. ທ່ານໝໍ ໂດ ເປີດເຜີຍວ່າ
“ນອກຈາກຄວາມຫຍຸ້ງຍາກທາງດ້ານໂຮງຈັກໂຮງານ, ຂ້າພະເຈົ້າຍັງຂາດແຄນເງິນທຶນ ເພື່ອຊື້ປະກອບພາຫະນະເຄື່ອງຈັກເພື່ອທຳການຜະລິດ. ຂ້າພະເຈົ້າໄດ້ນຳໃຊ້ເຮືອນຂອງຕົນ ແລະ ເງິນອຸດໜູນໃຫ້ທະຫານເສຍອົງຄະ, ເບ້ຍບຳນານ ແລະ ຂົນຂວາຍເພື່ອນຮ່ວມກົມກອງ, ບັນດາຜູ້ໃຈບຸນໃຈກຸສົນໜູນຊ່ວຍເງິນທຶນ ເພື່ອຊື້ວັດຖຸອຸປະກອນ”.
ບັນດາວຽກງານຈາກຈິດໃຈ ໄດ້ຮັບການຮ່ວມເດີນທາງຂອງນັກເຕັກນິກທີ່ມີລະດັບຄວາມຮູ້ສູງ ມີປະສົບການ ແລະ ບັນດາຜູ້ໃຈບຸນໃຈກຸສົນ. ນັກເຕັກນິກ ເຈິ່ນທູງວຽດ ໃຫ້ຮູ້ວ່າ:
“ທ່ານໝໍ ໂດ ແມ່ນຜູ້ສຸດຈິດສຸດໃຈຕໍ່ອາຊີບ ດັ່ງນັ້ນເຮົາກໍ່ຢາກຮ່ວມເດີນທາງກັບທ່ານ ໂດ. ເຮົາກໍ່ດີໃຈເມື່ອໄດ້ໜູນຊ່ວຍຜູ້ໃດຜູ້ໜຶ່ງບັນເທົາຄວາມຫຍຸ້ງຍາກ”.
ທ່ານ ຫຼີມິງຕ໊ວນ ຜູ້ອຳນວຍການກອງທຶນ ເພື່ອການກຸສົນໃຫ້ຮູ້ວ່າ:
“ກອງທຶນໄດ້ຮ່ວມເດີນທາງກັບທ່ານໝໍ ໂດ ມາຮອດປັດຈຸບັນໄດ້ເກືອບ 5 ປີແລ້ວ ໄດ້ໜູນຊ່ວຍອົງຄະທຽມໃຫ້ປະມານ 500 ຄົນ ດ້ວຍຄ່າໃຊ້ຈ່າຍ 13 ຕື້ກວ່າດົ່ງ. ທ່ານໝໍ ໂດ ມີອິດທິພົນຊື່ສຽງ ແລະ ພວກຂ້າພະເຈົ້າມີຄວາມເຊື່ອໝັ້ນທີ່ສຸດ ເພື່ອໜູນຊ່ວຍຍາວນານ”.
ທ່ານໝໍ ໂດ ໄດ້ຮັບຫຼາຍນາມມະຍົດ ແຕ່ລາງວັນອັນສູງສົ່ງທີ່ສຸດສຳລັບທ່ານ ແມ່ນຄວາມມ່ວນຊື່ນຂອງຄົນພິການ ໄດ້ນຳໃຊ້ອົງຄະທຽມ. ສິ່ງນີ້ໄດ້ກະຕຸກຊຸກຍູ້ທ່ານຜະລິດອອກຜະລິດພັນອອກໃຫ້ສົມບູບແບບຫຼາຍກວ່າ ເພື່ອມອບໃຫ້ຄົນພິການ.