ຮ່າໂນ້ຍກັບໄຊຊະນະ “ດ້ຽນບຽນຝູທາງອາກາດ “

To Tuan
Chia sẻ
   ​ໃນ​ຊຸມ​ວັນ​ລະດູ​ໜາວ​ທ້າຍ​​ເດືອນ12 ປີ 1972, ກອງທັບ ​ແລະ ປະຊາຊົນ​ຮ່າ​ໂນ້ຍ ​​ໄດ້ຕີ​ເອົາ​ຊະນະເຮືອບິນ B52 ຂອງອາ​ເມ​ລິ​ກາ ຢ່າງ​ອົ່ງອາດ​ກ້າຫານ, ສ້າງ​ເປັນ​ໄຊຊະນະ​ດ້ຽນບຽນ​ຝູທາງ​ອາກາດ​ທີ່ດັ່ງ​ກ້ອງ​ກັງວານ​ໄປ​ທົ່ວ.

ໃນ​ຊຸມ​ວັນ​ລະດູ​ໜາວ​ທ້າຍ​​ເດືອນ12 ປີ 1972, ກອງທັບ ​ແລະ ປະຊາຊົນ​ຮ່າ​ໂນ້ຍ ​​ໄດ້ຕີ​ເອົາ​ຊະນະເຮືອບິນ B52 ຂອງອາ​ເມ​ລິ​ກາ ຢ່າງ​ອົ່ງອາດ​ກ້າຫານ, ສ້າງ​ເປັນ​ໄຊຊະນະ​ດ້ຽນບຽນ​ຝູທາງ​ອາກາດ​ທີ່ດັ່ງ​ກ້ອງ​ກັງວານໄປ​ທົ່ວ. ​ເຖິງ​ວ່າ 4 ທົດ​ສະ​ວັດ​ໄດ້​ລ່ວງ​ເລີຍ​ໄປ​ແລ້ວ​ກໍ່ຕາມ​ແຕ່​ເຫດການ​ປະຫວັດສາດ 12 ວັນ ​ແລະ ຄືນ​ປີນັ້ນພັດບໍ່​ຖືກ​ຫຼົງ​ລືມ​ເທື່ອ. ການ​ເສຍສະຫຼະ​ຢ່າງ​ກ້າ​ຄົງອົງ​ອາດ​ຂອງ​ບັນດາ​ນັກຮົບ​ກອງທັບ​ປ້ອງ​ກັນ​ອາກາດ, ຂອງ​ທະຫານ ​ແລະ ປະຊາຊົນ​ຮ່າ​ໂນ້ຍ ​ໃນ​ຊຸມ​ວັນ​ທີ່​ດຸ​ເດືອດ​ດັ່ງກ່າວ ຍັງ​ຄົງ​ຝັງ​ເລິກ​ໃນ​ໃຈ​ຂອງ​ປະຊາຊົນທຸກ​ຄົນ​ໃນ​ປະຈຸ​ບັນ.

ຮ່າໂນ້ຍກັບໄຊຊະນະ “ດ້ຽນບຽນຝູທາງອາກາດ “ - ảnh 1

(ພາບ:ອິນ​ເຕີ​ແນັດ)

   ກ່ອນ​ນີ້ 40 ປີ, ອາ​ເມ​ລິ​ກາ ​ໄດ້​ນຳ​ໃຊ້ເຮືອບິນ B52 ​ເພື່ອຖີ້ມລະ​ເບີດ​​ແລະ ບຸດ​ໂຈມ​ຕີ​ທຳລາຍຮ່າ​ໂນ້ຍ ດ້ວຍ​ຫຼາຍ​ວິທີ​ແນ​ໃສ່ດັບ​ສູນ​ເຈດ​ຈຳນົງ​ຂອງ​ກອງທັບ ​ແລະ ປະຊາຊົນ​ຫວຽດນາມ, ​ເພື່ບັງ​ຄັບ​​ຫວຽດນາມ ຕ້ອງຍອມຮັບ​ບັນດາ​​ເງື່ອນ​ໄຂ​​ໂດຍອາ​ເມ​ລິ​ກາ ວາງ​ອອຢູ່​ໃນ​ການ​ເຈລະຈາ​ປາຣີ ກ່ຽວ​ກັບ​ຫວຽດນາມ. ສຳລັບ​ປະຊາຊົນ​ຫວຽດນາມ ​ແລ້ວ, ນີ້​ແມ່ນ​ການ​ຕໍ່ສູ້​ເພື່ອ​ເອກະລາດ​ແຫ່ງ​ຊາດ, ​ເພື່ອ​ກຽດ​ສັກ​ສີ​ຂອງ​ປະ​ເທດ​ຊາດ ​ແລະ ນະຄອນຫຼວງ​ຮ່າ​ໂນ້ຍ ​ໄດ້ຕາງໜ້າ​​ໃຫ້​ທົ່ວ​ປະ​ເທດ, ທຳ​ການ​ຕໍ່ສູ້​ຄັ້ງ​ປະຫວັດ​ສາດ​ນັ້ນ, ທ່ານ ​ໂດ໋ຮຽນ ຊາວ​ຮ່າ​ໂນ້ຍ ຜູ້​ໜຶ່ງ​ຫວນ​ຄືນ​ວ່າ:

 “​​ການ​ຕໍ່ສູ້​ແມ່ນ​ການ​ທົດ​ສອບ​ຢ່າງ​ຂ້ຽວຂາດ​ລະຫວ່າງ​ກອງທັບ​ປ້ອງ​ກັນ​ອາກາດ ກັບ​ເຮືອບິນ​ອາ​ເມ​ລິ​ກາ. ຂ້າພະ​ເຈົ້າ​ໄດ້​ເຫັນ​ປະຈັກ​ຕາ​ການ​ຕໍ່ສູ້​ທີ່​ອົງ​ອາດ​ກ້າຫານ​ທີ່​ສຸດ​ຂອງ​ເຫຼົ່າ​ທັບ​ປ້ອງ​ກັນ​ອາກາດ. ​ເຮືອບບິນ​ອາ​ເມິ​ກາ ​ໄດ້​ບຸກ​ໂຈມ​ຕີ​ທັງ​ກາງ​ເວັນ ​ແລະ ກາງຄືນ​, ​ໃນ​ເວລາ​ນັ້ນ, ປືນ​ໃຫ່ຍປ້ອງ​ກັນ​ອາກາດ​ໄດ້​ຍິງ​ໂຕະ​ຕອບ​ຄືນ​ຢ່າງ​ຂ້ຽວຂາດ, ພວກ​ເຮົາ​ໄດ້​ປະຕິບັດ​ການ​ຕໍ່ສູ້​ອັນ​ສອບ​ທຳ​ຂອງ​ຕົນດ້ວຍ​ທຸ​ກວິທີ​

 

ຮ່າໂນ້ຍກັບໄຊຊະນະ “ດ້ຽນບຽນຝູທາງອາກາດ “ - ảnh 2

ໂຮງໝໍ​ແບກ​ມາຍ ຖືກ​ເຮືອບິນ B-52 ທຳລາຍ​ເມື່ອ​ປີ 1972

(ພາບ: suckhoedoisong.vn)

​   ໃນ​ຕະຫຼອດ 12 ວັນ​ທ້າຍ​ເດືອນ 12/1972, ​ເຮືອບິນ B-52 ​ແລະ ​ເຮື​ອບິນ​ປະ​ເພດ​ອື່ນໆ​ໄດ້​ບຸກ​ເຂົ້າຮ່າ​ໂນ້ຍ, ຖີ້ມລະ​ເບີດ​​ໃສ່​ບັນດາ​ເຂດ​ໃຈກາງ​ເຂດ​ຊຸມ​ຊົນ ​ແລະ ​ບັນດາເຂດຢູ່​ອ້ອມ​ແອ້ມ. ທ່ານ​ໂດ໋ຢວານ​ດ້າຍ ອະດີດ​ຜູ້ອຳນວຍການ​ໂຮງໝໍ​ແບກ​ມາຍ ຫວນຄືນ​ວ່າ:

   “​ການ​ຖີ້ມລະ​ເບີດ​ໃນ​ຮຸ່ງ​ເຊົ້າວັນ​ທີ 22/12 ​ແມ່ນ​​ໂທດ​ກຳ​ທີ່​ບໍ່​ອາດ​ອະ​ໄພ​ໄດ້, ຕົ້ນ​ໄມ້, ​ເຮືອນ​ຊານ​ຖືກ​​ເປ່​ເພ, ​ເບື້ອງ​ໜຶ່ງ​ຂອງ​ໂຮງໝໍຖືກ​ເຮືອບບິນ​ອາ​ເມ​ລິ​ກາ ທຳລາຍ​ກ້ຽງ. ພວກ​ຂ້າພະ​ເຈົ້າ​ໄດ້​ເສຍ​ສະ​ຫຼະຊີວິດ​ທັງ​ໝົດ 28 ຄົນ,  ອີກ 20 ຄົນ​ຖືກ​ບາດ​ເຈັບ

 ​  ໃນ 12 ວັນ ​ແລະ ຄືນທີ່​ດຸ​ເດືອດ​ດັ່ງກ່າວ, ກຳລັງ​ປ້ອງ​ກັນ​ອາກາດ​ຮ່າ​ໂນ້ຍ ​ໄດ້​ຍຶດໝັ້ນ, ​ເປັນ​ເຈົ້າການ​ຕ້ານ​ຄືນ​ການ​ບຸກ​ໂຈມ​ຕີ​ທາງ​ອາກາດ​ຄັ້ງຕ່າງໆ​ຂອງ​ອາ​ເມ​ລິ​ກາ. ພັນ​ເອກ​ຫງວຽນ​ກວາງ​ຮຸ່ງ  ອະດີດ​ຮອງ​ເສນາ​ທິການ​ເຫຼົ່າທັບປ້ອງ​ກັນ​ອາກາດ​ຫວນ​ຄືນ​ວ່າ:

   “​​ເມື່ອ​ທຳ​ການ​ຕໍ່ສູ້, ບັນດາ​ນັກຮົບ​ປ້ອງ​ກັນ​ອາກາດ​ຫວຽດນາມ ​ໄດ້​ໝູນ​ໃຊ້​ອາວຸດ​ປະ​ເພດ​ຕ່າງໆ ​​ແລະ ​ບົດຮຽນ​ຈາກ​ສະໜາ​ມຮົບ​ກວາງຈິ ຢ່າງ​ມີ​ຫົວຄິດ​ປະດິດ​ສ້າງ​, ພວກ​ຂ້າພະ​ເຈົ້າ​ໄດ້​ທຳ​ການ​ຕໍ່ສູ້​ດ້ວຍ​ຄວາມ​ເຊື່ອໝັ້ນຕໍ່​ຕົນ​ເອງ ​ແລະ ​ໄດ້​ຮັບ​ໄຊຊະນະ“.

    40 ປີ​ໄດ້​ລ່ວງ​ເລີຍ​ໄປ​ແລ້ວ, ​ແຕ່ຮ່ອງ​ຮອຍ​ໃນ​ຊຸມວັນ​ຕໍ່ສູ້​ເທິງ​ເຂດ​ນ່ານຟ້າຮ່າ​ໂນ້ຍ ຍັງ​ຄົງໄດ້​ຮັບ​ການເກັບ​ຮັກສາ​ໄວ້​ຢູ່​ຫໍພິພິຕະພັນ​ໄຊຊະນະ B-52, ຫໍພິພິຕະພັນ​ປະຫວັດສາດ​ທະຫານ​ຫວຽດນາມ, ຢູ່ບັນດາ​ອະນຸສາວະລີ​ໃນຖະໜົນ​ເຄີມ​ທຽນ, ​ໂຮງໝໍ​ແບກ​ມາຍ ຫລື​ໃນ​ຄວາມ​ຊົງ​ຈຳ​ຂອງ​ບັນດາ​ຜູ້​ອາຍຸ​ສູງ  ​ແລະ ​ໄຊຊະນະ “ຮ່າ​ໂນ້ຍ-ດ້ຽນບຽນ​ຝູທາງ​ອາກາດ ຍັງຄົງ​ດັງ​ກ້ອງ​ກັງວານ​​ໄປ​ທົ່ວ. ນີ້​ກໍ່​ແມ່ນ​ຄຳ​ຕັກ​​​ເຕືອນ​ໃຫ້​ໄວ​ໜຸ່ມ​ລຸ້ນ​ປະຈຸ​ບັນກ່ຽວ​ກັບ​ໄລຍະ​ເວລາໜຶ່ງ​ທີ່ລຸ້ນພໍ່​ລຸ້ນອ້າຍ​ເຄີຍ​ຕໍ່ສູ້ ​ແລະ ສ້າງ​ເປັນ​ໄຊຊະນະ​ອັນມະຫັດສະ​ຈັນ.

 

 

 

 

ຕອບກັບ