ບົດ​​ສຳ​ພາດ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດໄທປະ​ຈຳຫວຽດ​ນາມເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດລະ​ຫວ່າງສອງ​ປະ​ເທດຄົບ​ຮອບ 45 ປີ

Chia sẻ
(VOVWORLD) - ຜ່ານຫລາຍໄລຍະປະຫວັດສາດ, ຫວຽດນາມແລະໄທໄດ້ກາຍເປັນຄູ່ຮ່ວມມືຍຸດທະສາດຢ່າງເປັນທາງການໃນປີ 2013 ແລະໄດ້ຮັບຖືວ່າແມ່ນສອງປະເທດທຳອິດໃນກຸ່ມອາຊຽນກຳນົດການພົວພັນນີ້. ຕໍ່ຈາກນັ້ນ, ປີ 2019, ສອງຝ່າຍໄດ້ຍົກການພົວພັນຂຶ້ນເປັນ “ຄູ່ຮ່ວມມືຍຸດທະສາດເພີ່ມທະວີ” ເພື່ອແນໃສ່ຊຸກຍູ້ການຮ່ວມມືຢ່າງແຮງແລະຮອບດ້ານໃຫ້ຫຼາຍກ່ວາອີກ. 
ບົດ​​ສຳ​ພາດ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດໄທປະ​ຈຳຫວຽດ​ນາມເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດລະ​ຫວ່າງສອງ​ປະ​ເທດຄົບ​ຮອບ 45 ປີ - ảnh 1ທ່ານເອກອັກຄະລັດຖະທູດ ໄທ ຕອບສຳພາດຕໍ່ນັກຂ່າວ VOV 

ນັກຂ່າວ: ຂໍຂອບໃຈທ່ານເອກອັກຄະລັດຖະທູດທີ່ໄດ້ສະຫລະເວລາຕອບສຳພາດຕໍ່ນັກຂ່າວ VOV ເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ໄທ.  ໂດຍຜ່ານຫລາຍໄລຍະປະຫວັດສາດ, ຫວຽດນາມແລະໄທໄດ້ກາຍເປັນຄູ່ຮ່ວມມືຍຸດທະສາດຢ່າງເປັນທາງການໃນປີ 2013 ແລະໄດ້ຮັບຖືວ່າແມ່ນສອງປະເທດທຳອິດໃນກຸ່ມອາຊຽນກຳນົດການພົວພັນນີ້. ຕໍ່ຈາກນັ້ນ, ປີ 2019, ສອງຝ່າຍໄດ້ຍົກການພົວພັນຂຶ້ນເປັນ “ຄູ່ຮ່ວມມືຍຸດທະສາດເພີ່ມທະວີ” ເພື່ອແນໃສ່ຊຸກຍູ້ການຮ່ວມມືຢ່າງແຮງແລະຮອບດ້ານໃຫ້ຫຼາຍກ່ວາອີກ. ສອງຝ່າຍໄດ້ປະຕິບັດຄືແນວໃດ, ຂໍຮຽນທ່ານ?

ທ່ານເອກອັກຄະລັດຖະທູດ ໄທ: ກ່ອນອື່່ນໝົດ, ຂ້າພະເຈົ້າຮູ້ສຶກເປັນກຽດທີ່ໄດ້ມາຮັບໜ້າທີ່ເປັນເອກອັກຄະລັດຖະທູດ ໄທ ປະຈຳ ຫວຽດນາມໃນຊ່ວງເວລາທີ່ສຳຄັນ. ນັ້ນແມ່ນ, ສະເຫຼີມສະຫຼອງ ການສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ໄທ - ຫວຽດນາມ ຄົບຮອບ 45 ປີ. ໄທ ແລະ ຫວຽດນາມ ແມ່ນສອງປະເທດທຳອິດຢູ່ ອາຊຽນ ທີ່ໄດ້ສ້າງຄູ່ຮ່ວມມືຍຸດທະສາດໃນປີ 2013. ແລະປີ 2019, ສອງຝ່າຍໄດ້ຍົກລະດັບຂຶ້ນສູ່ການພົວພັນຄູ່ຮ່ວມມືຍຸດທະສາດເພີ່ມທະວີ. ແນ່ນອນວ່າ, ສິ່ງນີ້ໄດ້ພິສູດໃຫ້ເຫັນວ່າ ທັງສອງຝ່າຍລ້ວນແຕ່ຕີລາຄາສູງຄວາມສຳຄັນຂອງກັນ. ເລື່ອງເປັນຄູ່ຮ່ວມມືຍຸດທະສາດຈະຊ່ວຍໃຫ້ທັງສອງຝ່າຍພ້ອມກັນພັດທະນາ, ສ່ວນຄູ່ຮ່ວມມືຍຸດທະສາດເພີ່ມທະວີ ຈະຊ່ວຍໃຫ້ການພົວພັນຢ່າງຮອບດ້ານໃນທຸກດ້ານນັບແຕ່: ເສດຖະກິດ, ການເມືອງ, ສັງຄົມ, ປະຊາຊົນ, ວັດທະນະທຳ, ການສຶກສາ.ການພັດທະນາທຸກດ້ານນີ້ ແມ່ນບັນດາປັດໄຈ ເພື່ອພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດເພີ່ມທະວີ. ຂ້າພະເຈົ້າເຊື່ອໝັ້ນວ່າ ສອງປະເທດ ໄທ ແລະ ຫວຽດນາມ ມີພື້ນຖານສຳຄັນ ແລະ ຢ່າງແຮງແຕ່ຂັ້ນສຳຄັນທີ່ສຸດແມ່ນປະຊາຊົນ. ເມື່ອປະຊາຊົນມີຄວາມເຂົ້າໃຈ, ມີຄວາມຮັກແພງກັນ ແລະ ການສະໜິດຕິດພັນ ນັບແຕ່ວັດທະນະທຳ ຕະຫຼອດຮອດພູມີສາດການເມືອງຢ່າງໃກ້ຊິດສະໜິດສະໜົມ, ວັດທະນະທຳແບບແຜນການດຳລົງຊີວິດທີ່ຄ້າຍຄືກັນ… ຈະແມ່ນພື້ນຖານສຳຄັນເພື່ອພັດທະນາເຖິງລະດັບການນຳ. ທ່ານນາຍົກລັດຖະມົນຕີ ໄທ ປຣາຢຸດ ຈັນໂອຊາ ແລະ ທ່ານອະດີດນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ມີການພົວພັນຢ່າງໃກ້ຊິດສະໜິດສະໜົມ. ເມື່ອທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ໄປຢ້ຽມຢາມ ໄທ ໃນປີ 2013, ສອງປະເທດໄດ້ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ. ຫຼັງຈາກນັ້ນ, ການນຳສອງປະເທດ ກໍມີການຢ້ຽມຢາມພົບປະກັນເປັນປະຈຳ, ມີການພົບປະສອງຝ່າຍບົນເວທີປາໄສສາກົນ. ດັ່ງນັ້ນ, ຂ້າພະເຈົ້າມີຄວາມປະເອີບໃຈ ແລະ ເຊື່ອໝັ້ນວ່າ ການພົວພັນຂອງສອງປະເທດ ຈະສືບຕໍ່ພັດທະນາຢ່າງດີງາມ.

ນັກຂ່າວ: ກ່ຽວກັບການຮ່ວມມືດ້ານເສດຖະກິດການຄ້າ ຍາມໃດກໍ່ໄດ້ຮັບຖືວ່າແມ່ນໜຶ່ງໃນບັນດາຈຸດພົ້ນເດັ່ນຂອງການພົວພັນສອງປະເທດ. ສິ່ງນີ້ສະແດງໃຫ້ເຫັນດ້ວຍເລື່ອງໄທສືບຕໍ່ແມ່ນໜຶ່ງໃນ 10 ນັກລົງທຶນຕ່າງປະເທດແຖວໜ້າຢູ່ຫວຽດນາມແລະທັງສອງຝ່າຍລ້ວນແຕ່ມານະພະຍາຍາມມຸ່ງໄປເຖິງເປົ້າໝາຍ ນຳວົງເງິນການຄ້າສອງສົ້ນຂຶ້ນເຖິງ 25 ຕື້ USD ໃນປີ 2025. ທ່ານຕີລາຄາແນວໃດກ່ຽວກັບຄວາມສາມາດບົ່ມຊ້ອນນີ້ເພື່ອໃຫ້ທັງສອງຝ່າຍອາດຈະບັນລຸໄດ້ເປົ້າໝາຍນີ້?

ທ່ານເອກອັກຄະລັດຖະທູດ ໄທ: ເປົ້າໝາຍນີ້ແມ່ນສິ່ງທ້າທາຍ, ເປັນຕົ້ນແມ່ນໃນຂະນະທີ່ໄທ ແລະ ຫວຽດນາມ ພວມຕ້ອງປະເຊີນໜ້າກັບໂລກລະບາດໂຄວິດ - 19. ພວກເຮົາພວມມຸ່ງໄປເຖິງເປົ້າໝາຍ 1,6 – 2,5 ຕື້ USD. ພວກເຮົາມີຄວາມເປັນຫຼາຍຮູບແບບກ່ຽວກັບການລົງທຶນ ພໍ່ພຽງແຕ່ໃນຂົງເຂດອຸດສາຫະກຳແບບເກົ່າເທົ່ານັ້ນ ຫາກຍັງໃນອຸດສາຫະກຳແບບໃໝ່ອີກດ້ວຍ, ພື້ນຖານໃໝ່ກໍໄດ້ຮັບການໝູນໃຊ້.ປັດຈຸບັນ, ການແລກປ່ຽນການຄ້າເອເລັກໂຕນິກກໍ່ມີການພັດທະນາທີ່ສຸດ. ແລະ ໜຶ່ງໃນບັນດາສິ່ງທີ່ສຳຄັນທີ່ສຸດ ເພື່ອບັນລຸໄດ້ເປົ້າໝາຍນີ້ແມ່ນ ກໍ່ສ້າງລະບົບສະໜອງ (sullpy chain), ສ້າງການເຊື່ອມຕໍ່ລະຫວ່າງບັນດານັກສະໜອງ, ກໍ່ສ້າງການເຊື່ອມຕໍ່ໃນການຜະລິດ. ໄທ ແລະ ຫວຽດນາມ ອາດຈະເພີ່ມເຕີມໃຫ້ກັນ ໃນບັນດາຂົງເຂດເຊິ່ງແຕ່ລະຝ່າຍຈະປະຕິບັດ. ດັ່ງນັ້ນ, ສອງຝ່າຍອາດຈະເພີ່ມເຕີມກັນ ກ່ຽວກັບລະບົບເຊື່ອມຕໍ່ການສະໜອງການນຳໃຊ້, ສ້າງກຳລັງໜູນໃຫ້ພັດທະນາກ່ຽວກັບເສດຖະກິດ. ຂ້າພະເຈົ້າຄິດວ່າ ແນ່ນອນວ່າ ພວກເຮົາຈະບັນລຸ້ໄດ້ເປົ້າໝາຍ 25 ຕື້ USD ຫຼືອາດຈະຫຼາຍກ່ວານັ້ນ. ເຖິງວ່າ ໄລຍະນີ້ອາດຈະຊັກຊ້າໜ້ອຍໜຶ່ງຍ້ອນສະພາບການໂລກລະບາດໂຄວິດ - 19.

ນັກຂ່າວ: ປີ 2021, ສະພາບການໂລກລະບາດໂຄວິດ - 19 ໄດ້ກໍ່ຜົນສະທ້ອນບໍ່ແມ່ນໜ້ອຍຕໍ່ທຸກດ້ານໃນການດຳລົງຊີວິດສັງຄົມກໍ່ຄືການເຄື່ອນໄຫວພົວພັນແລກປ່ຽນການຄ້າລະຫວ່າງສອງປະເທດ. ເຖິງຢ່າງໃດກໍ່ຕາມ, ຍິ່ງຫຍຸ້ງຍາກລັດຖະບານສອງປະເທດຍິ່ງສະແດງໃຫ້ເຫັນນ້ຳໃຈ, ການແບ່ງປັນຊ່ວຍເຫຼືອເຊິ່ງກັນແລະກັນຢ່າງຈະແຈ້ງ. ສະນັ້ນ ບົດບາດຂອງການທູດປະຊາຊົນສຳລັບວຽກງານເພີ່ມທະວີນ້ຳໃຈມິດຕະພາບລະຫວ່າງ ຫວຽດນາມ - ໄທ  ໄດ້ມີຄວາມສຳຄັນຄືແນວໃດ, ຂໍຮຽນທ່ານ?

ທ່ານເອກອັກຄະລັດຖະທູດ ໄທ: ມະນຸດແມ່ນພື້ນຖານສຳຄັນທີ່ສຸດ. ດັ່ງນັ້ນ, ຫວຽດນາມ ແລະ ໄທ ຖືເປັນສຳຄັນການສະໜິດຕິດພັນ ລະຫວ່າງປະຊາຊົນສອງປະເທດ. ເມື່ອໂລກລະບາດໂຄວິດ - 19 ເກີດຂຶ້ນ, ໄທ ໄດ້ອອກຖະແຫຼງການຮ່ວມມືກັບ ຫວຽດນາມ ຈົນສຸດຄວາມສາມາດຂອງຕົນ, ການພົວພັນລະຫວ່າງ ປະຊາຊົນ ໄທ ແລະ ຫວຽດນາມ ໄດ້ມີການພົວພັນແຕ່ຫຼາຍປີມານີ້, ພວກເຮົາມີການພົວພັນຄືອ້າຍນ້ອງກັນ. ຊາວຫວຽດນາມ ອາໄສຢູ່ເຂດອີສານ ກັບ ຊາວໄທ ບໍ່ມີການຈຳແນກປະພຶດ. ເຂົາເຈົ້າໄດ້ດຳລົງຊີວິດນຳກັນຄືອ້າຍນ້ອງ. ແລະ ຫ່າງຈາກນີ້ບໍ່ດົນ, ພວກເຮົາໄດ້ຈັດຕັ້ງການສະເຫຼີມສະຫຼອງ 131 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ. ພວກເຮົາມີສະມາຄົມມິດຕະພາບ ໄທ - ຫວຽດນາມ, ສະມາຄົມມິດຕະພາບ ຫວຽດນາມ - ໄທ. ທຸກປີ, ພວກເຮົາລ້ວນແຕ່ມີລາຍການພົບປະແລກປ່ຽນຊາວໜຸ່ມ. ຂ້າພະເຈົ້າເຫັນວ່າ ລາຍການນີ້ ໄດ້ສ້າງຄວາມຜູກພັນທາງດ້ານວັດທະນະທຳ, ການສຶກສາ, ພາສາ ແລະ ໃນຫຼາຍຂົງເຂດຕ່າງໆ. ຂ້າພະເຈົ້າເຊື່ອໝັ້ນວ່າ, ເມື່ອການນຳໄປຢ້ຽມຢາມກັນ, ການພົວພັນປະຊາຊົນຈະນັບມື້ນັບໃກ້ຊິດຕິດແທດ ແລະ ພົວພັນນຳກັນຫຼາຍກ່ວາອີກ.

ນັກຂ່າວ: ໃນອາຍຸການປະຕິງານຢູ່ຫວຽດນາມຂອງຕົນ, ທ່ານຈະມີທິດທາງບຸລິມະສິດໃດເພື່ອນຳການພົວພັນ 2 ປະເທດໃຫ້ນັບມື້ນັບໝັ້ນແກ່ນແລະພັດທະນາ?

ທ່ານເອກອັກຄະລັດຖະທູດ ໄທ: ຂ້າພະເຈົ້າຖືເປັນສຳຄັນທຸກຂົງເຂດ, ທຸກແງ່ມູມລ້ວນແຕ່ຄືກັນ. ຂ້າພະເຈົ້າຕັ້ງຈຸດສຸມແມ່ນການພົວພັນຄູ່ຮ່ວມມືຍຸດທະສາດເພີ່ມທະວີ. ເມື່ອພວກເຮົາຕັ້ງເປົ້າໝາຍນີ້ຢູ່ແຖວໜ້າ, ພວກເຮົາຄວນພັດທະນາ ແລະ ຖືເປັນສຳຄັນທຸກດ້ານ: ກ່ຽວກັບດ້ານການເມືອງ, ຂ້າພະເຈົ້າຕັດສິນໃຈນຳບັນດາກົນໄກປຶກສາຫາລືຢູ່ຂັ້ນຫ້ອງການກະຊວງ, ຂັ້ນລັດຖະມົນຕີກະຊວງການຕ່າງປະເທດ, ຮອງນາຍົກລັດຖະມົນຕີ ແລະ ນາຍົກລັດຖະມົນຕີ ທີ່ໄດ້ດຳເນີນຖືກຕາມການຄາດຄະເນຜ່ານການຮູບແບບ Hybrid, ອອນໄລ ຫຼື Physical. ກ່ຽວກັບການຄ້າ, ຂ້າພະເຈົ້າຕັດສິນໃຈປະຕິບັດເປົ້າໝາຍ ເຊິ່ງພວກເຮົາໄດ້ວາງອອກແມ່ນບັນລຸໄດ້ 25 ຕື້ USD ໃນປີ 2025. ຂ້າພະເຈົ້າເຊື່ອໝັ້ນວ່າ ປີນີ້ກໍ່ແມ່ນປີສຳຄັນ, ພວກເຮົາຮ່ວມມືກ່ຽວກັບຝ່າຍເອກະຊົນ. ຝ່າຍເອກະຊົນໄທ ໄດ້ສ້າງສະມາຄົມການຄ້າ, ການລົງທຶນ ໄທ - ຫວຽດນາມ. ນີ້ແມ່ນຂີດໝາຍສຳຄັນໃນການພົວພັນດ້ານເສດຖະກິດ. ດ້ວຍບົດບາດແມ່ນພາກ

ນັກຂ່າວ: ຂໍຂອບໃຈທ່ານເອກອັກຄະລັດຖະທູດ

ຕອບກັບ