ແຂວງ ນິງຖ້ວນ - ສະຖານທີ່ທ່ອງທ່ຽວທີ່ດູດດື່ມ ຢູ່ຕອນໃຕ້ພາກກາງ

Ngoc Anh
Chia sẻ
(VOVWORLD) -ໂດຍຖືກນອນຢູ່ເຂດແຄມທະເລຕອນໃຕ້ພາກກາງ ຫວຽດນາມ, ນິງຖ້ວນ ແມ່ນດິນແດນທີ່ເຕັມໄປດ້ວຍແສງແດດ ແລະ ລົມແຮງ ຖືກທຳມະຊາດດົນບັນດານຮູບພາບທີ່ກົມກຽວ ລະຫວ່າງເຂດທົ່ງພຽງ ໂນນພູ ແລະ ທະເລ. ແຂວງ ນິງຖ້ວນ ມີພື້ນຖານວັດທະນະທຳຫຼາຍຮູບຫຼາຍສີ ເປັນເອກະລັກ ເປັນຕົ້ນແມ່ນຄຸນຄ່າທາງດ້ານວັດທະນະທຳເຜົ່າຈຳ ເຊິ່ງແມ່ນເງື່ອນໄຂສະດວກສຳລັບການພັດທະນາການທ່ອງທ່ຽວ
ແຂວງ ນິງຖ້ວນ - ສະຖານທີ່ທ່ອງທ່ຽວທີ່ດູດດື່ມ ຢູ່ຕອນໃຕ້ພາກກາງ - ảnh 1ແຂກທ່ອງທ່ຽວຢ້ຽມຊົມບ້ານອາຊີບຕ່ຳແຜ່ນແພພື້ນເມືອງ ໝີຫງຽບ

      ແຂວງ ນິງຖ້ວນ ດ້ວຍຝັ່ງທະເລຍາວກວ່າ 100 ກິໂລແມັດ ມີສາຍພູສູງພົ້ນອອກສູ່ທະເລ ອັນໄດ້ສ້າງເປັນທະເລຂຽວ, ມີຫາດຊາຍຂາວ ແລະ ສວຍງາມ. ພິເສດອ່າວ ຫວິງຮີ ໄດ້ຮັບການຢັ້ງຢືນ ແມ່ນໜຶ່ງໃນຈຳນວນ 8 ອ່າວ ທີ່ສວຍງາມທີ່ສຸດຢູ່ ຫວຽດນາມ ແລະ ໄດ້ກາຍເປັນໜຶ່ງຈຳນວນ 9 ເຂດນິເວດທຳມະຊາດໂລກ.  ນີ້ແມ່ນກຸ່ມທຳມະຊາດທີ່ຮົກເຮື້ອ ດ້ວຍສາມດ້ານແມ່ນພູຜາປ່າໄມ້ອ້ອມຮອບ ແລະ ດ້ານໜຶ່ງແມ່ນທະເລທີ່ກວ້າງໃຫຍ່ໄພສານ. ຫາດຊາຍທະເລ ນິງຈື໊ ກໍ່ແມ່ນໜຶ່ງໃນຈຳນວນ 9 ຫາດຊາຍທະເລທີ່ສວຍມງາມທີ່ສຸດຂອງ ຫວຽດນາມ ດ້ວຍນ້ຳທະເລໃສຂຽວເຢັນ, ຊາຍຂາວແຫຼກງາມ. ນີ້ແມ່ນທ່າໄດ້ປຽບເພື່ອໃຫ້ແຂວງ ນິງຖ້ວນ ພັດທະນາ ການທ່ອງທ່ຽວທະເລ, ທ່ອງທ່ຽວທຳມະຊາດ ແລະ ພັກຜ່ອນບຳລຸງສຸຂະພາບ.

         ແຂວງ ນິງຖ້ວນໃນປັດຈຸບັນມີ 2 ມໍລະດົກວັດທະນະທຳບໍ່ເປັນວັດຖຸ ໄດ້ຮັບການຮັບຮອງຈາກອົງການ Unesco ແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸ ເປັນຕົວແທນຂອງມວນມະນຸດ ຄວນໄດ້ຮັບການຮັກສາດ່ວນ ນັ້ນແມ່ນງານບຸນ ກາເຕ ແລະ ອາຊີບເຮັດເຄື່ອງປັ້ນດິນເຜົາຢູ່ໝູ່ບ້ານ ເບົ່າຈຸກ, ໜຶ່ງເຂດນິເວດທຳມະຊາດໂລກ ຄື ປ່າສະຫງວນແຫ່ງຊາດ ພູຈົ໊ວ, ສອງປູຊະນີຍະສະຖານລະດັບຊາດພິເສດຄື ທາດໂປກຣົງກຣາຍ ແລະ ທາດຮວ່າລາຍ. ນິງຖ້ວນ ຍັງໄດ້ຮັບການເຊີດຊູແມ່ນໜຶ່ງໃນຈຳນວນ 21 ແຂວງ ແລະ ນະຄອນມີສິລະປະຂັບເດີນກະຕາຍຕື໋ພາກໃຕ້  ເຊິ່ງ Unesco ໄດ້ຮັບຮອງແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸ ເປັນຕົວແທນຂອງມວນມະນຸດ. ທ່ານ ວັນກົງຮວ່າ ຮອງຫົວໜ້າພະແນກວັດທະນະທຳ ກິລາ ແລະ ທ່ອງທ່ຽວ ແຂວງ ນິງຖ້ວນ ໃຫ້ຮູ້ວ່າ:

        “ແຂວງ ນິງຖ້ວນ ເປັນທີ່ຮູ້ຈັກກັນດີ ຍ້ອນມີບັນດາມໍລະດົກວັດທະນະທຳຫຼາຍແຫ່ງໃນທົ່ວປະເທດ. ນິງຖ້ວນ ແມ່ນດິນແດນເຕົ້າໂຮມຈຸດວັດທະນະທຳທີ່ເປັນເອກະລັກຂອງຊາວເຜົ່າ ກິງ, ເຜົ່າຮວາ, ເຜົ່າຈຳ... ມາຮອດແຂວງ ນິງຖ້ວນ ແຂກທ່ອງທ່ຽວອາດຈະແວ່ຍາມທາດໂປກຣົງກຣາຍ ທີ່ເກົ່າແກ່ ໄດ້ເຊື່ອມຕົວເຂົ້າກັບງານບຸນ ກາເຕ ທີ່ເປັນເອກະລັກ, ແວ່ຢາມໝູ່ບ້ານອາຊີບເຮັດເຄື່ອງປັ້ນດິນເຜົາ ເບົ່າຈຸກ ທີ່ເກົ່າແກ່ທີ່ສຸດຢູ່ອາຊີຕາເວັນອອກສຽງໃຕ້, ໄປຢ້ຽມຊົມໝູ່ບ້ານອາຊີບຕ່ຳແຜ່ນແພພື້ນເມືອງ ໝີຫງຽບ”.

         2 ປູຊະນີຍະສະຖານລະດັບຊາດພິເສດ ຄື ທາດຮວາລາຍ ແລະ ທາດໂປກຣົງກຣາຍ  ແມ່ນບັນດາທາດຈຳທີ່ມີມາກ່ອນນີ້ຫຼາຍພັນປີ ແລະ ມີຄຸນຄ່າວັດທະນະທຳປະຫວັດສາດສິລະປະ ປະຕິມາກຳ ຍອດສູງ. ນີ້ແມ່ນຜະລິດຕະພັນປະຕິມາກຳທີ່ໂດດເດັ່ນຂອງເຜົ່າຈຳ ແຕ່ທ້າຍສະຕະວັດທີ XIII – XIV.ໃນນັ້ນ ທາດໂປກຣົງກຣາຍ ຢູ່ນະຄອນ ຟາຣາງ - ທາດຈຳ ໄດ້ຮັບຖືວ່າແມ່ນໜຶ່ງໃນບັນດາສັນຍາລັກໃນແຂວງ ນິງຖ້ວນ. ທ່ານ ແທັ່ງໃຍ໋ ຮອງຜູ້ອຳນວຍການຫໍພິພິທະພັນແຂວງ ນິງຖ້ວນ ໃຫ້ຮູ້ວ່າ:

      “ທາດໂປກຣົງກຣາຍ ແມ່ນກິດຈະກຳສະຖາປັດຕະຍະກຳ ສິລະປະກຳທາດຈຳ ຍັງຄົງຮັກສາໄວ້ເໝືອນເດີມ ດ້ວຍລະບົບທາດຈຳໃນປັດຈຸບັນ. ພາຍຫຼັງທີ່ທ່ານນາຍຍົກລັດຖະມົນຕີເຊັນຂໍ້ຕົກລົງຮັບຮອງທາດນີ້ແມ່ນປູຊະນີຍະສະຖານລະດັບຊາດພິເສດນັ້ນ,ຈຳນວນແຂກທ່ອງທ່ຽວໄດ້ມາຢ້ຽມຊົມທັດສະນະສຶກສານັບມື້ນັບຫຼາຍຂຶ້ນ”.

      ມາຢາມແຂວງ ນິງຖ້ວນແຂກທ່ອງທ່ຽວຈະໄດ້ເຂົ້າຮ່ວມການບໍລິການທ່ອງທ່ຽວທີ່ເປັນເອກະລັກ ແລະ ດູດດື່ມ. ເຂດທ່ອງທ່ຽວ ຕານຢູລີ ຕັ້ງຢູ່ເມືອງ ຖ້ວນນາມ ຫ່າງຈາກນະຄອນ ຟານຣາງ - ທາດຈຳ ປະມານ 30 ກິໂລແມັດ ໄປທາງທິດໃຕ້ ນີ້ແມ່ນເຂດທ່ອງທ່ຽວທຳອິດຢູ່ ຫວຽດນາມຖືກເຮັດຕາມຮູບແບບການດຳລົງຊີວິດແບບເລື່ອນລອຍຂອງຊາວ ມົງໂກນ. ອ້າຍ ເລແທັງຫ໋າຍ ແຂກທ່ອງທ່ຽວນະຄອນ ຟານທຽດ ແຂວງ ນິງຖ້ວນ ເປີດເຜີຍວ່າ:

   “ເຂດທ່ອງທ່ຽວ ຕານຢູລີ ມີທັດຊະນີຍະພາບປຽບເໝືອນເຂດພູພຽງຢູ່ມົງໂກນ ທີ່ເປັນໜ້າປະທັບໃຈທີ່ສຸດ. ບັນດາຕູບ ມົງໂກນ ເຮັດດ້ວຍມືມີລວດລາຍ ຖືກປະດັບປະດາຕາມສີສັນວັດທະນະທຳຂອງຊາວ ມົງໂກນ. ໂນນຊາຍຢູ່ແຫ່ງນີ້ ແມ່ນສວຍງາມ, ທະເລດ້ວຍນ້ຳຂຽວໃສເຢັນ ພ້ອມທັງມີການບໍລິການລະຫຼິ້ນຫຼາຍຢ່າງ”.

         ເມື່ອມາທ່ຽວຊົມຢູ່ເຂດທ່ອງທ່ຽວ ຕານຢູລີ ອ້າຍ ຕານຢູນຢີ ແຂກທ່ອງທ່ຽວ ມາເລເຊຍ ໃຫ້ຮູ້ວ່າ:

       “ທິວທັດທຳມະຊາດຢູ່ນີ້ງົດງາມ ແລະ ຂອງກິນເຄື່ອງດື່ມຢູ່ນີ້ກໍ່ແຊບທີ່ສຸດ. ຂ້າພະເຈົ້າຊົມຊອບ ແລະ ຮູ້ສຶກວ່າຢູ່ແຫ່ງນີ້ປຽບເໝືອນ ມາເລເຊຍ”.

       ດ້ວຍທິວທັດທຳມະຊາດຮົກເຮື້ອ ພ້ອມກັບບັນດາປູຊະນີຍະສະຖານປະຫວັດສາດວັດທະນະທຳ ຫຼາຍຮູບຫຼາຍສີ ອຸດົມສົມບູນ, ແຂວງ ນິງຖ້ວນ ແມ່ນສະຖານທີ່ທ່ອງທ່ຽວທີ່ຈັບໃຈ ດຶງດູດແຂກທ່ອງທ່ຽວທັງຢູ່ໃກ້ ແລະ ໄກ.

ຕອບກັບ