ເສົາຫຼັກໝາຍຊາຍແດນຢູ່ກາງເດີ່ນເຮືອນ ເຊິ່ງແມ່ນຂອງປະເສີດຂອງພໍ່ແມ່ພີ່ນ້ອງເຜົ່າຢ້າວ ຮຸ່ງແປງ

Vinh Phong
Chia sẻ
(VOVWORLD) -ບົນເສັ້ນທາງໄປຄົ້ນຫາຢູ່ ຫວຽດນາມ ແຂກທ່ອງທ່ຽວກໍ່ເຄີຍເຫັນເສົາຫຼັກໝາຍຢູ່ເຂດຊາຍແດນ ຖືກຕັ້ງຢູ່ທ່າມກາງເຂດພູຜາປ່າໄມ້ທີ່ກວ້າງໃຫຍ່ໄພສານ ຫຼື ຢູ່ດ່ານຊາຍແດນຕ່າງໆ. ເສົາຫຼັກໝາຍທັງຢັ້ງຢືນອະທິປະໄຕຂອງປະເທດຊາດ ທັງຢັ້ງຢືນບາດກ້າວຍ່າງປົກປັກຮັກສາອະທິປະໄຕ ຂອງບັນດານັກຮົບປ້ອງກັນຊາຍແດນ ແລະ ຊາວທ້ອງຖິ່ນ. ຢູ່ແຂວງ ລາຍເຈົາ ກໍ່ມີບັນດາເສົາຫຼັກໝາຍຢູ່ຊາຍແດນ ຫວຽດນາມ - ຈີນ  ເຊິ່ງຖືກຕັ້ງຢູ່ກາງເດີ່ນເຮືອນຂອງພໍ່ແມ່ພີ່ນ້ອງເຜົ່າຢ້າວ ແລະ ຖືກຊາວທ້ອງຖິ່ນປົກປັກຮັກສາປຽບເໝືອນທີ່ຕັ້ງ ທີ່ສັກກາລະບູຊາທີ່ສຸດໃນໝູ່ບ້ານ
ເສົາຫຼັກໝາຍຊາຍແດນຢູ່ກາງເດີ່ນເຮືອນ ເຊິ່ງແມ່ນຂອງປະເສີດຂອງພໍ່ແມ່ພີ່ນ້ອງເຜົ່າຢ້າວ ຮຸ່ງແປງ - ảnh 1ບ້ານ ຮູ່ງແປງ ມີການປ່ຽນແປງພາຍຫຼັງທີ່ໄດ້ສ້າງຕັ້ງມາເປັນ 18 ປີ

     ດ້ວຍເສັ້ນຊາຍແດນ ຫວຽດນາມ - ຈີນ ລວມຄວາມຍາວກວ່າ 265 ກິໂລແມັດ, ໃນຊຸມປີທີ່ຜ່ານມາ ຄວາມສະໝັກໃຈແບກຫາບການເວນຍາມເສົາຫຼັກໝາຍເສັ້ນຊາຍແດນ ໄດ້ກາຍເປັນຂະບວນການທີ່ກວ້າງໃຫຍ່ ໃນໝູ່ປະຊາບັນດາເຜົ່າສ່ວນໜ້ອຍໃນແຂວງ ລາຍເຈົາ. ບ້ານ ຮຸ່ງແປງ ຕາແສງ ມາລີຟໍ ເມືອງ  ຟອງໂຖ ແຂວງ ລາຍເຈົາ ກໍ່ແມ່ນແຫ່ງດຳລົງຊີວິດຂອງພໍ່ແມ່ພີ່ນ້ອງເຜົ່າຢ້າວ  ແລະ ທັງແມ່ນແຫ່ງທີ່ມີເສົາຫຼັກໝາຍພິເສດຢູ່ເດີ່ນເຮືອນຂອງປະຊາຊົນ. ເສັ້ນຊາຍແດນລະຫວ່າງ ຫວຽດນາມ - ຈີນ ຢູ່ແຫ່ງນີ້ຖືກແບ່ງກຳນົດດ້ວຍຫ້ວຍໃຫຍ່ ປ່ານ້ຳກຸ່ມ. ສິ່ງທີ່ພິເສດຢູ່ເຂດຊາຍແດນແຫ່ງນີ້ ກໍ່ມີສອງເສົາຫຼັກໝາຍ 67 (1)      ຢູ່ເບື້ອງຈີນ ແລະ 67 (2) ຢູ່ເບື້ອງ ຫວຽດນາມ. ພັນຕີ ຫງວຽນຮວ່າງຊວຽນ ສັງກັດປ້ອມປ້ອງກັນຊາຍແດນ ດ່ານຊາຍແດນ ມາລູທ່າງ ເມືອງ ຟອງໂຖ ໃຫ້ຮູ້ວ່າ:

    “ໃນເມື່ອກ່ອນຢູ່ແຫ່ງນີ້ ແມ່ນຮົກເຮື້ອເປົ່າຫວ່າງ ພຽງແຕ່ຢູ່ເບື້ອງ ຈີນ ມີບ້ານລວມມີເຮືອນປະມານ 10 ຫຼັງ ສ່ວນຢູ່ເບື້ອງ ຫວຽດນາມ ແມ່ນຍັງບໍ່ທັນມີ. ຊ່ວງເວລານັ້ນເສັ້ນຊາຍແດນທາງເບື້ອງ ຈີນ ຍັງບໍ່ທັນເຮັດຮົ້ວ ຍັງຄົງສາມາດໄປມາໄດ້ຢ່າງສະດວກສະບາຍ”.

     ປີ 2005ກຳລັງທະຫານປ້ອງກັນຊາຍແດນແຂວງ ລາຍເຈົາ ພ້ອມກັບອຳນາດການປົກຄອງທ້ອງຖິ່ນໄດ້ໜູນຊ່ວຍ 27 ຄອບຄົວເຜົ່າຢ້າວຍົກຍ້າຍໄປບ່ອນໃໝ່. ຢູ່ທີ່ນີ້ປະຊາຊົນໄດ້ຮັບການຊ່ວຍເຫຼືອຈາກພະນັກງານຕາແສງ ແລະ ທະຫານປ້ອງກັນຊາຍແດນ ໃນການປຸກເຮືອນສ້າງບ້ານ ຮຸ່ງແປງ ຄືໃນວັນນີ້. ລຸງ ເຕິ່ນວັນຝູ໋ ຊາວບ້ານ ຮຸ່ງແປງ ແບ່ງປັນວ່າ:

       “ເສົາຫຼັກໝາຍເມື່ອກ່ອນນີ້ກໍ່ມີຢູ່ ແຕ່ບໍ່ມີຜູ້ມາເຝົ້າຍາມຮັກສາ ບໍ່ງາມຄືໃນປັດຈຸບັນ. ກຳລັງປ້ອງກັນຊາຍແດນກໍ່ກິນກໍຢູ່ພ້ອມກັບປະຊາຊົນ ແລະ ດິນແດນຂອງຕົນກໍ່ຕ້ອງປົກປັກຮັກສາໄວ້”.

ເສົາຫຼັກໝາຍຊາຍແດນຢູ່ກາງເດີ່ນເຮືອນ ເຊິ່ງແມ່ນຂອງປະເສີດຂອງພໍ່ແມ່ພີ່ນ້ອງເຜົ່າຢ້າວ ຮຸ່ງແປງ - ảnh 2ກຳລັງລາດຕະເວນ ເຄົາລົບ ເສົາຫຼັກໝາຍ 67

     ນັບແຕ່ເມື່ອສ້າງບ້ານໃໝ່, ເສົາຫຼັກໝາຍ 67 (2) ກໍ່ໄດ້ຮັບການບູລະນະໃຫ້ສວຍງາມ ແລະ ປາກົດຕົວຢູ່ກາງເດີ່ນເຮືອນຂອງອ້າຍ ແຕ່ວວັນຢຶ. ກວ່າ 20 ປີທີ່ເສົາຫຼັກໝາຍໄດ້ຮັບການກໍ່ຕັ້ງຂຶ້ນ, ເກືອບ 18 ປີທີ່ພໍ່ແມ່ພີ່ນ້ອງໄດ້ສ້າງບ້ານ ຮູ່ງແປງ, ເສົາຫຼັກໝາຍນີ້ ໄດ້ຮັບຖືຈາກພໍ່ແມ່ພີ່ນ້ອງຊາວບ້ານວ່າແມ່ນຂອງປະເສີດ. ຫຼາຍປີມານີ້ພໍ່ແມ່ພີ່ນ້ອງໄດ້ສ້າງກົດລະບຽບຂອງໝູ່ບ້ານ ເພື່ອພ້ອມກັນຄຸ້ມຄອງເສັ້ນຊາຍແດນ ແລະ ເວນຍາມຮັກສາເສົາຫຼັກໝາຍພິເສດນີ້.  ທ່ານ ຫຼີເຢົາຟຸ່ງ ເລຂາໜ່ວຍພັກທັງເປັນນາຍບ້ານ ຮຸ່ງແປງ ຕາແສງ ມາລີຟໍ ໃຫ້ຮູ້ວ່າ:

      “ພໍ່ແມ່ພີ່ນ້ອງຊາວບ້ານ ໄດ້ສະໝັກໃຈ ແລະ ພັດປ່ຽນກັນເຮັດອະນາໄມ ແລະ ຖາງກ້ຽງເສັ້ນຊາຍແດນເສົາຫຼັກໝາຍນີ້. ພິເສດ ຫຼາຍປີມານີ້ຊາວຈີນກໍ່ບໍ່ມາເບື້ອງນີ້ ເປົ້າໝາຍຂ້າມຊາຍແດນມານີ້ກໍ່ບໍ່ມີອີກແລ້ວ. ຈາກນັ້ນຊາວບ້ານມີຄວາມໝັ້ນໃຈອອກແຮງງານທຳການຜະລິດ ເພື່ອພັດທະນາເສດຖະກິດ”.

     ຈາກ 27 ຄອບຄົວເບື້ອງຕົ້ນ ມາຮອດປັດຈຸບັນບ້ານ ຮຸ່ງແປງ ໄດ້ມີ 36 ຄອບຄົວ ດ້ວຍພົນລະເມືອງເກືອບ 250 ຄົນ. ເຮືອນໃໝ່ທີ່ໃຫຍ່ໂຕຫຼາຍຫຼັງໄດ້ຖືກປຸກສ້າງ, ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບພັດທະນາດີຂຶ້ນ. ເສົາຫຼັກໝາຍ 67 (2) ຍັງຄົງສະຫງ່າຜ່າເຜີຍປຽບເໝືອນຄຳໝັ້ນໝາຍທີ່ສັດຊື່ ຂອງພໍ່ແມ່ພີ່ນ້ອງຊາວບ້ານຕໍ່ອະທິປະໄຕ ທີ່ສັກກາລະບູຊາຂອງປະເທດຊາດ. ທ່ານ ເຕິ່ນເວີນຝູ໋ ແບ່ງປັນວ່າ:

    “ປັດຈຸບັນມີພັກ ລັດປົກປ້ອງ, ລູກຫຼານໄດ້ໄປໂຮງຮຽນ ຂ້າພະເຈົ້າຮູ້ສຶກອຸ່ນອ່ຽນໃຈທີ່ສຸດ. ປັດຈຸບັນພໍ່ແມ່ພີ່ນ້ອງຊາວບ້ານຕ້ອງພະຍາຍາມຮັກສາ ເພື່ອພ້ອມກັນປົກປັກຮັກສາປະເທດຊາດ”.

       ແຕ່ລະປີ ເມື່ອມີງານບຸນ, ບຸນປີໃໝ່ວຽນມາ,... ພໍ່ແມ່ພີນ້ອງເຜົ່າຢ້າວຢູ່ເມືອງ ມາລີຟໍ ພັດພາກັນມາເຕົ້າໂຮມຢູ່ບໍລິເວນເສົາຫຼັກໝາຍເລກ 67 (2) ເພື່ອຢ້ຽມຢາມ ແລະ ຖວາຍດອກໄມ້, ໄຕ້ທູບທຽນອາໄລຫາພະນັກງານ, ນັກຮົບ ແລະ ຊາວ ຮຸ່ງແປງ ທີ່ໄດ້ເສຍສະຫຼະຊີວິດເພື່ອເອກະລາດ, ອິດສະຫຼະພາບຂອງປະເທດຊາດ. ພໍ່ແມ່ພີ່ນ້ອງຍັງສຳນຶກວ່າ ເສົາຫຼັກໝາຍທີ່ໄດ້ຮັບການກໍ່ສ້າງດ້ວຍເລືອດເນື້ອ ຂອງກອງທັບ ແລະ ປະຊາຊົນ ຫວຽດນາມ ຊຶ່ງແມ່ນບັນດາຜູ້ທີ່ໄດ້ເສຍສະຫຼະຊີວິດເພື່ອປົກປັກຮັກສາປະເທດຊາດ. ດ້ວຍຈິດໃຈຮັກຊາດ, ປະຊາຊົນ ຢູ່ແຫ່ງນີ້ ຫວັງສາມັກຄີກັນ ເພື່ອປົກປັກຮັກສາອະທິປະໄຕຂອງປະເທດຊາດໃຫ້ໝັ້ນຄົງໜັກແໜ້ນ. 

ຕອບກັບ