ເລື່ອງລາວກ່ຽວກັບທຸງຊາດຢູ່ເກາະ ໂກໂຕ ເອົາມາຈາກສຸສານປະທານ ໂຮ່ຈີມິນ

Vinh Phong
Chia sẻ
(VOVWORLD) -ໂກໂຕ ແມ່ນເມືອງເກາະໃນແຂວງ ກວ໋າງນິງ  ຫ່າງຈາກດິນຕໍ່ແຜ່ນ 100 ກວ່າກິໂລແມັດ ດ້ວຍເກາະນ້ອຍໃຫຍ່ຫຼາຍກວ່າ 40 ໜ່ວຍ. ແຕ່ລະເທື່ອເມື່ອເດີນທະເລໄປຍັງ ໂກໂຕ ແຂກທ່ອງທ່ຽວກໍ່ລ້ວນແຕ່ມີຄວາມຕື້ນຕັນໃຈ ເມື່ອໄດ້ຮັບຊົມອຸນະສາວະລີປະທານ ໂຮ່ຈີມິນ, ຢ້ຽມຢາມເຂດອະນຸສອນສະຖານປະທານ ໂຮ່ຈີມິນ ແລະ ຍິ່ງມີຄວາມເອກອ້າງທະນົງໃຈຫຼາຍກວ່າ ເມື່ອໄດ້ເຂົ້າຮ່ວມພິທີຊັກທຸງຊາດ ໃນທ່າມກາງທະເລທ້ອງຟ້າເຂດຕາເວັນອອກສ່ຽງເໜືອ
 ເລື່ອງລາວກ່ຽວກັບທຸງຊາດຢູ່ເກາະ ໂກໂຕ ເອົາມາຈາກສຸສານປະທານ ໂຮ່ຈີມິນ - ảnh 1ພິທີຊັກທຸງຊາດຢູ່ສະໜາມຫຼວງເຂດອະນຸສອນສະຖານປະທານໂຮ່ຈິມິນທີ່ເກາະໂກໂຕ

    ວັນທີ 19 ພຶດສະພາ ປີ 1961, ທ່ານປະທານ ໂຮ່ຈີມິນ ໄດ້ລົງຢ້ຽມຢາມເກາະ ໂກໂຕ ແລະ ເພິ່ນໄດ້ມີການໂອ້ລົມກັບພະນັກງານນັກຮົບ ແລະ ປະຊາຊົນຢູ່ເກາະ. ໂດຍເລີ່ມມາຈາກຄວາມສຳຄັນ ແລະ ທີ່ຕັ້ງຍຸດທະສາດ ພັດທະນາເສດຖະກິດ, ຮັບປະກັນເຂດນ່ານທະເລ ອະທິປະໄຕຂອງປະເທດຊາດ ພ້ອມກັບນ້ຳໃຈຄວາມຮັກແພງພິເສດຂອງເພິ່ນ ທີ່ສະຫງວນໃຫ້ ໂກໂຕ ແລະ ປະຕິບັດຕາມຄວາມຫວັງຂອງກອງທັບ ແລະ ປະຊາຊົນໃນເກາະ, ທ່ານປະທານ ໂຮ່ຈີມິນ ໄດ້ເຫັນດີ ອະນຸຍາດໃຫ້ຕັ້ງຮູບປັ້ນຂອງຕົນຢູ່ເກາະໃນຂະນະທີ່ເພິ່ນຍັງມີຊີວິດຢູ່. ວັນທີ 19 ພຶດສະພາ ປີ 1968 ເມືອງ ເກາະໂກໂຕ ໄດ້ເປີດສະຫຼອງຮູບປັ້ນປະທານ ໂຮ່ຈີມິນ ຢູ່ບ່ອນທີ່ເພິ່ນຢືນໂອ້ລົມກັບກອງທັບ ແລະ ປະຊາຊົນໃນເກາະເມື່ອກ່ອນນີ້                    ໃນຂະນະນັ້ນເສົາທຸງຢູ່ເມືອງ ເກາະໂກໂຕ ໄດ້ຮັບການກໍ່ສ້າງເມື່ອວັນທີ 14 ມີນາ ປີກາຍນີ້. ກິດຈະກຳໂດຍມະຫາວິທະຍາໄລຄົມມະນາຄົມຂົນສົ່ງຮັບຜິດຊອບ ສົມທົບກັບກອງບັນຊາການກຳລັງປ້ອງກັນສຸສານປະທານ ໂຮ່ຈີມິນ ກໍ່ສ້າງ ແລະ ມອບໃຫ້ເມືອງເກາະເປັນຂອງຂວັນ. ທ່ານນາງ ຫງວຽນທິແທັງຖາຍ ເລຂາຄະນະພັກ ປະທານຄະນະກຳມະການປະຊາຊົນຕາແສງ ເກາະແທັງເລິນ ເມືອງ ໂກໂຕ ແບ່ງປັນວ່າ ໃນຄ່ຳຄືນວັນທີ 19 ເມສາ ປີກາຍນີ້ ໃນພິທີລົດທຸງຖືກຈັດຂຶ້ນຢ່າງສົມກຽດຢູ່ສະໜາມ ຫຼວງ ບາດິ່ງ, ຕໍ່ໜ້າດວງວິນຍານຂອງປະທານ ໂຮ່ຈີມິນ, ທຸງຊາດຢູ່ສະໜາມຫຼວງ ບາດິ່ງ ກວ້າງ 4,5 ແມັດ ຍາວ 6,2 ແມັດ ຄ່ອຍໆຖືກລົດລົງ ແລະ ພົນຈັດຕະວາ ບຸຍຫ໋າຍເຊີນ ຫົວໜ້າກອງບັນຊາການກຳລັງປ້ອງກັນສຸສານປະທານ ໂຮ່ຈີມິນ ໄດ້ມອບໃຫ້ປະທານຄະນະກຳມະການປະຊາຊົນເມືອງ ໂກໂຕ ຫງວຽນຫວຽດຢຸ໊ງ ຊຶ່ງແມ່ນຜູ້ຕາງໜ້າຂອງກອງທັບ ແລະ ປະຊາຊົນເມືອງເກາະ ໂກໂຕ. ທ່ານນາງ ຫງວຽນທິແທັງຖາຍ ເວົ້າວ່າ:

     “ການຕ້ອນຮັບທຸງຊາດຈາກສຸສານປະທານ ໂຮ່ຈີມິນ ມາແຂວນຢູ່ ໂກໂຕ ກໍ່ແມ່ນຄວາມເອກອ້າງທະນົງໃຈ ແລະ ຄວາມຮັບຜິດຊອບສະແດງໃຫ້ເຫັນເຈດຈຳນົງ ແລະ ຄວາມມຸ່ງຫວັງຂອງປະຊາຊົນໃນເກາະ ໂດຍເຫັນປະຈັກຕາທຸງຊາດປິວສະບັດເທິງເສົາທຸງ ບາດິ່ງ ອີກຄັ້ງໜຶ່ງປິວສະບັດເທິງເສົາທຸງອະທິປະໄຕຂອງ ໂກໂຕ, ຄວາມຮູ້ສຶກທີ່ແຕກຕ່າງໃນຈິດໃຈຂອງຂ້າພະເຈົ້າໄດ້ຖືກເພີ່ມຫຼາຍຂຶ້ນ ເຫັນວ່າທຸງຊາດຜືນນັ້ນກໍ່ມີທັງຄວາມຮັກຂອງນະຄອນຫຼວງ ຮ່າໂນ້ຍ ແລະ ທົ່ວປະເທດທີ່ສະຫງວນໃຫ້ແກ່ທະເລ ເກາະໂກໂຕ”.

     ວັນທີ 26 ເມສາ ປີກາຍນີ້ ເມືອງ ໂກໂຕ ໄດ້ຈັດພິທີເປີດສະຫຼອງເສົາທຸງຊາດ ເນື່ອງໃນໂອກາດສະເຫຼີມສະຫຼອງ 61 ປີແຫ່ງວັນທ່ານປະທານ ໂຮ່ຈີມິນ ລົງຢ້ຽມຢາມ ໂກໂຕ. ຈາກນັ້ນ ພິທີເຄົາລົບທຸງຊາດທີ່ສັກກາລະບູຊາໄດ້ຖືກຈັດຂຶ້ນໃນວັນຈັນແຕ່ລະອາທິດ, ພິທີລົດທຸງ, ຊັກທຸງຖືກຈັດຂຶ້ນໃນຊຸມວັນທີ່ສຳຄັນ ແລະ ໃນແຕ່ລະຕອນຄ່ຳວັນສຸກ, ຕອນເຊົ້າວັນເສົາປະຈຳອາທິດ. ທ່ານ ຫງວຽນວັນເຢືອງ ຮອງຫົວໜ້າເຂດອະນຸສອນສະຖານປະທານ ໂຮ່ຈີມິນ ຢູ່ທຳນຽບປະທານປະເທດທີ່ນະຄອນຫຼວງ ຮ່າໂນ້ຍ ແບ່ງປັນວ່າ:

     “ໃນຄາວຍັງມີຊີວິດຢູ່, ໂກໂຕ ແມ່ນແຫ່ງໜຶ່ງດຽວເທົ່ານັ້ນທີ່ ປະທານ ໂຮ່ຈີມິນ ໄດ້ເຫັນດີໃຫ້ຕັ້ງຮູບປັ້ນຂອງຕົນ, ຜ່ານນັ້ນສະແດງໃຫ້ເຫັນອາລົມຈິດ ຄວາມຮັກແພງຂອງປະທານ ໂຮ່ຈີມິນ ທີ່ສະຫງວນໃຫ້ແກ່ ໂກໂຕ. ປັດຈຸບັນເມືອງເກາະໂກໂຕ ໄດ້ສ້າງເຂດວັດທະນະທຳ ຊິ່ງລວມມີອະນຸສາວະລີ, ວິຫານບູຊາປະທານ ໂຮ່ຈີມິນ, ພິທີຊັກທຸງຢູ່ເມືອງເກາະ ແມ່ນມີຄວາມໝາຍຢູ່ເຂດທະເລເກາະຂອງປະເທດຊາດ”.

    ໃນມື້ຢ້ຽນຢາມເກາະ, ປະທານ ໂຮ່ຈີມິນ ໄດ້ເວົ້າວ່າ: “ນະຄອນຫຼວງ ຮ່າໂນ້ຍ ເຖິງວ່າຢູ່ຫ່າງໄກຈາກບັນດາໝູ່ເກາະກໍ່ຕາມ ແຕ່ພັກ ແລະ ລັດຖະບານຍາມໃດກໍ່ເອົາໃຈໃສ່ເຖິງພໍ່ແມ່ພີ່ນ້ອງຢູ່ບັນດາໝູ່ເກາະ ແລະ ຫວັງວ່າພໍ່ແມ່ພີ່ນ້ອງຈົ່ງສາມັກຄີກັນພະຍາຍາມ ແລະ ກ້າວໜ້າ”

     ພາຍຫຼັງກວ່າ 60 ປີ, ບັນດາລູກຮັກຫຼານແພງຂອງດິນແດນ ຫວຽດນາມ ເມື່ອໄປຢາມເກາະ ໄດ້ຢືນເຄົາລົບອະນຸສາວະລີປະທານ ໂຮ່ຈີມິນ ແລະ ໄດ້ພ້ອມກັນຮ້ອງເພງຊາດ ພ້ອມກັນມຸ່ງໄປສູ່ທຸງຊາດພວມປິວສະບັດຢູ່ເຂດທະເລທີ່ສັກກາລະບູຊາຂອງປະເທດຊາດ ເພື່ອໝັ້ນໝາຍຕໍ່ເພິ່ນຈະສືບຕໍ່ສ້າງສາ ແລະ ພັດທະນາ ໂກໂຕ ໃຫ້ນັບມື້ນັບອຸດົມຮັ່ງມີ ແລະ ສວຍງາມກວ່າເກົ່າ.

ຕອບກັບ