ເມືອງອຽນມິງສູ້ຊົນກາຍເປັນຈຸດເດັ່ນຂອງຂະແໜງທ່ອງທ່ຽວຮ່າຢາງ

Vinh Phong
Chia sẻ
(VOVWORLD) -ຮ່າຢາງ - ດິນແດນຂອງທິວທັດທຳມະຊາດທີ່ໃຫຍ່ໂຕມະໂຫຖານ ດ້ວຍບັນດາຮີດຄອງປະເພນີທີ່ເປັນເອກະລັກຂອງພໍ່ແມ່ພີ່ນ້ອງບັນດາເຜົ່າສ່ວນໜ້ອຍແລະບັນດາສິນພິເສດທີ່ມີຊື່ສຽງຂອງທ້ອງຖິ່ນ. ໃນການເດີນທາງຄົ້ນຫາດິນແດນແຫ່ງນີ້ ແຂກທ່ອງທ່ຽວບໍ່ຄວນພາດໂອກາດແວ່ຍາມເມືອງອຽນມິງເຊິ່ງແມ່ນເມືອງເຂດພູສູງຊາຍແດນນອນຢູ່ທາງທິດຕາເວັນອອກສຽງເໜືອຫ່າງຈາກນະຄອນຮ່າຢາປະມານ 100 ກິໂລແມັດ. 
ເມືອງອຽນມິງສູ້ຊົນກາຍເປັນຈຸດເດັ່ນຂອງຂະແໜງທ່ອງທ່ຽວຮ່າຢາງ - ảnh 1ປ່າແປກ ອຽນມິງ

     ເມື່ອເຕື້ອງເຖິງອຽນມິງກໍ່ແມ່ນເຕື້ອງເຖິງບັນດາໂນນແປກຂຽວອຸ່ມທຸ່ມ, ໝູ່ບ້ານທີ່ລຽບງ່າຍ ມີຄວາມສະຫງົບສຸກ ແລະບັນດາເນື້ອທີ່ປູກດອກບັກວິດທີ່ເປັນໜ້າຈັບໃຈ. ສະຖານທີ່ເຊິ່ງແຂກທ່ອງທ່ຽວຊົມຊອບທີ່ສຸດເມື່ອມາຮອດ ອຽນມິງ ນັ້ນແມ່ນປ່າແປກ ອຽນມິງ. ມາຢາມແຫ່ງນີ້ແຂກທ່ອງທ່ຽວຈະຮູ້ສຶກເຖິງບັນຍາກາດປອດໂປງ ອາກາດເຢັນສະບາຍ ແລະ ສະຫງົບງຽບ. ເມື່ອຍ່າງເຂົ້າໄປເລິກໃນປ່າກໍ່ເຫັນແຖວຕົ້ນແປກຕັ້ງຊື່ຍາວຈົນສຸດສາຍຕາ. ຈາກປ່າແປກ ຫຼຽວເບິ່ງລົງລຸ່ມ ມຸ່ງສາຍຕາໄປທາງໃກກໍ່ເຫັນບັນດາເຮືອນປະເພນີຂອງຊາວເຜົ່າມົ້ງເຜົ່າໄຕ່ ຍິ່ງເຮັດໃຫ້ຮູບພາບຂອງເມືອງອຽນມິງເພີ່ມຄວາມສວຍງາມຫຼາຍຂຶ້ນ. ໃນທ່າມກາງທິວທັດທຳມະຊາດທີ່ງົດງາມຢູ່ແຫ່ງນີ້ ແຂກທ່ອງທ່ຽວຈະພົບເຫັນຮູບພາບພວກເດັກນ້ອຍຢູ່ເຂດພູສູງພວມຢອກຫຼິ້ນຢູ່ຕາມທົ່ງຫຍ້າຂຽວອຸ່ມທຸ່ມ, ພວກບ່າວສາວຄຽງຂ້າງຝູງງົວຝູງແບ້ພວມກິນຫຍ້າ. ອ້າຍຫງວຽນຮວ່າງ ຢູ່ ຮ່າໂນ້ຍ ໃຫ້ຮູ້ວ່າ:

     “ເປັນຄັ້ງທຳອິດທີ່ຂ້າພະເຈົ້າໄດ້ມາຢາມຮ່າຢາງ ແລະ ແວ່ຢາມອຽນມິງ. ເປັນໜ້າປະທັບໃຈທີ່ສຸດດ້ວຍປ່າແປກທີ່ງົດງາມ ອາກາດຢູ່ທີ່ນີ້ປອດໂປ່ງເຢັນສະບາຍ. ພວກຂ້າພະເຈົ້າໄດ້ຕັ້ງຄ້າຍຢູ່ທີ່ນີ້ ແລະ ມີຄວາມສະຫວາດສະເຫວີຍທີ່ສຸດ”.

      ພາຍຫຼັງໄດ້ຄົ້ນຫາປ່າແປກອຽນມິງ, ແຂກທ່ອງທ່ຽວສາມາດໄປຄົ້ນຫາບ້ານຢູຢ່າຮ່າຢາງບ້ານຢູຢ່າມີຊື່ສຽງດ້ວຍຄວາມງາມສະຫງົບງຽບທິວທັດທຳມະຊາດຮົກເຮື້ອໃຫຍ່ໂຕມະໂຫຖານດ້ວຍແມ່ນ້ຳຫ້ວຍກຸ່ມເມກເລື່ອນລອຍກາງເວຫາ. ມາຮອດຢູຢ່າແຂກທ່ອງທ່ຽວຈະໄດ້ຂີ່ລົດຈັກຢູ່ຕາມເສັ້ນທາງຕາມເນີນພູ.ຢູ່ທີ່ນີ້ແຂກທ່ອງທ່ຽວຈະໄດ້ເຊື່ອມຕົວເຂົ້າກັບການດຳລົງຊີວິດຂອງຊາວທ້ອງຖິ່ນໄດ້ອາບນ້ຳຢູ່ຫ້ວຍ,ຈັບປາແລະ  ໄດ້ຊີມບັນດາເຍື່ອງອາຫານພິເສດຂອງທ້ອງຖິ່ນ. ນອກຈາກນັ້ນແຂກທ່ອງທ່ຽວອາດຈະແວ່ຍາມໝູ່ບ້ານວັດທະນະທຳທ່ອງທ່ຽວຊຸມຊົນບຸກບ໋ານ ດ້ວຍບັນດາເຮືອນຮ້ານບູຮານທີ່ເກົ່າແກ່ຕາມການເວລາຂອງຊາວເຜົ່າໄຕ່ ແລະເຜົ່າໄຢ໊. ແຂກທ່ອງທ່ຽວອາດຈະຄົ້ນຫາຖ້ຳນ່າລວງ, ກຳແພງຫຼຸງໂຮ່, ສະຖານທີ່ປະຕິວັດຖ້ຳເກີ່ກ໋າຍ. ນອກຈາກນັ້ນແຂກທ່ອງທ່ຽວຈະໄດ້ຄົ້ນຫາຊອກຮູ້ຊີວິດວັດທະນະທຳຈິດວິນຍານຂອງ 16 ເຜົ່າສ່ວນໜ້ອຍຢູ່ອຽນມິງຄືເຜົ່າມົ້ງ, ໄຕ່, ຢ້າວ, ນຸ່ງ, ປູແປ໊ວ... ນາງ ຈ້ຽວທິຕິ່ງ ຮອງຫົວໜາພະແນວັດທະນະທຳກິລາແລະທ່ອງທ່ຽວແຂວງ ຮ່າຢາງໃຫ້ຮູ້ວ່າ:

       “ຂ້າພະເຈົ້າຖືວ່າອຽນມິງປາດຖະໜາຢາກພັດທະນາການທ່ອງທ່ຽວ ຫຼາຍກວ່ານີ້ອີກ ແລະສ້າງສັນວັດທະນະທຳ,ທິວທັດທຳມະຊາດ, ແຫຼ່ງຊັບພະຍາກອນມະນຸດ. ພວກຂ້າພະເຈົ້າມີຄວາມຫວັງ ວາງແຜນຜັງ ບັນດາໝູ່ບ້ານວັດທະນະທຳທ່ອງທ່ຽວຊຸມຊົນ. ພ້ອມກັນນັ້ນພວກເຮົາກໍ່ຕ້ອງຄຳນຶງເຖິງເລື່ອງແຂກທ່ອງທ່ຽວຈະມາຄົ້ນຫາ ພົວພັນແລກປ່ຽນກ່ຽວກັບສີສັນວັດທະນະທຳອາຫານການກິນ”.

      ໃນໄລຍະທີ່ຜ່ານມາ ເມືອງອຽນມິງ ໄດ້ລົງທຶນບູລະນະຍົກລະດັບພື້ນຖານໂຄງລ່າງທ່ອງທ່ຽວ, ທາງຄົມມະນາຄົມ, ມຸ່ງໄປສູ່ເປົ້າໝາຍຕ້ອນຮັບແລະຮັບໃຊ້ແຂກທ່ອງທ່ຽວໃຫ້ດີກວ່າອີກໃນໄລຍະທີ່ຈະມາເຖິງ. ທີ່ກອງປະຊຸມສຳມະນາສົ່ງເສີມການໂຄສະນາການທ່ອງທ່ຽວເມືອງອຽນມິງປີ 2023 ທ່ານເລືອງຢຸຍແຢັງ ຜູ້ອຳນວຍການບໍລິສັດການຄ້າທ່ອງທ່ຽວ 5 ດາວ – Five Star Travel ຈຳກັດຖືວ່າ:

      “ຂ້າພະເຈົ້າຖືວ່າຄວນສ້າງລະບົບຄົມມະນາຄົມໃຫ້ສົມບູນແບບ, ພິເສດ ແມ່ນເສັ້ນທາງເລກ 4, ເສັ້ນທາງໄປຮອດອຽນມິງກໍ່ຕ້ອງໄດ້ຮັບການລົງທຶນຍົກລະດັບ; ຕິດຕັ້ງປ້າຍແນະນຳຈາລະຈອນ. ສິ່ງທີ່ພິເສດແມ່ນຕ້ອງວາງແຜນຜັງປັບປຸງຕົວເມືອງແລະຮັບປະກັນຄວາມປອດໄພໃຫ້ແກ່ແຂກທ່ອງທ່ຽວ”.

    ປີ 2022 ຈຳນວນແຂກທ່ອງທ່ຽວມາທ່ຽວຢູ່ເມືອງອຽນມິງບັນລຸເກືອບ 90.000 ເທື່ອຄົນ ໃນນັ້ນມີແຂກທ່ອງທ່ຽວສາກົນເກືອບ 20.000 ເທື່ອຄົນ. ໃນ 4 ເດືອນຕົ້ນປີນີ້ ກໍ່ໄດ້ມີແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ 50.000 ເທື່ອຄົນມາທ່ຽວຢູ່ ອຽນມິງ. ຄາດວ່ານັບແຕ່ນີ້ຮອດທ້າຍປີເມືອງອຽນມິງຈະດຶງດູດແຂກທ່ອງທ່ຽວໄດ້ 150.000 ເທື່ອຄົນ. 

ຕອບກັບ