ເຂດອາໄລຫານັກຮົບ ກາກມາ - ສະຖານທີ່ແດງ ເພື່ອສຶກສາອົບຮົມອະທິປະໄຕເຂດທະເລໝູ່ເກາະ

Vinh Phong
Chia sẻ
(VOVWORLD) -ເຂດອາໄລຫານັກຮົບ ກາກມາ ແມ່ນກິດຈະກຳແຫ່ງປະຫວັດສາດ ແຫ່ງຈິດວິນຍານເປັນສັນຍາລັກແຫ່ງນ້ຳໃຈຮັກຊາດ ເຊິ່ງໄດ້ຮັບການກໍ່ສ້າງເພື່ອອາໄລຫາການເສຍສະຫຼະອັນສູງສົ່ງຂອງລຸ້ນພໍ່ ລຸ້ນອ້າຍ ທີ່ໄດ້ເສຍສະຫຼະຊີວິດໃນກິດຈະການປົກປັກຮັກສາອະທິປະໄຕເຂດທະເລໝູ່ ເກາະ ທີ່ສັກກາລະບູຊາຂອງປະເທດຊາດ. ນີ້ແມ່ນສະຖານທີ່ເຕັມໄປດ້ວຍຄວາມສະເທືອນໃຈ ແລະ ຍາກທີ່ຈະຫຼົງລືມສຳລັບແຂກທ່ອງທ່ຽວ ໃນການເດີນທາງໄປຢ້ຽມຢາມດິນແດນເມືອງ ກາມເລິມ ແຂວງ ແຄັ໊ງຮວ່າ. 
ເຂດອາໄລຫານັກຮົບ ກາກມາ - ສະຖານທີ່ແດງ ເພື່ອສຶກສາອົບຮົມອະທິປະໄຕເຂດທະເລໝູ່ເກາະ - ảnh 1ເຂດອາໄລອານັກຮົບ ກາກມາ

     ເຂດອາໄລອານັກຮົບ ກາກມາ ຖືກກໍ່ສ້າງບົນເນື້ອທີ່ດິນກວ້າງ 25.000 ກວ່າຕາແມັດ ຢູ່ທາງກ້ຳຕາເວັນອອກທາງຫຼວງ ຫງວຽນເຕິດແທັ່ງ ຂຶ້ນກັບຕາແສງ ກາມຫ໋າຍດົງ  ເມືອງ  ກາມເລິມ ແຂວງ ແຄັ໊ງຮວ່າ. ເຂດອາໄລຫາລວມມີຫຼາຍກິດຈະກຳຍ່ອຍຄື ອະນຸສາວະລີ, ເຂດພິພິທະພັນໃຕ້ດິນ, ຂຸມຝັງສົບເປົ່າ, ສະໜາມຫຼວງ ຮວ່າບິ່ງ, ສວນຕົ້ນໄມ້ຂຽວ. ຢູ່ແຫ່ງນີ້ໄດ້ສ້າງຄວາມສະເທືອນໃຈໃຫ້ແກ່ແຂກທ່ອງທ່ຽວ ເຊິ່ງບໍ່ພຽງແຕ່ຍ້ອນທັດຊະນີຍະພາບທີ່ງົດງາມ ຍັງເປັນແຫ່ງທີ່ໄດ້ຫວນຄືນເຫດເສົ້າສະລົດໃຈ ແຕ່ມີຄວາມເອກອ້າງທົງໃຈກ່ຽວກັບເລື່ອງນັກຮົບ 64 ຄົນໄດ້ເສຍສະ ຫຼະຊີວິດຢ່າງອົງອາດກ້າຫານ ເມື່ອວັນທີ 14 ມີນາ ປີ 1988 ຢູ່ເກາະ ກາກມາ ຂຶ້ນກັບໝູ່ເກາະ ເຈື່ອງງຊາ ເພື່ອປົກປັກຮັກສາອະທິປະໄຕເຂດທະເລໝູ່ເກາະຂອງປະເທດຊາດ.              

      ກິດຈະກຳໃຫຍ່ໃນເຂດອາໄລຫາແມ່ນອະນຸສາວະລີຂອງນັກຮົບ ກາກມາ ເຊິ່ງໄດ້ພັນລະນາເຖິງຮູບພາບນັກຮົບ 64 ຄົນຂອງ ຫວຽດນາມ ໃນຈຸດເວລາສຸດທ້າຍຂອງຊີວິດ ກໍ່ຍັງຄົງຮັກສາທຸງຊາດໃນມື ເພື່ອຢັ້ງຢືນອະທິປະໄຕຢູ່ເກາະ ກາກມາ. ການເສຍສະຫຼະຊີວິດຢ່າງອົງອາດກ້າແກ່ນ ຂອງນັກຮົບ 64 ຄົນນັ້ນ ກໍ່ແມ່ນບົດກອນລຳອະມາຕະປຸກລຸກນ້ຳໃຈຮັກຊາດ ນ້ຳໃຈຮັກທະເລໝູ່ເກາະທີ່ສັກກາລະບູຊາໃຫ້ແກ່ລຸ້ນຄົນ ປັດຈຸບັນ. ຈາກອະນຸສາວະລີຫຼຽວເບິ່ງລົງລຸ່ມ ກໍ່ແມ່ນເຂດພິພິທະພັນໃຕ້ດິນທີ່ມີຮູບວົງມົນອະມະຕະ. ດອກໄມ້ 64 ດອກເປັນສັນຍາລັກໃຫ້ແກ່ນັກຮົບ 64 ຄົນພວມໂອບອ້ອມທຸງຊາດບົນໜ້ານ້ຳ. ທ່ານ ຈິ້ງຊວນດ່າວ ນັກຮົບເກົ່າ ເຄີຍເຂົ້າຮ່ວມປົກປັກຮັກສາອະທິປະໄຕຢູ່ໝູ່ເກາະ ເຈື່ອງຊາ ໃນປີ 1988 ຫວນຄືນວ່າ:

     “ຂ້າພະເຈົ້າຮູ້ສຶກສະເທືອນໃຈທີສຸດ ຍ້ອນເຫັນຮູບພາບນີ້ ໄດ້ເຮັດໃຫ້ຂ້າພະເຈົ້າຄຳນຶງເຖິງໄລຍະເຂົ້າຮ່ວມປົກປັກຮັກສາໝູ່ເກາະ ເຈື່ອງຊາ. ກຸ່ມອະນຸສາວະລີ ໄດ້ສໍ່ສະແດງໃຫ້ເຫັນຄວາມຕັດສິນໃຈປົກປັກຮັກສາອະທິປະໄຕ ເຂດທະເລໝູ່ເກາະ. ກຸ່ມຮູບປັ້ນນັກຮົບປົກປັກຮັກສາທຸງຊາດ ໄດ້ສະແດງໃຫ້ເຫັນນ້ຳໃຈອົງອາດກ້າແກ່ນ ເມື່ອຕໍ່ສູ້ປົກປັກຮັກສາອະທິປະໄຕຂອງປະເທດຊາດ”.

     ເຂດພິພິທະພັນໃຕ້ດິນ ແມ່ນບ່ອນເກັບຮັກສາວັດຖຸພັນປະຫວັດສາດ ກ່ຽວກັບໝູ່ເກາະ ຮວ່າງຊາ ແລະ ເຈື່ອງຊາ ແລະ ບັນດານັກຮົບ ກາກມາ ໃນເຫດການວັນທີ 14 ມີນາ ປີ 1988. ຢູ່ເທິງເຂດພິພິທະພັນໃຕ້ດິນແມ່ນຂຸມຝັງສົບເປົ່າ ເຊິ່ງແມ່ນບໍລິເວນສັກສິດທີ່ສຸດຂອງເຂດອາໄລຫາ ກາກມາ. ທາງໜ້າຂຸມຝັງສົບເປົ່າ ແມ່ນຕັ້ງແຜ່ນສີລາຈາລຶກຄຸນງາມຄວາມດີຂອງນັກຮົບ 64 ຄົນໄດ້ເສຍສະຫຼະຊີວິດ ເພື່ອຊາດຢູ່ເກາະ ກາກມາ. ນາງ ໂດ໊ທິຮ່າ ຜູ້ເປັນເມຍຂອງນັກຮົບ ດິງງອກແຢັງ ທີ່ໄດ້ເສຍສະຫຼະຊີວິດໃນການສູ້ຮົບ ກາກມາ ກ່ອນນີ້ 35 ປີ ໃຫ້ຮູ້ວ່າ:

     “ຂ້າພະເຈົ້າເຄີຍມານີ້ ເພື່ອຈູດທູບໄຕ້ທຽນອາໄລຫາເຖິງດວງວິນຍານຂອງຜົວ, ຂ້າພະເຈົ້າສະເທືອນໃຈທີ່ສຸດ. ນັບແຕ່ເວລາເຂດອາໄລຫາໄດ້ຖືກກໍ່ສ້າງຂຶ້ນ ຮອດວັນໄຫວບູຊາ ຫຼື ບຸນເຕັດ ຂ້າພະເຈົ້າເຄີຍມານີ້ ເພື່ອຈູດທູບໄຕ້ທຽນທັງເປັນການບັນເທົາຄວາມຄິດຮອດຄິດເຖິງ”. 

      ໃນບໍລິເວນເຂດອາໄລຫານີ້ ກໍ່ຍັງມີສະໜາມຫຼວງ ຮວ່າບິ່ງ ດ້ວຍຮູບພາບນົກສັນຕີພາບພວມບິນສູ່ທະເລ ເຊິ່ງເປັນການສົ່ງສານກ່ຽວກັບຄວາມຄາດຫວັງມີສັນຕິພາບຂອງຊາດ ຫວຽດນາມ. ທ່ານ ເຈິ່ນແທ່ງຫ໋າຍ ຮອງປະທານຜູ້ປະຈຳການສະຫະພັນໃຫຍ່ແຮງງານ ຫວຽດນາມ ໃຫ້ຮູ້ວ່າ:

      “ນອກຈາກບັນດາກິດຈະກຳພວມມີຢູ່ແລ້ວ, ພວກຂ້າພະເຈົ້າຍັງມີຄວາມຫວັງຈະສ້າງໝູ່ເກາະ ເຈື່ອງຊາຮັດແຄບ ຢູ່ບໍລິເວນນີ້ ເພື່ອໃຫ້ຊາວ ຫວຽດນາມ ບັນດາຜູ້ບໍ່ມີເງື່ອນໄປຢາມ ເຈື່ອງຊາ, ເມື່ອມາບໍລິເວນນີ້ ເຂົາເຈົາສາມາດວາດນຶກເຖິງໝູ່ເກາະ ເຈື່ອງຊາ ທີ່ສັກກາລະບູຊາຂອງປະເທດຊາດ”.

    ເຂດອາໄລຫານັກຮົບ ກາກມາ ປັດຈຸບັນໄດ້ຖືກປົກຄຸມດ້ວຍສີຂຽວຂອງຕົ້ນໄມ້ໃບຫຍ້າ, ມີຕົ້ນຫູກວາງ ເອົາຈາກເກາະມາປູກ. ນັບແຕ່ເວລາເຂົ້າສູ່ການເຄື່ອນໄຫວມາຮອດປັດຈຸບັນ ເຂດອາໄລຫານັກຮົບ ກາກມາ ໄດ້ຕ້ອນຮັບຜູ້ມາຢ້ຽມຊົມທັດສະນະສຶກສານັບລ້ານເທື່ອຄົນມາຢ້ຽມຊົມອາໄລຫາ. ແຫ່ງນີ້ໄດ້ກາຍເປັນສະຖານທີ່ແດງ ເພື່ອສຶກສາອົບຮົມອາໄລຫາບັນດານັກຮົບທີ່ໄດ້ເສຍສະຫຼະຊີວິດຢູ່ເກາະ ກາກມາ ທັງເປັນການປຸກລຸກຄວາມເອກອ້າງທະນົງໃຈຂອງຊາດ ແລະ ສຶກສາອົບຮົມນ້ຳໃຈຮັກຊາດ, ນ້ຳໃຈຮັກຫອມທະເລໝູ່ເກາະໃຫ້ແກ່ລຸ້ນຄົນ ຫວຽດນາມ ໃນປັດຈຸບັນ.

ຕອບກັບ