ຫໍພິພິທະພັນພົນເອກ ຫງວຽນຈີ້ແທັງ ຫວນຄືນຄວາມຊົງຈຳຂອງການຕໍ່ຕ້ານສອງຄັ້ງຂອງຊາດ

Vinh Phong
Chia sẻ
(VOVWORLD) -ຫໍພິພິທະພັນພົນເອກ ຫງວຽນຈີ້ແທັງ ຕັ້ງຢູ່ເຮືອນເລກທີ 81 ຖະໜົນ ເຕິນເຫ້ຍວ, ເມືອງ ບັກຕືລຽມ, ຮ່າໂນ້ຍ ແລະ ເປີດປະຕູຕ້ອນຮັບແຂກມາຢ້ຽມຊົມແຕ່ວັນທີ 6 ກໍລະກົດ 2023. ບັນດາຮູບຖ່າຍ, ວັດຖຸພັນ ແລະ ເອກະສານທີ່ນຳມາວາງສະແດງຢູ່ຫໍພິພິທະພັນ ໄດ້ວາດພາບເຖິງຄວາມຊົງຈຳທີ່ສະຫງ່າອົງອາດຂອງການຕໍ່ຕ້ານ ສອງຄັ້ງຕ້ານຝະລັ່ງ ແລະ ອາເມລິກາຂອງກອງທັບ ແລະ ປະຊາຊົນ ຫວຽດນາມ
ຫໍພິພິທະພັນພົນເອກ ຫງວຽນຈີ້ແທັງ ຫວນຄືນຄວາມຊົງຈຳຂອງການຕໍ່ຕ້ານສອງຄັ້ງຂອງຊາດ - ảnh 1ພິທີເປີດປະຕູຕ້ອນຮັບແຂກມາຢ້ຽມຊົມຫໍພິພິທະພັນ

    ຫໍພິພິທະພັນ ພົນເອກ ຫງວຽນຈີ໊ແທັງ ຢູ່ ຮ່າໂນ້ຍ ແມ່ນຫໍພິພິທະພັນ ແຫ່ງທີ່ສອງກ່ຽວກັບ ພົນເອກ  ຖັດຈາກຫໍພິພິທະພັນຢູ່ນະຄອນ ເຫວ້. ນອກຈາກນັ້ນຢູ່ບ້ານເກີດຂອງພົນເອກ ຢູ່ບ້ານ ນຽມຟໍ່ ຕາແສງ ກວ໋າງເຖາະ ເມືອງ ກວ໋າງດ່ຽນ ແຂວງ ເທື່ອທຽນເຫວ້ ກໍ່ຍັງມີຫໍວາງສະແດງກ່ຽວກັບພົນເອກ ຫງວຽນຈີ໊ແທັງ. ມາຢ້ຽມຊົມຫໍພິພິທະພັນ, ທ່ານ ຫງວຽນຮົ່ງລິງ ສັງກັດສະມາຄົມນັກຮົບເກົ່າ ບ້ານ ທຸ໋ຍເຟືອງ ເມືອງ ບັກຕື່ລຽມ ຮ່າໂນ້ຍ ເວົ້າວ່າ:

      “ພວກຂ້າພະເຈົ້າມີຄວາມເປັນກຽດ ແມ່ນເພື່ອນຮ່ວມຮົບຂອງພົນເອກ ຫງວຽນຈີ໊ແທັງ. ປັດຈຸບັນມາຢ້ຽມຊົມຫໍພິພິທະພັນ ຈຶ່ງຮູ້ແຈ້ງກ່ຽວກັບຊີວິດການເຄື່ອນໄຫວປະຕິວັດຂອງພົນເອກ ໃນການຕໍ່ຕ້ານສອງຄັ້ງຕ້ານ ຝຣັ່ງ ແລະ ອາເມລິກາ ຂອງປະຊາຊົນ ຫວຽດນາມ. ຄຸນງາມຄວາມດີຂອງທ່ານພົນເອກແມ່ນຍິ່ງໃຫຍ່ທີ່ສຸດ”.

       ທ່ານ ພົນເອກ ຫງວຽນຈີ໊ແທັງ ເກີດວັນທີ 1 ມັງກອນ ປີ 1914 ທ່ານໄດ້ຮັບການປະດັບຍົດເປັນພົນເອກກອງທັບປະຊາຊົນ ຫວຽດນາມ ເມື່ອປີ 1959 ທ່ານແມ່ນໜຶ່ງໃນຈຳນວນສອງພົນເອກຂອງກອງທັບປະຊາຊົນ ຫວຽດນາມ  ທັດຈາກພົນເອກ ຫວໍງວຽນຢາບ. ທ່ານພັນເອກ ຫງວຽນວັນແອວງ ຮອງຫົວໜ້າກົມວຽກງານການເມືອງ ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ໃຫ້ຮູ້ວ່າ:

      “ພົນເອກ ຫງວຽນຈີ໊ແທັງ ແມ່ນນັກຮົບຄອມມູນິດທີ່ຈົງຮັກພັກດີ ແລະ ອົງອາດກ້າແກ່ນ ແມ່ນຜູ້ບັນຊາທີ່ມີຄວາມເກັ່ງກ້າສາມາດມີລະດັບເພງມອງຍຸດທະສາດ. ໃນຕະຫຼອດຊີວິດການເຄື່ອນໄຫວປະຕິວັດ ເຖິງວ່າຢູ່ໃນຖານະຕຳແໜ່ງໃດ ຢູ່ສະໜາມຮົບທີ່ຫຍຸ້ງຍາກໃດກໍ່ຕາມ ທ່ານ ພົນເອກກໍ່ລ້ວນແຕ່ເຮັດສຳເລັດໜ້າທີ່ ເຊິ່ງພັກລັດ ແລະ ປະຊາຊົນມອບໝາຍໃຫ້ເປັນຢ່າງດີ”.

     ຫໍພິພິທະພັນພົນເອກ ຫງວຽນຈີ໊ແທັງ ຢູ່  ຮ່າໂນ້ຍ ຖືກປຸກສ້າງແຕ່ເດືອນ ຕຸລາ ປີ 2021 ແລະ ສຳເລັດການກໍ່ສ້າງເມື່ອເດືອນ ມິຖຸນາ ປີ 2022. ກິດຈະກຳນີ້ປະກອບດ້ວຍສາມຊັ້ນ ແລະ ໜຶ່ງຊັ້ນໃຕ້ດິນລວມມີຫ້ອງວາງສະແດງ, ຫ້ອງຈັດກອງປະຊຸມສຳມະນາ,  ຫ້ອງຮູບເງົາ, ຫ້ອງອ່ານປຶ້ມ, ສາງເກັບມ້ຽນວັດຖຸພັນ... ທ່ານ ພັນເອກ ຟ້າມວັນຟີ ຜູ້ອຳນວຍການຫໍພິພິທະພັນພົນເອກ ຫງວຽນຈີ໊ແທັງ ໃຫ້ຮູ້ວ່າ:

     “ກິດຈະກຳຖືກກໍ່ສ້າງຕາມສະຖາປັດຕະຍະກຳ ເຮືອນເລກທີ 34 ຖະໜົນ ຫຼີນາມເດ໊ ຮ່າໂນ້ຍ ເຊິ່ງແມ່ນບ່ອນທີ່ພົນເອກ ພ້ອມດ້ວຍຄອບຄົວໄດ້ຢູ່ແຕ່ປີ 1955 ຫາປີ 1986 ນີ້ຍັງແມ່ນສະຖານທີ່ເຄີຍຕ້ອນຮັບປະທານ ໂຮ່ຈີມິນ ມາຢາມຄອບຄົວທ່ານພົນເອກ ຫງວຽນຈີ໊ແທັງ. ແລະ ກໍ່ຢູ່ແຫ່ງນີ້ໄດ້ດຳເນີນກອງປະຊຸມຂອງກົມການເມືອງສູນກາງພັກ ເພື່ອຕົກລົງແນວທາງການປະຕິວັດພາກໃຕ້ ພາຍຫຼັງເຫດການອ່າວພາກເໜືອ ເມື່ອເດືອນ ສິງຫາ ປີ 1964 ເພື່ອປຶກສາຫາລືກ່ຽວກັບພາລະກິດຕໍ່ສູ້ປົດປ່ອຍພາກໃຕ້ ທ້ອນໂຮມປະເທດຊາດເປັນເອກະພາບ. ລະບົບວາງສະແດງໄດ້ແນະນຳຮູບຖ່າຍ ເອກະສານວັດຖຸພັນ 670 ຢ່າງ, ປຶ້ມອ່ານ 100 ກວ່າຫົວ   ໂດຍພົນເອກເປັນຜູ້ແຕ່ງ ພ້ອມກັບບັນດານັກປະພັນຂຽນກ່ຽວກັບພົນເອກ, ມີຮູບຫຼໍ່ທອງ 23 ຮູບ ຕິດພັນກັບບັນດາບຸກຄົນ ແລະ ເຫດການປະຫວັດສາດຂອງການປະຕິວັດ ຫວຽດນາມ, ມີສອງເຂດວາດພາບເຖິງຫ້ອງເຮັດວຽກເມື່ອກ່ອນນີ້ຂອງທ່ານພົນເອກຢູ່ເຮືອນເລກທີ  34  ຖະໜົນ ຫຼີນາມເດ໊ ແລະ ຕູບເຮັດວຽກຢູ່ກົມພາກໃຕ້ສູນກາງ”.

      ມາຊົມຫໍພິພິທະພັນ, ຜູ້ຊົມມີໂອກາດເຫັນບັນດາວັດຖຸພັນທີ່ຕິດພັນກັບຊີວິດຂອງພົນເອກຄື ລົດຖີບ, ປືນສັ້ນ, ໂມງວາງໂຕະ ທີ່ທ່ານໄດ້ນຳໃຊ້ໃນຊຸມປີ 1954 - 1960. ນອກຈາກນັ້ນ ກໍ່ຍັງມີຈົດໝາຍຫຼາຍສະບັບຂອງການນຳກອງທັບປະເທດຕ່າງໆຝາກເຖິງທ່ານພົນເອກຫງວຽນຈີ໊ແທັງ.

       ການກໍ່ສ້າງຫໍພິພິທະພັນພົນເອກ ຫງວຽນຈີ໋ແທັງ ຢູ່ນະຄອນຫຼວງ ຮ່າໂນ້ຍ ແມ່ນວຽກງານທີ່ມີ ຄວາມໝາຍ, ເພື່ອເປັນການຈາລຶກຄຸນງາມຄວາມດີ ການອຸທິດສ່ວນຂອງພົນເອກ ໃຫ້ແກ່ການປະຕິວັດ ຫວຽດນາມ. ທ່ານ ຫວູຮ່າ, ເລຂາພັກເມືອງໆ ບັກຕືລຽມ, ນະຄອນຮ່າໂນ້ຍ ໃຫ້ຮູ້ວ່າ:

     “ຫໍພິພິທະພັນແມ່ນບ່ອນເກັບມ້ຽນ, ສັງລວມ ບັນດາວັດຖຸພັນເອກະສານ ປະຫວັດສາດ ອັນລ້ຳຄ່າ ທີ່ຕິດພັນກັບບັນດາຂີດໝາຍສຳຄັນໃນຂະບວນວິວັດແຫ່ງການເຄື່ອນໄຫວປະຕິວັດຂອງພົນເອກ ຫງວຽນຈີ໋ແທ່ງ. ບັນດາເອກະສານ, ວັດຖຸພັນ, ຮູບຖ່າຍໄດ້ວາດພາບເຖິງຄວາມຊົງຈຳທີ່ສະຫງ່າອົງອາດຂອງສອງການຕໍ່ຕ້ານ ສອງຄັ້ງ ຢ່າງແທ້ຈິງ, ມີຊີວິດຊີວາ, ມີຄຸນຄ່າປະຫວັດສາດ ແລະ ມີຄວາມໝາຍສຶກສາອົບຮົມຢ່າງເລິກເຊິ່ງ. ຫໍພິພິທະພັນແມ່ນສະຖານທີ່ແດງປະຕິວັດ ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດມາຢ້ຽມຊົມທັດສະນະສຶກສາ”

     ຫໍພິພິທະພັນພົນເອກ ຫງວຽນຈີແທ່ງ ໄດ້ທົດລອງເປີດປະຕູຕ້ອນຮັບແຂກມາຢ້ຽມຊົມຮອດທ້າຍປີນີ້. ຫໍພິພິທະພັນຈະສືບຕໍ່ສ້າງສຳເລັດລາຍການວາງສະແດງກ່ອນທີ່ຈັດພິທີເປີດສະຫຼອງຢ່າງເປັນທາງການເມື່ອວັນທີ 1 ມັງກອນປີ 2024 ເນື່ອງໃນໂອກາດລະນຶກ 110 ປີແຫ່ງວັນຄ້າຍວັນເກີດຂອງພົນເອກ ຫງວຽນຈິແທ່ງ (ວັນທີ 1 ມັງກອນ 1914 – ວັນທີ 1 ມັງກອນ 2024)

ຕອບກັບ