ສະຖານີເຄື່ອງສົ່ງເຂດຕອນໃຕ້ພາກກາງ - ສົ່ງສຽງຫວຽດນາມໄປແດນໄກ

Vinh Phong
Chia sẻ
(VOVWORLD) -ພາຍຫຼັງກໍ່ສ້າງແລະອອກອາກາດທົດລອງເປັນເວລາເກືອບສາມປີ, ສະຖານີເຄື່ອງສົ່ງເຂດຕອນໃຕ້ພາກກາງຂຶ້ນກັບວິທະຍຸກະຈາຍສຽງຫວຽດນາມ (VOV) ຢູ່ແຂວງນິງຖ້ວນ. ໄດ້ຖືກເປີດນຳໃຊ້ ແລະອອກອາກາດຢ່າງເປັນທາງການໃນວັນທີ 16 ມິຖຸນາ.ນີ້ແມ່ນໜຶ່ງໃນບັນດາກິດຈະກຳໃຫຍ່ ມີຄວາມໝາຍສຳຄັນໃນການເພີ່ມທະວີເປີດກວ້າງເຂດປົກຄຸມຄື້ນຂອງວິທະຍຸກະຈາຍສຽງຫວຽດນາມ, ປະກອບສ່ວນສົ່ງສຽງຫວຽດນາມໄປສູ່ປະຊາຊົນເຂດແຄມທະເລຕອນໃຕ້ພາກກາງ.
ສະຖານີເຄື່ອງສົ່ງເຂດຕອນໃຕ້ພາກກາງ - ສົ່ງສຽງຫວຽດນາມໄປແດນໄກ - ảnh 1ສະຖານີເຄື່ອງສົ່ງເຂດຕອນໃຕ້ພາກກາງ ຢູ່ແຂວງນິງຖ້ວນ

      ວັນທີ 13 ຕຸລາປີ 2020, ວິທະຍຸກະຈາຍສຽງຫວຽດນາມ ໄດ້ເລີ່ມລົງມືກໍ່ສ້າງສະຖານນີເຄື່ອງສົ່ງເຂດຕອນໃຕ້ພາກກາງຢູ່ເມືອງຖ້ວນນາມແຂວງນິງຖ້ວນ. ສະຖານີເຄື່ອງສົ່ງແຫ່ງນີ້ ມີເນື້ອທີ່ 16 ກວ່າເຮັກຕາ ຖືກຕັ້ງຢູ່ຕາແສງເຟືອກຢິງ ເມືອງຖ້ວນນາມ ແຂວງນິງຖ້ວນ.ຈາກແຫ່ງນີ້ຄື້ນຂອງວິທະຍຸກະຈາຍສຽງຫວຽດຍນາມຈະໄປຮອດພໍ່ແມ່ພີ້ນ້ອງຢູ່ເຂດແຄມທະເລຫາເຂດພູດອຍຂອງເຂດຕອນໃຕ້ພາກກາງແລະທັງຮັບໃຊ້ຜູ້ຟັງຊາວຕ່າງປະເທດ ແລະ ພິເສດໄດ້ນຳສຽງ

ຫວຽດນາມ ຮ່ວມເດີນທາງກັບຊາວປະມົງຢູ່ເຂດທະເລຕາເວັນອອກ. ທ່ານເລຮ່າຢາງ ຜູ້ອຳນວຍການສະຖານີເຄື່ອງສົ່ງເຂດຕອນໃຕ້ພາກກາງ ໃຫ້ຮູ້ວ່າ:

      “ສະຖານີເຄື່ອງສົ່ງເຂດກາງແມ່ນສະຖານີເຄື່ອງສົ່ງຄື້ນກາງ AM ທັນສະໄໝທີ່ສຸດຂອງຫວຽດນາມ. ສະຖານີເຄື່ອງສົ່ງແຫ່ງນີ້ມີຄວາມແຮງ 400 ກິໂລວັດດ້ວຍຄວາມຖີ່ 1.071 KHZ, ປະກອບດ້ວຍພາຫະນະອຸປະກອນເຕັກນິກແລະເຕັກໂນໂລຊີທັນສະໄໝກຽມພ້ອມຫັນໄປສູ່ກະຈາຍສຽງດີຕີຕອນ DRM ແທດເໝາະກັບທ່າອ່ຽງພັດທະນາຂອງກະຈາຍສຽງໂລກ. ລະບົບອັງແຕນຄື້ນກາງລວມມີສອງເສົາອັງແຕນສູງ 95 ແມັດ”.

     ສະຖານີເຄື່ອງສົ່ງເຂດຕອນໃຕ້ພາກກາງໄດ້ກະຈາຍຄື້ນແຮງເປັນປົກກະຕິແລະຕໍ່ເນື່ອງສຳລັບບັນດາລາຍການກະຈາຍສຽງຊ່ອງຂ່າວສະຖານະການການເມືອງສັງລວມ VOV1ແລະຊ່ອງກະຈາຍສຽງລາຍການພາກພາສາຕ່າງປະເທດ VOV5 ຜ່ານນັ້ນກໍ່ໄດ້ສະໜອງຂໍ້ມູນຂ່າວສານທຸກດ້ານຈາກກາງເມືອງເສດຖະກິດຕະຫຼອດຮອດວັດທະນະທຳສັງຄົມໄປຍັງຜູ້ຟັງຢູ່ບັນດາແຂວງເຂດແຄມທະເລຕອນໃຕ້ພາກກາງແລະບັນດາລູກເຮືອຊາວຕ່າງປະເທດຢູ່ເຮືອກຳປັ່ນສາກົນເມື່ອເດີນຜ່ານເຂດທະເລຕອນໃຕ້ພາກກາງ. ກໍ່ຍ້ອນມີສະຖານີເຄື່ອງສົ່ງແຫ່ງນີ້, ເຮືອ
ກຳປັ່ນ, ບັນດາກຳລັງເຄື່ອນໄຫວຢູ່ເຂດທະເລຕອນໃຕ້ພາກກາງຫວຽດນາມສາມາດຮັບຟັງລາຍການຂອງວິທະຍຸກະຈາຍສຽງຫວຽດຍນາມ ດ້ວຍຄຸນນະພາບດີ.

ສະຖານີເຄື່ອງສົ່ງເຂດຕອນໃຕ້ພາກກາງ - ສົ່ງສຽງຫວຽດນາມໄປແດນໄກ - ảnh 2ທ່ານຫວູຫ໋າຍກວາງ ຮອງຜູ້ອຳນວຍການໃຫຍ່ VOV

    ທ່ານຫວູຫ໋າຍກວາງຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ ໃຫ້ຮູ້ວ່າ:

      “ເມື່ອຊາວປະມົງເດີນເຮືອໄປຫາປາຢູ່ທະເລຫ່າງຈາກດິນຕໍ່ແຜນນັບ 100 ໄມທະເລແລະຕ້ອງຢູ່ທະເລເປັນເດືອນຢູ່ຫັ້ນຄື້ນໂທລະສັບມືຖືກໍ່ບໍ່ມີ, ຄື້ນໂທລະພາບຈາກດາວທຽມກໍ່ບໍ່ມີເງື່ອນໄຂພຽງພໍ. ດັ່ງນັ້ນ ມີພຽງວິທີການໜຶ່ງດຽວເທົ່ານັ້ນນັ້ນແມ່ນປົກຄຸມຄື້ນຈາກດິນຕໍ່ແຜ່ນ. ສະຖາເຄື່ອງສົ່ງເຂດຕອນໃຕ້ພາກກາງກໍ່ໄດ້ສະໜອງບັນດາຂໍ້ມູນຂ່າວສານທາງດ້ານເສດຖະກິດການເມືອງວັດທະນະທຳສັງຄົມກໍ່ຄືຂ່າວບັນເທີງແລະວິທະຍາສາດເຕັກນິກໃຫ້ແກ່ຊາວປະມົງເມື່ອເດີນເຮືອໄປຫາປາຢູ່ທະເລ”.

    ນາງ Chamaléa ທິຖຸ໋ຍ ສະມາຊິກສະພາແຫ່ງຊາດແຂວງນິງຖ້ວນຖືວ່າເລື່ອງ ວິທະຍຸກະຈາຍສຽງຫວຽດນາມ ກໍ່ສ້າງແລະນຳສຖານີເຄື່ອງສົ່ງເຂດຕອນໃຕ້ພາກກາງເຂົ້າເຄື່ອນໄຫວໃນບໍລິເວນແຂວງນິງຖ້ວນແມ່ນສະແດງໃຫ້ເຫັນຄວາມເອົາໃສ່ຂອງລັດທີ່ມີຕໍ່ເຂດແຄມທະເລຕອນໃຕ້ພາກກາງພິເສດແມ່ນຊາວປະມົງທີ່ພວມເຄື່ອນໄຫວຢູ່ບໍລິເວນທະເລນີ້. ນາງ Chamaléa ທິຖຸ໋ຍໃຫ້ຮູ້ວ່າ:

     “ວິທະຍຸກະຈາຍສຽງຫວຽດນາມໄດ້ເປີດສະຖານີເຄື່ອງສົ່ງຢູ່ເຂດຕອນໃຕ້ພາກກາງນັ້ນປະຊາຊົນກໍ່ມີຄວາມພາກພູມໃຈທີ່ສຸດ. ສະຖານີເຄື່ອງສົ່ງຢູ່ແຫ່ງນີ້ໄດ້ປະກອບສ່ວນຖ່າຍທອດຂໍ້ມູນຂ່າວສານທີ່ໃໝ່ທີ່ສຸດຂອງພັກ ແລະລັດໄປສູ່ປະຊາຊົນເຂດແຄມທະເລແຂວງນິງຖ້ວນກໍ່ຄືປະຊາຊົນເຂດຕອນໃຕ້ພາກກາງໃຫ້ໄວກວ່າ. ທັງນີ້ກໍ່ເພື່ອໃຫ້ທຸກໆຄົນກຳແໜ້ນແຜນນະໂຍບາຍແນວທາງຂອງພັກລັດ. ພິເສດສຳລັບຊາວປະມົງພວມເຄື່ອນໄຫວຢູ່ທະເລກໍ່ຍ້ອນມີຄື້ນຂອງວິທະຍຸກະຈາຍສຽງຫວຽດນາມ, ດັ່ງນັ້ນຊາວປະມົງສາມາດໄດ້ຮັບຂໍ້ມູນຂ່າວຂອງປະເທດຊາດຢ່າງວ່ອງໄວ”.

      ໂດຍແມ່ນໜຶ່ງໃນຈຳນວນບັນດາສະຖານີເຄື່ອງສົ່ງທີ່ສຳຄັນຂອງປະເທດຊາດ, ສະຖານີເຄື່ອງສົ່ງແຫ່ງນີ້ ເມື່ອນຳເຂົ້າເຄື່ອນໄຫວຈະຊ່ວຍເພີ່ມທະວີຄວາມສາມາດປົກຄຸມຄື້ນຂອງວິທະຍຸກະຈາຍສຽງຫວຽດນາມ ຢູ່ທະເລຕາເວັນອອກ. ຄື້ນຂອງວິທະຍຸກະຈາຍສຽງຫວຽດນາມຈະຖືກສົ່ງໄປຈຸດທີ່ຫ່າງໄກຢູ່ທະເລປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດສັງຄົມຂອງບັນດາແຂວງເຂດຕອນໃຕ້ພາກກາງເວົ້າສະເພາະ ແລະ ຂອງຫວຽດນາມເວົ້າລວມ.

ຕອບກັບ