ວັນບຸນແທັງມິງຂອງຊາວເຜົ່າຢ້າວ - ວັນສົມມະນາຄຸນ ສະແດງຄວາມກະຕັນຍູຕໍ່ບັນພະບູລຸດ

Vinh Phong
Chia sẻ
(VOVWORLD) -ເດືອນສາມໄລ່ຕາມຈັນທະປະຕິທິນແຕ່ລະປີກໍ່ແມ່ນຈຸດເວລາທີ່ພໍ່ແມ່ພີ່ນ້ອງເຜົ່າຢ້າວຈັດວັນບຸນແທັງມິງໝາຍເຖິງວັນບູຊາແລະປັດກວາດສຸສານຂອງບັນພະບູລຸດ. ນີ້ແມ່ນໜຶ່ງໃນບັນດາວັນບຸນທີ່ສຳຄັນຂອງພໍ່ແມ່ພີ່ນ້ອງພ້ອມກັບວັນບຸນປີໃໝ່ປະຈຳຊາດ ແລະ ບຸນຫໍ່ເຂົ້າປະດັບດິນວັນເພງເດືອນເຈັດ. ເຖິງວ່າວັນບຸນແທັງມິງຂອງແຕ່ລະກຸ່ມຊົນໃນເຜົ່າຢ້າວມີຄວາມແຕກຕ່າງກັນກໍ່ຕາມແຕ່ກໍ່ລ້ວນແຕ່ສະແດງໃຫ້ເຫັນເລື່ອງລູກຫຼານສົມມະນາຄຸນສະແດງຄວາມກະຕັນຍູຕໍ່ບັນພະບູລຸດຜູ້ທີ່ໄດ້ລ່ວງລັບໄປໂດຍຜ່ານການເຮັດອະນາໄມປັດກວາດສຸສານແລະໄຫວ້ບູຊາ ຂໍໃຫ້ບັນພະບູລຸດຊ່ວຍເຫຼືອປົກປິດລູກຫຼານໃຫ້ມີຊີວິດທີ່ອີ່ມໜຳສຳລານ ລະດູການຜະລິດໄດ້ຮັບຜົນດີ
ວັນບຸນແທັງມິງຂອງຊາວເຜົ່າຢ້າວ - ວັນສົມມະນາຄຸນ ສະແດງຄວາມກະຕັນຍູຕໍ່ບັນພະບູລຸດ - ảnh 1ພາເຄື່ອງຂອງຖວາຍບູຊາບັນພະບູລຸດຂອງຊາວເຜົ່າຢ້າວໃນວັນບຸນແທັງມິງ

       ເພື່ອກະກຽມວັນບຸນແທັງມິງ, ບັນດາຄອບຄົວໃນວົງຕະກຸນເຜົ່າຢ້າວ ກົນແຈດ ສ່ວນຫຼາຍດຳລົງຊີວິດຢູ່ແຂວງຕວຽນກວາງ ຮວ່າບິ່ງແລະຫວິງຟຸກໄດ້ພາກັນມາຫໍບູຊາບັນພະບູລຸດ. ກ່ອນມື້ແທັງມິງຜູ້ນຳຂອງວົງຕະກຸນຕ້ອງເບິ່ງມື້ງາມຍາມດີເພື່ອຈັດວັນບຸນ. ພາຍຫຼັງທີ່ໄດ້ເລືອກເອົາມື້ດີແລ້ວກໍ່ຕ້ອງເຊື້ອເຊີນໝໍພອນສອງຄົນມາໄຫວ້ບູຊາບັນພະບູລຸດ. ແຕ່ລະຄອບຄົວກໍ່ໄດ້ກະກຽມເຄື່ອງຂອງຖວາຍບູຊາຄືເຫຼົ້າ, ຊີ້ນໝູ, ໄກ່, ບັ໊ນໄຍ່ ເພື່ອຖວາຍບັນພະບູລຸດ. ໃນຮ້ານບູຊາຂອງເຜົ່າຢ້າວ ກົນແຈດ ສິ່ງທີ່ຂາດບໍ່ໄດ້ນັ້ນແມ່ນເງິນເຈ້ຍເພື່ອຈູດເຜົາໃຫ້ຜູ້ທີ່ໄດ້ລ່ວງລັບໄປ. ນອກຈາກເງິນເຈ້ຍແລ້ວ ສຸສານແຕ່ລະຂຸມກໍ່ຕ້ອງມີເຈ້ຍສາດ້ວຍລວງຍາວ 50 - 60 ຊັງຕີແມັດມີຮູບມ້າເພື່ອໄຫວ້ບູຊາ. ລຸງຈິ້ງຕຽນຊວນ ຢູ່ ເຊິນງາ ຕາແສງງາຮວ່າງເມືອງອຽນເລິບແຂວງຝູເຖາະໃຫ້ຮູ້ວ່າ:

     “ພິທີໄຫວ້ບູຊາໃນວັນບຸນແທັງມິງແມ່ນໂອກາດເພື່ອໃຫ້ລູກຫຼານໃນວົງຕະກຸນສະແດງຄວາມຮູ້ບຸນຄຸນຕໍ່ບັນດາຜູ້ທີ່ໄດ້ລ່ວງຫຼັບໄປ. ດັ່ງນັ້ນໃນບັນດາເຄື່ອງຂອງຖວາຍບູຊາກໍ່ຕ້ອງມີກຸ້ງປາຫຼາຍໂຕເພື່ອສະແດງໃຫ້ເຫັນຄວາມອຸດົມສົມບູນ ສີສັນຫຼາກຫຼາຍທີ່ສະຫງວນໃຫ້ແກ່ບັນດາຜູ້ທີ່ໄດ້ລ່ວງຫຼັບໄປ”.

     ສຳລັບຊາວເຜົ່າຢ້າວເຂົາ ຢູ່ເມືອງຊິນໂຮ່ ແຂວງລາຍເຈົາ, ນັບແຕ່ຊຸມວັນຕົ້ນເດືອນສາມໄລ່ຕາມຈັນທະປະຕິທິນບັນດາຄອບຄົວກໍ່ຕ້ອງບູລະນະປະຕິສັງຂອນສູສານໃຫ້ແກ່ບັນດາຜູ້ທີ່ໄດ້ລ່ວງຫຼັບໄປ. ສຳລັບເພດຊາຍເຜົ່າຢ້າວກໍ່ກະກຽມເຈ້ຍຫ້າສີແລ້ວກໍ່ຕັດເປັນທຸງແລະລໍຖ້າຮອດວັນບຸນແທັງມິງລູກຫຼານຈະມັດໃສ່ງ່າຕົ້ນໄມ້ ຫຼືປັກເທິງຂຸມສົບ. ສຳລັບເພດຍິງເຜົ່າຢ້າວກໍ່ຕົ້ມເຫຼົ້າ, ໜຶ້ງເຂົ້າແລະຕຳບັ໊ນໄຢ່

         ເມື່ອບັນດາຄອບຄົວໄດ້ກຳນົດມື້ຈັດວັນບຸນແທັງມິງຄືໃນຕົ້ນເດືອນສາມໄລ່ຕາມຈັນທະປະຕິທິນຈົນຮອດວັນທີ 22 ເດືອນສາມ, ເຂົາເຈົ້າກໍ່ນຳເອົາຊວ້ານ ຈົກ ມີດ ມາຕັດຫຍ້າບູລະນະສ້ອມແປງສຸສານຂອງບັນພະບູລຸດໃຫ້ສະອາດສວຍງາມ. ຫຼັງຈາກນັ້ນເຈົ້າຂອງຄອບຄົວກໍ່ວາງເຄື່ອງຂອງຖວາຍບູຊາເຂົ້າໜົມຢູ່ເທິງສຸສານບັນພະບູລຸດ.  ຮອດເວລາຈັດວັນບຸນແທັງມິງ ເຖິງວ່າຈະຢູ່ໃສກໍ່ຕາມ ແຕ່ຮອດເດືອນສາມໄລ່ຕາມຈັນທະປະຕິທິນແຕ່ລະປີ ກໍ່ໄດ້ພະຍາຍາມກັບມາເຕົ້າໂຮມຄອບຄົວພ້ອມກັນໄປເຮັດວັນບຸນແທັງມິງປັດກວາດສຸສານບັນພະບູລຸດ. ອ້າຍແຈ໋ວລ່ຽວປາວ ຢູ່ຕາແສງຟັງສຸລິນ ເມືອງຊິນໂຮ່ ແຂວງລາຍເຈົາໃຫ້ຮູ້ວ່າ:

       “ເດືອນສາມໄລ່ຕາມຈັນທະປະຕິທິນແມ່ນໂອກາດຈັດວັນບຸນແທັງມິງຂອງຊາວເຜົ່າຢ້າວເຂົາ. ໃນຊຸມວັນນີ້ ແມ່ນຊຸມວັນທີ່ເບີກບານມ່ວນຊື່ນມີບັນຍາກາດອົບອຸ່ນທຸກໆໄດ້ເຕົ້າໂຮມກັນໃນຄອບຄົວເພື່ອອາໄລຫາບັນພະບຸລຸດ ກົກເຄົ້າເຫງົ້າກໍດ້ວຍຄວາມເຄົາລົບນັບຖືທີ່ສຸດ”.

     ໃນຂະນະນັ້ນ ສຳລັບຊາວເຜົ່າຢ້າວຕ່ຽນ. ແມ່ຍິງຊາວເຜົ່າຢ້າວຕ່ຽນເຄີຍໃຊ້ແພຂາວເພື່ອພັນຫົວເຊິ່ງເປັນການໄວ້ທຸກພໍ່. ນີ້ກໍ່ແມ່ນເຫດຜົນທີ່ຊາວເຜົົ່າຢ້າວຕ່ຽນບໍ່ເຮັດວັນບຸນແທັງມິງປັດກວາດສຸສານຄືດັ່ງບາງກຸ່ມຊົນອື່ນໃນເຜົ່າຢ້າວໃນວັນບຸນແທັງມິງ. ທ່ານປອ. ບ່ານຕ໊ວນນັງ ພະນັກງານສະຖາບັນການເມືອງແຫ່ງຊາດໂຮ່ຈີມິນໃຫ້ຮູ້ວ່າ:

       “ຍ້ອນເຫດນີ້ ຊາວເຜົ່າຢ້າວຕ່ຽນບໍ່ເຮັດວັນບຸນແທັງມິງຢູ່ສຸສານ,ພຽງແຕ່ທຳພິທີໄຫວ້ບູຊາບຸນແທັງມິງຢູ່ເຮືອນເທົ່ານັ້ນ”.

     ເຖິງວ່າຈະຢູ່ໃສກໍ່ຕາມ ປະເພນີນີ້ຍາມໃດກໍ່ຖືກຮັກສາໄວ້ ຈາກຄົນລຸ້ນນີ້ສູ່ຄົນລຸ້ນອື່ນເຊິ່ງເປັນການບອກເຕື່ອນໃຫ້ລູກຫຼານຍາມໃດກໍ່ຕ້ອງອາໄລຫາກົກເຄົ້າເຫງົ້າກໍເຊື່ອມຈອດຈິດໃຈຮັກແພງໃນຄອບຄົວ ແລະ ບ້ານເມືອງ. 

ຕອບກັບ