ວັດ ຄລຽງ - ສະຖາປັດຕະຍະກຳສິລະປະກຳແຫ່ງຊາດຢູ່ແຂວງຊັອກຈັງ

Ngoc Anh
Chia sẻ
(VOVWORLD) -ວັດ ຄລຽງ ຕັ້ງຢູ່ຖະໜົນໂຕນດຶກຖັງນະຄອນຊັອກຈັງ. ນີ້ແມ່ນໜຶ່ງໃນບັນດາວັດຂະແມບູນຮານຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມວັດນີ້ມີອາຍຸເກືອບ 500 ປີ. ພ້ອມກັບວັດເຢີຍ  ວັດ ຄລຽງແມ່ນໜຶ່ງໃນປູຊະນີຍະສະຖານລະດັບຊາດສອງແຫ່ງໃນແຂວງ ຊັອກຈັງແມ່ນປະເພດປູຊະນີຍະສະຖານ ສະຖາປັດຕະຍະກຳສິລະປະກຳ
ວັດ ຄລຽງ - ສະຖາປັດຕະຍະກຳສິລະປະກຳແຫ່ງຊາດຢູ່ແຂວງຊັອກຈັງ - ảnh 1ປະຕູໂຂງວັດ ຄລຽງ

     ເມື່ອທຽບໃສ່ວັດຂະແມອື່ນໆໃນແຂວງຊັອກຈັງ, ວັດ ຄລຽງກໍ່ບໍ່ເຄີຍບູລະນະປະຕິສັງຂອນ, ວັດນີ້ຍັງຮັກສາເໝືອນເດີມຖືກກໍ່ສ້າງຕາມສະຖາປັດຕະຍະກຳເຜົ່າຂະແມ.ວັດຕັ້ງໃນບໍລິເວນທີ່ກວ້າງໃຫຍ່ ຖືກປົກຄຸມໄປດ້ວຍຮົ່ມເຢັນຂອງຕົ້ນໄມ້ໃຫຍ່ ເຊິ່ງຫຼາຍກວ່າໝູ່ແມ່ນຕົ້ນຕານ, ຕົ້ນຈຳປາ... ໃນວັດ ຄລຽງກໍ່ຍັງມີໂຮງຮຽນບຳລຸງວັດທະນະທຳບາລີຊັ້ນກາງພາກໃຕ້. ພະມະຫາອາຈານ ຕັງໂນ ເຈົ້າອະທິການວັດ ຄລຽງ, ຫົວໜ້າຄະນະບໍລິຫານງານສະມາຄົມພຸດທະສາສະໜາຫວຽດນາມແຂວງຊັອກຈັງໃຫ້ຮູ້ວ່າ:

    “ເນື້ອທີ່ວັດກວ້າງປະມານ 3 ເຮັກຕາໃນນັ້ນໂຮງຮຽນບຳລຸງວັດທະນະທຳປາລີ ຊັ້ນກາງພາກໃຕ້ກໍ່ມີເນື້ອທີ່ 1ເຮັກຕາ. ວັດໄດ້ຖືກປຸກສ້າງເມື່ອປີ 1532.ກ່ອນນີ້ວັດກໍ່ບໍ່ໃຫຍ່ໂຕຄືປັດຈຸບັນ, ວັດຖືກປຸກສ້າງແບບລຽບງ່າຍແລະມຸງຫຍ້າເທົ່ານັ້ນບໍ່ກວ້າງຄືໃນປັດຈຸບັນ. ໄລຍະຕໍ່ມາວັດໄດ້ຮັບການບູລະນະປະຕິສັງຂອນ ດ້ວຍດິນຈີ່ດິນຂໍ”.

   ກຸ່ມສະຖາປັດຕະຍະກຳວັດລວມມີຫໍບູຊາໃຫຍ່, ສາລາ, ຫໍພະສົງ... ຖືກຈັດສັນຢ່າງກົມກຽວ. ຈຸດທີ່ເປັນເອກະລັກແມ່ນກິດຈະກຳສ່ວນຫຼາຍໃນວັດ ຄລຽງກໍ່ລ້ວນຖືກກໍ່ສ້າງຕາມແບບເຮືອນຮ້ານພື້ນເມືອງຂອງຊາວເຜົ່າຂະແມພາກໃຕ້. ແຕ່ລະກິດຈະກຳກໍ່ລ້ວນແຕ່ແກະຄວັດສະຫຼັກລວດລາຍຢ່າງລະອຽດອ່ອນ.ຫໍບູຊາໃຫຍ່ຕັ້ງຢູ່ໃຈກາງລວມມີພື້ນສາມຂັ້ນມີຮົ້ວອ້ອມຮອບດ້ວຍສີຫຼາກຫຼາຍ. ຂອບຫຼັງຄາກໍ່ມີຮູບປັ້ນມັງກອນບິນເລື່ອນລອຍ. ຢູ່ຕາມຍອດເສົາຕາມລະບຽງອ້ອມຮອບຫໍບູຊາໃຫຍ່ ກໍ່ລ້ວນແຕ່ມີຮູບປັ້ນກຣຸບ. ຢູ່ທາງໃນຫໍບູຊາໃຫຍ່ກໍ່ມີບັນດາເສົາເຮັດດ້ວຍໄມ້ ຖືກຟອກຄຳປິວບັນດາຮູບພາບເວົ້າເຖິງຊີວິດຂອງພະພຸດທະເຈົ້າ, ທຳມະພຸດທະສາສະໜາ. ພົ້ນເດັ່ນຂຶ້ນແມ່ນຮູບປັ້ນພະພຸດທະເຈົ້ານັ່ງເທິງດອກບົວ. ລຸງ ເຈິ່ນຣອນ ຄະນະອະທິການວັດ ຄລຽງໃຫ້ຮູ້ວ່າ:

   “ຫໍບູຊາໃຫຍ່ໃນວັດກໍ່ມີຄວາມເປັນເອກະລັກດ້ວຍລວດລາຍສວຍງາມກວ່າວັດອື່ນໆ. ຫຼັງຄາກໍ່ຖືກແກະຄວັດສະຫຼັກມັງກອນເທວະດາຟ້າແຖນຢືນຢູ່ສອງເບື້ອງເພື່ອປ້ອງກັນພະພຸດທະເຈົ້າ”.

   ວັດ ຄລຽງແມ່ນເຂັ້ມຂົ້ນໄປດ້ວຍສະຖາປັດຕະຍະກຳເຜົ່າຂະແມ ແຕ່ກໍ່ປະສົມປະສານກັບສີສັນຂອງຊາວຫວຽດ, ຊາວຮວາໃນການປະດັບປະດາ. ໃນຫໍບູຊາໃຫຍ່ກໍ່ຍັງປະສານດ້ວຍບາງຮູບພາບລວດລາຍປະດັບປະດາຂອງຊາວ ເຜົ່າ ກິງຢູ່ຕາມເສົາດ້ວຍຮູບປາໃນ, ມັງກອນແລະບັນດາຕົວໜັງສືຈີນຖືກແຕ້ມຕາມເສົາ. ສິ່ງນີ້ສ່ອງແສງເຖິງການປະສົມປະສານທາງດ້ານວັດທະນະທຳສິລະປະລະຫວ່າງສາມເຜົ່າກິງ, ຮວາແລະຂະແມ. ນາງ ແທັກທິລວານ ຜູ້ນຳທ່ຽວຢູ່ຫໍວາງສະແດງວັດທະນະທຳຊົນເຜົ່າຂະແມແຂວງຊັອກຈັງໃຫ້ຮູ້ວ່າ:

    “ຊາວເຜົ່າຂະແມຄວັດຕົວໜັງສືໃສ່ຕົ້ນຕານຫຼືໃບລານ. ສຳລັບຄຳພີໃບລານແມ່ນໄດ້ມີມາກ່ອນນີ້ກວ່າ 500 ປີ. ປຶ້ມຄຳພີກໍ່ໄດ້ເວົ້າເຖິງຫຼັກທຳມະການສອນ, ລະດັບຄວາມຮູ້ຄຳພີພຸດທະສາສະໜາ, ຢາພື້ນເມືອງປົວພະຍາດ...”.

ກໍ່ເຊັ່ນດຽວກັນກັບວັດຂະແມພາກໃຕ້, ວັດ ຄລຽງແມ່ນບ່ອນສິດສອນໃຫ້ເດັກໃນໂອກາດພັກແລ້ງ. ນອກຈາກການສອນພາສາ ຕົວໜັງສືແລ້ວວັດກໍ່ຍັງເປັນບ່ອນສຶກສາອົບຮົມ ກ່ຽວກັບບຸກຄະລິກກະພາບ ຄວາມກະຕັນຍູວິທີການປະພຶດ... ລຸງ ຮວິ່ງຊາວັດ ສັງກັດຄະນະອະທິການວັດ ຄລຽງໃຫ້ຮູ້ວ່າ:

  “ເດັກມານີ້ຮຽນຕົວໜັງສືຂະແມຈາກຫ້ອງໜຶ່ງຫາຫ້ອງຫ້າ. ນັກຮຽນຮອດຍາມພັກແລ້ງກໍ່ຖືກພໍ່ແມ່ພາໄປວັດເພື່ອຮຽນໂດຍບໍ່ເສຍຄ່າ.ບັນດາຄູບາໃນວັດເປັນຜູ້ສອນ. ປັດຈຸບັນວັດມີສາມຫ້ອງຮຽນລວມມີນັກຮຽນ 30 ຄົນ”.

  ດ້ວຍຄວາມງາມທີ່ເກົ່າແກ່ຄຸນຄ່າສິລະປະສູງ, ສະຖາປັດຕະຍະກຳທີ່ເປັນເອກະລັກຂອງເຜົ່າຂະແມນັ້ນ, ວັດ ຄລຽງແມ່ນຕົວແບບເພື່ອໃຫ້ບັນດາວັດອື່ນໆໃນແຂວງຊັອກຈັງຮຽນຮູ້ຕາມສະຖາປັດຕະຍະກຳກໍ່ສ້າງ.

ຕອບກັບ