ລາຍການທ່ອງທ່ຽວ ຫວຽດນາມ ທີ່ປອດໄພ ແລະ ດູດດື່ມ

Vinh Phong
Chia sẻ
(VOVWORLD) -ໃນສະພາບການໂລກລະບາດ ໂຄວິດ - 19 ໄດ້ຮັບການຄວບຄຸມໂດຍພື້ນຖານ, ກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ ຫວຽດນາມ ສືບຕໍ່ປຸກລະດົມລາຍການກະຕຸ້ນການທ່ອງທ່ຽວ ເຊິ່ງເນັ້ນໜັກໃສ່ສອງມາດຖານທີ່ສຳຄັນ ນັ້ນແມ່ນຄວາມປອດໄພ ແລະ ດູດດື່ມ. ກົມໃຫຍ່ ການທ່ອງທ່ຽວຫວຽດນາມ ໄດ້ຮຽກຮ້ອງໃຫ້ບັນດາທ້ອງຖິ່ນ, ວິສາຫະກິດທ່ອງທ່ຽວ, ຂະແໜງການບິນ ແລະ ບັນດາບໍລິສັດທ່ອງທ່ຽວທາງໄກ ຈົ່ງຮ່ວມແຮງຮ່ວມໃຈຊຸກຍູ້ການເຄື່ອນໄຫວ ກະຕຸ້ນການເຄື່ອນໄຫວທ່ອງທ່ຽວຄັ້ງທີສອງ
ລາຍການທ່ອງທ່ຽວ ຫວຽດນາມ ທີ່ປອດໄພ ແລະ ດູດດື່ມ - ảnh 1 ຂົວຄຳຢູ່ນະຄອນ ດາໜັງ (kinhtedothi.vn)

ປັດຈຸບັນຂະແໜງທ່ອງທ່ຽວບັນດາທ້ອງຖິ່ນ ພວມດຳເນີນບັນດາການເຄື່ອນໄຫວເທື່ອລະກ້າວ ດ້ວຍຄວາມລະມັດລະວັງ, ແລະ ມີຄວາມຫວັງຢາກຟື້ນຟູລະດັບການເຕີບໂຕ ເຖິງວ່າໃນສະພາບຕົວຈິງ ລະດູການທ່ອງທ່ຽວໃນປີນີ້ໄດ້ຜ່ານພົ້ນໄປ. ສິ່ງນີ້ໄດ້ສະແດງເຫັນປັດໄຈຄວາມປອດໄພໃຫ້ແຂກທ່ອງທ່ຽວ ກໍ່ໄດ້ຮັບຖືເປັນສຳຄັນແຖວໜ້າ. ນີ້ກໍ່ແມ່ນພື້ນຖານເພື່ອໃຫ້ບັນດາທ້ອງຖິ່ນ ຫົວໜ່ວຍວິສາຫະກິດທ່ອງທ່ຽວ ສ້າງຜະລິດຕະພັນທີ່ດູດດື່ມ ສຳລັບແຂກທ່ອງທ່ຽວ. ຢູ່ນະຄອນ ດ່າໜັງ ເຊິ່ງແມ່ນຈຸດໃຈກາງຂອງການແຜ່ລະບາດໂລກລະບາດໂຄວິດ - 19 ຄັ້ງທີສອງ, ພາຍຫຼັງບັນດາຄຳສັ່ງຜ່ອນຜັນການຈຳກັດບໍລິເວນ ເພື່ອຄ່ອຍໆຟື້ນຟູບັນດາການເຄື່ອນໄຫວ ແລະ ການດຳລົງຊີວິດຂອງປະຊາຊົນນັ້ນ, ການທ່ອງທ່ຽວເຊິ່ງແມ່ນຈຸດໃຈກາງຂອງການພັດທະນານະຄອນ ກໍ່ໄດ້ກັບຄືນສູ່ການເຄື່ອນປົກກະຕິ ດ້ວຍການເປີດບັນດາຮູບແບບການລະຫຼິ້ນບັນເທີງ. ອ້າຍ ເລແທັງຟອງ ໃຫ້ຮູ້ວ່າ ບັນດາມາດຖານກ່ຽວກັບຄວາມປອດໄພ ໃນການປ້ອງກັນສະກັດກັ້ນໂລກລະບາດ ໂຄວິດ - 19 ໄດ້ຮັບການປະຕິບັດຢ່າງດີທີ່ສຸດຈາກທ້ອງຖິ່ນ ອັນໄດ້ເຮັດລາວ ພ້ອມກັບໝູ່ເພື່ອນ ແລະ ນັກທ່ອງທ່ຽວທັງຫຼາຍ ຮູ້ສຶກມີຄວາມອຸ່ນອ່ຽນໃຈ ເມື່ອກັບຄືນທ່ອງທ່ຽວຢູ່ ດ່າໜັງ. ອ້າຍ ຟອງ ເວົ້າວ່າ:

   “ບໍ່ພຽງແຕ່ຢູ່ນະຄອນ ດ່າໜັງ ເທົ່ານັ້ນ, ຫາກຍັງຢູ່ທຸກໆແຫ່ງທີ່ຂ້າພະເຈົ້າໄດ້ໄປຢ້ຽມຢາມນັ້ນ ວຽກງານປ້ອງກັນສະກັດກັ້ນໂລກລະບາດ ຍາມໃດກໍ່ໄດ້ຮັບການຮັບປະກັນ.  ເຖິງວ່ານັກທ່ອງທ່ຽວຕ້ອງສູນເສຍເວລາເລກໜ້ອຍ, ແຕ່ຂ້າພະເຈົ້າເຫັນວ່າສິ່ງນີ້ ແມ່ນດີທີ່ສຸດສຳລັບທຸກໆຄົນ ຈາກການລ້າງມືຂ້າເຊື້ອ ຫຼື ການແຈ້ງອາການສຸຂຸພາບ ແມ່ນຈະຮັບປະກັນຄວາມປອດໄພໃຫ້ແກ່ທຸກໆຄົນຕໍ່ໜ້າໂລກລະບາດໂຄວິດ - 19”.

ພ້ອມກັບບັນດາເຂດລະຫຼິນບັນເທີງນັ້ນ, ບັນດາເຂດໂຮງແຮມຢູ່ ດ່າໜັງ ກໍ່ໄດ້ກັບຄືນສູ່ການເຄື່ອນໄຫວປົກກະຕິ ອັນໄດ້ສະແດງໃຫ້ເຫັນການທ່ອງທ່ຽວຢູ່ ດ່າໜັງ  ພວມໄດ້ຮັບການຟື້ນຟູ. ທ່ານ ເຢືອງຝູນາມ ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ Sun World ໃຫ້ຮູ້ວ່າ:

“ພວກຂ້າພະເຈົ້າໄດ້ສົມທົບກັບບັນດາພະແນກ, ຄະນະ, ຂະແໜງການຕ່າງໆຂອງນະຄອນ ດ່າໜັງ, ບໍລິສັດທ່ອງທ່ຽວທາງໄກ ໃນທົ່ວປະເທດ ເພື່ອສືບຕໍ່ໂຄສະນາ ດ່າໜັງ ແມ່ນສະຖານທີ່ດູດດື່ມ ແລະ ປອດໄພ. ນີ້ກໍ່ແມ່ນແຜນນະໂຍບາຍຂອງລັດຖະບານ ໃນການຟື້ນຟູຕະຫຼາດທ່ອງທ່ຽວພາຍໃນປະເທດ ແນໃສ່ຟື້ນຟູພື້ນຖານເສດຖະກິດຂອງປະເທດຊາດ”.

ໄປຄຽງຄູ່ກັບການຮັບປະກັນບັນດາມາດຕະການປ້ອງກັນສະກັດກັ້ນ ໂຄວິດ - 19, ມີຫຼາຍການເຄື່ອນໄຫວກະຕຸ້ນການທ່ອງທ່ຽວຢູ່ພາຍໃນປະເທດ ໄດ້ຮັບການຜັນຂະຫຍາຍຈາກບັນດາວິສາຫະກິດທ່ອງທ່ຽວທາງໄກຢູ່ພາຍປະເທດ. ພ້ອມກັບ ດ່າໜັງ, ແຂວງ ບາເຣ້ຍ ຫວຸງເຕົ່າ ແລະ ຫຼາຍທ້ອງຖິ່ນໃນທົ່ວປະເທດ ກໍ່ບໍ່ປະໝາດໃນວຽກງານປ້ອງກັນສະກັດກັ້ນໂລກລະບາດ. ທ່ານ ຈິ້ງຮ່າງ ຜູ້ອຳນວຍການພະແນກວັດທະນະທຳ ກິລາ ແລະ ທ່ອງທ່ຽວ ແຂວງ ບາເຣ້ຍ ຫວຸງເຕົ່າ ໃຫ້ຮູ້ວ່າ:

 “ເພື່ອກະຕຸ້ນການທ່ອງທ່ຽວ ແມ່ນຕ້ອງຍົກອອກປະມວນມາດຖານທີ່ປອດໄພ ໃນການປ້ອງກັນສະກັດກັ້ນໂລກລະບາດ ໃນຂົງເຂດການທ່ອງທ່ຽວ. ຈາກນັ້ນ ກໍສົ່ງໃຫ້ແກ່ຮາກຖານດຳເນີນທຸລະກິດ ການບໍລິການທ່ອງທ່ຽວທຸກໆແຫ່ງໃນບໍລິເວນ ຄືປະມານ 2000 ແຫ່ງ ໃຫ້ຄຳໝັ້ນສັນຍາເຂົ້າຮ່ວມ ແລະ ປະຕິບັດຕາມບັນດາມາດຖານທີ່ໄດ້ກຳນົດ”.

ພາຍຫຼັງທີ່ກົມໃຫຍ່ທ່ອງທ່ຽວເລີ່ມປະຕິບັດລາຍການກະຕຸ້ນການທ່ອງທ່ຽວຢູ່ພາຍໃນປະເທດໃນໄລຍະທີສອງ, ຫຼາຍທ້ອງຖິ່ນທີ່ມີທ່າແຮງທາງດ້ານການທ່ອງທ່ຽວຄື ກວ໋າງນິງ, ບິ່ງດິ້ງ, ກວາງນາມ… ພ້ອມກັບການເປີດປະຕູກັບຄືນສູ່ການເຄື່ອນໄຫວປົກກະຕິນັ້ນ, ໄດ້ຜັນຂະຫຍາຍການຫຼຸດລາຄາປີ້ຢ້ຽມຊົມ ທັດສະນະສຶກສາ ແນໃສ່ດຶງດູດແຂກທ່ອງທ່ຽວຢູ່ພາຍໃນປະເທດ. ທ່ານຮອງຫົວໜ້າກົມໃຫຍ່ທ່ອງທ່ຽວ ຮ່າວັນຊຽວ ໃຫ້ຮູວ່າ:

 “ເພື່ອໃຫ້ລາຍການກະຕຸ້ນການທ່ອງທ່ຽວ ດຳເນີນຢ່າງມີປະສິດທິຜົນນັ້ນ,  ທາງກົມໃຫຍ່ທ່ອງທ່ຽວ ອີກເທື່ອໜຶ່ງໄດ້ເນັ້ນໜັກເຖິງປັດໄຈຕັດສິນຊີ້ຂາດ ນັ້ນແມ່ນຮັບປະກັນຄວາມປອດໄພ ໃຫ້ແກ່ແຂກທ່ອງທ່ຽວແມ່ນເໜືອກວ່າສິ່ງໃດໝົດ. ບັນດາຫົວໜ່ວຍຄວນປະຕິບັດບັນດາມາດຕະການປ້ອງກັນສະກັດກັ້ນໂລກລະບາດຢ່າງເຄັ່ງຂັດ ແລະ ເຮັດຕາມການແນະນຳຂອງບັນດາອົງການສຳນັກງານທີ່ມີໜ້າທີ່ຮັບຜິດຊອບ”.

ປັດຈຸບັນດາສະຫະສະມາຄົມທ່ອງທ່ຽວ ຫວຽດນາມ ແລະ ບັນດາສະຫະສະມາຄົມທ່ອງທ່ຽວທ້ອງຖິ່ນ ພວມຕັ້ງໜ້າປຸກລະດົມສະມາຊິກສະມາຄົມເຂົ້າຮ່ວມ ສະຫະພັນກະຕຸ້ນການທ່ອງທ່ຽວ. ບັນດາວິສາຫະກິດທ່ອງທ່ຽວທາງໄກ, ບັນດາສະຖານທີ່ພັກເຊົາ, ໂຮງແຮມ, ບໍລິສັດຂົນສົ່ງ, ການບິນ, ບັນດາເຂດລະຫຼິ້ນບັນເທີງ… ຈົ່ງພະຍາຍາມປະຕິບັດບັນດາຂໍ້ກຳນົດ ກ່ຽວກັບຄວາມປອດໄພ ໃນການປ້ອງກັນສະກັດກັ້ນໂຄວິດ - 19 ໃຫ້ເປັນຢ່າງດີ, ຍູ້ແຮງການໂຄສະນາເຜີຍແຜ່ ກ່ຽວກັບຄຳໝັ້ນສັນຍາປະຕິບັດການທ່ອງທ່ຽວທີ່ປອດໄພ.

ຕອບກັບ