ລົງຢາມເຂດ ATK ດິ້ງຮວ໊າ - ຂີດໝາຍປະຫວັດສາດທີ່ຮຸ່ງເຮືອງເຫຼືອງເຫຼື້ອມ.

Vinh Phong
Chia sẻ
(VOVWORLD) -ສຳລັບຊາວຫວຽດນາມແລ້ວ ເຂດ ATK ດິ້ງຮວ໊າໝາຍເຖິງເຂດປອດໄພດິ້ງຮວ໊າ ທີ່ແຂວງຖາຍງວຽນ ຍາມໃດກໍ່ແມ່ນດິນແດນແຫ່ງປະຫວັດສາດທີ່ສັກກາລະບູຊາເປັນຂີດໝາຍຊຸມວັນເດືອນປີແຫ່ງປະຫວັດສາດຂອງຊາດຫວຽດນາມ. ນີ້ແມ່ນສະຖານທີ່ປະຫວັດສາດລະດັບຊາດພິເສດແມ່ນສະຖານທີ່ແດງເພື່ອສຶກສາອົບຮົມໄວໜຸ່ມກ່ຽວກັບມູນເຊື້ອປະຕິວັດ. ໃນຊຸມປີມໍ່ໆມານີ້ ເຂດ ATK ດິ້ງຮວ໊າໄດ້ຄ່ອຍໆກາຍເປັນໜຶ່ງໃນບັນດາສະຖານທີ່ ທ່ອງທ່ຽວທີ່ລືຊື່ອັນດັບໜຶ່ງໃນແຂວງຖາຍງວຽນ.
ລົງຢາມເຂດ ATK ດິ້ງຮວ໊າ - ຂີດໝາຍປະຫວັດສາດທີ່ຮຸ່ງເຮືອງເຫຼືອງເຫຼື້ອມ. - ảnh 1ເຮືອນອະນຸສອນສະຖານປະທານໂຮ່ຈິມິນຢູ່ເຂດ ATK ດິ້ງຮວ໊າ

     ເຂດ ATK ດິ້ງຮວ໊າຕິດພັນກັບການຕໍ່ຕ້ານຕ້ານພວກລ່າເມືອງຂຶ້ນຝຣັ່ງຂອງຊາດຫວຽດນາມ.  ພ້ອມກັບພາລະກຳປະຫວັດສາດກັບເມືອງເຕິນຈ່າວ ແຂວງ ຕວຽນກວາງ, ຕະຫຼາດໂດນແຂວງບັກກ້ານໄລຍະ 1946 – 1954, ເມືອງດິ້ງຮວ໊າແຂວງຖາຍງວຽນໄດ້ຖືກສູນກາງພັກ, ລັດຖະບານ, ປະທານໂຮ່ຈີມິນເລືອກເອົາເປັນເຂດປອດໄພໃນການຕໍ່ຕ້ານ. ໃນປະຫວັດສາດສະຖານທີ່ແຫ່ງນີ້ ເຄີຍເປັນທີ່ຮູ້ຈັກກັນດີດ້ວຍຊື່ເອີ້ນທີ່ແຕກຕ່າງກັນຄືເຂດປອດໄພ ເຂດຮ່ອງຮອຍສະຖານປະຫວັດສາດ ATK ດິ້ງຮວ໊າ, ເຂດຮ່ອງຮອຍສະຖານປະຫວັດສາດທີ່ປອດໄພສູນກາງ. ດ້ວຍຄວາມສາມາດບົ່ມຊ້ອນທາງດ້ານທີ່ຕັ້ງພູມສາດ, ທັງກວ້າງໃຫຍ່ທຸລະກັນດານທັງຮັບປະກັນຄວາມປອດໄພໃນການສູ້ຮົບແລະຮັບປະກັນບັນດາປັດໄຈທີ່ຈຳເປັນເພື່ອຮັກສາຄວາມລັບ.ດິ້ງຮວ໊າໄດ້ກາຍເປັນສູນກາງຂອງເຂດຖານທີ່ໝັ້ນພາກເໜືອໃນໄລຍະນັ້ນ, ນາງໂດ໊ທິຍາຈາງ ສັງກັດຄະນະຄຸ້ມຄອງເຂດຮ່ອງຮອຍປະຫວັດສາດ - ຊີວະພາບ ATK ດິ້ງຮວ໊າໃຫ້ຮູ້ວ່າ:

      “ດິ້ງຮວ໊າໄດ້ເຕົ້າໂຮມຄົບທຸກປັດໄຈຄືໂອກາດ, ພູມສາດ, ມະນຸດ. ກ່ຽວກັບພູມສາດແຫ່ງນີ້ ແມ່ນເຂດພູຜາປ່າໄມ້ທຸລະກັນດານຖືກປົກຄຸມໄປດ້ວຍເນື້ອທີ່ປ່າດົງດິບເຊິ່ງສາມາດປົກປິດເສັ້ນທາງໄປມາຢູ່ທາງໃນ. ຢູ່ແຫ່ງນີ້ທົ່ງໄຮ່ທົ່ງນາສະຫຼັບກັບພູຜາປ່າໄມ້ ອັນໄດ້ສ້າງເປັນແຫຼ່ງສະໜອງສະບຽງອາຫານຢູ່ກັບທີ່ ຊາວດິ້ງຮວ໊າແຕ່ປາງກ່ອນກໍ່ໄດ້ມີມູນເຊື້ອຮັກຊາດນ້ຳໃຈຕື່ນຕົວປະຕິວັດຮັບປະກັນຄວາມປອດໄພໃຫ້ແກ່ສູນກາງພັກລັດຖະບານແລະ ປະທານໂຮ່ຈີຈິນໃນຊຸມເດືອນປີທຳການຕໍ່ຕ້ານ”.

     ເຂດຮ່ອງຮອຍສະຖານປະຫວັດສາດ ATK ດິ້ງຮວ໊າລວມມີ 13 ແຫ່ງມີຍອດເນື້ອທີ່ ໃນແຜນຜັງອະນຸລັກຫຼາຍກວ່າ 5.200 ຕະລາງກິໂລແມັດ. ສະຖານທີ່ທຳອິດແມ່ນເຮືອນອະນຸສອນສະຖານປະທານໂຮ່ຈີມິນຢູ່ຈອມພູແຢ. ນີ້ແມ່ນວິຫານບູຊາປະທານໂຮ່ຈີມິນໃຫຍ່ກວ່າໝູ່ຢູ່ ຫວຽດນາມ ຖືກປຸກສ້າງເມື່ອປີ 2005 ກົງກັບໂອກາດລະນຶກ 115 ປີແຫ່ງວັນຄ້າຍວັນເກີດຂອງເພິ່ນ. ນາງມາທີກ່ຽວສັງກັດຄະນະຄຸ້ມຄອງ ເຂດຮ່ອງຮອຍສະຖານປະຫວັດສາດ - ຊີວິພາບ ATK ດິ້ງຮວ໊າໃຫ້ຮູ້ວ່າ:

      “ກິດຈະກຳເຮືອນອະນຸສອນສະຖານປະທານໂຮ່ຈີມິນຖືກຕັ້ງຢູ່ຍອດກິ່ວແຢພູຮົ່ງ ນີ້ແມ່ນກິດຈະກຳທີ່ມີຄວາມໝາຍສະແດງໃຫ້ເຫັນຈິດໃຈຂອງປະຊາຊົນທີ່ມີຕໍ່ເພິ່ນ. ກິດຈະກຳໂດຍອົງຄະນະພັກ ອຳນາດການປົກຄອງແລະຊາວນະຄອນຫຼວງຄາວນັ້ນມອບໃຫ້ອົງຄະນະພັກປະຊາຊົນບັນດາເຜົ່າຂອງແຂວງຖາຍງວຽນດ້ວຍຄວາມໝາຍນະຄອນຫຼວງຂອງທົ່ວປະເທດມອບໃຫ້ເຂດ ATK ດິ້ງຮວ໊າເປັນຂອງຂວັນ.”

        ຢູ່ເຂດ ATK ດິ້ງຮວ໊າ, ພູແຕ່ລະໜ່ວຍແມ່ນ້ຳແຕ່ລະສາຍຫຼືບໍ່ວ່າສະຖານທີ່ໃດໆ ກໍ່ລ້ວນແຕ່ຕິດພັນກັບຮູບພາບປະທານໂຮ່ຈີມິນ. ໂນນເຄົາຕີ໊ ຕາແສງດ່ຽມໝັກແມ່ນສະຖານທີ່ທຳອິດທີ່ປະທານໂຮ່ຈີມິນໄດ້ຢູ່ ແລະເຮັດວຽກຢູ່ເຂດATK ດິ້ງຮວ໊າ. ຢູ່ແຫ່ງນີ້ ເມື່ອວັນທີ່ 20 ພຶດສະພາປີ 1947 ເພິ່ນພ້ອມກັບນັກຮົບ 8 ຄົນໄດ້ປຸກສ້າງເຮືອນຮ້ານຫຼັງໜຶ່ງເພື່ອໃຊ້ເປັນບ່ອນຢູ່ ແລະເຮັດວຽກ. ສ່ວນຢູ່ຕີນກິ່ວແຢຫ້ວຍຮົ່ງແມ່ນໂນນຕີນແກວເຊິ່ງເປັນແຫ່ງທີ່ເພິ່ນໄດ້ຢູ່ ແລະເຮັດວຽກໃນໄລຍແຕ່ປີ 1948 – 1953. ຢູ່ແຫ່ງນີ້ກໍ່ໄດ້ຕັ້ງຕູບມຸງຫຍ້າ ໃນທ່າມກາງເຂດພູຜາປ່າໄມ້. ຢູ່ບ່ອນນີ້ກໍ່ແມ່ນສະຖານທີ່ຕົກລົງເປີດບັ້ນຮົບດ້ຽນບຽນຝູ໋ ເຊິ່ງແມ່ນການຕັດສິນທີ່ມີລັກສະນະເປັນບາດລ້ຽວຂອງທັງຊາດຫວຽດນາມ. ນາງ ຮວ່າງທິຮຽບ ສັງກັດຄະນະຄຸ້ມຄອງ ເຂດຮ່ອງຮອຍສະຖານ ປະຫວັດສາດ - ຊີວະພາບ ATK ດິ້ງຮວ໊າໃຫ້ຮູ້ວ່າ:

     “ເຮືອນຕູບຫຼັງນີ້ ຖືກເຮັດດ້ວຍໄມ້ໄຜ່ ໄມ້ເຮ້ຍແລະມຸງຫຍ້າຖືກເຮັດຕາມແບບເຮືອນຮ້ານປະເພນີຂອງປະຊາຊົນບັນດາເຜົ່າຢູ່ແຫ່ງນີ້”.

      ປັດຈຸບັນຢູ່ແຫ່ງນີ້ ຍັງເກັບຮັກສາວາງສະແດງບັນດາເຄື່ອງໃຊ້ ອຸປະກອນເຮັດວຽກຂອງປະທານໂຮ່ຈີມິນ. ທ້າວຫງວຽນວັນຮຶງແຂກທ່ອງທ່ຽວມາຈາກແຂວງຮຶງອຽນໃຫ້ຮູ້ວ່າ:

      “ນີ້ເປັນຄັ້ງທຳອິດທີ່ຂ້າພະເຈົ້າໄດ້ມາຢາມເຂດATK ດິ້ງຮວ໊າ. ຂ້າພະເຈົ້າເຫນວ່າຢູ່ແຫ່ງນີ້ ພູຜ່ປ່າໄມ້ຮົກເຮື້ອຫວ່າງເປົ່າ, ເງື່ອນໄຂກໍ່ຫຍຸ້ງຍາກແຕ່ປະທານ ໂຮ່ຈີມິນພ້ອມກັບຜູ້ນຳຂອງພັກລັດໄດ້ຢູ່ເຮັດວຽກ ແລະນຳພາການຕໍ່ຕ້ານຂອງຊາດຫວຽດນາມໄປສູ່ໄຊຊະນະ”.

      ເຂດ ATK ດິ້ງຮວ໊າເມື່ອກ່ອນນີ້ ແລະໃນປັດຈຸບັນພວມປ່ຽນແປງໃນແຕ່ລະວັນຊຶ່ງບໍ່ພຽງແຕ່ແມ່ນສະຖານທີ່ແດງເພື່ອສຶກສາອົບຮົມໄວໜຸ່ມກ່ຽວກັບມູນເຊື້ອປະຕິວັດເທົ່ານັ້ນ, ໃນຊຸມປີມໍ່ໆມານີ້ ເຂດ ATK ດິ້ງຮວ໊າໄດ້ຄ່ອຍໆກາຍເປັນໜຶ່ງໃນບັນດາສະຖານທີ່ ທ່ອງທ່ຽວທີ່ລືຊື່ອັນດັບໜຶ່ງໃນແຂວງຖາຍງວຽນອີກດ້ວຍ

ຕອບກັບ