ມຸ່ງໄປສູ່ການກໍ່ສ້າງຕົວເມືອງມໍລະດົກ ບົນພື້ນຖານປູຊະນີຍະສະຖານກຸງເກົ່າ ເຫວ້

Le Phuong
Chia sẻ
(VOVWORLD) -ກຸ່ມປູຊະນີຍະສະຖານກຸງເກົ່າ ເຫວ້ ເຊິ່ງແມ່ນມໍລະດັກວັດທະນະທຳ ໂລກ ທີ່ນະຄອນ ເຫວ້, ແຂວງ ເທື່ອທຽນເຫວ້, ມາຮອດປັດຈຸບັນ ຍັງຄົງໄດ້ຮັບການອະນຸລັກຮັກສາ ດ້ວຍບັນດາກິດຈະກຳມີຄຸນຄ່າທີ່ເປັນເອກະລັກ ເຖິງວ່າໄດ້ຜ່ານຜ່າການຜັນແປຂອງປະຫວັດສາດ ຢ່າງຫຼວງຫຼາຍກໍ່ຕາມ. ບັນດາກິດຈະກຳທີ່ຂຶ້ນກັບກຸ່ມ ປູຊະນີຍະສະຖານກຸງເກົ່າ ເຫວ້ ທັງມີຫຼາຍຮູບຫຼາຍສີ ອຸດົມສົມບູນທັງເຂັ້ມຂົ້ນໄປດ້ວຍສີສັນຊາດ, ມີຄຸນຄ່າພິເສດທາງດ້ານປະຫວັດສາດ ແລະ ວັດທະນະທຳສິລະປະ. ນີ້ກໍ່ແມ່ນທ່າໄດ້ປຽບ ເພື່ອໃຫ້ແຂວງ ເທື່ອທຽນເຫວ້ ສ້າງສາ ແລະ ພັດທະນານະຄອນ ເຫວ້ ໃຫ້ກາຍເປັນຕົວເມືອງມໍລະດົກ ບົນພື້ນຖານການອະນຸລັກ ເສີມຂະຫຍາຍຄຸນຄ່າກຸ່ມປູຊະນີຍະສະຖານກຸງເກົ່າ
ມຸ່ງໄປສູ່ການກໍ່ສ້າງຕົວເມືອງມໍລະດົກ  ບົນພື້ນຖານປູຊະນີຍະສະຖານກຸງເກົ່າ ເຫວ້ - ảnh 1ພະລາດຊະວັງເຫ້ວ 

ເຂດຕົວເມືອງ ເຫວ້ ໄດ້ຮັບການວາງແຜນຜັງ ແລະ ກໍ່ສ້າງຕິດພັນກັບແມ່ນ້ຳ ເຮືອງ ນັບຕັ້ງແຕ່ຕົ້ນສະຕະວັດທີ XVII ບົນພື້ນຖານແຫ່ງຂະບວນວິວັດ ຫັນເປັນຕົວເມືອງໄດ້ຖືດຳເນີນນັບ 100 ປີກ່ອນໜ້ານັ້ນ, ຕິດພັນກັບຂະບວນວິວັດ ມຸ່ງໄປສູ່ທາງທິດໃຕ້ຂອງ ຊາວຫວຽດນາມ. ຕາມການເວລາ, ແຜນກຳນົດຂອງເຂດຕົວເມືອງ ເຫວ້ ນັບມື້ໄດ້ຮັບການເປີດກວ້າງ, ຈາກຍ່ານເໜືອຂອງແມ່ນ້ຳ ເຮື່ອງ ອອກສູ່ທະເລ ຕາມທິດຕາເວັນຕົກ - ທິດຕາເວັນອອກ, ຈາກ ອານຮວ່າ, ເຮືອງເສີ໋ ໄປຮອດພູ ງຶບິ່ງ, ມຸ່ງໄປສູ່ບຶງ ຕາມຢາງ. ພິເສດກຸ່ມປູຊະນີຍະສະຖານກຸງເກົ່າ ເຫວ້ ໃນປັດຈຸບັນມີ 7 ມໍລະດົກໂລກ ໄດ້ຮັບການຮັບຮອງຈາກ Unesco, ໃນນັ້ນ 5 ມໍລະດົກຂຶ້ນກັບລາດຊະວົງ ຫງວຽນ ມີຄົບ 3 ຮູບແບບເປັນວັດຖຸ, ບໍ່ເປັນວັດຖຸ ແລະ ມໍລະດົກວັດຖຸເອກະສານ. ປັດຈຸບັນ ເທື່ອທຽນເຫວ້ ໄດ້ຮັບຖືກວ່າ ແມ່ນພຽງແຫ່ງດຽວຍັງຮັກສາມໍລະດົກວັດທະນະທຳ ຫວຽດນາມ ນັບທັງມໍລະດົກເປັນວັດຖຸ ແລະ ບໍ່ເປັນວັດຖຸ, ທັດຊະນີຍະພາບ, ສິ່ງແວດລ້ອມ, ວິຖິີຊີວິດ,  ຮີດຄອງປະເພນີ… ພ້ອມກັນນັ້ນກໍ່ແມ່ນດິນແດນທີ່ມີມໍລະດົກທຳມະຊາດ ທີ່ເປັນເອກະລັກ ມີຄຸນຄ່າພົ້ນເດັ່ນ. ຕາມການຕີລາຄາຂອງບັນດາຜູ້ຊ່ຽວຊານແລ້ວ ການພັດທະນາຂອງນະຄອນ ເຫວ້ ຄືໃນປັດຈຸບັນ ແມ່ນອີງບົນພື້ນຖານ ບັນດາມໍລະດົກວັດທະນະທຳທາງດ້ານວັດຖຸ ແລະ ຈິດໃຈ ເຊິ່ງທ້ອງຖິ່ນພວມມີ ກໍ່ຄືສືບທອດບັນດາມໍລະດົກ ກ່ຽວກັບຕົວເມືອງ ເຊິ່ງຄົນລຸ້ນກ່ອນໆ ໄດ້ສ້າງຂຶ້ນ. ທ່ານ ສາດສະດາຈານ ປອ ເລືອງກວັກບິ່ງ ສັງກັດສະພາມໍລະດົກແຫ່ງຊາດ ໄດ້ຖືວ່າ:

      “ເບິ່ງຄືວ່າ ເຫວ້ ໄດ້ເຕົ້າໂຮມບັນດາມາດຖານຢ່າງຄົບຖ້ວນ ຂອງເຂດຕົວເມືອງມໍລະດົກທີ່ມີມາແຕ່ດົນນານ, ນັ້ນແມ່ນຂອບເຂດ, ເນື້ອໃນ,  ຄຸນຄ່າມໍລະດົກວັດທະນະທຳເປັນວັດຖຸ ແລະ ບໍ່ເປັນວັດຖຸ. ສິ່ງທີ່ສຳຄັນແມ່ນຄວາມເຫັນດີ ເຫັນພ້ອມຈາກຊຸມຊົນ. ຊຸມຊົນນະຄອນ ເຫວ້ ມີສະຕິຄວາມຮັບຮູ້ກ່ຽວກັບບັນຫາກໍ່ສ້າງ ເຫວ້ ກາຍເປັນນະຄອນມໍລະດົກ”.

      ໃນແຜນກໍ່ສ້າງ ແລະ ພັດທະນາເຂດຕົວເມືອງ ເຫວ້ ເຖິງປີ 2030, ວິໄສທັດເຖິງ 2050, ແຂວງ ເທື່ອທຽນເຫວ້ ໄດ້ເປີດກວ້າງຕົວເມືອງ ເຫວ້ ເຊິ່ງລວມມີນະຄອນ ເຫວ້ ແລະ ສ່ວນໜຶ່ງແມ່ນຂຶ້ນກັບບັນດາເທດສະບານ ເຮືອງຖຸ໋ຍ, ເຮືອງຈ່າ ແລະ ເມືອງ ຝູວາງ ດ້ວຍເນື້ອທີ່ປະມານ 348 ຕະລາງກິໂລແມັດ, ກວ້າງທົບ 5 ເທົ່າເມື່ອທຽບໃສ່ເນື້ອທີ່ນະຄອນ ເຫວ້ ໃນປັດຈຸບັນ.    ນັກຄົ້ນຄວ້າ ຫງວຽນຊວນຮວາ ອະດີດຫົວໜ້າພະແນກ ວັດທະນະທຳ ກິລາ ແລະ ທອ່ງທ່ຽວ ແຂວງ ເທື່ອທຽນເຫວ້ ຖືວ່າ:

      “ຖ້າວ່າພວກເຮົາເປີດກວ້າງຂອບເຂດຕົວເມືອງ ເຫວ້, ຫັນນະຄອນ ເຫວ້ ກາຍເປັນນະຄອນມໍລະດົກນັ້ນ, ກໍ່ຕ້ອງມີແຜນຜັງສັງລວມ, ແຜນຜັງກ່ຽວກັບການຈັດສັນເຂດ, ຕ້ອງສ້າງສາຍສຳພັນລະຫວ່າງຕົວເມືອງທີ່ມີມາແຕ່ດົນນານ ແລະ ບັນດາເຂດຕົວເມືອງໃໝ່, ສ້າງຮູບຖານຕົວເມືອງທີ່ເປັນເອກະລັກ ເຂັ້ມຂົ້ນໄປດ້ວຍລັກສະນະມໍລະດົກຂອງ ຫວຽດນາມ ແລະ ເປີດກວ້າງເຂດການບໍລິການຕົວເມືອງ ເພື່ອສ້າງບັນດາຂົງເຂດ ທີ່ມີເງື່ອນໄຂໃໝ່ ພ້ອມທັງຊຸກຍູ້ການພັດທະນາໃນຊີວິດການເປັນຢູ່ ຂອງຊຸມຊົນເຂດຕົວເມືອງ”.

       ຕາມແຜນກໍ່ສ້າງ ແລະ ພັດທະນາເຂດຕົວເມືອງ ເຫວ້, ແຂວງ ເທື່ອທຽນເຫວ້ ໄດ້ວາງເປົ້າໝາຍເຖິງປີ 2025 ຈະນຳນະຄອນ ເຫວ້ ກາຍເປັນນະຄອນຂຶ້ນກັບສູນກາງ ບົນພື້ນຖານອະນຸລັກ ເສີມຂະຫຍາຍຄຸນຄ່າມໍລະດົກກຸງເກົ່າ ແລະ ສີສັນວັດທະນະທຳຂອງ ເຫວ້. ສູ້ຊົນເຖິງປີ 2030 ພັດທະນາເຂດຕົວເມືອງ ເຫວ້ ກາຍເປັນໜຶ່ງໃນບັນດາສູນກາງໃຫຍ່ ທີ່ເປັນເອກະລັກຂອງພາກພື້ນອາຊີຕາເວັນອອກສຽງໃຕ້ ກ່ຽວກັບວັດທະນະ ທຳທ່ອງທ່ຽວ ແລະ ສາທາລະນະສຸກ; ກາຍເປັນໜຶ່ງໃນບັນດາສູນກາງໃຫຍ່ຂອງທົ່ວປະເທດ ກ່ຽວກັບວິທະຍາສາດ ແລະ ເຕັກໂນໂລຢີ, ການສຶກສາ ແລະ ກໍ່ສ້າງຫຼາຍຂະແໜງ, ຫຼາຍຂົງເຂດ, ຊີວິດທາງດ້ານຈິດໃຈຂອງປະຊາຊົນ ຈະບັນລຸລະດັບສູງ. ວິໄສທັດເຖິງ 2045, ເຂດຕົວເມືອງ ເຫວ້ ກາຍເປັນນະຄອນ Festival, ສູນກາງວັດທະນະທຳການສຶກສາ ທ່ອງທ່ຽວ ແລະ ສາທາລະນະສຸກ ລົງເລິກທີ່ເປັນເອກະລັກຂອງອາຊີ

ຕອບກັບ