ປູຍີຟາມ ສະຖານທີ່ທ່ອງທ່ຽວທີ່ຮົກເຮື້ອ ແລະ ເປັນໜ້າດູດດື່ມ ຢູ່ເຂດ ທາງທິດຕາເວັນຕົກສຽງເໜືອ

Vinh Phong
Chia sẻ
(VOVWORLD) -ເມື່ອມີໂອກາດໄປຢ້ຽມຢາມເຂດພູສູງໃນແຂວງ ເຊີນລາ ນອກຈາກໄດ້ຄົ້ນຫາເຂດແດນສະຫວັນ ຕາຊົວ, ຫາດດອນຫີນເກົ່າ ແຄໂຫ, ຖ້ຳອາຝູ, ໜອງດອກບົວ ຮວ່າຍ່ານ… ປັດຈຸບັນແຂກທ່ອງທ່ຽວຍັງຈະໄດ້ຄົ້ນຫາເຂດ ປູຍີຟາມ ໃນຕາແສງ ຟຽງບານ ເພື່ອຮັບຊົມຄວາມງາມແບບຮົກເຮື່ອ ຂອງເຂດພູສູງ. ຢູ່ແຫ່ງນີ້ດ້ວຍທິວທັດທຳມະຊາດໃຫຍ່ໂຕມະໂຫຖານ, ອາກາດເຢັນສະບາຍ ແລະ ປອດໂປ່ງ ເຊິ່ງແມ່ນສະຖານທີ່ທ່ອງທ່ຽວ, ພັກຜ່ອນຢ່ອນອາລົມທີ່ເປັນໜ້າຈັບໃຈ ໃນຊຸມວັນລະດູຮ້ອນ
ປູຍີຟາມ ສະຖານທີ່ທ່ອງທ່ຽວທີ່ຮົກເຮື້ອ ແລະ ເປັນໜ້າດູດດື່ມ  ຢູ່ເຂດ ທາງທິດຕາເວັນຕົກສຽງເໜືອ - ảnh 1 ເຂດທ່ອທ່ຽວປູຍີຟາມ ທີ່ຮົກເຮື້ອ

ໂດຍນອນຢູ່ຫ່າງຈາກໃຈກາງເມືອງ ບັກອຽນ 4 ກິໂລແມັດ, ເຂດທ່ອງທ່ຽວ ປູ່ຍີຟາມ ຫາກໍ່ກາຍເປັນທີ່ຮູ້ຈັກ ປຽບເໝືອນ ດ່າຫຼາດ ຮັດແຄບຢູ່ ບັນອຽນ. ບັນດາເຂດຫີນ, ທົ່ງຫຍ້າຂຽວອຸ່ມທຸ່ມຍາວຢຽດຈົນສຸດສາຕາ ທິວທັດທຳມະຊາດທີ່ຮົກເຮື້ອ ອັນໄດ້ສ້າງເປັນສະຖານທີ່ອັນດູດດື່ມທີ່ສຸດ.  ມາແຫ່ງນີ້ແຂກທ່ອງທ່ຽວອາດຈະຮັບຊົມ ບັນດາສາຍພູທີ່ສະຫຼັບຊັບຊ້ອນ, ໃນຍາມຕອນເຊົ້າກໍ່ເຫັນກຸ່ມເມກເລື່ອນລອຍ, ໃນຍາມສາຍັນກໍ່ເຫັນດວງຕາເວັນຕົກ ໃນທ່າມກາງອາກາດເຢັນສະບາຍ ອັນໄດ້ສ້າງເປັນທິວທັດທຳມະຊາດສວຍສົດງົດງາມດັ່ງໃນຝັນ. ອ້າຍ ເຈິ່ນຕ໊ຽນດາດ ແຂກທ່ອງທ່ຽວມາຈາກແຂວງ ຖາຍບິ່ງ ແບ່ງປັນວ່າ:

  “ເຮົາກໍ່ໄດ້ໄປຫຼາຍແຫ່ງແລ້ວ ແລະ ຢູ່ແຫ່ງນີ້ເຮົາຮູ້ສຶກອາກາດປອດໂປ່ງສະຫງົບງຽບ ຍ້ອນມັນຫ່າງໄກຈາກເຂດຕົວເມືອງ  ມາແຫ່ງນີ້ເຮົາກໍ່ໄດ້ຖ່າຍຮູບທີ່ລະນຶກ. ສຳລັບປະຊາຊົນ ແລະ ດິນແດນ ເຊີນລາ ນັ້ນ ເຮົາຈະພະຍາຍາມກັບຄືນມານີ້ ຢ້ຽມຢາມອີກຫຼາຍຄັ້ງ”.

ໂດຍໄດ້ເລີ່ມເຂົ້າສູ່ການເຄື່ອນໄຫວ ນັບແຕ່ປີ 2019, ດ້ວຍເນື້ອທີ່ເກືອບ 2 ເຮັກຕາ, ເຂດທ່ອງທ່ຽວ ປູຍີຟາມ ມີບັນດາການບໍລິການຫຼາຍຢ່າງ ເພື່ອຮັບໃຊ້ແຂກທ່ອງທ່ຽວມາຢ້ຽມ    ຊົມທັດສະນະສຶກສາຄື ຕັ້ງຄ້າຍຢູ່ກາງແຈ້ງ, ຮັບປະທານບັນດາເຍື່ອງອາຫານຊົນເຜົ່າ, ຫຼື ເຂົ້າຮ່ວມໃນບັນດາການເຄື່ອນໄຫວວັດທະນະທຳ ພ້ອມກັບບັນດາຊາວທ້ອງຖິ່ນ. ອ້າຍ ຟ້າມ ກວາງຮຶງ ເຈົ້າຂອງດຳເນີນທຸລະກິດ ຢູ່ເຂດທ່ອງທ່ຽວ ປູຍີຟາມ ເມືອງ ບັກອຽນ ໃຫ້ຮູ້ວ່າ:

“ຢູ່ແຫ່ງນີ້ມີຫຼາຍຈຸດທີ່ແຕກຕ່າງກັນ ເມື່ອທຽບໃສ່ບັນດາສະຖານທີ່ທ່ອງທ່ຽວອື່ນໆ. ທີໜຶ່ງ ຢູ່ແຫ່ງນີ້ແມ່ນອາກາດເຢັນສະບາຍ ປອດໂປ່ງທີ່ສຸດ. ທີສອງ ແມ່ນທາງດ້ານທີ່ຕັ້ງກໍ່ພໍດີງາມ ເພື່ອໃຫ້ທຸກໆຄົນຄົ້ນຫາ ແລະ ມາພັກເຊົາ, ແຂກທ່ອງທ່ຽວຮູ້ສຶກມີຄວາມສະຫງົບງຽບ ແລະ ມີເວລາລະຫຼິ້ນບັນເທີງຫຼາຍກວ່າ".

 ໂດຍນອນຢູ່ຫ່າງຈາກເຂດຕົວເມືອງທີ່ຟົດຟື້ນເນືອງນັນ, ເຂດ ປູຍີຟາມ ໄດ້ກາຍເປັນສະຖານທີ່ທ່ອງທ່ຽວທີ່ເປັນໜ້າຈັບໃຈອີຫຼີ ສຳລັບບໍ່ວ່າຜູ້ໃດມີຄວາມຊົມຊອບ ຄວາມສະຫງົບງຽບ ແລະ ມີຄວາມຫວັງຢາກຮັບຊົມຄວາມງາມຂອງທິວທັດທຳມະຊາດ. ໂດຍໄດ້ເລືອກເຟັ້ນຢູ່ແຫ່ງນີ້ ເປັນສະຖານທີ່ທ່ອງທ່ຽວ ແຂກທ່ອງທ່ຽວຈະມີໂອກາດເຊື່ອມຕົວເຂົ້າກັບທິວທັດທຳມະຊາດທີ່ງົດງາມ. ຢູ່ໃນຄວາມສູງ 700 ແມັດເມື່ອທຽບໃສ່ໜ້ານ້ຳທະເລ, ຢູ່ແຫ່ງນີ້ມີຄວາມງາມແບບຮົກເຮື້ອ ແລະ ເປັນໜ້າຈັບອົກຈັບໃຈ. ເມື່ອຢືນຢູ່ເທິງພູຫຼຽວເບິ່ງລົງລຸ່ມ, ທັດຊະນີຍະພາບຂອງທົ່ວທັງເທດສະບານເມືອງຢູ່ເຂດພູສູງ ໄດ້ນອນໃນສາຍຕາຂອງເຮົາ ໂດຍຖືກອ້ອມຮອບໄປດ້ວຍສີຂຽວອຸ່ມທຸ່ມ ຂອງຕົ້ນໄມ້ໃບຫຍ້າ ດອກໄມ້ນາໆຊະນິດ. ທ່ານ ຟ້າມແທັງບິ່ງ ຫົວໜ້າຂະແໜງວັດທະນະທຳ ຖະແຫຼງຂ່າວ ເມືອງ ບັກອຽນ ແຂວງ ເຊີນລາ ໃຫ້ຮູ້ວ່າ: ນັບແຕ່ຕົ້ນປີມາຮອດປັດຈຸບັນທາງທ້ອງຖິ່ນ ໄດ້ຕ້ອນຮັບແຂກທ່ອງທ່ຽວເກືອບ 18.000 ເທື່ອຄົນ ມາຢ້ຽມຊົມທັດສະນະສຶກສາ. ທ່ານກ່າວວ່າ:

 “ທາງເມືອງໄດ້ມີແຜນນະໂຍບາຍສ້າງທຸກເງື່ອນໄຂ ເພື່ອເຊື້ອເຊີນດຶງດູດບັນດານັກລົງທຶນ, ສ້າງວຽກງານທ່ອງທ່ຽວຫັນມາເປັນວຽກງານຂອງສັງຄົມ, ເຮັດແນວໃດເພື່ອສ້າງລາຍຮັບໃຫ້ແກ່ປະຊາຊົນ ແລະ ເພື່ອປະຕິບັດເນື້ອໃນນີ້, ທາງເມືອງໄດ້ມີບັນດາໂຄງການເຄື່ອນໄຫວ ໂດຍອີງໃສ່ໜຶ່ງໃນຈຳນວນ 6 ໜ້າທີ່ສຳຄັນຂອງເມືອງ ເພື່ອສ້າງເງື່ອນໄຂດີທີ່ສຸດໃຫ້ແກ່ບັນດາການເຄື່ອນໄຫວທ່ອງທ່ຽວຂອງເມືອງ ພັດທະນາ ແລະ ສູ້ຊົນກາຍເປັນສະຖານທີ່ທ່ອງທ່ຽວຂອງແຂວງ ແລະ ສະຖານທີ່ອ້ອມຂ້າງເຂດທ່ອງທ່ຽວລະດັບຊາດ ຂອງເມືອງ ມົກເຈົາ”.

ມາທ່ອງທ່ຽວຢູ່ແຫ່ງນີ້ ແຂກທ່ອງທ່ຽວບໍ່ພຽງແຕ່ໄດ້ຢ້ຽມຊົມ ໄດ້ຮັບປະທານບັນດາເຍື່ອງອາຫານ ເຂດທາງທິດຕາເວັນຕົກສຽງເໜືອຄື ປີ້ງໄກ່, ປີ້ງປາ, ເຂົ້າຫຼາມ… ແຂກທ່ອງທ່ຽວຍັງຈະໄດ້ເຊື່ອມຕົວເຂົ້າກັບການດຳລົງຊີວິດ ທີ່ເຕັມໄປດ້ວຍນ້ຳໃຈຄວາມຮັກແພງແຂກ ຂອງຊາວເຜົ່າມົ້ງ ຊາວເຜົ່າຜູ້ໄທຢູ່ແຫ່ງນີ້ອີກດ້ວຍ. 

ຕອບກັບ