ບິ່ງເຟືອກ - ດິນແດນທ່ອງທ່ຽວທີ່ຮົກເຮື້ອ ແລະ ດູດດື່ມ

Vinh Phong
Chia sẻ
(VOVWORLD) -ບິ່ງເຟືອກ ແມ່ນແຂວງຂຶ້ນກັບເຂດທາງທິດຕາເວັນອອກພາກໃຕ້ ມີຊື່ສຽງດ້ວຍບັນດາເນື້ອທີ່ປ່າທີ່ກວ້າງໃຫຍ່ໄພສານ ພ້ອມກັບທິວທັດທຳມະຊາດ ແລະ ບັນດາປູຊະນີຍະສະຖານປະຫວັດສາດ ທີ່ຍັງມີໜ້ອຍຄົນຮູ້ຈັກ. ຄວາມງາມຂອງ ບິ່ງເຟືອກ ຍັງຮົກເຮື້ອ ແລະ ລຽບງ່າຍ ຊຶ່ງພວມພົ້ນເດັ່ນຂຶ້ນແມ່ນສະຖານທີ່ທ່ອງທ່ຽວ ເພື່ອຄົ້ນຫາທີ່ຈັບໃຈຂອງແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ
ບິ່ງເຟືອກ - ດິນແດນທ່ອງທ່ຽວທີ່ຮົກເຮື້ອ ແລະ ດູດດື່ມ - ảnh 1

ບິ່ງເຟືອກ - ດິນແດນທ່ອງທ່ຽວທີ່ຮົກເຮື້ອ ແລະ ດູດດື່ມ

ມາຢ້ຽມຢາມແຂວງ ບິ່ງເຟືອກ ແຂກທ່ອງທ່ຽວສາມາດເລືອກເອົາການຂີ່ລົດໂດຍສານ ຫຼື ຂີ່ລົດຈັກເອງ. ບົນເສັ້ນທາງເດີນໃນແຂວງ ບິ່ງເຟືອກ,  ແຂກທ່ອງທ່ຽວສາມາດຢ້ຽມຊົມບັນດາເນື້ອທີ່ປ່າຢາງພາລາ ທີ່ກວ້າງໃຫຍ່ ຫຼື ບັນດາສວນຕົ້ນໝາກມ່ວງຫິມະພານ… ບິ່ງເຟືອກ ມີບັນດາແມ່ນ້ຳໃຫຍ່ຄື ແມ່ນ້ຳດົ່ງນາຍ, ແມ່ນ້ຳແບ໊, ແມ່ນ້ຳໄຊງ່ອນ ໄຫຼຜ່ານ ແລະ ປະສານສົມທົບກັບພູມີສັນຖານເປັນເຂດພູພຽງ, ເຂດໂນນພູ, ອັນໄດ້ສ້າງເປັນບັນດາໜອງ, ນ້ຳຕົກຕາດທີ່ສວຍງາມດັ່ງໃນຝັນຄື  ນ້ຳຕົກຕາດ ດັກມາຍ, ນ້ຳຕົກຕາດ ວອຍ, ໜອງ ສວຍກາມ.  ຢູ່ແຫ່ງນີ້ຍັງມີບັນດາທັດຊະນີຍະພາບທີ່ໃຫຍ່ໂຕມະໂຫຖານ ພວມຊ້ອນໂຕໃນບັນດາເນື້ອທີ່ປ່າທີ່ກວ້າງໃຫຍ່ເຊັ່ນ: ປ່າສະຫງວນແຫ່ງຊາດ ບູ່ຢາເມິບ, ປ່າສະຫງວນແຫ່ງຊາດ ເຕິຍກາກຕຽນ, ພູບ່າຣ່າ… ໃນນັ້ນປ່າສະຫງວນແຫ່ງຊາດ ບູ່ຢາເມິບ ມີເນື້ອທີ່ກວ່າ 26.000 ເຮັກຕາ. ແມ່ນສະຖານທີ່ທ່ອງທ່ຽວທີ່ດູດດື່ມ ສຳລັບແຂກທ່ອງທ່ຽວ. ນອກຈາກນັ້ນກໍ່ຍັງມີເນື້ອທີ່ປ່າ ເຕິຍກາກຕຽນ ເຊິ່ງແມ່ນສ່ວນໜຶ່ງໃນກຸ່ມເຂດນິເວດທຳມະຊາດ ປ່າສະຫງວນແຫ່ງຊາດ ກາກຕຽນ.  ເຂດປ່າດົງດິບ ນອນໃນບໍລິເວນແຂວງ ບິ່ງເຟືອກ ແມ່ນຂຶ້ນກັບສອງເມືອງຄືເມືອງ ບູ່ດັງ ແລະ ດົ່ງຝູ. ຢູ່ແຫ່ງນີ້ແມ່ນບ່ອນອະນຸລັກລະບົບຊີວະພາບປ່າໂຊນຮ້ອນ ທີ່ກວ້າງໃຫຍ່ທີ່ສຸດຢູ່ ຫວຽດນາມ. ຢູ່ແຫ່ງນີ້ມີທັດຊະນີຍະພາບທີ່ງົດງາມ ມີລະບົບສັດ ພຶກສາຊາດທີ່ອຸດົມສົມບູນ. ທ່ານ ໂດ໊ມິງຈຸງ ຮອງຫົວໜ້າພະແນກວັດທະນະທຳ ກິລາ ແລະ ທ່ອງທ່ຽວໃຫ້ຮູ້ວ່າ:

  “ບິ່ງເຟືອກ ແມ່ນສະຖານທີ່ພູມສາດທີ່ອຳນວຍຄວາມສະດວກ ແກ່ການພັດທະນາການທ່ອງທ່ຽວ. ບິ່ງເຟືອກ ມີຊັບພະຍາກອນທ່ອງທ່ຽວຄົບທຸກຢ່າງເຊັ່ນ ປ່າດົງດິບ, ພູ, ໜອງ, ນ້ຳຕົກຕາດ  ແລະ ນີ້ແມ່ນປະຕູໄຂອອກສູ່ນະຄອນ ໂຮ່ຈີມິນ ແລະ ແມ່ນປະຕູໄຂອອກສູ່ບັນດາແຂວງເຂດ ໄຕງວຽນ. ບິ່ງເຟືອກ ເລັ່ງໃສ່ພັດທະນາບັນດາຜະລິດຕະພັນທ່ອງທ່ຽວຄື ການທ່ອງທ່ຽວທຳມະຊາດ ແລະ ການທ່ອງທ່ຽວມຸ່ງໄປສູ່ກົກເຄົ້າເຫງົ້າກໍ. ພວກຂ້າພະເຈົ້າຫວັງວ່າຈະໄດ້ຕ້ອນຮັບບັນດາແຂກທ່ອງມາຢ້ຽມຢາມ ບິ່ງເຟືອກ ແລະ ໃນໄລຍະທີ່ຈະມາເຖິງ, ທາງຂະແໜງ ຈະເປັນເສນາທິການໃຫ້ຄະນະພັກ ຄະນະກຳມະການປະຊາຊົນ ປະກາດໃຊ້ກົນໄກນະໂຍບາຍ ເພື່ອດຶງດູດແຂກທ່ອງທ່ຽວ ມາຢ້ຽມຢາມແຂວງ ບິ່ງເຟືອກ”.

   ບິ່ງເຟືອກ ບໍ່ພຽງແຕ່ແມ່ນສະຖານທີ່ລືຊື່ ຄືເປັນດິນແດນຂອງຕົ້ນໝາກມ່ວງຫິມະພານເທົ່ານັ້ນ ຫາກຍັງມີຊື່ສຽງເປັນດິນແດນທີ່ມີພື້ນຖານວັດທະນະທຳມາແຕ່ດົນນານອີກດ້ວຍ. ຢູ່ແຫ່ງນີ້ມີບັນດາຮ່ອງຮອຍສະຖານບູຮານຄະດີທີ່ຖືກຄົ້ນພົບ ແລະ ຄົ້ນຄວ້າ ທີ່ມີອາຍຸກ່ອນນີ້ 2.000 ປີຄື ລະນາດຫີນ, ກຳແພງດິນ, ບັນດາເຄື່ອງມືເຮັດດ້ວຍຫີນ, ເຄື່ອງປັ້ນດິນເຜົາຂຶ້ນກັບພື້ນຖານ ອະລິຍະທຳສະໄໝປະຖົມບູຮານ. ພ້ອມກັນນັ້ນແຂວງ ບິ່ງເຟືອກ ກໍ່ມີສະຖານທີ່ປະຫວັດສາດ ປະຕິວັດຫຼາຍແຫ່ງທີ່ຕິດພັນກັບພະລາກິດຕໍ່ສູ້ປົດປ່ອຍຊາດ.

  ປັດຈຸບັນແຂວງ ບິ່ງເຟືອກ ມີຜະລິດຕະພັນທ່ອງທ່ຽວ 4 ຢ່າງພວມໄດ້ຮັບການຂຸດຄົ້ນ ແລະ ພັດທະນາ ເຊິ່ງລວມມີ ທ່ອງທ່ຽວທຳມະຊາດ, ທ່ອງທ່ຽວວັດທະນະທຳ, ທ່ອງທ່ຽວຢູ່ຕາມວັດວາອາຮາມ ແລະ ທ່ອງທ່ຽວໃນມື້ທ້າຍສັບປະດາ. ສຳລັບທ່ອງທ່ຽວຢູ່ຕາມວັດວາອາຮາມ, ແຂກທ່ອງທ່ຽວອາດຈະໄປຢ້ຽມຊົມວັດຂະແມ ໄດ້ຮັບການປຸງສ້າງເມື່ອປີ 1931 ຢູ່ເມືອງ ລົກນິງ ເຊິ່ງຕິດພັນກັບສາສະໜາພຸດນິກາຍຫິນະຍານ. ອ້າຍ ດວ່ານກຸຍ ແຂກທ່ອງທ່ຽວມາຈາກນະຄອນ ໂຮ່ຈີມິນ ແບ່ງປັນວ່າ:

   
     “ດິນແດນ ບິ່ງເຟືອກ ຍັງມີໜ້ອຍຄົນຮູ້ຈັກເຖິງ       ເພາະວ່າການທ່ອງທ່ຽວຢູ່ທີ່ນີ້ຍັງບໍ່ທັນຂະຫຍາຍຕົວ. ແຕ່ຢູ່ແຫ່ງນີ້ພັດມີຄວາມຮົກເຮື້ອລຽບງ່າຍ ແລະ ໃກ້ຊິດສະໜິດສະໜົມ ເຊິ່ງແຂກທ່ອງທ່ຽວສາມາດຮູ້ສຶກໄດ້ຢ່າງງ່າຍ ຍ້ອນມີແຂກທ່ອງທ່ຽວບໍ່ຫຼາຍ, ດັ່ງນັ້ນບັນດາສະຖານທີ່ທ່ອງທ່ຽວຢູ່ທີ່ນີ້ ພວກຂ້າພະເຈົ້າຕ້ອງການຊອກຮູ້ຄົ້ນຫາ ຄືໄປຢ້ຽມຢາມປ່າ ກາກຕຽນ, ຢ້ຽມຢາມບັນດາໝູ່ບ້ານຂອງພໍ່ແມ່ພີ່ນ້ອງບັນດາເຜົ່າຢູ່ທີ່ນີ້”. 

   ບິ່ງເຟືອກ ມີພໍ່ແມ່ພີ່ນ້ອງບັນດາເຜົ່າ ດຳລົງຊີວິດຢ່າງຫຼວງຫຼາຍເຊັ່ນ ເຜົ່າເມີນົງ, ສະຕຽງ, ມະ, ເຈົາຣໍ… ຍ້ອນເຫດນີ້ເອງ ຢູ່ແຫ່ງນີ້ກໍ່ຍັງມີບັນດາງານບຸນທີ່ເປັນເອກະລັກ ສາມາດສ້າງຄວາມງາມທາງດ້ານວັດທະນະທຳຂອງເຂດດິນແດນ ບາຢານ ທີ່ອຸດົມສົມບູນ ເຊິ່ງພົ້ນເດັ່ນຂຶ້ນແມ່ນງານບຸນຫໍບູຊາ ບ່າຣາ, ງານບຸນແທງຄວາຍ, ພິທີພາວະນາໃຫ້ຟ້າຝົນດີ… ມາຢ້ຽມຢາມແຂວງ ບິ່ງເຟືອກ ແຂກທ່ອງທ່ຽວຍັງຈະໄດ້ຊິມບັນດາເຍື່ອງອາຫານທີ່ເປັນເອກະລັກຂອງຊາວທ້ອງຖິ່ນຢູ່ແຫ່ງນີ້ອີກດ້ວຍ.

ຕອບກັບ