ທ່ານໂດວັນດຶກ ສ້າງຄວາມຮັ່ງມີຢູ່ບ້ານຫາຍຈ່ຽວ

Lan Anh
Chia sẻ
ຢູ່ຕາ​ແສງ​ຫາຍ​ຈ່ຽວ, ເມືອງ​ຕຽນ​ລື້, ແຂວງ​ຮຶງ​ອຽນ, ​ປະ​ຊາ​ຊົນ​ຢູ່​ທີ່ນີ້ຜູ້​ໃດ​ກໍ່​ຮູ້​ຈັກ​ເຖິງຄອບ​ຄົວ​ທ່ານ ໂດ​ວັນ​ເດິກ. ເຂົາ​ເຈົ້າ​ຕ່າງ​ກໍ່​ສະ​ຫງວນ​ອາ​ລົມ​ຈິດ​ພິ​ເສດ ແລະ ໃຫ້​ຄຳ​ຍ້ອງ​ຍໍ​ຢ່າງ​ຈິງ​ໃຈ​ແກ່​ທ່ານ

(vovworld) - ຢູ່ຕາ​ແສງ​ຫາຍ​ຈ່ຽວ, ເມືອງ​ຕຽນ​ລື້, ແຂວງ​ຮຶງ​ອຽນ, ​ປະ​ຊາ​ຊົນ​ຢູ່​ທີ່ນີ້ຜູ້​ໃດ​ກໍ່​ຮູ້​ຈັກ​ເຖິງຄອບ​ຄົວ​ທ່ານ ໂດ​ວັນ​ເດິກ. ເຂົາ​ເຈົ້າ​ຕ່າງ​ກໍ່​ສະ​ຫງວນ​ອາ​ລົມ​ຈິດ​ພິ​ເສດ ແລະ ໃຫ້​ຄຳ​ຍ້ອງ​ຍໍ​ຢ່າງ​ຈິງ​ໃຈ​ແກ່​ທ່ານ​ຄື: ທ່ານ​ເດິກ​ແມ່ນ​ຄົນ​ຂະ​ຫ​ຍັນ​ຂັນ​ເຄື່ອນ​ໃນ​ການ​ສ້າງ​ເສດ​ຖະ​ກິດ, ທ່ານ​ແມ່ນ​ແບບ​ຢ່າງ​ກ່ຽວ​ກັບ​ການ​ລ້ຽງ​ດູ​ລູກ​ເຕົ້າ… ໃນ​ລາຍ​ການ​ປະ​ເທດ​ຊາດ ແລະ ຊາວ​ຫວຽດ​ນາມ​ ພາກນີ້, ພວກ​ເຮົາ​ຂໍ​ແນ​ະ​ນຳ​ທ່ານ ໂດ​ວັນ​ດຶກ, ຊາວ​ກະ​ສິ​ກອນ​ທີ່​ດຸ​ໝັ່ນ​ຂະ​ຫ​ຍັນ​ພຽນ, ຜ່ານ​ບົດ​ຂຽນ​ຂອງ​ນັກ​ຂ່າວ​ລານ​ແອງ.

ທ່ານໂດວັນດຶກ ສ້າງຄວາມຮັ່ງມີຢູ່ບ້ານຫາຍຈ່ຽວ - ảnh 1

(ພາບປະກອບ: google.com)

        “ບໍ່​ລັ່ງ​ເລ​ໃຈ​ຕໍ່​ຄວາມ​ທຸກ​ຍາກ, ລຳ​ບາກ, ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ເພື່ອ​ລູກ” ນັ້ນ​ແມ່ນ​ເປົ້າ​ໝາຍ​ສູ້​ຊົນ​ຂອງ​ທ່ານ ໂດ​ວັນ​ເດິກ. ກໍ່​ເຊັ່ນ​ດຽວ​ກັບ​ຊາວ​ໜຸ່ມ​ຜູ້​ອື່ນໆ​ໃນ​ຕາ​ແສງ​ຫາຍ​ຈ່ຽວ, ປີ 1974, ທ່ານ​ ເດິກ​ ໄດ້​ເຂົ້າ​ເປັນ​ທະ​ຫານ​ໃນ​ເວ​ລາ​ທີ່​ມີ​ອາຍຸ 19 ປີ. ເດີນ​ທາງ​ອອກ​ຈາກ​ໝູ່​ບ້ານ​ທີ່​ທຸກ​ຍາກ​, ທ່ານ​ພ້ອມ​ກັບ​ເພື່ອ​ນ​ຮ່ວມກົມ​ກອງໄດ້​ເຂົ້າ​ຮ່ວມ​ສະ​ໜາມ​ຮົບ​ບວນ​ເມ​ທວດ ແລ້ວ​ບຸກ​​ເຂົ້າ​ປົດ​ປ່ອຍ​ໄຊ​ງ່ອນ. ໃນ​ສົງ​ຄາມ​ດຸ​ເດືອດ​ນັ້ນ, ທ່ານເປັນ​ຄົນ​ໂຊກ​ດີກວ່າ​ເພື່ອນ​ຮ່ວມ​ກົມ​ກອງຜູ້​ອື່ນໆຫຼາຍ​ຄົນ, ພຽງ​ແຕ່​ຖືກ​ບາດ​ເຈັບ​ເບົາ​ເທົ່າ​ນັ້ນ. ແຕ່​ເມື່ອ​ປະ​ເທດ​ຊາດ​​ເປັນ​ເອ​ກະ​ພາບ, ໄດ້​ກັບ​ເມືອ​ບ້ານ, ຄວາມ​ຫ​ຍຸ້ງ​ຍາກ​ທີສຸດ​ສຳຫຼັບ​ທ່ານ​ກໍ່​ຄື​ບັນ​ດາ​ນັກ​ຮົບ​ທີ່​ອອກ​ຈາກກອງ​ທັບ​​ນັ້ນ​ແມ່ນ​ຄວາມ​ທຸກ​ຍາກ, ຍ້ອນ​​ທີ່​ດິນທຳ​ການ​ຜະ​ລິດ​ບໍ່​ມີ, ອາ​ຊີບກໍ່​ບໍ່​ມີເຊັ່ນ​ກັນ. ທ່ານ​ດ້​ເອົາ​ເມຍ​ຄົນ​ໃນ​ບ້ານ​ດຽວ​ກັນ, ​ແຕ່ຄອບ​ຄົວ​ຝ່າຍ​ເມຍກໍ່​ຫ​ຍຸ້ງ​ຍາກ​ພໍ​ສົມ​ຄວນ, ດັ່ງ​ນັ້ນ, ຄອບ​ຄົວ​ທ່ານ​​ຍິ່ງ​ມີ​ຄວາມ​ທຸກ​ຍາກກວ່າ​ອີກ. ສອງ​ຜົວ​ເມຍ​ທ່ານ​ໄດ້​ຊອກ​ຫາ​ທຸກວິ​ທີ​ທາງ​ເພື່ອ​ທຳ​ມາ​ຫາ​ກິນ. ທຶນ​ຮອນ​ບໍ່​ມີ, ທີ່​ດິນ​​ທຳ​ການ​ຜະ​ລິດກໍ່​ບໍ່​ມີ, ແຕ່​ດ້ວຍເຈດ​ຈຳ​ນົງ​ຂອງ​ນັກ​ຮົບ​ຜູ້​ໜຶ່ງ​, ທ່ານ​ໄດ້​ຕັດ​ສິນ​ໃຈຂ້າມ​ຜ່ານ.

        “ໃນ​ລະ​ບອບ​ເກື້ອ​ກູນກ່ອນນີ້, ພາຍຫຼັງ​ສ້າງ​ຄອບ​ຄົວ ແລະ ເກີດ​ລູກ, ຊີ​ວິດ​ຄອບ​ຄົວ​ຂ້າ​ພະ​ເຈົ້າປະ​ສົບ​ກັບ​ຄວາມ​ຫ​ຍຸ້ງ​ຍາກຫຼາຍ, ແຕ່​ຂ້າ​ພະ​ເຈົ້າ​ເອງ​ຕ້ອງ​​ພະ​ຍາ​ຍາມບືນ​ຕົວ​ຂຶ້ນ, ແກ້ໄຂ​ຄວາມ​ຫ​ຍຸ້ງ​ຍາກ​ທຸກ​ຢ່າງ​​ດ້ວຍ​ການ​ລ້ຽງ​ໝູ, ລ້ຽງ​ງົວ, ຫາ​ເງິນ​ຊື້​ທີ່​ດິນ, ສ້າງ​ເສດ​ຖະ​ກິດ​​ຄອບ​ຄົວໃຫ້ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ”​.

        ​ໃນ​ເບື້ອງ​ຕົ້ນ​ພຽງ​ແຕ່​ມີ​ໝູ​ໜຶ່ງໂຕເທົ່າ​ນັ້ນ, ແຕ່​ບັດ​ນີ້, ຄອບ​ຄົວ​ທ່ານ​ໄດ້​ມີ​ໝູເປັນ​ຝູງ ແລະ ມີ​ງົວ​ຫຼາຍໂຕ​ໃນ​ຄອກ. ປ້າ​ຫງວຽນ​ທິ​ເມົາ, ເມຍ​ຂອງ​ທ່ານ​ເດິກ, ແບ່ງ​ປັນ​ວ່າ:

        “ປະ​ຈຸ​ບັນ, ຄອບ​ຄົວ​ຂ້າ​ພະ​ເຈົ້າ​ມີ​ໝູ​ 50 ໂຕ ແລະ ງົວ 4 ໂຕ​​ພວມ​ລ້ຽງ​ຕາມ​ຄັນ​ຄູ, ກ່ອນ​ນີ້​ລ້ຽງ​​ໝູ​ພຽງໜຶ່ງ, ສອງ​ໂຕເທົ່າ​ນັ້ນ, ຕໍ່​ມາ​​ເມື່ອຫາ​ເງິນ​ໄດ້ໜ້ອຍ​ໜຶ່ງ​ກໍ່​ລ້ຽງ​ໝູ, ງົວ​ຕື່ມ​ອີກ. ໃນ​ເບື້ອງ​ຕົ້ນ, ​ຍັງ​ປະ​ສົບ​ກັບ​ຄວາມ​ຫ​ຍຸ້ງ​ຍາກ​ຫຼາຍຕ້ອງ​​ໄປກູ້ຢືມເງິນ​ເພື່ອ​ຊື້​ງົວ, ດັ່ງ​ນັ້ນ, ຜົວ​ເມຍ​ຂ້າ​ພະ​​ເຈົ້າ​​​ຈຶ່ງ​ພະຍາ​ຍາມ​ລ້ຽງເພື່ອແຜ່​ພັນ​ຂະ​ຫ​ຍາຍ​ສັດ​​ລ້ຽງຕື່ມ​ອີກ”

        ປະ​ຈຸ​ບັນ, ໄດ້​ຢູ່​ໃນ​ເຮືອນ​ຕຶກ​ຫຼັງ​ໃຫ​ຍ່​ ແລະ ສວຍ​ງາມ, ແຕ່​ທ່ານ​ຍັງ​ຄົງ​ຈື່​ຈຳ​ໄລ​ຍະ​ເວ​ລາ​ທີ່​ຫ​ຍຸ້ງ​ຍາກ, ຕ້ອງ​ໄປກູ້​ຢືມ​ເງິນຍາດ​ຕິ​ພີ່​ນ້ອງ ແລະ ເພື່ອ​ນມິດ​ຢູ່​​ທົ່ວທຸກ​ແຫ່ງ​ເພື່ອ​​ຊື້​ໝູມາ​ລ້ຽງແລ້ວ​​ນຳ​ໄປຂາຍ​ຫາ​ເງິນລ້ຽງ​ຊີບ.

        “​ກ່ອນນີ້​ປະ​ມານ 30 ປີ, ຂ້າ​ພະ​ເຈົ້າ​ໄດ້​ລ້ຽງ​ໝູ ແລ້ວ​ນຳ​ໄປຂາຍ​ຢູ່​ຕະຫຼາດ, ມີ​ບາງ​ຄັ້ງ​ຂາຍ​ໝູໂຕ​ໜຶ່ງ​​ຫາ​ໄດ້ເງິນ​ພຽງ​ໝື່ນ​ກວ່າດົ່ງ​ເທົ່າ​ນັ້ນ, ແຕ່​ຂ້າ​ພະ​ເຈົ້າຍັງ​ຄົງ​ພະ​ຍາ​ຍາມ​​ລ້ຽງຢູ່”.

        ລ້ຽງ​ສັດ​ອີງ​ໃສ່​ເງື່ອນ​ໄຂ​ພາ​ວະ​ວິ​ໄສ​ຄື​ດິນ​ຟ້າ​ອາ​ກາດ, ໂລກ​ລະ​ບາດ, ດັ່ງ​ນັ້ນ​ຈຶ່ງ​ບໍ່​ອາດ​ຫຼີກ​ລ້ຽງ​ຄວາມ​ສ່ຽງ​ໄດ້. ແຕ່​ເມື່ອ​ທຽບ​ໃສ່ຜູ້​ລ້ຽງ​ສັດຫຼາຍ​ຄົນ, ທ່ານ​ ເດິກ​ຍັງ​ໂຊກ​ດີ​ຢູ່, ເພາະ​ວ່າ​ຈຳ​ນວນ​ເງິນ​ຖືກ​ເສຍ​ຫາຍ​ບໍ່ຫຼາຍ​ປານ​ໃດ. ທ່ານ ​ເດິກ​ ເວົ້າ​ວ່າ, ຄວາມ​ໂຊກ​ດີ​ນັ້ນ​ແມ່ນ​ຍ້ອນ​ມີ​ໄລ​ຍະ​ເວ​ລາ​ໜຶ່ງ​ທ່ານ​ໄດ້​ຮັບ​ໜ້າ​ທີ່​ເຮັດ​ວຽກ​ຢູ່​ຟາມ​ລ້ຽງ​ສັດ.

        “ເມື່ອ​ປະ​ເທດ​ເປັນ​ເອ​ກະ​ພາບແລ້ວ, ຂ້າ​ພະ​ເຈົ້າ​ຍັງ​ເຮັດ​ວຽກ​ຢູ່​ຟາມ​ຕ່າງໆ​ໃນ​ກອງ​ທັບ, ຂ້າ​ພະ​ເຈົ້າ​ເຄີຍ​​ໄປບັນ​ດາ​ຟາມ​ລ້ຽງ​ງົວ, ເມື່ອ​ເຫັນ​ງົວ​ໃນ​ຟາມ​ເຫຼົ່າ​ນັ້ນ ຂ້າ​ພະ​ເຈົ້າ​ນິ​ຍົມຫຼາຍ ແລະ ຢາກ​ຊື້​ເອົາງົວ​​ຮັບ​ໃຊ້​ໃຫ້​ແກ່​ການແກ່​ລາກ, ຕໍ່​ມາ​ຄິດ​ວ່າ​ວຽກ​ງານນີ້ຕ້ອງ​ອີງ​ໃສ່​ກົນ​ຈັກ, ດັ່ງ​ນັ້ນ​ຈຶ່ງ​ຊື້​ມາ​ລ້ຽງ​ເພື່ອ​ແຜ່​ພັນ. ຂ້າ​ພະ​ເຈົ້າ​ເມົາ​ມົວ​ກັບ​ວຽກ​ງານ​ລ້ຽງ​ສັດ, ສ່ວນ​​ວຽກ​ງານ​ການ​ຄ້າ​ພັດບໍ່​​ເປັນ”.

ທ່ານໂດວັນດຶກ ສ້າງຄວາມຮັ່ງມີຢູ່ບ້ານຫາຍຈ່ຽວ - ảnh 2

(ພາບປະກອບ: google.com)

        ບໍ່​ພຽງ​ແຕ່​ລ້ຽງ​ສັດ​ເທົ່າ​ນັ້ນ, ທ່ານ​ຍັງ​ປະ​ກອບ​ທຶນ​ຊື້​ກ່ຳ​ປັ່ນ​ເພື່ອ​ຂຸດ​ຄົ້ນ​ຂີ້​ຊາຍ. ທ່ານ​ເຮັດ​ວຽກ​ຕະຫຼອດ​ວັນ ແລະ ຄືນເພື່ອ​ຫາ​ເງິນ​ມາ​ລ້ຽງ​ຄອບ​ຄົວ. ຄິດ​ສະ​ເລ່ຍ, ລາຍ​ຮັບ​ແຕ່​ລະ​ເດືອນ​ຂອງ​ທ່ານ​ແຕ່ 40 – 45 ລ້ານ​ດົ່ງ. ຈຳ​ນວນ​ເງິນ​ດັ່ງ​ກ່າວ​ພໍ​ໃຊ້​ໃນຄອບ​ຄົວ ແລະ ລ້ຽງ​ລູກ​ໃຫ້​ເຕີບ​ໃຫ​ຍ່.

        “ທຸກ​ສິ່ງ​ທຸກ​ຢ່າງ​ແມ່ນ​ເພື່ອ​ຊີ​ວິດ, ເພື່ອ​ລູດ​ເຕົ້າ, ຂ້າ​ພະ​ເຈົ້າ​ກໍ່​ບໍ່​ຫວັງ​ສ້າງ​ຄວາມ​ຮັ່ງ​ມີ. ມີຫຼາຍ​ຄັ້ງ​ນອນ​ບໍ່ຫຼັບ​ຍ້ອນ​ຄິດ​ເຖິງ​ຊີ​ວິດ​ຂອງ​ລູກ. ປະ​ຈຸ​ບັນ, ລູກ​ຊາຍ 3 ຄົນ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ສ້າງ​ຄອບ​ຄົວ​ແລ້ວ. ເຂົາ​ເຈົ້າ​ລ້ວນ​ແຕ່​​​ແມ່ນ​ຄົນດຸ​ໝັ່ນ​ຂະ​ຫ​ຍັນ​ພຽນ ແລະ ເມົາ​ມົວ​ກັບ​ການ​ສ້າງ​ເສດ​ຖະ​ກິດ”.

        ລູກຂອງ​ທ່ານ​ທັງ​ໝົດ 4 ຄົນ ລ້ວນ​ແຕ່​ດຳ​ລົງ​ຊີ​ວິດ​ແບບ​ທຳ​ມະ​ດາ​ງ່າຍ​ດາຍ, ດຸ​ໝັ່ນ​ຂະ​ຫ​ຍັນ​ພຽນ ແລະ ​ຢູ່​ເຕົ້າ​ໂຮມ​ພ້ອມກັບ​ພໍ່​ແມ່, ນັ້ນ​ແມ່ນ​ຄວາມ​ຜາ​ສຸກ​ທີ່​ສຸດ​ສ​ຳຫຼັບ​ທ່ານ. ປະ​ຈຸ​ບັນ, ອາ​ຍຸ​ສູງ ແລະ ສຸ​ຂະ​ພາບ​ກໍ່​ອ່ອນ​ເພຍ​ລົງ, ທ່ານ​ບໍ່​ອາດ​ເຮັດ​ວຽກ​ໄດ້​ຫຼາຍ​ຄື​ເກົ່າ​ອີກ, ແຕ່​ຄວາມ​ສຸດ​ຈິດ​ສຸດ​ໃຈ​ໃນ​ກາ​ນ​ສ້າງ​ເສດ​ຖະ​ກິດ, ດຳ​ລົງ​ຊີ​ວິດ​ເພື່ອ​ຄອບ​ຄົວ​ຂອງ​ທ່ານ​ໄດ້​ເປັນ​ແບບ​ຢ່າງ​ໃຫ້​ແກ່​ລູກຫຼານ​, ທ່ານ​ເດິກ​ເວົ້າ​ວ່າ, ເຮັດ​ວຽກ​ຫ​ຍັງ​ກໍ່​ຕ້ອງ​ສຸດ​ຈິດ​ສຸດ​ໃຈ, ດັ່ງ​ນັ້ນ, ພຽງ​ແຕ່​ລ້ຽງ​ສັດ​ເທົ່າ​ນັ້ນ, ແຕ່​ທ່ານ​ພັດ​​ເອກ​ອ້າງ​ທະ​ນົງ​ໃຈ​ທີ່​ສຸດຕໍ່​​ປະ​ຊາ​ຊົນ​ໃນ​ໝູ່​ບ້ານ​ກ່ຽວ​ກັບວິ​ທີ​ສ້າງ​ຄວາມ​ຮັ່ງ​ມີ​ຂອງ​ຕົນ.

ຕອບກັບ