ງານບຸນວັດບ່າທຽນເຮົ້າ - ຈຸດວັດທະນະທຳທີ່ເປັນເອກະລັກຢູ່ແຂວງບິ່ງເຢືອງ

Le Hoa
Chia sẻ
(VOVWORLD) - ວັດບ່າທຽນເຮົ້າຍັງເອີ້ນວ່າ ຫໍບູຊາພະແມ່ທຽນເຮົ້າ. ນີ້ແມ່ນຫໍບູຊາໂດຍວົງຄະນາຍາດຊາວຫວຽດເຊື້ອຊາດຈີນຢູ່ແຂວງບິ່ງເຢືອງປຸກສ້າງໃນກາງສະຕະວັດທີXIXເພື່ອບູຊາພະແມ່ທຽນເຮົ້າເຊິ່ງໄດ້ຮັບຖືເປັນເທວະດາຊ່ວຍເຫຼືອໃຫ້ບັນດາຜູ້ເດີນເຮືອຢູ່ທະເລ. ໃນໂອກາດວັນເພັງເດືອນຈຽງໃນແຕ່ລະປີຢູ່ແຂວງ ບິ່ງເຢືອງກໍ່ໄດ້ຈັດງານບຸນ ວັດບ່າທຽນເຮົ້າ.
ງານບຸນວັດບ່າທຽນເຮົ້າ - ຈຸດວັດທະນະທຳທີ່ເປັນເອກະລັກຢູ່ແຂວງບິ່ງເຢືອງ - ảnh 1ງານບຸນວັດບ່າທຽນເຮົ້າ
(ພາບ:daibieunhandan.vn)
  ນີ້ແມ່ນງານບຸນໃຫຍ່ແລະເປັນເອກະລັກໃນແຂວງເຊິ່ງໄດ້ວາດພາບເຖິງຈຸດວັດທະນະທຳຂອງຊາວ ເຜົ່າຮວາແລະມີຫຼາຍປັດໄຈໃໝ່ສ້າງຄວາມອຸດົມສົມບູນຫຼາກຫຼາຍສີສັນ ເຊື່ອມໂຍງເຂົ້າວັດທະນະທຳທ້ອງຖິ່ນ. ໃນລາຍການຄົ້ນຫາຫວຽດນາມພາກນີ້, ພວກເຮົາຂໍແນະນຳບົດຂອງນັກຂ່າວ ວີ້ງຟອງ ທີ່ພາດຫົວຂໍ້ວ່າ “ງານບຸນວັດບ່າທຽນເຮົ້າ - ຈຸດວັດທະນະທຳທີ່ເປັນເອກະລັກຢູ່ແຂວງບິ່ງເຢືອງ” . ເຊີນທ່ານຕິດຕາມຮັບຟັງ.

      ແຕ່ລະປີເມື່ອບຸນເຕັດລະດູບານໃໝ່ວຽນມາ ວັດບ່າທຽນເຮົ້າແມ່ນສະຖານທີ່ຈັດງານບຸນຂອງປະຊາຊົນພາກໃຕ້. ພິເສດໃນວັດເພັງເດືອນຈຽງໄລ່ຕາມຈັນທະປະຕິທິນໃນແຕ່ລະປີມີແຂກທ່ອງທ່ຽວນັບໝື່ນເທື່ອຄົນຈາກທຸກສາລະທິດໃນທົ່ວປະເທດໄດ້ຫຼັ່ງໄຫຼມາຮ່ວມງານບຸນ.       

     ງານບຸນຖືກຈັດຂຶ້ນດ້ວຍຂອບຂະໜາດໃຫຍ່ດ້ວຍບັນດາພິທີກຳການເຄື່ອນໄຫວຢ່າງຟົດຟື້ນແຕ່ພົ້ນເດັ່ນຂຶ້ນແມ່ນພິທີແຫ່ວໍພະແມ່ໄປຜ່ານຖະໜົນສາຍຕ່າງໆຢູ່ໃຈກາງນະຄອນຖູ໋ເຢົ່າໂໝດ. ຕາມປະເພນີແລ້ວເມື່ອຂະບວນແຫ່ວໍພະແມ່ເດີນຜ່ານ, ຊາວທ້ອງຖິ່ນກໍ່ໄດ້ຈັດໂຕະຢູ່ໜ້າບ້ານເພື່ອໄຫວ້ບູຊາພະແມ່. ສິ່ງນີ້ໄດ້ສະແດງໃຫ້ເຫັນຄວາມເຊື່ອໝັ້ນຂອງພໍ່ແມ່ພີ່ນ້ອງຕໍ່ ພະແມ່ທຽນເຮົ້າ.

       ໃນຊຸມປີມໍ່ໆມານີ້ ງານບຸນວັດບ່າທຽນເຮົ້າຍັງເປັນທີ່ຮູ້ຈັກກັນດີດ້ວຍຊື່ທີ່ໜ້າຮັກທີ່ວ່າ “ງານບຸນໂດຍບໍ່ເກັບຄ່າ”.ເມື່ອມານີ້ທຸກໆຄົນກໍ່ລ້ວນແຕ່ບໍ່ຖືກສູນເສຍຄ່າເມື່ອຊື້ຂອງກິນເຄື່ອງດື່ມຕະຫຼອດຮອດທູບທຽນ… ນອກຈາກນັ້ນຫຼາຍຄອບຄົວຢູ່ນະຄອນຖູ໋ເຢົ່າໂໝດ ຍັງກະກຽມເຂົ້າຈີ່, ຂອງກິນເຈນັບຮ້ອຍພູດເພື່ອຮັບໃຊ້ພໍ່ແມ່ພີ່ນ້ອງ. ບາງຄົນຢູ່ແຂວງບິ່ງເຢືອງເປີດເຜີຍວ່າ:

“ພວກຂ້າພະເຈົ້າຢາກສົ່ງສານທີ່ວ່າບັນດາຜູ້ຄົນຈາກແດນໄກມາໄຫວ້ບູຊາພະແມ່ ຈະໄດ້ຮັບນ້ຳໃຈຄວາມຮັກແພງທີ່ ອົບອຸ່ນຈາກຊາວແຂວງບິ່ງເຢືອງ. ພວກຂ້າພະເຈົ້າກໍ່ໄດ້ມອບຂອງຂວັນຂອງກິນເຄື່ອງດື່ມຫຼາຍພູດ ໃຫ້ແກ່ແຂກທ່ອງທ່ຽວແລ້ວ”.

ງານບຸນວັດບ່າທຽນເຮົ້າ - ຈຸດວັດທະນະທຳທີ່ເປັນເອກະລັກຢູ່ແຂວງບິ່ງເຢືອງ - ảnh 2ພິທີແຫ່ຫວໍ
(ພາບ:daibieunhandan.vn)

    “ແຂກຈາກສາລະທິດມາບູຊາພະແມ່ແມ່ນຫຼາຍທີ່ສຸດດັ່ງນັ້ນພວກຂ້າພະເຈົ້າພ້ອມກັບຄະນະບໍລິຫານງານຈຶ່ງໄດ້ກະກຽມຜ້າເຊັດນ້ຳດື່ມບໍລິສຸດຢ່າງຫຼວງຫຼາຍເພື່ອແຈກຢາຍໃຫ້ແກ່ພໍ່ແມ່ພີ່ນ້ອງ”.

      ບັນດາການກະທຳທີ່ມີຄວາມໝາຍອັນສູງສົ່ງນີ້ ໄດ້ສ້າງຄວາມປະທັບໃຈອັນດີງາມໃຫ້ແກ່ແຂກທ່ອງທ່ຽວທັງຫຼາຍ ອັນໄດ້ເຮັດໃຫ້ງານບຸນ ວັດບ່າທຽນເຮົ້າໄດ້ຜ່ານຜ່າຂອບເຂດເປັນງານບຸນເຫຼື້ອມໃສໄດ້ກາຍເປັນງານບຸນແຫ່ງນ້ຳໃຈເມດຕາປານີແຫ່ງຄວາມຮັກແພງ ມີຄຸນຄ່າວັດທະນະທຳມະນຸດຢ່າງເລີກເຊິ່ງ. ສິ່ງນີ້ໄດ້ກາຍເປັນຈຸດທີ່ເປັນເອກະລັກສະເພາະຂອງແຂວງບິ່ງເຢືອງ. ແຂກທ່ອງທ່ຽວບາງຄົນ ເປີດເຜີຍວ່າ:

        “ວຽກງານຈັດຕັ້ງແມ່ນດີຫຼາຍ. ທຸກສິ່ງທຸກຢ່າງກໍ່ບໍ່ໄດ້ເສຍຄ່າ,ຈາກການຝາກລົດ, ຢາຍນ້ຳບໍລິສຸດກໍ່ບໍ່ຕ້ອງເສຍເງິນຈັກດົ່ງ”.

         “ຂ້າພະເຈົ້າຮູ້ສຶກໄດ້ເຖິງຄວາມອົບອຸ່ນນ້ຳໃຈຄວາມຮັກແພງສາມັກຄີທຸກໆຄົນ ຕ່າງກໍ່ມີຄວາມຫວັງຢາກໃຫ້ປະເທດຊາດມີສັນຕິພາບປະຊາຊົນມີຄວາມຢູ່ເຢັນເປັນສຸກ. ງານບຸນໄດ້ສ້າງການເຊື່ອມຕໍ່ວັດທະນະທຳໃຫ້ແກ່ທຸກໆຄົນ”.

       ຕາມການສະຖີຕິຂອງຂະແໜງທ່ອງທຽວແຂວງບິ່ງເຢືອງແລ້ວໃນແຕ່ລະປີງານບຸນວັດບ່າທຽນເຮົ້າໄດ້ຕ້ອນຮັບແຂກທ່ອງທ່ຽວໜຶ່ງລ້ານກວ່າເທື່ອຄົນ. ທາງແຂວງກໍ່ໄດ້ກຳນົດພ້ອມກັບງານບຸນກີ່ອຽນ, ງານບຸນວັດບ່າທຽນເຮົ້າແມ່ນໜຶ່ງໃນບັນດາທ່າແຮງບົມຊ້ອນເພື່ອພັດທະນາການທ່ອງທ່ຽວຂອງທ້ອງຖິ່ນ. ດັ່ງນັ້ນແຂວງບິ່ງເຢືອງຈະສືບຕໍ່ໜູນຊ່ວຍອະນຸລັກເສີມຂະຫຫຍາຍບັນດາຄຸນຄ່າທາງດ້ານວັດທະນະທຳທ່າໄດ້ປຽບສະເພາະ. ທ່ານເລວັນຖາຍ ຮອງຫົວໜ້າພະແນກວັດທທະນະທຳກິລາ ແລະ ທ່ອງທ່ຽວແຂວງບິ່ງເຢືອງໃຫ້ຮູ້ວ່າ:

       “ທາງຂະແໜງໄດ້ສົມທົບກັບບັນດາທ້ອງຖິ່ນສ້າງແຜນອະນຸລັກຮັກສາແລະເສີມຂະຫຍາຍຄຸນຄ່າວັດທະນະທຳໃນບໍລິເວນແຂວງ. ໃນໄລຍະທີ່ຈະມາເຖິງທາງພະແນກສືບຕໍ່ເປັນເສນາທິການໃຫ້ແຂວງເພື່ອສ້າງແຜນການອະນຸແລະເສີມຂະຫຍາຍບັນດາຄຸນຄ່ານີ້”.

     ຜ່ານການເວລາ,  ງານບຸນວັດບ່າທຽນເຮົ້າໄດ້ກາຍເປັນຈຸດຄວາມງາມທາງດ້ານວັດທະນະທຳ, ການເຫຼື້ມໃສໃນຊີວິດທາງດ້ານຈິດໃຈຂອງຊາວທ້ອງຖິ່ນ ແລະ ເຂດອ້ອມຂ້າງ. ນີ້ກໍ່ແມ່ນປັດໄຈສະດວກເພື່ອໃຫ້ແຂວງ ບິ່ງເຢືອງ ພັດທະນາການທ່ອງທ່ຽວວັດທະນະທຳຈິດວິນຍານສົມທົບກັບການລົງທຶນ, ຂຸດຄົ້ນບັນດາຮູບແບບທ່ອງທ່ຽວລະຫຼິ້ນບັນເທິງອື່ນໆ, ເພື່ອໃຫ້ແຂວງກາຍເປັນສະຖານທີ່ທ່ອງທ່ຽວທີ່ດູດດື່ມ, ມີຄຸນນະພາບສຳລັບແຂກທ່ອງທ່ຽວທັງຫຼາຍ./.

ຕອບກັບ