ງານບຸນຍິງບັ້ງໄຟດອກສາກົນຢັ້ງຢືນເຄື່ອງໝາຍດ່າໜັງ - ສະຖານທີ່ຈັດເຫດການ,ງານບຸນແຖວໜ້າຢຸ່ອາຊີ

Vinh Phong
Chia sẻ
(VOVWORLD) -ງານບຸນຍິງບັ້ງໄຟດອກສາກົນ ດ່າຫນັງ 2023 (DIFF 2023) ໄດ້ອັດລົງໃນຕອນຄ່ຳວັນທີ 8 ກໍລະກົດນີ້, ດ້ວຍການແຂ່ງຂັນຊີງຊະນະເລີດລະຫວ່າງ 2 ທິມຍິງບັ້ງໄຟດອກ ຝຣັ່ງ ແລະ ອີຕາລີ ອັນໄດ້ສ້າງຄວາມປະທັບໃຈໃຫ້ແກ່ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ. DIFF 2023, ດ້ວຍການຮ່ວມເດີນທາງ ຂອງບັນດາວິສາຫະກິດ, ຄວາມຕັດສິນໃຈຂອງອຳນາດການປົກຄອງນະຄອນໃນການກໍ່ສ້າງ, ພັດທະນາ ແລະ ຮັກສາເຄື່ອງໝາຍ DIFF, ທັງນີ້ກໍເປັນການຢັ້ງຢືນຄວາມມານະພະຍາຍາມຂອງຂະແໜງທ່ອງທ່ຽວ ດ່າໜັງ ໃນການກໍ່ສ້າງເຄື່ອງໝາຍ ດາຫນັງ - ສະຖານທີ່ຈັດເຫດການ ແລະ ງານບຸນແຖວໜ້າຂອງອາຊີ
ງານບຸນຍິງບັ້ງໄຟດອກສາກົນຢັ້ງຢືນເຄື່ອງໝາຍດ່າໜັງ - ສະຖານທີ່ຈັດເຫດການ,ງານບຸນແຖວໜ້າຢຸ່ອາຊີ - ảnh 1ລາຍການຍິງບັ້ງໄຟດອກຂອງທິມ ອີຕາລີ

     ງານບຸນຍິງບັ້ງໄຟດອກສາກົນ ດ່າໜັງ 2023  (DIFF 2023) ມີການເຂົ້າຮ່ວມຂອງ 8 ທິມ ລວມມີຫວຽດນາມ, ຝຣັ່ງ, ອີຕາລີ, ໂປໂລຍ, ແຝງລັງ, ອົດສະຕາລີ,ການາດາແລະອັງກິດ. ດ້ວຍສານທີ່ວ່າ “ໂລກບໍ່ມີຄວາມແຕກໂຕນ”, DIFF 2023 ແມ່ນຂົວເຊື່ອມຕໍ່ຊ່ວຍລົບລ້າງສິ່ງກີດຂວາງເພື່ອໃຫ້ມວນຊົນທັງຢູ່ພາຍໃນແລະສາກົນຍັບມໍ່ເຂົ້າກັນກວ່າ, ພ້ອມກັນຊົມໃຊ້ບັນດາຄຸນຄ່າທາງດ້ານສິລະປະ, ຄວາມງາມດ້ານວັດທະນະທຳຂອງຫຼາຍປະເທດແລະພ້ອມກັນມຸ່ງໄປສູ່ຄວາມຄາດຫວັງມີສັນຕິພາບວັດທະນາຖາວອນແລະພັດທະນາ. 8 ລາຍການສະແດງຍິງບັ້ງໄຟດອກຂອງ 8 ທີມໄດ້ເຮັດໃຫ້ຜູ້ຊົມມີຄວາມປະທັບໃຈຕໍ່ໜ້າຮູບພາບແສງສະຫວ່າງຫຼາກຫຼາຍສີສັນແລະການສຽງທີ່ສຸດຍອດ. ນັກດົນຕີ ຫງວຽນດຶກຈິ້ງ ປະທານສະມາຄົມນັກດົນຕີຫວຽດນາມ, ສະມາຊິກຄະນະກຳມະການໃຫ້ຄະແນນຖືວ່າ:

  “ເບິ່ງຄືວ່າຜ່ານສາມປີເກີດໂລກລະບາດໂຄວິດ - 19 ເຊິ່ງບໍ່ໄດ້ຈັດງານແຂ່ງຂັນ, ບັນດາທີມໄດ້ມີເງື່ອນໄຂຝຶກແອບດັ່ງນັ້ນທີມໃດກໍ່ມີຄຸນນະພາບການສະແດງສູງກວ່າຫຼາຍ, ມີເຕັກນິກໃໝ່ ແລະມີສີສັນງາມ. ສັງເກດລວມແລ້ວບັນດາຄ່ຳຄືນສະແດງຍິງບັ້ງໄຟດອກກໍ່ລ້ວນແຕ່ງາມກວ່າຊຸມປີກ່ອນໆ”.

   ໂດຍຖືກຈັດຂຶ້ນໃນສອງເດືອນຄືມິຖຸນາແລະກໍລະກົດປີນີ້, DIFF 2003 ໄດ້ເຮັດໃຫ້ສະຖານທີ່ທ່ອງທ່ຽວດ່າໜັງຟົດຟື້ນຍິ່ງຂຶ້ນ. ນອກຈາກຄ່ຳຄືນສະແດງຍິງບັ້ງໄຟດອກ, ຂະແໜງທ່ອງທ່ຽວນະຄອນດ່າໜັງຍັງຈັດຕັ້ງ 28 ເຫດການອື່ນໆອີກເພື່ອເປັນພື້ນຖານດຶງດູດແຂກທ່ອງທ່ຽວມາທ່ຽວຊົມທັດສະນະສຶກສາ. ເຫດການໄດ້ເຊື່ອມຕໍ່ມະນຸດຈາກບັນດາປະເທດທີ່ມີພື້ນຖານວັດທະນະທຳທີ່ແຕກຕ່າງກັນມາທ່ຽວຢູ່ດ່າໜັງເຊິ່ງເປັນການຢັ້ງຢືນແລະເຊີດຊູການຟື້ນຟູການທ່ອງທ່ຽວ ຂອງຫວຽດນາມຢ່າງແຂງແຮງພາຍຫຼັງໂຄວິດ - 19. ຈິດຕະກອນ ວີກ໊ຽນແທັ່ງ ຫົວກົມຮູບເງົາທັງເປັນຮອງປະທານສະມາຄົມວິຈິດສິນ ຫວຽດນາມແບ່ງປັນວ່າ:

    “ງານບຸນຍິງບັ້ງໄຟດອກສາກົນດ່າໜັງໄດ້ກາຍເປັນເຄື່ອງໝາຍ ເຊິງທຸກໆທີມເມື່ອເຂົ້າຮ່ວມກໍ່ລ້ວນແຕ່ພະຍາຍາມຢ່າງສຸດຂີດ. ເພາະວ່າພວກເຮົາໄດ້ເຂົ້າຮ່ວມ 11 ຄັ້ງແລ້ວດັ່ງນັ້ນ ສາມາດຢັ້ງຢືນອິດທິພົນຊື່ສຽງຂອງພວກເຮົາ”.

  ໂດຍຖືກແກ່ຍາວເປັນເວລາໜຶ່ງເດືອນ, DIFF 2023ໄດ້ຮັບການກະກຽມຢ່າງຮອບຄອບຖີ່ຖ້ວນຈາກອຳນາດການປົກຄອງນະຄອນດ່າໜັງພ້ອມກັບບັນດາຫົວໜ່ວຍທີ່ກ່ຽວຂ້ອງເພື່ອສົມທົບກັນຮັບປະກັນຄວາມສະຫງົບ ປອດໄພ, ງານບຸນຍິງບັ້ງໄຟດອກສາກົນດ່າໜັງໄດ້ກາຍເປັນຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກ ແລະ ດູດດື່ມຢ່າງແທ້ຈິງ ສຳລັບແຂກທ່ອງທ່ຽວທັງຢູ່ພາຍໃນແລະຕ່າງປະເທດ. ອ້າຍ ກາເປແລັດ ແຂກທ່ອງທ່ຽວມາຈາກ ອາເມລິກາເປີດເຜີຍວ່າ:

  “ນີ້ເປັນຄັ້ງທຳອິກທີ່ທີ່ຂ້າພະເຈົ້າໄດ້ມາຢາມຫວຽດນາມ. ຂ້າພະເຈົ້າຄາດວ່າຈະຢູ່ນີ້ 6 ວັນ ແຕ່ເມື່ອໄດ້ຍິນເວົ້າເຖິງງານບຸນຍິງບັ້ງໄຟດອກສາກົນຈະຖືກຈັດຂຶ້ນດັ່ງນັ້ນຂ້າພະເຈົ້າຈຶ່ງແກ່ຍາວເວລາຢູ່ນີ້ຕື່ມອີກ”.

ໂດຍແມ່ນເຫດການໃຫຍ່ກວ່າໝູ່ໃນປີ, DIFF 2023 ໄດ້ນຳຂະແໜງທ່ອງທ່ຽວນະຄອນດ່າໜັງ ກັບຄືນສູ່ທ່າເຕີບໂຕຢ່າງແຂງແຮງຄືໄລຍະກ່ອນເກີດໂຄວິດ - 19. ບັນດາວິສາຫະກິດທ່ອງທ່ຽວດ່າໜັງໄດ້ພະຍາຍາມພ້ອມກັບອຳນາກດການປົກຄອງທ້ອງຖິ່ນສ້າງຜະລິດຕະພັນທີ່ໃໝ່ອ່ຽມ ເພື່ອຕອບສະໜອງຄວາມຕ້ອງການທີ່ນັບມື້ນັບສູງຂອງແຂກທ່ອງທ່ຽວ. ທ່ານເລຈຸງຈິງ ປະທານຄະນະກຳມະການປະຊາຊົນນະຄອນດ່າໜັງໃຫ້ຮູ້ວ່າ:

  “ນະຄອນດ່າໜັງໄດ້ກຳນົດວ່າງານບຸນຍິງບັ້ງໄຟດອກສາກົນແມ່ນເຫດການດຶງດູດແຂກທ່ອງທ່ຽວດັ່ງນັ້ນໃນໄລຍະທີ່ຜ່ານມາພວກຂ້າພະເຈົ້າໄດ້ເອົາໃຈໃສ່ທີ່ສຸດເຖິງການເຄື່ອນໄຫວນີ້. ພ້ອມກັບການຈັດງານບຸນຍິງບັ້ງໄຟດອກສາກົນກໍ່ມີຫຼາຍເຫດການອື່ນໆອີກໄດ້ຮັບການຕີລາຄາສູງຈາກປະຊາຊົນ. ບັນດາການເຄື່ອນໄຫວຢູ່ທີ່ນີ້ຟົດຟື້ນມ່ວນຊື່ນທີ່ສຸດ ອັນໄດ້ດຶງດູດແຂກທ່ອງທ່ຽວມາຊົມ ແລະ ເຂົາເຈົ້າກໍ່ລ້ວນແຕ່ຕີລາຄາສູງ”.

ຜ່ານການຈັດຕັ້ງ 11 ຄັ້ງ, ງານບຸນຍິງບັ້ງໄຟດອກສາກົນ ດ່າຫນັງ ສືບຕໍ່ຢັ້ງຢືນເຄື່ອງໝາຍຂອງຕົນ, ປະກອບສ່ວນເຂົ້າໃນການຟື້ນຟູຂະແໜງທ່ອງທ່ຽວຫວຽດນາມ ຢ່າງແຂງແຮງ. ງານບຸນຍິງບັ້ງໄຟດອກສາກົນ ດາໜັງ 2023 ນັບມື້ນັບຢັ້ງຢືນເຄື່ອງໝາຍ ດ່າຫນັງ - ສະຖານທີ່ຈັດເຫດການ ແລະ ງານບຸນແຖວໜ້າຂອງອາຊີ.

ຕອບກັບ