ຄວາມປະທັບໃຈຂອງງານບຸນລະດູໃບໄມ້ຫຼົ່ນ - Festival ເຫວ້ 2023

Vinh Phong
Chia sẻ
(VOVWORLD) -ງານບຸນໃບໄມ້ຫຼົ່ນແມ່ນໜຶ່ງໃນຈຳນວນສີ່ເຫດການໃຫຍ່ຂອງ Festival ເຫວ້ 2023 ດ້ວຍຫົວຂໍ້ “ເຫວ້ ກ້າວເຂົ້າສູ່ລະດູໃບໄມ້ຫຼົ່ນ”. ພວມດຳເນີນດ້ວຍຫຼາຍກິດຈະກຳທີ່ເປັນເອກະລັກ ມີຄວາມປະທັບໃຈຢູ່ນະຄອນເຫວ້ ແລະ ບັນດາທ້ອງຖິ່ນຂອງແຂວງ ເທື່ອທຽນເຫວ້. ງານບຸນລະດູໃບໄມ້ຫຼົ່ນຖືກຈັດຂຶ້ນແຕ່ເດືອນ ກໍລະກົດ ຫາເດືອນ ກັນຍາ ດ້ວຍ 12 ກິດຈະກຳໃຫຍ່
ຄວາມປະທັບໃຈຂອງງານບຸນລະດູໃບໄມ້ຫຼົ່ນ - Festival ເຫວ້ 2023 - ảnh 1ງານບຸນເສື້ອຍາວຍາມໃດກໍແມ່ນເຫດການທີ່ພົ້ນເດັ່ນໃນ Festival ເຫວ້

     ໃນຄ່ຳຄືນໄຂງານບຸນເມື່ອວັນທີ 12 ສິງຫາ ດ້ວຍຫົວຂໍ້ “ຊຸດເສື້ອຍາວ ເຫວ້ - ເລົ່າເລື່ອງຈາກລຳແມ່ນ້ຳ” ນອກຈາກລາຍການສະແດງສິລະປະທີ່ເປັນເອກະລັກ, ລາຍການຍັງແນະນຳຊຸດເສື້ອຍາວນັບ 100 ຊຸດ ຂອງບັນດານັກອອກແບບເສື້ອຍາວ ຫວຽດນາມ. ນັກອອກແບບຊຸດເສື້ອຍາວ ເຈິ່ນກວາງຮວ່າ ຢູ່ແຂວງ ເທື່ອທຽນເຫວ້ ໃຫ້ຮູ້ວ່າ:

         “ເສື້ອຍາວກວາງຮວ່າ ໄດ້ເຂົ້າຮ່ວມດ້ວຍສອງຊຸດ. ຊຸດເສື້ອຍາວທີໜຶ່ງ ແມ່ນພັນລະນາໃຫ້ເຫັນແມ່ນ້ຳເຮືອງ, ສະແດງໃຫ້ເຫັນຮູບພາບຂອງກຸງເກົ່າ ເຫວ້. ຊຸດເສື້ອຍາວທີ່ຍັງເຫຼືອ ແມ່ນສະແດງໃຫ້ເຫັນການປະສົມປະສານລະຫວ່າງວັດທະນະທຳຕາເວັນຕົກ ແລະ ຫວຽດນາມ ທີ່ມີລັກສະນະທັນສະໄໝ”

      ດ້ວຍໄລຍະຫຼາຍກວ່າ 20 ປີ ທີ່ເຂົ້າຮ່ວມພ້ອມກັບ Festival ເຫວ້, ງານບຸນເສື້ອຍາວໄດ້ກາຍເປັນງານບຸນທີ່ເປັນເອກະລັກ ເຊີດຊູ ແລະ ອະນຸລັກຮັກສາ ຂະຫຍາຍ ແລະ ໂຄສະນາຊຸດເສື້ອຍາວເປັນປະເພນີຂອງ ຫວຽດນາມ. ທ່ານ ຫວຽນແທັງບິ່ງ  ຮອງປະທານຄະນະກຳມະ ການປະຊາຊົນແຂວງ ເທື່ອທຽນເຫວ້  ຫົວຄະນະຈັດຕັ້ງ Festival ເຫວ້  2023 ໃຫ້ຮູ້ວ່າ:

     “ນີ້ແມ່ນ ລາຍການປະສານສົມທົບກັບລາຍການສະແດງຊຸດເສື້ອຍາວ ແຕ່ພ້ອມກັນນັ້ນກໍ່ສົມທົບກັບການເລົ່າເລື່ອກ່ຽວກັບລຳແມ່ນ້ຳເຮືອງ ຖືເອົາບໍລິເວນ ດ້າຍໂນ້ຍ, ສອງຟາກຝັ່ງແມ່ນ້ຳເຮືອງ ເປັນຮູບພາບພັນລະນາ. ບັນດາລາຍການສະແດງບົນແມ່ນ້ຳເຮືອງ ແມ່ນສວຍງາມ ແລະ ແຄມແມ່ນ້ຳເຮືອງ ຍັງຄົງໄດ້ຮັບການພັນລະນາຜ່ານບັນດາຊຸດເສື້ອຍາວ, ເລົ່າເລື່ອງຈາກເຂດຍອດນ້ຳຕະຫຼອດຮອດເຂດລຸ່ມແມ່ນ້ຳ”.

        ຊຸດເສື້ອຍາວແມ່ນມໍລະດົກວັດທະນະທຳທີ່ເປັນເອກະລັກຂອງກູງເກົ່າ ເຫວ້ ສ້າງຂຶ້ນເປັນຮູບປະທຳ ແລະ ຄົງຕົວໃນຕະຫຼອດກວ່າ 300 ປີທີ່ຜ່ານມາ ແລະ ໄດ້ກາຍເປັນມໍລະດົກວັດທະນະທຳທີ່ເປັນເອກະລັກ, ຜະລິດຕະພັນທ່ອງທ່ຽວຂອງເມືອງຫຼວງເກົ່າ.  ແລະກໍ່ໃນຂອບເຂດງານບຸນລະດູໃບໄມ້ຫຼົ່ນ ກໍ່ຍັງດຳເນີນຄຳຄືນງານບຸນເຊີດຊູຊຸດເສື້ອຍາວປະເພນີຂອງ ເຫວ້. ນີ້ແມ່ນລາຍການສະແດງສິລະປະທີ່ເປັນເອກະລັກ ແນໃສ່ເຊີດຊູຄວາມງາມຂອງຊຸດເສື້ອຍາວ ຫວຽດນາມ. ນັກອອກແບບຊຸດເສື້ອຍາວ ຟ້າມວັນຕວ່ຽນ ແບ່ງປັນວ່າ:

        “ຂ້າພະເຈົ້າຄິດວ່າ ເສື້ອຍາວ ຫວຽດນາມ ຢາກຄົງຕົວ ແລະ ຂະຫຍາຍຕົວນັ້ນ ກໍ່ຕ້ອງບັນລຸມາດຕະຖານສືບທອດມູນ ແລະ ມີລົມຫາຍໃຈຍຸກທັນສະໄໝ. ສານທີ່ຂ້າພະເຈົ້າຢາກສົ່ງໄປນັ້ນ ແມ່ນເສື້ອຍາວຍືນຍົງຄົງຕົວກັບການເວລາ. ຮູບພາບເສື້ອຍາວຈະຍຶນຍົງຄົງຕົວຢູ່ໃສມີເສື້ອຍາວ ຢູ່ນັ້ນກໍ່ມີຊາວ ຫວຽດນາມ”.  

     ຍັງມີກິດຈະກຳອື່ນອີກອັນໜຶ່ງ ເພື່ອແນໃສ່ເຊີດຊູເສື້ອຍາວເຫວ້, ເສື້ອຍາວ ຫວຽດນາມ ນັ້ນແມ່ນສັບປະດາເສື້ອຍາວເຫວ້ ຖືກຈັດຂຶ້ນຢູ່ເຂດປູຊະນີຍະສະຖານ ນິງເລືອງດິ່ງ ນະຄອນເຫວ້. ເນື່ອງໃນໂອກາດນີ້ ແຕ່ວັນທີ 6 ຫາວັນທີ 12 ກໍລະກົດ ກໍ່ໄດ້ດຳເນີນຫຼາຍກິດຈະກຳຄື ເປີດຂະບວນລົດຖີບ ດ້ວຍຜູ້ເຂົ້າຮ່ວມນັບ 100 ຄົນແມ່ນພະນັກງານຂະແໜງວັດທະນະທຳ, ທ່ອງທ່ຽວ, ບັນດານັກສິລະປະການ ແລະ ຊາວນະຄອນເຫວ້. ສັບປະດາເສື້ອຍາວເຫວ້ ເພື່ອແນໃສ່ໂຄສະນາວັດທະນະທຳເຫວ້, ພິເສດມຸ່ງໄປສູ່ເປົ້າໝາຍນຳນະຄອນເຫວ້ກາຍເປັນ ເມືອງຫຼວງເສື້ອຍາວ.                        

         ມາຢາມເຫວ້ໃນຊຸມວັນນີ້ ແຂກທ່ອງທ່ຽວຈະໄດ້ຊອກຮູ້ກ່ຽວກັບປະຫວັດຄວາມເປັນມາຂອງຊຸດເສື້ອຍາວ, ວິທີຕັດຫຍິບ ຫຼື ລອງນຸ່ງເສື້ອຍາວເພື່ອ

ເຂົ້າຮ່ວມບັນດາກິດຈະກຳທີ່ງານບຸນ. ອ້້າຍ ຫງວຽນເຮືຶ໋ອງ ແຂກທ່ອງທ່ຽວມາຈາກ ເງະອານ ແບ່ງປັນວ່າ:

       “ລາຍການກ່ຽວກັບຊຸດເສື້ອຍາວ, ລາຍການເລົ່າກ່ຽວກັບແມ່ນ້ຳເຮືອງຢູ່ ເຫວ້, ຂ້າພະເຈົ້າເຫັນວ່າ ມີຄວາມໝາຍພິເສດທີ່ສຸດ. ລາຍການນີ້ໄດ້ນຳຄວາມເບີກບານມ່ວນຊື່ນມາສູ່ທຸກໆຄົນ ກໍ່ຄືແນະນຳຮູບພາບກ່ຽວກັບນາງສາວ ຫວຽດນາມ ເວົ້າລວມ ແລະ ນາງສາວ ເຫວ້ ເວົ້າສະເພາະ”.

       ຜ່ານກວ່າ 20 ປີ ທີ່ເຂົ້າຮ່ວມງານ Festival ເຫວ້, ງານບຸນເສື້ອຍາວເຫວ້  ເຊິ່ງແມ່ນງານບຸນເສື້ອຍາວທຳອິດຢູ່ ຫວຽດນາມ ໄດ້ສ້າງຂີດໝາຍອັນເລິກເຊິ່ງ ແລະ ແມ່ນຈຸດທີ່ພົ້ນເດັ່ນສ້າງຄວາມປະທັບໃຈ ໃນລາຍການສະແດງຂອງ Festival. ຜ່ານນັ້ນກໍ່ເຊີດຊູອະນຸລັກຮັກສາ ຂະຫຍາຍ ແລະ ໂຄສະນາຊຸດເສື້ອຍາວອັນເປັນປະເພນີຂອງ ຫວຽດນາມ ເວົ້າລວມ ແລະ ຊຸດເສື້ອຍາວເຫວ້ ເວົ້າສະເພາະໃຫ້ແກ່ແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ສາກົນ.

ຕອບກັບ